ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກ່ອງດໍາ ຈາກເຮືອບິນ ລາວ ທີ່ປະສົບ ອຸບັດເຫດຕົກ ກູ້​ຂຶ້ນ​ມາ ​ໄດ້​ແລ້ວ


ຄະນະເຈົ້າໜ້າທີ່ ພ້ອມກັບ ກ່ອງດໍາ ຫຼື black box ທີ່ ກູ້ ຂຶ້ນມາໄດ້
ຄະນະເຈົ້າໜ້າທີ່ ພ້ອມກັບ ກ່ອງດໍາ ຫຼື black box ທີ່ ກູ້ ຂຶ້ນມາໄດ້
ທາງ​ການ​ລາວ​ແລະ​ຄະນະ​ຜູ້​ຊ່ຽວຊານ​ຈາກ​ຝຣັ່ງ ສາມາດ​ນໍາ​
ເອົາ​ກ່ອງດໍາ ຫຼື black box ທັງ​ສອງ​ອັນ ທີ່​ບັນທຶກ​ສຽງ​ຂໍ້​ມູນ
ດ້ານ​ເທັກນິກ ທີ່​ເປັນສາ​ເຫດ​ຂອງ​ເຮືອບິນ​ຕົກ​ຢູ່​ໃນ​ແມ່​ນໍ້າ
ຂອງ​ ຂື້ນ​ມາ​ໄດ້​ແລ້ວ


ທ່ານ ລັດຕະນະມະນີ ຄູນ​ນິວົງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ໂຍທາ​ທິການ​ແລະ​ຂົນ​ສົ່ງ ​ໃນ​ຖານະ​ຮອງ​ຫົວໜ້າ​ຄະນະ​ສ​ະ​ເພາະ​ກິດ ​ເພື່ອ​ການ​ສືບສວນ​ສອບ​ສວນ​ອຸ​ບັດ ​ເຫດ​ເຮືອບິນ​ຕົກລົງໃນ​ແມ່​ນໍ້າຂອງ​ຢູ່​ແຂວງ​ຈໍາປາ​ສັກ ​ໄດ້​ຖະ​ແຫຼ​ງຢືນຢັນ​ວ່າ ຄະນະ​ຜູ້​ຊ່ຽວ ຊານ​ຂອງ​ບໍລິສັດ​ຜູ້​ຜະລິດ​ເຮືອບິນ ATR ຈາກ​ຝຣັ່ງ ທີ່​ປະສົບ​ອຸບັດ​ເຫດ​ຕົກລົງ​ໃນ​ແມ່​ນໍ້າ ຂອງ ຢູ່​ແຂວງ​ຈໍາປາ​ສັກ ​ເມື່ອ​ວັນ​ທີ 16 ຕຸລາ​ທີ່​ຜ່ານ​ມາ ສາມາດ​ເກັບ​ກູ້​ເອົາ​ກ່ອງ ດໍາ ຫຼື black box ທັງ​ສອງ​ອັນ ທີ່​ບັນ​ທຶກ​ສຽງ​ແລະ​ຂໍ້​ມູນ​ທີ່​ເປັນສາ​ເຫດ​ຂອງ​ເຮືອບິນ​ຕົກ​ນັ້ນ ຂື້ນມາ​ໄດ້​ແລ້ວ ​ເມື່ອ​ວັນ​ທີ 31 ​ຕຸ​ລາ ທີ່​ຜ່ານ​ມາ.

ຫາກ​ແຕ່​ວ່າ ການ​ທີ່​ຈະ​ສາມາດ​ຮູ້​ເຖິງ​ສາເຫດ ​ໄດ້​ຢ່າງ​ຄັກ​ແນ່​ຈາກ​ສຽງ​ແລະ​ຂໍ້​ມູນ​ດ້ານເທັກ
ນິກ ທີ່​ໄດ້​ບັນທຶກ​ໄວ້​ໃນ​ກ່ອງດໍາ​ທັງ​ສອງ​ກ່ອງດັ່ງກ່າວນັ້ນ ກໍ​ອາດ​ຈະ​ຕ້ອງ​ໃຊ້​ເວລາເຖິງ 6-12 ​ເດືອນ ຈຶ່ງ​ຈະ​ຈັດ​ທໍາ​ເປັນ​ລາຍ​ງານ​ຢ່າງ​ສົມບູນ​ໄດ້ ດັ່ງ​ທີ່​ທ່ານ ລັດ​ຕະນະມະ​ນີ ​ໄດ້​ໃຫ້ການ ຢືນຢັນ​ວ່າ:
ກ່ອງດໍາ ຫຼື black box
ກ່ອງດໍາ ຫຼື black box

“​ເອົາ​ກ່ອງດໍາ​ຂຶ້ນມາ​ແລ້ວ ​ໂຕ​ໃຫຍ່ ມັນ​ມີ​ສອງກ່ອງ ມັນ​ຕ້ອງ​
ນໍາ​ໄປ​ອ່ານ ອ່ານແລ້ວ​ກໍ​ຈະ​ຕ້ອງ​ລາຍ​ງານ​ວ່າ ກ່ອນ​ເກີດ​ເຫດ ​
ມັນ​ມີ​ຫຍັງໆ ມັນ​ກໍ​ຈະ​ຮູ້​ຂໍ້​ມູນ ຮູ້​ບັນດາ​ຂໍ້​ມູນ​ຢູ່​ໃນຫີບ​ດໍາ​ນີ້.
ສະ​ນັ້ນ ​ເຮົາ​ຈະ​ຕ້ອງ​ໄປ​ອ່ານ​ກ່ອນ ຂັ້ນ​ຕອນ​ຕໍ່​ໄປ​ເປັນ​ຂັ້ນ
​ຕອນ​ວິຊາ​ການ​ ຂອງ​ຫ້ອງ​ທົດ​ລອງ ຂອງ​ພວກ​ເຂົາ​ເຈົ້າວ່າ​
ເປັນ​ແບບ​ໃດ ປົກກະຕິ​ທົ່ວ​ໄປ​ແລ້ວ​ປະມານ 6 ​ເດືອນ​ຫາປີ
​ນຶ່ງ ຈຶ່ງ​ຈະມີ​ບົດ​ລາຍ​ງານ​ສຸດ​ທ້າຍ ຫຼັງ​ຈາກ​ອ່ານ​ແລ້ວ ຈະ
​ມີ​ບົດລາຍ​ງານ ປະມານ 6 ​ເດືອນ​ ໂດຍທົ່ວ​ໄປ.”


ນອກຈາກ​ການ​ທີ່​ສາມາດ​ເກັບ​ກູ້​ກ່ອງດໍາ​ທັງ​ສອງ​ອັນ ຂຶ້ນມາ​ໄດ້​ດັ່ງກ່າວ​ແລ້ວ ບັນດານັກກູ້
​ໄພ​ກໍ​ສາມາດ​ຄົ້ນ​ພົບ​ ແລະ​ນໍາ​ສົບ​ຂອງ​ຜູ້​ເສຍ​ຊີວິດ​ຈາກ​ອຸບັດ​ເຫດ​ຄັ້ງ​ນີ້​ ຂຶ້ນມາ​ຈາກນໍ້າຂອງ
​ໄດ້​ແລ້ວ 47 ສົບ ​ແລະ 33 ຊີ້ນ​ສ່ວນ ທີ່​ເຊື່ອ​ວ່າ​ເປັນ​ອະ​ໄວ​ຍະ​ວະ​ຂອງ​ຜູ້​ທີ່​ເສຍຊີວິດໄປ​ທັງ
ໝົດ 49 ຄົນ ຈາກ​ອຸບັດ​ເຫດ​ໃນ​ຄັ້ງ​ນີ້ ​ໂດຍ​ໃນ​ນີ້​ກໍ​ສາມາດ​ຢືນຢັນ​ເອກ​ກະ​ລັກ​ສ່ວນບຸກຄົນ
ຫຼື DNA ​ໄດ້​ແລ້ວ 43 ກໍລະນີ ທີ່​ແບ່ງ​ເປັນ 42 ສົບ ​ແລະ 1 ຊິ້ນ​ສ່ວນ ຈຶ່ງ​ຍັງ​ເຫຼືອ 6 ສົບ ​ແລະ
31 ຊິ້ນ​ສ່ວນ ທີ່​ຈະ​ຕ້ອງ​ພິສູດ DNA ຕໍ່​ໄປ ຊຶ່ງ​ກໍ​ແບ່ງ​ເປັນ​ຄົນ​ສັນຊາດ​ລາວ 3 ຝຣັ່ງ 2 ແລະ
ອອສ​ເຕຣ​ເລຍ 1 ສົບ.

ອຸບັດ​ເຫດ​ເຮືອບິນ​ໂດຍສານ​ຂອງ Lao Airlines ຕົກລົງ​ໃນ​ແມ່​ນໍ້າຂອງ ​ໄດ້​ເກີດ​ຂຶ້ນ​ໃນ​
ເວລາ 16 ​ໂມງ ຂອງ​ວັນ​ທີ 16 ຕຸລາ​ທີ່​ຜ່ານ​ມາ ​ໂດຍ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ໄປ​ທັງ​ໝົດ
49 ຄົນ ​ໂດຍ​ໃນ​ນີ້ ​ກໍ​ເປັນ​ນັກ​ບິນ 2 ຄົນ ກັບ​ພະນັກງານ​ປະ​ຈໍາ​ເຮືອບິນ 3 ຄົນ ​ແລະ​ຜູ້
ໂດຍສານ​ອີກ 44 ຄົນ. ​

ສົບຂອງຜູ້ເສຍຊີວິດຈາກເຮືອບິນປະສົບອຸບັດເຫດ
ສົບຂອງຜູ້ເສຍຊີວິດຈາກເຮືອບິນປະສົບອຸບັດເຫດ

ໂດຍ​ສໍາລັບ​ຜູ້​ໂດຍສານ ທີ່​ເສຍ​ຊີວິດ​ທັງ 44 ຄົນ​ນັ້ນ​ ປະກອບ
​ດ້ວຍ ຄົນ​ລາວ 16 ຄົນ, ຝຣັ່ງ 7 ຄົນ, ອອສ​ເຕຣ​ເລຍ 6 ຄົນ,
​ໄທ 5 ຄົນ, ​ເກົາຫຼີ​ໃຕ້ 3 ຄົນ, ຫວຽດນາມ 3 ຄົນ ກັບ​ຜູ້​ໂດຍ
ສານ​ຊາວ​ຈີນ ​ໄຕ້​ຫວັນ ມາ​ເລ​ເຊຍ​ ​ແລະ ສະຫະລັດ​ອາ​ເມຣິ
ກາ ປະ​ເທດ​ລະ 1 ຄົນ ຊຶ່ງ​ທັງ​ໝົດ​ກໍ​ຈະ​ໄດ້​ຮັບ​ການ​ຊົດ​ເຊີຍ
​ທັງ​ຈາກ​ບໍລິສັດ​ປະກັນ​ໄພ ​ແລະ​ການ​ຄຸ້ມ​ຄອງ​ສິດທິ​ຕ່າງໆ​
ຢ່າງ​ເຕັມ​ສ່ວນ ຈາກ​ລັດ​ວິ​ສາ​ຫະກິດ​ການບິນ​ລາວ ​ໂດຍ​ໃນ
ຂັ້ນ​ເບື້ອງ​ຕົ້ນ ລັດ​ວິ​ສາ​ຫະກິດ​ການ​ບິນ​ລາວ ກໍ​ໄດ້​ໃຫ້ການ​
ຊ່ວຍ​ເຫຼືອ​ສໍາ​ລັບ​ພິທີ​ກໍາ​ທາງສາສະໜາ ​ແກ່​ສົບ​ທີ່ເສຍ​ຊີວິດ
​ໃນ​ມູນ​ຄ່າ 39 ລ້ານ​ກີບ ຫຼື 5,000 ໂດລ່າ ຕໍ່​ສົບ​ແລ້ວ.

ຍິ່ງ​ໄປ​ກວ່າ​ນັ້ນ ຜູ້​ບໍລິຫານ​ລັດ​ວິ​ສາ​ຫະກິດ​ການ​ບິນ​ລາວ ກໍ​ຍັງ​ໄດ້​ສະ​ແດງ​ຄວາມ​ເຊື່ອໝັ້ນ
​ດ້ວຍ​ວ່າ ອຸ​ບັດ​ເຫດ​ໃນ​ຄັ້ງ​ນີ້ ບໍ່​ໄດ້​ມີ​ສາ​ເຫດ​ມາ​ຈາກ​ຄວາມ​ບົກພ່ອງ​ໃນ​ດ້ານ​ເທັ​ກນິກຂອງ
ເຮືອບິນ​ຢ່າງ​ແນ່ນອນ ​ເພາະ​ເຮືອບິນ​ທີ່​ປະສົບ​ອຸບັດ​ເຫດ​ໃນ​ຄັ້ງ​ນີ້ ​ເປັນ​ເຮືອບິນ​ລຸ້ນ ATR72
-600 ທີ່​ຫາ​ກໍ​ຊື້​ແລະ​ນໍາ​ເຂົ້າມາ​ຈາກ​ປະ​ເທດ​ຝຣັ່ງ ​ເມື່ອ​ເດືອນ​ມີນາ​ປີ​ນີ້ ​ແລະ​ໄດ້ຜ່ານການ​
ໃຊ້​ງານ​ໃນ​ການ​ໃຫ້ການ​ບໍລິການ​ຜູ້​ໂດຍສານ ຄິດ​ເປັນ​ເວ​ລາ​ລວມ ກັນ​ພຽງ​ແຕ່ 758 ຊົ່ວ
ໂມງ​ເທົ່າ​ນັ້ນ.
XS
SM
MD
LG