ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວມອບ ສໍາປະທານ ເຂື່ອນໄຟຟ້າ 7 ໂຄງການ ໃຫ້ ລັດວິສະກິດ


ພິທີເຊັນສັນຍາມອບການສໍາປະທານການກໍ່ສ້າງເຂື່ອນ 7 ແຫ່ງໃຫ້ແກ່ບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ (EDL-GEN)
ພິທີເຊັນສັນຍາມອບການສໍາປະທານການກໍ່ສ້າງເຂື່ອນ 7 ແຫ່ງໃຫ້ແກ່ບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ (EDL-GEN)
ລັດຖະບານລາວອະນຸຍາດສໍາປະທານໃນການຄຸ້ມຄອງແລະ
ບໍລິຫານເຂື່ອນຜະລິດໄຟຟ້າ 7 ໂຄງການ ໃຫ້ແກ່ບໍລິສັດຜະ
ລິດໄຟຟ້າລາວມະຫາຊົນ ຊຶ່ງເປັນ 1 ໃນ 2 ບໍລິສັດທີ່ຈົດທະ
ບຽນໃນຕະຫຼາດຫຼັກຊັບຢູ່ລາວ.

ການລົງນາມໃນສັນຍາໃຫ້ສໍາປະທານ ເພື່ອການຄຸ້ມຄອງ ແລະ
ບໍລິຫານເຂື່ອນຜະລິດໄຟຟ້າ 7 ໂຄງການ ລະຫວ່າງທ່ານ ບຸນ
ທະວີ ສີສຸພັນທອງ ລັດຖະມົນຕີຊ່ວຍວ່າການກະຊວງແຜນການ ແລະການລົງທຶນກັບທ່ານບຸນອຸ້ມ ສີວັນເພັງ ຜູ້ອໍານວຍການໃຫຍ່
ບໍລິສັດຜະລິດໄຟຟ້າລາວມະຫາຊົນ (EDL-GEN) ໄດ້ມີຂຶ້ນໃນທ້າຍເດືອນກໍລະກົດທີ່ຜ່ານ
ມານີ້.

ເຂື່ອນທັງໝົດ 7 ໂຄງການດັ່ງກ່າວນີ້ ມີກໍາລັງຕິດຕັ້ງລວມກັນ 387 ເມກາວັດ ແລະສາ ມາດຜະລິດພະລັງງານໄຟຟ້າໄດ້ສະເລ່ຍ 1,923.5 ລ້ານກິໂລວັດໂມງຕໍ່ປີ ໂດຍປະກອບ
ດ້ວຍເຂື່ອນໄຟຟ້ານໍ້າງື່ມ 1, ເຂື່ອນໄຟຟ້ານໍ້າເລິກ, ເຂື່ອນໄຟຟ້ານໍ້າມັງ 3, ເຂື່ອນໄຟຟ້າ
ເຊເສັດ 1, ເຂື່ອນໄຟຟ້າເຊລະບໍາ, ເຂື່ອນໄຟຟ້າເຊເສັດ 2, ແລະເຂື່ອນໄຟຟ້ານໍ້າຊອງ.

ພ້ອມກັນນີ້ EDL-GEN ກໍຍັງໄດ້ເຂົ້າຖືຮຸ້ນໃນ 4 ໂຄງການເຂື່ອນທີ່ລົງທຶນໂດຍພາກເອ
ກະຊົນ ແລະມີກໍາລັງຕິດຕັ້ງລວມກັນ 494 ເມກາວັດ ຊຶ່ງໝາຍຄວາມວ່າ ການລົງນາມ
ໃນສັນຍາສໍາປະທານ ແລະການເຂົ້າຖືຮຸ້ນໃນທັງ 11 ໂຄງການ ດັ່ງກ່າວນີ້ ກໍເປັນຜົນ
ເຮັດໃຫ້ EDL-GEN ມີກໍາລັງຕິດຕັ້ງພະລັງງານເພີ່ມຂຶ້ນອີກ 881 ເມກາວັດ ຈຶ່ງເຊື່ອວ່າ
ຈະສົ່ງຜົນດີຕໍ່ລາຄາຮຸ້ນຂອງ EDL-GEN ທີ່ເປັນ 1 ໃນ 2 ບໍລິສັດທີ່ຈົດທະບຽນໃນຕະຫຼາດ
ຫຼັກຊັບແຫ່ງຊາດລາວໃນລະຍະຕໍ່ໄປ.

ກ່ອນໜ້ານີ້ກະຊວງພະລັງງານແລະບໍ່ແຮ່ ລາຍງານວ່າຄວາມອາດສາມາດໃນການຜະ
ລິດພະລັງງານໄຟຟ້າຂອງລາວມີຢູ່ທັງໝົດ 3,200 ເມກກະວັດໃນບັດຈຸບັນ ສ່ວນເປົ້າ ໝາຍໃນປີ 2020 ລັດຖະບານລາວ ກໍຄືຊຸກຍູ້ໃຫ້ເພີ່ມຂຶ້ນເປັນບໍ່ໜ້ອຍ ກວ່າ 12,500 ເມກາວັດ ດ້ວຍການສົ່ງເສີມການກໍ່ສ້າງເຂື່ອນ ແລະໂຮງງານຜະລິດໄຟຟ້າ ທີ່ກໍາລັງດໍາ
ເນີນການຢູ່ໃນເວລານີ້ ໃຫ້ເປັນໄປຕາມແຜນການທີ່ວາງເອົາໄວ້.

ກໍຄືໂຄງການເຂື່ອນຫ້ວຍລໍາພັນໃນແຂວງຫຼວງນໍ້າທາ ໂຄງການເຂື່ອນນໍ້າຄານ 2 ໃນແຂວງ
ຫຼວງພະບາງ ໂຄງການຫົງສາລິກໄນ້ຕ໌ ທີ່ແຂວງໄຊຍະບູລີ ໂຄງການເຂື່ອນນໍ້າອູ 5 ກັບ 6 ທີ່ຫຼວງພະບາງ, ໂຄງການເຂື່ອນນໍ້າງຽບ 1 ໃນແຂວງວຽງຈັນ ໂຄງການເຂື່ອນນໍ້າອູ 2
ກັບໂຄງການເຂື່ອນນໍ້າຄານ 3 ໃນເຂດແຂວງຫຼວງພະບາງແລະໂຄງການເຂື່ອນໄຊຍະບູລີ
ເທິງແນວແມ່ນໍ້າຂອງ ໃນແຂວງໄຊຍະບູລີ ໂດຍຈະຜະລິດໄຟຟ້າໄດ້ລວມເຖິງ 6 ໝື່ນລ້ານ
ກິໂລວັດ/ໂມງ ຕໍ່ປີ.

ໃນປັດຈຸບັນ ເຂື່ອນທີ່ກໍ່ສ້າງສໍາເລັດ ແລະໄດ້ຜະລິດກະແສໄຟຟ້າແລ້ວມີຢູ່ 18 ໂຄງການ
ທີ່ຜະລິດພະລັງງານໄຟຟ້າໄດ້ລວມກັນ 3,200 ເມກາວັດ ຫຼື 12,039.69 ລ້ານກິໂລວັດ
ໂມງຕໍ່ປີ ແລະກໍໄດ້ສົ່ງຂາຍໃຫ້ການໄຟຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ໃນ
ປະລິມານລວມ 11,178.5 ລ້ານກິໂລວັດໂມງ ຄິດເປັນມູນຄ່າເກີນກວ່າ 470 ລ້ານໃນປີ
ທີ່ຜ່ານມາ.
ການເຊັນບົດບັນທຶກຄວາມເຂົ້າໃຈ ເຂື່ອນນໍ້າອູທີ່ຈະລົງທຶນກໍ່ສ້າງ ໂດຍກຸ່ມລົງທຶນຈີນ
ການເຊັນບົດບັນທຶກຄວາມເຂົ້າໃຈ ເຂື່ອນນໍ້າອູທີ່ຈະລົງທຶນກໍ່ສ້າງ ໂດຍກຸ່ມລົງທຶນຈີນ

ການດໍາເນີນແຜນການດັ່ງກ່າວນີ້ ຂອງກະຊວງພະລັງງານແລະ
ບໍ່ແຮ່ກໍຄື ການຕອບສະໜອງຕໍ່ເປົ້າໝາຍຂອງພັກ ແລະລັດຖະ
ບານລາວທີ່ຈະພັດທະນາ ລາວເປັນໝໍ້ໄຟຂອງເອເຊຍ (Battery
of Asia) ໃຫ້ໄດ້ ດ້ວຍການສົ່ງເສີມການລົງທຶນເພື່ອກໍ່ສ້າງເຂື່ອນ
ໃນລາວ ໃຫ້ຫຼາຍຂຶ້ນຢູ່ຢ່າງບໍ່ຢຸດຍັ້ງ ແລະກໍຍັງຖືວ່າ ເປັນການນໍາ
ໃຊ້ປະໂຫຍດຈາກທ່າແຮງບົ່ມຊ້ອນ ໃນດ້ານຊັບພະຍາກອນນໍ້າ
ຂອງລາວໄດ້ເປັນຢ່າງດີອີກດ້ວຍ ດັ່ງທີ່ທ່ານຈູມມະລີ ໄຊຍະສອນ
ປະທານປະເທດ ໄດ້ເຄີຍໃຫ້ການເນັ້ນຢໍ້າວ່າ:

“ສປປ.ລາວ ເປັນປະເທດທີ່ມີທ່າແຮງບົ່ມຊ້ອນໃນການ
ຜະລິດໄຟຟ້ານໍ້າຕົກຢ່າງ ຫຼວງຫຼາຍ ຊຶ່ງກໍເປັນໂອກາດດີໃຫ້ກັບການນໍາໃຊ້ຊັບ
ພະຍາກອນນໍ້າເພື່ອເປັນທຶນຮອນໃນການສ້າງສາພັດທະນາປະເທດຊາດ ສະນັ້ນ
ລັດຖະບານລາວຈຶ່ງໄດ້ສຸມທຸກຄວາມພະຍາຍາມຂອງຕົນ ບວກກັບການສະໜັບ
ສະໜຸນທາງດ້ານວັດຖຸເທັກນິກ ແລະທຶນຮອນຈາກສາກົນເພື່ອພັດທະນາແຫຼ່ງ
ພະລັງງານທີ່ສະອາດດັ່ງກ່າວ ໃຫ້ສາມາດຕອບສະໜອງໄດ້ ກັບຄວາມຕ້ອງການ
ທາງດ້ານພະລັງງານຢູ່ພາຍໃນປະເທດ ແລະເພື່ອສົ່ງອອກໄປປະເທດເພື່ອນບ້ານ.”


ຫາກແຕ່ວ່າບັນຫາໃນເວລານີ້ ກໍຄືບັນດາອົງການອະນຸລັກສະພາບແວດລ້ອມທໍາມະຊາດ
ໃນລະດັບສາກົນ ໄດ້ປະກາດທ່າທີຢ່າງຊັດເຈນວ່າ ຈະຄັດຄ້ານການກໍ່ສ້າງເຂື່ອນທັງໃນ
ລາວ ແລະເທິງແນວແມ່ນໍ້າຂອງຢ່າງເຖິງທີ່ສຸດ ໂດຍທີ່ຜ່ານມາກໍໄດ້ພາກັນເຄື່ອນໄຫວເພື່ອ
ຄັດຄ້ານໂຄງການເຂື່ອນໄຊຍະບູລີ ດ້ວຍການຄັດຄ້ານແຜນການຂອງລັດຖະບານໄທ ທີ່
ຈະຮັບຊື້ໄຟຟ້າໃນປະລິມານ 7,000 ເມກາວັດ ຈາກລາວ.
XS
SM
MD
LG