ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລາວຂຸ້ນຂ້ຽວຮ່າງ ນະໂຍບາຍທີ່ດິນ ເພື່ອຫລຸດຜ່ອນ ບັນຫາຂັດແຍ້ງກັນ


ກອງປະຊຸມຄົ້ນຄວ້າ ແລະປະກອບຄວາມຄິດເຫັນ ໃສ່ຮ່າງນະ
ໂຍບາຍທີ່ດິນແຫ່ງຊາດລາວ ລະຫວ່າງຜູ້ຕາງໜ້າ ສະພາປະຊາຊົນລາວ ແລະພາກສ່ວນກ່ຽວຂ້ອງ ທີ່ຈັດຂຶ້ນ ໃນນະຄອນວຽງຈັນ ຫວ່າງມໍ່ໆ ມານີ້.
ກອງປະຊຸມຄົ້ນຄວ້າ ແລະປະກອບຄວາມຄິດເຫັນ ໃສ່ຮ່າງນະ ໂຍບາຍທີ່ດິນແຫ່ງຊາດລາວ ລະຫວ່າງຜູ້ຕາງໜ້າ ສະພາປະຊາຊົນລາວ ແລະພາກສ່ວນກ່ຽວຂ້ອງ ທີ່ຈັດຂຶ້ນ ໃນນະຄອນວຽງຈັນ ຫວ່າງມໍ່ໆ ມານີ້.
ທາງການລາວເລັ່ງດໍາເນີນການຮ່າງນະໂຍບາຍທີ່ດິນແຫ່ງຊາດ
ເພື່ອຫລຸດຜ່ອນບັນຫາຂໍ້ຂັດແຍ້ງກ່ຽວກັບສິດທິໃນການຖືຄອງທີ່
ດິນລະຫວ່າງປະຊາຊົນກັບເຈົ້າໜ້າທີ່ຂອງລັດຖະບານ ແລະບໍລິ
ສັດເອກກະຊົນ.

ກອງປະຊຸມຄົ້ນຄວ້າ ແລະປະກອບຄວາມຄິດເຫັນໃສ່ຮ່າງນະ
ໂຍບາຍທີ່ດິນແຫ່ງຊາດລາວ ໄດ້ມີຂຶ້ນຢ່າງເປັນທາງການເມື່ອ
ບໍ່ດົນມານີ້ ໂດຍມີທ່ານ ອາຄົມ ຕຸນາລົມ ລັດຖະມົນຕີຊ່ວຍວ່າ
ການກະຊວງຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ
ກັບທ່ານນາງ ສຸວັນເພັງ ບຸບຜານຸວົງ ກໍາມະການຄະນະປະຈໍາ
ແລະປະທານຄະນະກໍາມາທິການເສດຖະກິດແຜນການແລະ
ການເງິນຂອງສະພາແຫ່ງຊາດລາວ ພ້ອມດ້ວຍຜູ້ຕາງໜ້າຈາກ
ກະຊວງຕ່າງໆ ອົງການຈັດຕັ້ງກ່ຽວຂ້ອງໃນຂັ້ນສູນກາງ ແລະ
ທ້ອງຖິ່ນ ເຂົ້າຮ່ວມຢ່າງຄົບຖ້ວນ.

ເປົ້າໝາຍສໍາຄັນຂອງກອງປະຊຸມໃນຄັ້ງນີ້ ກໍເພື່ອກໍານົດແນວທາງປະຕິບັດໃນການຄຸ້ມ
ຄອງການນໍາໃຊ້ທີ່ດິນແຕ່ລະປະເພດ ໃຫ້ເກີດຜົນປະໂຫຍດສູງສຸດ ແລະບໍ່ສ້າງຄວາມ
ເສຍຫາຍໃຫ້ສັງຄົມກັບສິ່ງແວດລ້ອມ ແລະເຮັດໃຫ້ພົນລະເມືອງລາວມີສິດຢ່າງເຕັມສ່ວນ
ໃນການນໍາໃຊ້ທີ່ດິນ ໂດຍແນໃສ່ການລົບລ້າງບັນຫາຄວາມຍາກຈົນ ໃຫ້ໄດ້ຢ່າງແທ້ຈິງ
ດ້ວຍການກໍານົດທິດທາງໃນການປັບປຸງກົນໄກກົດໝາຍ ແລະນິຕີກໍາຕ່າງໆທີ່ກ່ຽວຂ້ອງ
ກັບທີ່ດິນ ໃຫ້ຊັດເຈນ.
ດິນຕອນນຶ່ງທີ່ລັດຖະບານລາວໃຫ້ບໍລິສັດຕ່າງປະເທດສໍາປະທານ
ດິນຕອນນຶ່ງທີ່ລັດຖະບານລາວໃຫ້ບໍລິສັດຕ່າງປະເທດສໍາປະທານ

ທັງນີ້ເນື່ອງຈາກວ່າຜົນການກວດສອບສະພາບບັນຫາແລະ
ການຂັດແຍ້ງກ່ຽວກັບທີ່ດິນລະຫວ່າງໜ່ວຍງານຂອງລັດຖະ
ບານແລະບໍລິສັດເອກກະຊົນທີ່ໄດ້ຮັບສໍາປະທານທີ່ດິນຈາກ
ລັດຖະບານກັບປະຊາຊົນລາວໃນປັດຈຸບັນ ພົບວ່າ ບັນຫາ
ຂໍ້ຂັດແຍ້ງໄດ້ເກີດຂຶ້ນຈາກ 4 ສາເຫດສໍາຄັນດ້ວຍກັນ ຄື ການອະນຸມັດສໍາປະທານທີ່ດິນໂດຍບໍ່ມີການສໍາຫຼວດ ແລະ
ວັດແທກໃນພື້ນທີ່ສໍາປະທານທີ່ເປັນຈິງ ການຫັນເອົາທີ່ດິນ
ໄປເປັນທຶນ ດ້ວຍການດໍາເນີນໂຄງການພັດທະນາຕ່າງໆ
ການຍົກຍ້າຍຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາ
ໄປຢູ່ເຂດຈັດສັນໃໝ່ ທີ່ມີການຊົດເຊີຍຢ່າງບໍ່ເໝາະສົມ ແລະການໃຊ້ອໍານາດຢ່າງບໍ່ຖືກ
ຕ້ອງຂອງພະນັກງານລັດ ທີ່ຕ້ອງການບີບບັງຄັບເອົາທີ່ດິນຂອງປະຊາຊົນ ເພື່ອນໍາໄປ ສົ່ງມອບໃຫ້ກັບບັນດານາຍທຶນ ໂດຍເຈົ້າໜ້າທີ່ເຫຼົ່ານີ້ໄດ້ຮັບຜົນຕອບແທນເປັນການ
ສ່ວນຕົວ.

ທັງນີ້ໂດຍສະເພາະແມ່ນການໃຊ້ອໍານາດຢ່າງບໍ່ຖືກຕ້ອງຂອງພະນັກງານລັດນັ້ນ ນັບເປັນ
ບັນຫາທີ່ເກີດຂຶ້ນຢ່າງກວ້າງຂວາງທີ່ສຸດ ເພາະຜົນຈາກການກວດສອບໃນໄລຍະ 2 ປີ
ມານີ້ ພົບວ່າການໃຊ້ອໍານາດຢ່າງບໍ່ຖືກບໍ່ຕ້ອງຂອງພະນັກງານລັດນັ້ນ ກໍມີທັງການຂົ່ມຂູ່
ແລະການນໍາໃຊ້ກົດໝາຍເປັນເຄຶ່ອງມື ໃນການບີບບັງຄັບໃຫ້ປະຊາຊົນທີ່ບໍ່ຮູ້ເທົ່າທັນ
ຕ້ອງພາກັນຍົກຍ້າຍອອກໄປຈາກທີ່ດິນຂອງພວກເຂົາເຈົ້າ ສ່ວນປະຊາຊົນທີ່ຮູ້ເທົ່າທັນ
ກັບຄວາມບໍ່ຖືກຕ້ອງດັ່ງກ່າວນັ້ນ ກໍໄດ້ພາກັນຟ້ອງຮ້ອງຕໍ່ສານຢ່າງກວ້າງຂວາງໃນເວລາ
ນີ້ ດັ່ງທີ່ເຈົ້າໜ້າທີ່ລາວທ່ານນຶ່ງໄດ້ໃຫ້ການຢືນຢັນວ່າ:

ດຽວນີ້ໝາຍຄວາມວ່າມັນກະມີລາຄາ ກະພາກັນຍາດຊິງເຂົ້າ ຫຼະໄປ໋ ດຽວນີ້
ຟ້ອງຮ້ອງກັນ ແມ່ນພະນັກງານລັດນີ້ມັນໄປຊື້ດິນຫຼາຍຕອນມາ ອັນນັ້ນອັນນີ້
ມັນກະເງິນລັດນີ້ແລ້ວ ມັນສໍ້ລາດບັງຫຼວງເອົາໜ໋ະ ແລ້ວມັນໄປຊື້ດິນຢາຍໄວ້
ນໍາປະຊາຊົນ ຫຼືວ່າກອງທັບຫຼືວ່າພະນັກງານອາວຸໂສກໍມີ ມັນຫາກມີດອກ
ເລື້ອງຂອງມັນ ແລ້ວກໍໄປຟ້ອງໄປຮ້ອງກັນ ອຶກກະທຶກ ເຮັດໃຫ້ສັງຄົມສັບສົນ
ວຸ້ນວາຍ.”


ນອກຈາກນີ້ ກໍລະນີທີ່ໜ້າເປັນຫ່ວງຢ່າງຍິ່ງອີກປະການນຶ່ງ ກໍຄືການອະນຸມັດ ສໍາປະທານ
ທີ່ດິນທີ່ໄປກວມເອົາທີ່ປ່າສະຫງວນແຫ່ງຊາດໃນທົ່ວປະເທດ ຊຶ່ງຈາກການກວດກາເບື້ອງ
ຕົ້ນພົບວ່າບັນດາບໍລິສັດທີ່ໄດ້ຮັບສໍາປະທານທີ່ດິນ ຈາກລັດຖະບານລາວນັ້ນຍັງໄດ້ສວຍ
ໂອກາດລຸກລໍ້າເຂົ້າໄປໃນເຂດປ່າສະຫງວນແຫ່ງຊາດຢ່າງກວ້າງຂວາງ ໂດຍບັນຫາທີ່ຕິດ
ຕາມມາກໍຄືການ ລັກລອບຕັດໄມ້ທໍາລາຍປ່າແລະການລັກລອບຂົນສົ່ງໄມ້ອອກໄປຍັງປະ
ເທດເພື່ອນບ້ານຫຼາຍຂຶ້ນນັບມື້ ເນື່ອງຈາກລັດຖະບານບໍ່ສາມາດທີ່ຈະກວດກາໄດ້ ຢ່າງທົ່ວ
ເຖິງ ຫາກແຕ່ກໍໄດ້ອະນຸມັດສໍາປະທານທີ່ດິນໃຫ້ກັບເອກກະຊົນໄປ ແລ້ວຄິດເປັນເນື້ອທີ່
ລວມກັນກວ້າງ ກວ່າ 4 ແສນເຮັກຕ້າໃນທົ່ວປະເທດລາວ.
XS
SM
MD
LG