ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວ ໄດ້ເຫັນຄຶື້ນຟອງຮອບທີສອງ ຫຼັງຈາກເກືອບສອງເດືອນ ປາດສະຈາກກໍລະນີຢູ່ໃນປະເທດ


ສູນວິເຄາະ ແລະລະບາດ ສປປ ລາວ.
ສູນວິເຄາະ ແລະລະບາດ ສປປ ລາວ.

ລາວມີຄົນຕິດເຊື້ອລາຍໃໝ່ 3 ຄົນພາຍຫລັງບໍ່ໄດ້ມີກໍລະນີຄົນປ່ວຍຍ້ອນ ພະຍາດໂຄ
ວິດ-19 ມາໄດ້ເກືອບສອງເດືອນແລ້ວ ຊຶ່ງເຮັດໃຫ້ການຕິດເຊື້ອສະສົມໃນລາວມີຮອດ
44 ຄົນແລ້ວ. ເຖິງແມ່ນປະເທດດັ່ງກ່າວ ຈະມີການລະບາດຮອບສອງ ແຕ່ລາວກໍອາດ
ຈະຖືໄດ້ວ່າ ເປັນປະເທດທີ່ຍັງບໍ່ມີການລະບາດທີ່ຮ້າຍແຮງຫລາຍ ແລະກໍບໍ່ມີມາດຕະ
ການຮັບມື ທີ່ດີເດັ່ນ ພໍທີ່ຈະໄດ້ຖືກສາກົນນໍາເອົາໄປວິເຄາະເບິ່ງປະສິດທິພາບໃນການ
ຮັບມືການລະບາດຂອງພະຍາດໂຄວິດ-19 ໄດ້. ກິ່ງສະຫວັນ ມີລາຍລາຍງານຈາກນັກ
ຂ່າວຂອງພວກເຮົາ ກ່ຽວກັບເລື້ອງນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ເຊີນຊົມ ວີດີໂອ ຈາກ ສປປ ລາວ
please wait

No media source currently available

0:00 0:00:56 0:00
ລິງໂດຍກົງ

ເຖິງແມ່ນວ່າລາວປະຕິບັດມາດຕະການເຄັ່ງຄັດ ໃນການພິຈາລະນາໃຫ້ຄົນເຂົ້າ ມາໃນປະເທດ ແລະກໍສາມາດຮັກສາ ບໍ່ໃຫ້ມີກໍລະນີຄົນຕິດພະຍາດໂຄວິດ-19 ມາໄດ້ເກືອບ
ສອງເດືອນແລ້ວກໍຕາມ ແຕ່ມາຮອດວັນທີ 22 ຫາ 24 ມັງກອນ ຜ່ານມາກໍໄດ້ກວດພົບ
3 ຄົນທີ່ເດີນທາງເຂົ້າມາຈາກຕ່າງປະເທດ. ນຶ່ງໃນສາມກໍລະນີນັ້ນ ຄືແຮງງານລາວເພດ
ຍິງທີ່ເດີນທາງກັບມາຈາກມາເລເຊຍພ້ອມກັບ ແຮງງານອື່ນໆ ທີ່ມີເກືອບ 30 ຄົນ ຊຶ່ງ
ທ່ານພູທອນ ເມືອງປາກ, ຮອງລັດຖະ ມົນຕີ ກະຊວງສາທາລະນະສຸກ ແລະຫົວໜ້າຄະ
ນະສະເພາະກິດ ຄວບຄຸມພະຍາດໂຄວິດ-19 ໃຫ້ລາຍລະອຽດກ່ຽວກັບກໍລະນີຫລ້າ
ສຸດວ່າ:


“ວັນທີ 24 ນີ້ ແມ່ນມີຜູ້ຕິດເຊື້ອໃໝ່ອີກ 1 ຄົນ, ສໍາລັບຕິດເຊື້ອກໍລະນີຜູ້ທີ 44 ນີ້ເປັນເພດ
ຍິງອາຍຸ 29 ປີ ສັນຊາດລາວ ເປັນແຮງງານທີ່ຕົກຄ້າງຢູ່ປະເທດມາເລເຊຍ, ໃນວັນທີ 5
ວັນທີ 6 ນີ້ ລາວມີອາການໄຂ້ ເປັນໄອ. ແຕ່ວ່າບໍ່ໄດ້ໄປກວດຢູ່ໂຮງໝໍລະແມ່ນໄດ້ຊື້ຢາ
ມາກິນເອງລະ 2-3 ວັນອາການດີຂຶ້ນ ຫາຍໄປ ແລະ ກ່ອນເດີນທາງມານະຄອນຫລວງ
ວຽງຈັນກໍໄດ້ກວດຕົວຢ່າງຊອກຫາເຊື້ອໂຄວິດ 19 ປະເທດມາເລເຊຍ ກູລາລໍາເປີ. ກວດ
ແລ້ວບໍ່ຕິດເຊື້ອ ແລະຜູ້ກ່ຽວຈຶ່ງໄດ້ຮັບອະນຸຍາດໃຫ້ເດີນທາງມານໍາຖ້ຽວບິນມະນຸດສະ
ທໍານັ້ນ ເພື່ອມາເຖິງນະຄອນຫລວງວຽງຈັນ.”

ດັ່ງທີ່ວີໂອເອໄດ້ສະເໜີໄປໃນອາທິດແລ້ວນີ້ ແຮງງານລາວຢູ່ໃນມາເລເຊຍແມ່ນ ມີປະ
ມານ 700 ຄົນ ແລະໃນອາທິດກ່ອນໜ້ານັ້ນກໍມີແຮງງານ 170 ກວ່າຄົນກັບຄືນປະເທດ
ໃນຖ້ຽວບິນມະນຸດສະທໍາ. ສ່ວນທີ່ເຫລືອປະມານ 500 ກວ່າຄົນ ແມ່ນເຂົາເຈົ້າແມ່ນຖືກອະນຸຍາດ ໃຫ້ທະຍອຍກັນເດີນທາງເຂົ້າ ເພື່ອເປັນການເຝົ້າລະວັງ ບໍ່ໃຫ້ມີການນໍາເຊື້ອໄວຣັສໂຄໂຣນາ ເຂົ້າມາໃນປະເທດ.

ສ່ວນອີກສອງກໍລະນີກໍຄືແຮງງານລາວເພດຍິງທີ່ກັບຈາກໄທແລະຜູ້ຊາຍຈີນ ທີ່ລັກລອບ
ເຂົ້າຊາຍແດນມາລາວ, ຊຶ່ງທັງສອງບໍ່ຮູ້ສຶກວ່າ ຕົນເອງຕິດພະຍາດນີ້ຍ້ອນວ່າບໍ່ມີອາການ
ໄຂ້ ຫລືຮູ້ສຶກບໍ່ສະບາຍແຕ່ຢ່າງໃດເລີຍ. ດັ່ງທີ່ທ່ານພູທອນ ແຈ້ງໃຫ້ຊາບວ່າ .

“ບາດນີ້ເວົ້າເຖິງກໍລະນີ 42 43 ທີ່ບັນດາທ່ານຈະຈື່ໄດ້ 42 ຫັ້ນ ແມ່ນຢູ່ແຂວງຈໍາປາສັກ
ເປັນເພດຍິງ ເປັນແຮງງານທີ່ກັບມາຈາກປະເທດເພື່ອນບ້ານ ທີ່ມີຊາຍແດນຕິດຈອດນີ້
ບໍ່ແຕນກໍຄືປະເທດໄທ. ແລະກໍລະນີ 43 ແມ່ນຢູ່ແຂວງຫລວງ ນໍ້າທາເປັນຄົນສັນຊາດ
ຈີນເນາະ ເຂົ້າມາດ່ານທີ່ບໍ່ເປັນທາງການ. ການກວດພົບທັງສອງຄົນນີ້ ຢູ່ແຂວງຫລວງ
ນໍ້າທາ ແລະຢູ່ແຂວງຈໍາປາສັກ ທີ່ມີອາການປົກກະະຕິ ໃນດ້ານລະບົບຫາຍໃຈ ແລະບໍ່
ມີອາການໄຂ້ ຈະໄດ້ສຶບຕໍ່ຕິດຕາມແຍກດ່ຽວຢູ່ໂຮງໝໍນັ້ນ ຈົນກວ່າຈະມີຜົນກວດອອກ
ມາເປັນລົບ ສອງຄັ້ງຕິດຕໍ່ກັນ ຈຶ່ງຈະໄດ້ອອກຈາກໂຮງໝໍ.”

ສໍາລັບແມ່ຍິງທີ່ເປັນແຮງງານລາວກັບມາຈາກໄທ ຊຶ່ງມີການລະບາດຮອບສອງ ເລີ້ມຕົ້ນ
ຂຶ້ນໃນກາງເດືອນທັນວາຜ່ານມານັ້ນ ຊຶ່ງຜູ້ກ່ຽວເດີນທາງ ເຂົ້າມາຊາຍ ແດນຢ່າງຖືກ
ຕ້ອງຕາມກົດໝາຍ ດັ່ງປະຊາຊົນທ້ອງຖິ່ນທ່ານນຶ່ງ ໃນນະຄອນປາກເຊ ແຂວງຈໍາປາ
ສັກ ເລົ່າສູຸ່ຟັງວ່າ: ​

“ເຂົາມາແຕ່ໄທ ຄົນບ້ານເຮົາ ແສນຄົດ ເຂົາມາແຕ່ໄທ ເຂົາມາຢູ່ສູນຫັ້ນລະ ຂົາກະປົວ
ຫັ້ນລະ ກໍາລັງປົວກັນ ເອີ ກະແມ່ນແຫລະ, ທາງການເຂົາຖະແຫຼງ ການຢູ່ ເຂົາສົ່ງຜົນ
ກວດໄປວຽງຈັນພຸ້ນໜາຕາມເພິ່ນວ່າ, ເຂົ້າຢູ່ສູນ ມາເຂົາກະກັກຕົວ ມາແຕ່ກຸງເທບກະ
ຍັງເຝົ້າລະວັງກັນຫັ້ນລະ, ບໍ່ເຂົ້າມາສູນໂລດ. ຕິດຄົນດຽວ ແຕ່ວ່າກາຍນັ້ນ ເຂົາກະຢູ່
ສູນ ກວດອີ່ຫຍັງໄປຫັ້ນລະ. ເປັນຄົນປາກຊ່ອງ. ມາແຕ່ກຸງເທບພຸ້ນນະ.”

ອີງຕາມບົດວິເຄາະຂອງສະຖາບັນ ໂລອີ (Lowy) ໃນອອສເຕຣເລຍທີ່ພິມແຜ່ ອອກມາ
ເມື່ອມໍ່ໆມານີ້ ທີ່ເວົ້າວ່າປະເທດທີ່ມີພົນລະເມືອງໜ້ອຍກວ່າ 10 ລ້ານຄົນແມ່ນ ສາມາດຄວບຄຸມ ຫລືຮັບມືກັບການລະບາດຂອງພະຍາດໂຄວິດ-19 ໄດ້ດີກວ່າ ປະເທດທີ່ມີພົນ
ລະເມືອງຫລາຍ. ສະຖາບັນໂລອີ (Lowy) ໃນຕົ້ນ ເດືອນນີ້ໄດ້ທໍາການຄົ້ນຄວ້າ ແລະ
ຈັດລໍາດັບປະສິດທິຜົນໃນການຮັບມືກັບການລະບາດຂອງພະຍາດນີ້ ຊຶ່ງໃນນັ້ນໄດ້ເອົາ 98 ປະເທດໃນທົ່ວໂລກທີ່ ມີກໍລະ ນີຄົນປ່ວຍ 100 ຄົນ ຂຶ້ນໄປມາວິເຄາະ ຊຶ່ງຜົນ
ອອກມາກໍຄື ນີວຊີແລນ, ຕິດ ຕາມດ້ວຍຫວຽດນາມ, ໄຕ້ຫວັນ ແລະໄທ ຖືກຈັດວ່າ ເປັນ
ປະເທດທີ່ປະຕິບັດ ໄດ້ດີກວ່າໝູ່. ປະເທດທີ່ມີປະສິດທິພາບໜ້ອຍກວ່າໝູ່ໃນການຄວບ
ຄຸມພະຍາດ ນີ້ ໄດ້ແກ່ ບຣາຊີລ, ລອງລົງມາແມ່ນເມັກຊິໂກ, ໂຄລອມເບຍ ແລະອີຣ່ານ
ຕາມລໍາດັບ. ສ່ວນລາວ ທີ່ບໍ່ມີກໍລະນີຄົນປ່ວຍທີ່ໄດ້ຮັບການຢືນຢັນເຖິງ 100 ຄົນ, ຍັງ
ບໍ່ມີລາຍງານວ່າມີຄົນເສຍຊີວິດຍ້ອນພະຍາດດັ່ງກ່າວ ຕະຫລອດໄລຍະ 1 ປີມານີ້ ແລະ
ກໍເປັນປະເທດນ້ອຍ ບໍ່ໄດ້ຖືກຈັດເຂົ້າໄປຢູ່ໃນບັນຊີປະເທດທີ່ຖືກວິເຄາະນີ້. ສະນັ້ນກໍ
ອາດຈະສະຫລຸບໄດ້ວ່າ ລາວສາມາດປະຕິບັດມາດຕະການ ຄວບຄຸມການລະບາດ ຂອງພະຍາດ ໂຄວິດ-19 ໄດ້ດີສົມຄວນ ເຖິງແມ່ນວ່າຈະມີການລະບາດ ຂອງພະຍາດຮອບ
ສອງນີ້ກໍຕາມ ແຕ່ຂະນະດຽວກັນກໍຍັງບໍ່ທັນມີຈຸດເດັ່ນພໍໃຫ້ສາກົນໄດ້ນໍາເອົາໄປສຶກສາ
ກ່ຽວກັບວິທີການຮັບມືກັບປະເທດນີ້ໄດ້.

XS
SM
MD
LG