ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ລາວຍັງບໍ່ທັນມີກົດໝາຍ ວ່າດ້ວຍຄວາມປອດໄພຂອງເຂື່ອນ ທີ່ໄດ້ມາດຕະຖານສາກົນ ຊຶ່ງເຮັດ​ໃຫ້ລາວມີຄວາມສ່ຽງ ຕໍ່​ໄພ​ພິ​ບັດຮ້າຍ​ແຮງ


ກອງ​ປະ​ຊຸມ​ທີ່​ຈັດ​ຂຶ້ນ​ໂດບ​ທະ​ນາ​ຄານ​ໂລກ ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ຂອງ​ການ​ສ້າງ​ເຂື່ອນ​ໄຟ​ຟ້າ​ໃນ​ລາວ
ກອງ​ປະ​ຊຸມ​ທີ່​ຈັດ​ຂຶ້ນ​ໂດບ​ທະ​ນາ​ຄານ​ໂລກ ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ຂອງ​ການ​ສ້າງ​ເຂື່ອນ​ໄຟ​ຟ້າ​ໃນ​ລາວ

ລາວຍັງບໍ່ທັນມີກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນໄຟ​ຟ້າ ທີ່ໄດ້ມາດຕະຖານ ສາກົນຊຶ່ງເຮັດ​ໃຫ້ລາວມີຄວາມສ່ຽງຈະໄດ້ຮັບຜົນກະທົບຢ່າງ​ໜັກ​ໜ່ວງ ຖ້າຫາກມີໄພພິບັດຮ້າຍແຮງເກີດ​ຂຶ້ນໃນລາວ, ຊົງ​ລິດ ໂພນ​ເງິນ​ມີ​ລາຍ​ງານ​ເລື້ອງນີ້​ມາ​ສະ​ເໜີ​ທ່ານ​ຈາກ​ບາງກອກ.

ທ່ານສິ​ນາ​ວາ ສຸ​ພາ​ນຸ​ວົງ, ຮອງ​ລັດຖະມົນຕີ​ກະຊວງ​ພະລັງງານແລະບໍ່​ແຮ່ ຖະແຫຼງຍອມຮັບວ່າ ລາວຍັງບໍ່ມີການບັງຄັບໃຊ້ກົດໝາຍວ່າດ້ວຍຄວາມປອດໄພຂອງ ເຂື່ອນ ໄຟຟ້າ ເພື່ອ​ໃຊ້​ບັງ​ຄັບ​ຢ່າງ​ໄດ້ມາດຕະຖານສາກົນ ຈຶ່ງເຮັດໃຫ້ປະຊາຊົນລາວ ມີຄວາມສ່ຽງ ທີ່ຈະໄດ້ຮັບຜົນກະທົບຢ່າງໜັກໜ່ວງ ຖ້າ​ຫາກ​ມີໄພ​ພິ​ບັດ​ຮ້າຍ​ແຮງ​ເກີດ​ຂຶ້ນ, ດັ່ງ​ທີ່ທ່ານ​ສີ​ນາ​ວາ ໄດ້ໃຫ້​ການ​ຢັ້ງ​ຢືນ​ວ່າ:​“ຜ່ານ​ການ​ລົງ​ກວດ​ກາ​ບັນ​ດາ​ເຂື່ອນ​ຕົວ​ຈິງ ແລະການຈັດ​ກອງ​ປະ​ຊຸມ​ຖອດ​ຖອນ​ບົດ​ຮຽນ​ຫຼາຍ​ຄັ້ງຜ່ານ​ມາ, ພວກເຮົາສະຫຼຸບໄດ້ວ່າ ບັນ​ດາກົດໝາຍ ແລະນິ​ຕິກຳທີ່ຄຸ້ມ​ຄອງຄວາມປອດໄພຂອງເຂື່ອນຂອງປະເທດເຮົາຍັງມີໜ້ອຍ ແລະ ຍັງບໍ່ທັນເໝາະສົມກັບສະພາບການ​ໃນປັດຈຸບັນທີ່ມີໄພພິບັດທາງທຳມະຊາດເກີດ​ຂຶ້ນຫຼາຍ ແລະ ຮ້າຍແຮງໃນດ້ານຄວາມປອດໄພຂອງເຂື່ອນ. ຍັງບໍ່ທັນ​ມີ​ຄວາມ​ຈະ​ແຈ້ງ​ລະ​ບຸໄວ້ໃນກົດໝາຍ, ຄວາມຮູ້, ຄວາມສາມາດ ແລະຄວາມເອົາໃຈໃສ່ໃນການປົກປ້ອງເຂື່ອນໃຫ້​ມີຄວາມປອດໄພຂອງຂະແໜງພະລັງງານ ແລະບໍ່​ແຮ່ຍັງບໍ່ທັນ​ເຮັດ​ໄດ້​ດີ, ການສ້າງຕັ້ງ ພະລັງງານຍັງບໍ່ທັນພຽງ​ພໍ.”

ທັງນີ້ ສະມາຄົມເຂື່ອນໄຟຟ້າແຫ່ງຊາດລາວໄດ້ຮັບການຮັບຮອງໃຫ້ເຂົ້າເປັນສະມາຊິກ ຂອງຄະນະກຳມາທິການສາກົນວ່າ​ ດ້ວຍເຂື່ອນຂະໜາດໃຫຍ່ (ICOLD) ໃນທ້າຍປີ 2020, ອັນ​ເຮັດ​ໃຫ້ຄະນະບໍລິຫານງານສະມາຄົມເຂື່ອນໄຟຟ້າໃນລາວ ໄດ້​ຮັບ​ໂອ​ກາດ ເຂົ້າຮ່ວມໃນກິດ​ຈະ​ກຳຕ່າງໆ ທີ່ ICOLD ຈັດ​ຂຶ້ນ ທັງ​ຍັງເປັນໂອ​ກາດດີໃນ​ການເສີມສ້າງຄວາມເຊື່ອໝັ້ນໃນ​ລະ​ດັບສາກົນ​ເພື່ອ​ໃຫ້​ມີ​ຕໍ່ມາດຕະຖານຄວາມປອດໄພໃນການກໍ່ສ້າງເຂື່ອນໃນ​ລາວ​ອີກ​ດ້ວຍ ຊຶ່ງ​ເຮັດ​ໃຫ້ທາງ​ການ​ລາວຕ້ອງ​ດຳ​ເນີນ​ການ​ຈັດ​ທຳຮ່າງ​ກົດໝາຍ​ວ່າ​ດ້ວຍ​ຄວາມ​ປອດ​ໄພ​ເຂື່ອນທີ່​ໄດ້​ມາດຕະຖານ​ສາກົນ ​ແລະ ໃຊ້​ບັງຄັບ​ໄດ້​ຢ່າງ​ມີ​ປະສິດທິ​ພາບອີກ​ດ້ວຍ. ໂດຍ​ນັບ​ແຕ່​ປີ 2019 ທະນາຄານ​ໂລກກໍ​ໄດ້​ຊ່ວຍ​ເຫລືອລັດຖະບານ​ລາວ ໃນ​ການ​ກຽມພ້ອມ​ໃນ​ທຸກ​ດ້ານ ​ແລະ​ໄດ້​ຈັດ​ທຳ​ຮ່າງ​ກົດໝາຍ​ວ່າ​ດ້ວຍຄວາມປອດໄພຂອງເຂື່ອນສໍາເລັດແລ້ວຈຶ່ງຍັງລໍຖ້າພຽງ ແຕ່ການ ສະເໜີເຂົ້າ​ສູ່ການ​ຮັບ​ຮອງຂອງສະພາແຫ່ງຊາດລາວເທົ່າ​ນັ້ນໃນເວລານີ້.

ປັດຈຸບັນໃນລາວມີແຫລ່ງ​ຜະ​ລິດ​ໄຟ​ຟ້າ 88 ແຫ່ງ, ມີກໍາລັງຕິດຕັ້ງລວມ​ຫລາຍກວ່າ 11,000 ເມກາວັດ, ໃນນີ້ 5,620 ເມກາວັດ ໄດ້ສົ່ງຂາຍໃຫ້ໄທ ແລະຄາດວ່າ ຈະເພີ້ມຂຶ້ນເປັນ 7,000 ເມກາວັດ ໃນປີ 2022 ທັງ​ຍັງຈະມີເຂື່ອນໄຟຟ້າ 12 ໂຄງ​ການທີ່ຈະ​ສຳ​ເລັດ​ການ​ກໍ່ສ້າງ ​ແລະຈະ​ເຮັດໃຫ້​ລາວ​ມີ​ແຫລ່ງຜະ​ລິດ​ໄຟ​ຟ້າ​ເພີ້ມ​ຂຶ້ນ 100 ແຫ່ງ, ​ມີ​ກຳລັງ​ການ​ຕິດ​ຕັ້ງລວມ 13,000 ​ເມ​ກາ​ວັດ ​ແລະຜະລິດ​ໄຟຟ້າ​ໄດ້​ເຖິງ 67 ຕື້​ກິ​ໂລ​ວັດໂມງ/​ຕໍ່​ປີ, ໃນ​ນີ້ 85 ເປີ​ເຊັນ​ແມ່ນ​ຈະ​ເປັນ​ການສົ່ງ​ອອກ​ໄປ​ຕ່າງປະ​ເທດ ​ແລະ ຊົມ​ໃຊ້​ພາຍ​ໃນ​ລາວ 15 ​ເປີ​ເຊັນ.

ແຕ່​ຢ່າງ​ໃດກໍ່ຕາມ ເຄືອຂ່າຍປະຊາຊົນໄທກໍຍັງ​ສືບ​ຕໍ່​ການ​ເຄື່ອນ​ໄຫວເພື່ອຄັດຄ້ານ​ການ​ຊື້​ພະ​ລັງ​ງານໄຟຟ້າ​ຈາກ​ລາວ ລວມທັງການຄັດຄ້ານໂຄງການສ້າງເຂື່ອນເທິງລຳ ແມ່ນ້ຳ ຂອງໃນລາວອີກ​ດ້ວຍ ເພາະເຫັນວ່າເຂື່ອນດັ່ງກ່າວໄດ້ກໍ່​ໃຫ້​ເກີດຜົນກະທົບ ຢ່າງກວ້າງ ຂວາງຕໍ່ສິ່ງແວດລ້ອມທຳມະຊາດໃນເຂດລຸ່ມແມ່ນໍ້າຂອງໃນປັດ​ຈຸ​ບັນນີ້ ດັ່ງທີ່ທ່ານນິວັດ ຮ້ອຍແກ້ວ, ແກນ​ນຳເຄືອຂ່າຍປະຊາຊົນໄທຢືນຢັນວ່າ:
“ບັນຫາແມ່ນໍ້າຂອງຄືການປ່ຽນແປງຢ່າງກະທັນຫັນ ກໍຄືເຂື່ອນໃນແມ່ນໍ້າຂອງ ຄືຕົວສ້າງບັນຫາ, ຕົວເລັ່ງວິກິດການຕ່າງໆ ໃຫ້ກັບແມ່ນໍ້າຂອງ ເພາະສະນັ້ນ ຫາກຍັງມີເຂື່ອນຕໍ່ໄປ ນັ້ນຄືເຖິງການອະວະສານຂອງແມ່ນ້ຳຂອງຢ່າງແນ່ນອນ ໃນມຸມມອງຂອງຂ້າພະເຈົ້າ ເພາະວ່າມັນຈະສອດຄ່ອງກັບການຄົ້ນຄວ້າທີ່ບອກວ່າ ຖ້າຫາກທ່ານຍັງສືບຕໍ່ສ້າງເຂື່ອນໃສ່ແມ່ນ້ຳຂອງ ເມື່ອເຖິງປີ 2040, ຂີ້ຕົມຈະໝົດໄປຈາກປາກແມ່ນ້ຳຂອງ 97 ເປີເຊັນ.”

ສ່ວນເຈົ້າໜ້າທີ່ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ຢືນຢັນ ອີກວ່າ ລາວປະເຊີນກັບໄພພິບັດທັມມະຊາດຫຼາຍກວ່າ 260 ຄັ້ງ ໃນລະຫວ່າງປີ 2016 ຫາ 2021 ໂດຍສະເພາະແມ່ນໄພນໍ້າຖ້ວມຈາກກໍ​ລະ​ນີເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກໃນປີ 2018 ທີ່​ຕິດ​ຕາມດ້ວຍໄພນໍ້າຖ້ວມແຂວງພາກກາງ ແລະພາກໃຕ້ໃນປີ 2019 ແລະໄພນໍ້າຖ້ວມຢູ່ແຂວງສະຫວັນນະເຂດໃນປີ 2020. ນອກຈາກຈະເຮັດໃຫ້ ພື້ນຖານໂຄງຫລ່າງເສຍຫາຍ 5,000 ກວ່າຕື້ກີບແລ້ວ ກໍ​ຍັງເຮັດໃຫ້ການຫຼຸດຜ່ອນ ຄວາມຍາກຈົນປະຕິ​ບັດ​ໄດ້ຕ່ຳກວ່າແຜນການທີ່​ວາງ​ໄວ້​ອີກ​ດ້ວຍ ໂດຍ​ເຫັນ​ໄດ້​ຈາກ​ປະ​ຊາ​ຊົນ​ລາວຫລາຍກວ່າ 633,000 ຄົນ ທີ່ມີຊີວິດການ​ເປັນຢູ່ຍາກຈົນ​ຢ່າງ​ຍິ່ງເຊິ່ງຄິດ​ເປັນ 9 ເປີ​ເຊັນຂອງປະຊາກອນລາວທັງໝົດໃນ​ປັດ​ຈຸ​ບັນນີ້.

XS
SM
MD
LG