ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການລາວ ຍອມຮັບວ່າ ຢາບ້າກໍາລັງ ແຜ່ລະບາດ ຢ່າງໜັກ


ການເຜົາຢາບ້າ ໃນເດືອນມິຖຸນາ 2012 ໂດຍເຈົ້າໜ້າທີ່ລາວ ທີ່ນະຄອນວຽງຈັນ
ການເຜົາຢາບ້າ ໃນເດືອນມິຖຸນາ 2012 ໂດຍເຈົ້າໜ້າທີ່ລາວ ທີ່ນະຄອນວຽງຈັນ
ເຈົ້າໜ້າທີ່ຂັ້ນສູງຂອງທາງການລາວຍອມຮັບວ່າການຊົມໃຊ້
ຢາບ້າໃນລາວ ມີທ່າອຽງເພີ່ມຂື້ນຢ່າງຕໍ່ເນື່ອງ ກັບທັງຍັງມີປະ ຊາຊົນລາວໃນທຸກໆລະດັບແລະຈາກທຸກ ຊັ້ນຄົນອີກດ້ວຍທີ່
ຕິດຢາບ້າໃນປັດຈຸບັນ.

ທ່ານ ເກດ ກຽດຕິສັກ ລັດຖະມົນຕີຊ່ວຍວ່າການກະຊວງຍຸຕິທໍາ
ໄດ້ຖະແຫຼງຍອມ ຮັບວ່າສາເຫດສໍາຄັນປະການນຶ່ງ ທີ່ເຮັດໃຫ້
ທາງການລາວຕ້ອງດັດແກ້ບົດບັນຍັດ ບາງມາດຕາຂອງກົດ
ໝາຍອາຍາ ແລະກົດໝາຍວ່າດ້ວຍຢາເສບຕິດຢູ່ເລື້ອຍໆນັ້ນ
ກໍເພື່ອເຮັດໃຫ້ບົດບັນຍັດຂອງກົດໝາຍທັງສອງສະບັບດັ່ງກ່າວ
ມີຄວາມທັນສະໄໝ ແລະສາມາດປັບໃຊ້ກັບສະພາບບັນຫາ
ກ່ຽວກັບຢາເສບຕິດທີ່ປ່ຽນແປງໄປຢ່າງວ່ອງໄວນັ້ນ ໄດ້ຢ່າງມີ
ປະສິດທິພາບ.

ທັງນີ້ກໍເນື່ອງຈາກວ່າ ທາງການລາວຕ້ອງປະເຊີນກັບ ບັນຫາຢາເສບຕິດຫຼາຍຂຶ້ນໃນທຸກໆ ດ້ານ ກໍຄືທັງການຜະລິດ ການຄ້າ ການຂົນສົ່ງ ແລະການຊົມໃຊ້ ໂດຍສະເພາະແມ່ນການ ຊົມໃຊ້ຢາບ້ານັ້ນ ຖືວ່າເປັນບັນຫາທີ່ແຜ່ລາມໄປໃນທຸກໆ ສັງຄົມແລະ ທຸກຊັ້ນຄົນໃນທົ່ວ ປະເທດລາວອີກດ້ວຍ ດັ່ງທີ່ທ່ານເກດ ໄດ້ຖະແຫຼງຢືນຢັນວ່າ:

ບັນຫາຢາເສບຕິດ ໂດຍສະເພາະຢາບ້າ ໄດ້ແຜ່ລະບາດຢ່າງຮ້າຍແຮງແລະ
ຂະຫຍາຍຕົວຢ່າງວ່ອງໄວ ຈາກຕົວເມືອງໄປສູ່ຊົນນະບົດ ຈາກເຂດທົ່ງພຽງ
ໄປສູ່ ເຂດພູດອຍ ຊຶ່ງໃນເມື່ອກ່ອນຜູ້ຖືກເຄາະຮ້າຍ ທີ່ຕົກເປັນທາດຂອງຢາ
ເສບຕິດ ແມ່ນຊາວໜຸ່ມ ເຍົາວະຊົນ ນັກຮຽນ ນັກສຶກສາ ແຕ່ໃນປັດຈຸບັນນີ້
ໄດ້ມີພໍ່ຄ້າ ຊາວຂາຍ ຊາວໄຮ່ ຊາວນາ ກໍາມະກອນ ແລະຊາວຜູ້ອອກແຮງ ງານຕ່າງກໍໄດ້ ພາກັນຕົກເປັນທາດຂອງຢາບ້າ.”

ຊາວໜຸ່ມ ທີ່ເປັນບໍ່ຄ້າຢາເສບຕິດທີ່ຖືກຈັບ
ຊາວໜຸ່ມ ທີ່ເປັນບໍ່ຄ້າຢາເສບຕິດທີ່ຖືກຈັບ

ໃນຮອບປີທີ່ຜ່ານມາ ຄະນະກໍາມະການຄວບຄຸມແລະກວດກາ
ຢາເສບຕິດ ແຫ່ງຊາດລາວ ໄດ້ທໍາການເຜົາທໍາລາຍຢາເສບຕິດ
ຄິດເປັນ ນໍ້າໜັກລວມເກີນກວ່າ 2,240 ກິໂລ ຊຶ່ງເປັນຢາເສບ ຕິດທີ່ຍຶດໄດ້ຈາກນັກຄ້າຢາເສບຕິດຈໍານວນ 53 ຄົນ ໃນປະຕິບັດ ການປາບປາມການລັກລອບຂົນສົ່ງ ແລະຄ້າຢາເສບຕິດທັງໝົດ
20 ຄັ້ງ ທີ່ສາມາດຍຶດຢາເສບຕິດເປັນເຮໂຣອີນ ໄດ້ 12.5 ກິໂລ
ຢາບ້າ 470 ກິໂລ ກັນຊາແຫ້ງ 1,535 ກິໂລ ແລະສານເຄມີທີ່ ໃຊ້ໃນການຜະລິດຢາເສບຕິດ 226 ກິໂລ ຕາມລໍາດັບ.

ແຕ່ຢ່າງໃດກໍຕາມ ການເຜົາທໍາລາຍຢາເສບຕິດດັ່ງກ່າວ ກໍບໍ່ປາກົດວ່າມີຢາຝິ່ນລວມຢູ່ ດ້ວຍແຕ່ຢ່າງໃດ ຫາກແຕ່ອິງຕາມລາຍງານປະຈໍາປີ 2012 ຂອງອົງການຄວບຄຸມຢາ ເສບຕິດ ແລະອາດຊະຍາກໍາແຫ່ງສະຫະປະຊາຊາດ ຫຼື UNODC ກໍ ໄດ້ລະບຸຢ່າງຊັດ ເຈນວ່າ ຜົນຜະລິດຈາກການລັກລອບປູກຝິ່ນໃນລາວຍັງມີທ່າອຽງເພີ່ມຂື້ນຢ່າງຕໍ່ເນື່ອງ ເຊັ່ນດຽວກັນກັບປະເທດມຽນມາແລະໄທ.

ຊຶ່ງກໍສອດຄ່ອງກັບຖະແຫຼງການຂອງຄະນະກໍາມາທິການວ່າດ້ວຍຢາເສບຕິດແຫ່ງ ສະຫະ ປະຊາຊາດຢູ່ທີ່ກຸງວຽນນາ ປະເທດອອສເຕຣຍ ທີ່ລະບຸວ່າການລັກລອບປູກຝິ່ນຢູ່ໃນລາວ ໄດ້ເພີ່ມຂື້ນຈາກ 1,500 ເຮັກຕ້າ ໃນປີ 2007 ເປັນ 4,100 ກວ່າ ເຮັກຕ້າໃນປີ 2011 ຫຼື ຄິດເປັນອັດຕາສ່ວນ ທີ່ເພີ່ມຂຶ້ນເກີນກວ່າ 170% ແລະເຊື່ອ ວ່າໃນປີ 2012 ການລັກ ລອບປູກຝິ່ນໃນລາວມີຢູ່ເຖິງ 5,000 ເຮັກຕ້າອີກດ້ວຍ.
ທົ່ງປູກຢາຝິ່ນແຫ່ງນຶ່ງໃນລາວ
ທົ່ງປູກຢາຝິ່ນແຫ່ງນຶ່ງໃນລາວ

ສາເຫດສໍາຄັນທີ່ເຮັດໃຫ້ມີການລັກລອບປູກຝິ່ນເພີ່ມຂຶ້ນ
ດັ່ງກ່າວນັ້ນ ກໍເປັນຍ້ອນບັນຫາຄວາມຍາກຈົນຂອງປະຊາ
ຊົນລາວບັນດາເຜົ່າ ທີ່ໄດ້ຮັບການຊ່ວຍເຫຼືອຈາກຕ່າງປະ
ເທດຕໍ່າກວ່າລະດັບຄວາມຕ້ອງການທີ່ເປັນຈິງ ແລະໃນ
ຂະນະດຽວກັນ ການທີ່ລາຄາຝິ່ນກໍໄດ້ເພີ່ມສູງຂື້ນຢ່າງຕໍ່
ເນື່ອງດ້ວຍນັ້ນ ຈຶ່ງເຮັດໃຫ້ປະຊາຊົນລາວ ບັນດາເຜົ່າທີ່ໄດ້ ປະລະຈາກການປູກຝິ່ນໄປແລ້ວນັ້ນ ກໍໄດ້ພາກັນກັບຄືນມາ ທໍາການປູກຝິ່ນອີກເທື່ອໃໝ່ນັ້ນເອງ.

ນອກຈາກນີ້ UNODC ຍັງໄດ້ລະບຸດ້ວຍວ່າລາວເປັນປະເທດນຶ່ງທີ່ມີສະຖານະເປັນທັງ ເຂດຜະລິດ ເຂດທາງຜ່ານ ແລະເຂດຮອງຮັບຢາເສບຕິດຢ່າງຄົບຖ້ວນແລ້ວ ຈຶ່ງເຮັດໃຫ້ ຕ້ອງປະເຊີນກັບບັນຫາທີ່ກ່ຽວກັບຢາເສບຕິດຫຼາຍຂື້ນນັບມື້ ໂດຍເຊື່ອວ່າ ໃນປັດຈຸບັນນີ້ ມີຄົນລາວຫຼາຍກວ່າ 8 ໝື່ນຄົນທີ່ຕິດຢາບ້າ.
XS
SM
MD
LG