ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານສູງສຸດຂອງລາວ ໄດ້ຈັດຕັ້ງທີມງານສະເພາະກິດ ເພື່ອຕິດຕາມ ການດໍາເນີນງານຂອງຜູ້ພິພາກສາ


ຮູບພາບທ່ານນາງວຽງທອງ ສີພັນດອນ.
ຮູບພາບທ່ານນາງວຽງທອງ ສີພັນດອນ.

ສານປະຊາຊົນສູງສຸດຈັດຕັ້ງຄະນະສະເພາະກິດ ເພື່ອກວດກາການປະຕິບັດໜ້າທີ່ຂອງບັນດາຜູ້ພິພາກສາ ທີ່ຖືກປະຊາຊົນໃນທົ່ວປະເທດຮ້ອງຮຽນວ່າ ປະຕິບັດໜ້າທີ່ໂດຍປາດສະຈາກຄວາມບໍລິສຸດ ແລະຢຸດຕິທໍາ. ຊົງຣິດ ໂພນເງິິນ ມີລາຍງານກ່ຽວກັບເລື້ອງນີ້ຈາກບາງກອກ.


ທ່ານນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດຖະແຫຼງຍອມ ຮັບວ່າ ປະຊາຊົນໄດ້ມີການຕັ້ງຂໍ້ສົງໄສ ຕໍ່ການປະຕິບັດໜ້າທີ່ຂອງບັນດາຜູ້ພິ ພາກສາສານທຸກລະດັບຊັ້ນ ໃນທົ່ວປະເທດລາວເພີ້ມຂຶ້ນນັບມື້ ໂດຍສະເພາະແມ່ນການຕັ້ງຂໍ້ສົງໄສທີ່ມີຕໍ່ຂະບວນການພິຈາລະນາ ແລະຕັດສິນຄະດີໂດຍບໍ່ໂປ່ງໃສ ແລະປາດສະຈາກຄວາມບໍລິສຸດ-ຍຸດຕິທໍານັ້ນກໍ່ຄືບັນຫາທີ່ມີການຮ້ອງຮຽນຫລາຍທີ່ສຸດໃນໄລຍະຜ່ານມາ ເພາະສະນັ້ນເພື່ອເປັນການຕອບສະໜອງຕໍ່ການຮຽກຮ້ອງຂອງປະຊາຊົນລາວດັ່ງກ່າວ ສານປະຊາຊົນສູງສຸດຈຶ່ງໄດ້ແຕ່ງ ຕັ້ງຄະນະສະເພາະກິດ ເພື່ອດໍາເນີນການກວດກາປະຕິບັດໜ້າທີ່ຂອງຜູ້ພິພາກ ສາສານທຸກລະດັບໃນທົ່ວປະເທດ ພາຍໃຕ້ເປົ້າໝາຍເພື່ອເຮັດໃຫ້ປະຊາຊົນລາວມີຄວາມເຊື່ອໝັ້ນໃນລະບົບສານຍຸດຕິທໍາຂອງລາວເປັນສໍາຄັນ ດັ່ງທີ່ທ່ານນາງວຽງທອງໄດ້ໃຫ້ການຢືນຢັນວ່າ:

“ເພື່ອແກ້ໄຂບັນຫາປະກົດການຫຍໍ້ທໍ້ ຢູ່ສານກໍ່ໄດ້ແຕ່ງຕັ້ງຄະນະກໍາມະການເພື່ອຕິດຕາມກວດກາການປະຕິບັດໜ້າທີ່ຂອງຜູ້ພິພາກສາ ຄຽງຄູ່ກັນນັ້ນ ກໍ່ໄດ້ຮັບ ຄໍາຮ້ອງທຸກ ຄໍາສະເໜີ ກ່ຽວກັບການປະພຶດ ແລະການປະຕິບັດໜ້າທີ່ຂອງຜູ້ພິພາກສາຈໍານວນ 78 ສະບັບ, ຜ່ານການຄົ້ນຄວ້າແລ້ວ ກໍ່ໄດ້ມີຄວາມເຫັນ-ຊີ້ແຈງ ແລະແຈ້ງຕອບປະຊາຊົນແລະພາກສ່ວນທີ່ກ່ຽວຂ້ອງ ເຮັດໃຫ້ມີຄວາມເຂົ້າ ໃຈ ກ່ຽວກັບການດໍາເນີນຄະດີ ແລະການຕັດສິນຄະດີ.”

ນອກຈາກບັນຫາໃນລະບົບຕຸລາການດັ່ງກ່າວແລ້ວ ການຈັດຕັ້ງປະຕິບັດໜ້າທີ່ບໍ່ໂປ່ງໃນໃນການກວດກາ ເພື່ອປ້ອງກັນ ແລະປາບປາມການທຸຈະລິດໃນພັກ-ລັດ ແລະການຂາດຈັນຍາບັນຂອງພະນັກງານລັດ ໃນລະບົບຕຸລາການໃນລາວ ຍັງເຮັດໃຫ້ປະຊາຊົນບໍ່ສັດທາຕໍ່ລະບົບສານໃນລາວອີກດ້ວຍ, ທາງດ້ານອົງການ Human Right Watch ລາຍງານວ່າການບັງຄັບໃຊ້ກົດໝາຍຂອງໜ່ວຍງານຕ່າງໆໃນລາວທັງໃນຂັ້ນສູນກາງ ແລະທ້ອງຖິ່ນຍັງເກີດບັນຫາຊັກຊ້າ ແລະບໍ່ມີປະສິດທິພາບທັງຍັງປະກົດວ່າໄດ້ມີການບັງຄັບໃຊ້ກົດໝາຍເກົ່າທີ່ຖືກແທນໂດຍ ກົດໝາຍໃໝ່ໄປແລ້ວ, ພາຍໃຕ້ສະພາບການດັ່ງກ່າວນີ້ຍັງເຮັດໃຫ້ມີການເລືອກປະຕິບັດກົດໝາຍ ຕໍ່ປະຊາຊົນທີ່ຂັດແຍ້ງ ກັບພະນັກງານຂອງລັດ ກ່ຽວກັບຜົນປະໂຫຍດໃນທີ່ດິນທີ່ຖືກເວນຄືນຢ່າງບໍ່ຍຸດຕິທໍາ ໂດຍເຫັນໄດ້ຈາກການທີ່ນາຍົກ ລັດຖະມົນຕີລາວໄດ້ມີຄໍາສັ່ງໃຫ້ເລັ່ງບັງຄັບຄະດີຕາມການຕັດສິນຂອງສານເພື່ອ ເຮັດໃຫ້ປະຊາຊົນສັດທາ ຕໍ່ລະບົບຍຸດຕິທໍາໃນລາວ ເພາະປະກົດວ່າ ມີຄະດີທີ່ສານໄດ້ຕັດສິນໄປແລ້ວ 29,000 ກວ່າຄະດີນັ້ນ ຍັງບໍ່ໄດ້ມີການບັງຄັບຄະດີໃຫ້ເປັນໄປຕາມການຕັດສິນຂອງສານປະຊາຊົນລາວ ແຕ່ຢ່າງໃດເລີຍຈົນເຖິງປັດຈຸ ບັນນີ້.

ສ່ວນທ່ານໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ກໍ່ຍອມຮັບວ່າ ການຈັດຕັ້ງປະຕິບັດວຽກງານດ້ານຄະດີຄວາມຕ່າງໆ ແລະການບັງຄັບຄະດີຕາມການຕັດສິນຂອງສານປະຊາຊົນຍັງມີປະສິດຕິພາບຕໍ່າ ແລະບໍ່ບັນລຸຕາມແຜນການທີ່ວາງໄວ້ ໂດຍສາຍເຫດສໍາຄັນທີ່ເຮັດໃຫ້ເກີດສະພາບການດັ່ງກ່າວນີ້ກໍ່ຄືການປະຕິບັດໜ້າທີ່ຂອງພະນັກງານໄອຍະການທີ່ບໍ່ມີຄວາມຮັບຜິດ ຊອບຕໍ່ສ່ວນລວມ ແລະບໍ່ໂປ່ງໃສຈຶ່ງເຮັດໃຫ້ເກີດບັນຫາຫຍໍ້ທໍ້ ໃນຂະບວນການ ດໍາເນີນຄະດີຕ່າງໆ ໃນສານປະຊາຊົນລາວໃນປັດຈຸບັນນີ້ ດັ່ງທີ່ທ່ານ ໄຊຊະນະ ໄດ້ໃຫ້ການຢືນຢັນວ່າ:

“ການຄົ້ນຄວ້າເຊື່ອມຊຶມແນວທາງນະໂຍບາຍຂອງພັກ ກົດໝາຍຂອງລັດຍັງບໍ່ທັນເລິກເຊິ່ງ ການຈັດຕັ້ງຜັນຂະຫຍາຍບໍ່ທັນຂາດຈຸດສຸມຈະແຈ້ງໃນການຈັດຕັ້ງປະຕິບັດຕົວຈິງ ກົງຈັກການຈັດຕັ້ງຂັ້ນຕ່າງໆ ເວົ້າລວມບໍ່ ທັນເຂັ້ມແຂງ ໜັກແໜ້ນເທົ່າທີ່ຄວນ, ຄຸນນະພາບ ຖັນແຖວບຸກຄະລາກອນຈໍານວນບໍ່ໜ້ອຍ, ກົນໄກປະສາລະຫວ່າງສາຍຕັ້ງສາຍຂວາງ ເປັນຕົ້ນແມ່ນລະຫວ່າງບັນດາອົງການ ດໍາເນີນຄະດີຕາມຂະບວນຍຸດຕິທໍາຍັງບໍ່ທັນກົມກຽວ, ໂລ່ງລ່ຽນ, ວ່ອງໄວ ແລະເປັນເອກະພາບ.”

ພາຍໃຕ້ສະພາບການດັ່ງກ່າວ ກໍ່ຍັງເຮັດໃຫ້ເກີດບັນຫາກ່ຽວກັບການມີຄະດີຄ້າງຢູ່ສານປະຊາຊົນລາວທຸກຂັ້ນເພີ້ມຂຶ້ນນັບມື້ອີກດ້ວຍ ໂດຍມີສາຍເຫດມາຈາກຄວາມບົກຜ່ອງ ໃນການປະຕິບັດໜ້າທີ່ ຂອງພະນັກງານສານ ທີ່ບໍ່ໄດ້ອີງກັບສະພາບບັນຫາທີ່ເປັນຈິງ ຈຶ່ງເຮັດໃຫ້ຄູ່ຄວາມຂອງຄະດີບໍ່ຍອມຮັບການຕັດສິນຂອງສານ ໄດ້ຟ້ອງຮ້ອງໃຫ້ເປັນຄະດີຄວາມຕໍ່ໄປອີກ. ສ່ວນຄູ່ຄວາມທີ່ມີສາຍພົວພັນໃນວົງການພັກລັດທີ່ເໜືອກວ່າອີກຝ່າຍນຶ່ງນັ້ນ ກໍ່ເປັນອີກສາຍເຫດນຶ່ງທີ່ເຮັດໃຫ້ຄູ່ຄວາມໃນຄະດີບໍ່ຍອມຮັບຜິດຕາມການຕັດສິນຂອງສານ ເພາະໝັ້ນໃຈວ່າດ້ວຍສາຍພົວພັນໃນວົງການພັກລັດນັ້ນ ຈະເຮັດໃຫ້ຝ່າຍຕົນພົ້ນຈາກຄວາມຜິດໄດ້ໃນທີ່ສຸດ ໂດຍສະເພາະແມ່ນໃນຂັ້ນລວບລວມພະຍານຫລັກຖານເພື່ອປະກອບສໍານວນຄະດີໃນການຟ້ອງຮ້ອງຕໍ່ສານໂດຍພະນັກງານໄອຍະການນັ້ນ ກໍ່ນັບເປັນປັດໄຈສໍາຄັນທີ່ເຮັດໃຫ້ຜູ້ທີ່ກະທໍາຜິດໃນຄະດີກາຍເປັນຝ່າຍທີ່ບໍ່ຕ້ອງຮັບໂທດໃດໆໃນຄະດີຄວາມໄດ້ອີກດ້ວຍ.

XS
SM
MD
LG