ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການບໍລິການ ສາທາລະນະສຸກ ແກ່ແມ່ແລະເດັກ ໃນລາວ ຍັງຕໍ່າຢູ່


ແມ່ແລະເດັກຍາກຈົນ ໃນເຂດຊົນນະບົດ ຂອງລາວ
ແມ່ແລະເດັກຍາກຈົນ ໃນເຂດຊົນນະບົດ ຂອງລາວ
ລະບົບ​ການ​ໃຫ້​ບໍລິການ​ທາງ​ດ້ານ​ສາທາລະນະ​ສຸກ​ ສໍາ​ລັບ​
ແມ່​ແລະເດັກນ້ອຍ​ໃນ​ລາວ ຍັງ​ມີຢູ່​ຢ່າງ​ຈໍາກັດ ທັງ​ຍັງ​ຂາດ​
ແຄນ​ບຸກຄະລາ​ກອນ​ໃນ​ດ້ານ​ດັ່ງກ່າວ​ນີ້​ຫຼາຍ​ທີ່​ສຸດ ​ໃນ​ກຸ່ມ​
ອາຊ່ຽນ​ອີກ​ດ້ວຍ.


ທາງ​ການ​ກະຊວງ​ສາທາລະນະ​ສຸກ​ໃນ​ລາວ ລາຍ​ງານ​ວ່າ
ການຈັດ​ຕັ້ງ​ປະຕິບັດ​ເປົ້າໝາຍ ສະຫັດ​ສະ​ວັດການ​ພັດທະນາ​ທາງ​ດ້ານ​ສາທາລະນະ​ສຸກ​ໃນ​ລາວ ຍັງ​ມີບັນຫາ​ທ້າທາຍໃນຫຼາຍໆ​ດ້ານ ທີ່​ເປັນ​ອຸບປະສັກ​ຕໍ່​ການ​ພັດທະນາ​ເພື່ອ​ຍົກ​ລະດັບ​ຄຸນ​ນະພາ​ບການ​ບໍລິການ​ແກ່​ປະຊາຊົນ​ລາວ​ ໃຫ້​ໄດ້​ມາດຕະຖານ​ດຽວ​ກັນ​ກັບ​ບັນ ດາ​ປະ​ເທດ​ສະມາຊິກ​ໃນ​ກຸ່ມ​ອາ​ຊ່ຽນ ດ້ວຍ​ກັນ. ​

ໂດຍ​ສະ​ເພາະ​ແມ່ນ​ເປົ້າໝາຍ​ສະຫັດ​ສະ​ວັດ​ໃນ​ດ້ານ​ໂພຊະ​ນາ​ການ​ຂອງ​ເດັກນ້ອຍ ​ແລະ​ໃນ​ດ້ານ​ອັດຕາ​ການ​ເສຍ​ຊີວິດ​ຂອງ​ແມ່ຍິງ ​ໃນ​ຂະນະ​ຕັ້ງ​ທ້ອງ ຫຼື​ຖືພາ​ນັ້ນ ຖືເປັນບັນຫາ​ທີ່ ມີ​ຄວາມ​ຄືບ​ໜ້າ​ຢ່າງ​ຊັກ​ຊ້າ​ທີ່​ສຸດ ຕົວຢ່າງ​ກໍ​ຄື​ບັນຫາ​ກ່ຽວ​ກັບ​ການ​ຂາດ​ສານ​ອາຫານ​ຂອງ​ເດັກນ້ອຍ​ອາຍຸ​ຕໍ່າ​ກວ່າ 5 ປີ​ນັ້ນ ກໍ​ໄດ້​ເປັນສາ​ເຫດ​ທີ່​ເຮັດ​ໃຫ້ການ​ລົດ​ຈໍານວນ​ເດັກ ນ້ອຍ​ຕົວ​ເຕ້ຍ​ສາມາດ​ດໍາ​ເນີນ​ໄປ​ໄດ້​ຢ່າ​ຊັກ​ຊ້າ ກໍ​ຄື​ສາມາດ​ລົດ​ຈໍານວນ​ເດັກນ້ອຍ​ຕົວ​ເຕ້ຍ ຈາກ​ລະດັບ 40% ​ໃນ​ປີ 2006 ລົງ​ມາ​ເປັນ 38% ​ໃນ​ປັດຈຸບັນ​ນີ້ ຫຼື​ລົດ​ລົງ​ພຽງ​ແຕ່ 2% ​ເທົ່າ​ນັ້ນ ​ໃນ​ລະຍະ 7 ປີ​ທີ່​ຜ່ານ​ມາ.

ສ່ວນ​ເດັກນ້ອຍ​ອາຍຸ​ຕໍ່າ​ກວ່າ 5 ປີ ທີ່​ມີ​ນໍ້າໜັກ​ຕໍ່າ​ກວ່າ​ເກນ​ນັ້ນ ກໍ​ຍັງ​ຄິດ​ເປັນ​ສັດສ່ວນ​ເຖິງ 32% ​ໃນ​ຂະນະ​ທີ່​ເປົ້າໝາຍ​ສະຫັດ​ສະ​ວັດ​ກໍ​ໄດ້​ວາງ​ເອົາ​ໄວ້​ທີ່​ລະດັບ​ບໍ່​ເກີນ 22% ຂອງ​ຈໍານວນ​ເດັກນ້ອຍ ທີ່​ມີ​ອາຍຸ​ຕໍ່າ​ກວ່າ 5 ປີ ​ໃນ​ທົ່ວ​ປະ​ເທດ ຈຶ່ງ​ນັບ​ເປັນ​ບັນຫາ​ທ້າ ທາຍອີກ​ດ້ານ​ນຶ່ງ ທີ່​ເປັນ​ການ​ຍາກ​ທີ່​ຈະ​ດໍາ​ເນີນ​ການຈັດ​ຕັ້ງ​ປະ​ຕ້ບັດ​ໃຫ້​ບັນລຸ​ເປົ້າໝາຍ ສະຫັດ​ສະ​ວັດ​ ໄດ້​ໃນ​ປີ 2015 ​ເພາະ​ໃນ​ລະ​ນັບ​ແຕ່​ປີ 2006 ​ເປັນ​ຕົ້ນ​ມາ ລັດຖະບານ​ ລາວສາມາດ​ລົດ​ຈໍານວນ​ເດັກນ້ອຍ​ທີ່​ມີ​ນໍ້າໜັກ​ຕໍ່າ​ກວ່າ​ເກນ​ໄດ້​ພຽງ​ແຕ່ 5% ​ເທົ່າ​ນັ້ນ ຊຶ່ງ ກໍ​ເຊັ່ນ​ດຽວກັນ​ກັບ​ບັນຫາ​ທ້າ​ທາຍ​ກ່ຽວ​ກັບ​ອັດຕາ​ການ​ເສຍ​ຊີວິດ​ຂອງ​ແມ່ຍິງ​ໃນ​ຂະນະ​ຕັ້ງ ທ້ອງ ຫຼື​ຖືພາ ທີ່​ເຖິງ​ແມ່ນ​ວ່າ​ອັດຕາການ​ເສຍ​ຊີວິດ​ຈະ​ຫຼຸດ​ລົງ​ຈາກ 650 ຄົນ ​ໃນ​ທຸກໆ ນຶ່ງ​ແສນ​ຄົນ ​ໃນ​ປີ 1995 ລົງ​ມາ​ເປັນ 339 ຄົນ ກໍ​ຕາມ ​ແຕ່​ວ່າການ​ ທີ່​ຈະບັນລຸ​ໃຫ້​ໄດ້ 260​ ຄົນໃນ​ທຸກ​ນຶ່ງ​ແສນ​ຄົນ ພາຍ​ໃນ​ປີ 2015 ນັ້ນ ກໍ​ຍັງ​ເປັນ​ບັນຫາ​ທີ່​ຍາກ​ທີ່​ສຸດ.

ເດັກຍາກຈົນໃນເຂດຊົນນະບົດ
ເດັກຍາກຈົນໃນເຂດຊົນນະບົດ

ຍິ່ງ​ໄປກວ່າ​ນັ້ນ ອັດຕາ​ການ​ເສຍ​ຊີວິດ​ຂອງ​ແມ່ຍິງລາວໃນ​ຂະ
ນະ​ຕັ້ງ​ທ້ອງ ກໍ​ຍັງ​ຖື​ເປັນ​ອັດຕາ​ທີ່ສູງ​ທີ່​ສຸດ​ໃນ 10 ປະ​ເທດ​
ສະມາຊິກ​ໃນ​ກຸ່ມ​ອາ​ຊ່ຽນ​ນໍາ​ກັນ​ອີກ​ດ້ວຍ ຊຶ່ງ​ກໍ​ຄື​ໃນ​ຂະນະ​ທີ່
ອັດຕາ​ການ​ເສຍ​ຊີວິດ​ຂອງ​ແມ່ຍິງ​ລາວ​ທີ່​ຕັ້ງ​ທ້ອງ​ໃນ​ປັດຈຸບັນ
ຢູ່​ທີ່​ລະດັບ 339 ຄົນ​ຕໍ່​ນຶ່ງ ​ແສນ​ຄົນນັ້ນ ກໍ​ປາກົດ​ວ່າ​ໃນ​ມຽນ
ມາ​ຢູ່​ທີ່​ລະດັບ 25​0 ຄົນ ກໍາປູ​ເຈຍ 206 ຄົນ, ຫວຽດນາມ 56
ຄົນ, ​ໄທ 48 ຄົນ ຕໍ່​ແສນ​ຄົນ​ຕາມ​ລໍາດັບ.

ທາງ​ດ້ານ​ທ່ານ​ນາງ ອິນ​ລາ​ວັນ ​ແກ້ວ​ບຸນ​ພັນ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ສາທາ ລະນະ​ສຸກ ​ໄດ້​ຊີ້​ແຈງວ່າ​ສາ​ເຫດ​ສໍາຄັນ​ທີ່​ເຮັດ​ໃຫ້​ເກີດ​ສະພາບ​ການ​ດັ່ງກ່າວ​ໃນ​ລາວ ກໍ​ຄື​ການ​ຂາດ​ແຄນ​ແພດ ​ແລະ​ນາງ​ຜະດຸງຄັນ ທີ່​ຄ​ອຍ​ໃຫ້ການ​ຊ່ວຍ​ເຫຼືອ​ແມ່ຍິງ​ໃນ ຂະນະ​ອອກລູກ.

ດ້ວຍ​ເຫດ​ນີ້ ການ​ທີ່​ຈະ​ຈັດ​ຕັ້ງ​ປະຕິບັດ​ໃຫ້​ສາມາດ​ບັນລຸ ​ເປົ້າ​ໝາຍ​ສະຫັດ​ສະ​ວັດ​ການ​ພັດທະນາ​ດ້ານ​ສາທາລະນະ​ສຸກ​ດັ່ງກ່າວ​ນີ້ ​ໄດ້​ຢ່າງ​ເປັນ​ຮູບປະ​ທໍາ​ນັ້ນ ຈຶ່ງ​ມີ​ຄວາມ​ຈໍາ​ເປັນຢ່າງ​ຍິ່ງ​ທີ່​ຈະ​ຕ້ອງ​ດໍາ​ເນີນ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ ​ແລະ​ເພີ່ມ​ບຸກຄະ ລາກ​ອນດ້ານ​ສາທາ​ລະນະ​ສຸກ​ໃຫ້​ໄດ້​ຢ່າງ​ພຽງພໍ ທັງ​ໃນ​ດ້ານ​ປະລິມານແລະ​ຄຸນ​ນະພາ​ບ ນັ້ນ​ເອງ ດັ່ງ​ທີ່​ທ່ານ​ນາງອິນ​ລາ​ວັນ​ ໄດ້​ໃຫ້ການ​ຢືນຢັນ​ວ່າ:

“​ເປົ້າ​ໝາຍ​ຂອງ​ພວກ​ເຮົາ​ແມ່ນ ວ່າ​ເຮັດ​ແນວ​ໃດ​ຮັບປະກັນ​ໃຫ້​ພວກ​ເຮົາ​ມີ​ພະ ນັກງານ​ສາທາລະນະ​ສຸກ ຜູ້​ມີ​ຄວາມ​ຊໍານິ​ຊໍານານ​ງານ ມີ​ແພດ​ໝໍ​ຫຼື​ພະນັກງານ​ສາທາລະນະ​ສຸກ ທີ່​ຊໍ​ານານ​ງານ ມີ​ທັກ​ສະ ມີ​ຄວາມ​ຮູ້ ຄວາມ​ສາມາດ ​ໄປ​ບັນຈຸ​ຊັບຊ້ອນ​ຢູ່​ໃນ​ຂົງ​ເຂດ​ຫ່າງໄກ​ສອກຫຼີກ ພວກ​ເຮົາ​ຈະ​ຕ້ອງ​ໄດ້​ປັບປຸງ​ການ​ສຶກ ສາ​ຂອງ​ພະນັກງານ​ສາທາລະນະ​ສຸກ ທາງ​ດ້ານ​ຄຸນ​ນະພາ​ບ​ເນາະ.” ​

ໂດຍ​ອັດຕາ​ການ​ມີ​ແພດ ຫຼື​ນາງ​ຜະດຸງຄັນ ທີ່​ຄອຍ​ໃຫ້ການ​ຊ່ວຍເຫຼືອຂະນະ​ອອກລູກ​ຢູ່​ໃນ​ລາວ ປັດຈຸບັນ​ນີ້ ຄິດ​ເປັນ​ພຽງ 41% ຂອງ​ການ​ເກີດ​ລູກ​ທັງ​ໝົດ​ເທົ່າ​ນັ້ນ ຊຶ່ງ​ຖື​ເປັນ ອັດຕາສະ​ເລ່ຍທີ່​ຕໍ່າ​ສຸດ​ໃນ​ອາ​ຊ່ຽນ​ດ້ວຍ​ກັນ ກໍ​ຄື​ໃນ​ມຽນມາ​ຢູ່​ທີ່​ລະດັບ 64%, ກໍາປູ​ເຈຍ 71%, ຫວຽດນາມ 88% ​ແລະ​ໄທ 99% ຕາມ​ລໍາດັບ.
XS
SM
MD
LG