ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາວ ຮ່າງນະໂຍບາຍ ຄຸ້ມຄອງທີ່ດິນ ສໍາເລັດແລ້ວ ແຕ່ ສະພາແຫ່ງຊາດ ຍັງບໍ່ ໃຫ້ການຮັບຮອງ


An anti-government protester takes a morning bath with others at a public pump during the Revolution March in Islamabad, Pakistan.
An anti-government protester takes a morning bath with others at a public pump during the Revolution March in Islamabad, Pakistan.
ລັດຖະບານລາວ ທໍາການຮ່າງນະໂຍບາຍ ການຄຸ້ມຄອງທີ່ດິນ
ແຫ່ງຊາດສໍາເລັດແລ້ວ ຫາກແຕ່ ກໍຍັງບໍ່ຜ່ານການເຫັນຊອບ
ຂອງສະມາຊິກສະພາແຫ່ງຊາດ ເພາະເຫັນວ່າ ບົດບັນຍັດ
ຍັງບໍ່ຊັດເຈນ ໃນຫຼາຍດ້ານ.

ລິງໂດຍກົງ

ທາງການລັດຖະບານລາວໂດຍການຮັບຜິດຊອບຂອງກະຊວງຊັບພະຍາກອນທໍາມະຊາດ
ແລະສິ່ງແວດລ້ອມໄດ້ສະເໜີລາຍລະອຽດຂອງຮ່າງນະໂຍບາຍ ທີ່ດິນແຫ່ງຊາດ ສະບັບ
ທໍາອິດຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 5 ຂອງສະພາແຫ່ງຊາດລາວ ຊຸດທີ 7 ໃນທ້າຍ
ເດືອນກໍລະກົດ ທີ່ຜ່ານມານີ້.

ຮ່າງນະໂຍບາຍດັ່ງກ່າວນີ້ກໍໄດ້ເນັ້ນໜັກໃນ 9 ນະໂຍບາຍທີ່ສໍາຄັນດ້ວຍກັນ ເຊັ່ນ ນະ
ໂຍບາຍທີ່ກ່ຽວກັບສິດທິໃນການຄອບຄອງທີ່ດິນ ການຈັດສັນ ແລະການວາງແຜນນໍາໃຊ້
ທີ່ດິນ ນະໂຍບາຍທີ່ກ່ຽວກັບການຄຸ້ມຄອງ ການບໍລິຫານ ແລະການຊົດເຊີຍຄ່າເສຍຫາຍ
ຈາກການເວນຄືນທີ່ດິນ ລວມເຖິງນະໂຍບາຍກ່ຽວກັບການຮັບຮູ້ສິດທິ ໃນການນໍາໃຊ້ທີ່ດິນ
ຂອງຄົນບໍ່ມີສັນຊາດ ຄົນຕ່າງດ້າວ ຄົນເຊື້ອຊາດລາວ ແລະນັກລົງທຶນຕ່າງປະເທດໃນ
ລາວອີກດ້ວຍເປັນຕົ້ນ.

ແຕ່ຢ່າງໃດກໍຕາມ ສະມາຊິກສະພາແຫ່ງຊາດລາວກໍບໍ່ໄດ້ລົງມະຕິເພື່ອຮັບຮອງເອົາຮ່າງ
ນະໂຍບາຍດັ່ງກ່າວ ໃນກອງປະຊຸມຄັ້ງລ່າສຸດນີ້ແຕ່ຢ່າງໃດ ເນື່ອງຈາກເຫັນວ່າບົດບັນຍັດ
ໃນຫຼາຍດ້ານຍັງບໍ່ມີຄວາມຊັດເຈນ ແລະບໍ່ເປັນທໍາ ຕັວຢ່າງກໍຄືນະໂຍບາຍທີ່ກ່ຽວກັບ ການຕິດຕາມກວດກາ ເພື່ອແກ້ຂໍ້ ຂັດແຍ້ງກ່ຽວກັບທີ່ດິນ ການກໍານົດຂອບອໍານາດການ
ຄຸ້ມຄອງ ທີ່ດິນລະຫວ່າງອໍານາດການປົກຄອງສ່ວນກາງ ກັບສ່ວນທ້ອງຖິ່ນ ແລະການທົດ
ແທນຄ່າເສຍຫາຍຈາກການເວນຄືນທີ່ດິນນັ້ນ ຖືເປັນພາກສ່ວນທີ່ສະມາຊິກສະພາແຫ່ງ
ຊາດໄດ້ປະກອບຄວາມເຫັນຫຼາຍເປັນພິເສດ ດັ່ງທີ່ທ່ານ ພິສິນ ສິນພັນງາມ ສະມາຊິກສະ
ພາແຫ່ງຊາດຈາກຈໍາປາສັກ ໄດ້ປະກອບຄວາມເຫັນວ່າ:

ສະຖານທີ່ກໍ່ສ້າງເຂື່ອນດອນສະຫົງ ຢູ່ແຂວງຈໍາປາສັກ ຊຶ່ງຕ້ອງມີ ການໂຍກຍ້າຍປະຊາຊົນອອກ
ສະຖານທີ່ກໍ່ສ້າງເຂື່ອນດອນສະຫົງ ຢູ່ແຂວງຈໍາປາສັກ ຊຶ່ງຕ້ອງມີ ການໂຍກຍ້າຍປະຊາຊົນອອກ

ການທົດແທນກັບຜູ້ທີ່ມີໃບຕາດິນ ພວກເຮົາກະເວົ້າກັນ
ກະມີທ່າອຽງຜູ້ໃດມີ ໃບຕາດິນກະຈະໄດ້ຫຼາຍແດ່ ຜູ້ໃດ
ບໍ່ມີໃບຕາດິນ ກະບໍ່ຢາກໄດ້ ຜ່ານມາໃນ ພຶດຕິກໍາຕົວຈິງ
ກໍແມ່ນເປັນແນວນັ້ນ ຂ້າພະເຈົ້າວ່າ ການບໍ່ມີໃບຕາດິນ
ມັນບໍ່ແມ່ນຄວາມຜິດຂອງເຂົາ ມັນຄວາມຜິດຂອງອົງ
ການຂອງລັດ ເຮົາເຮັດບໍ່ ເຖິງ ເຮັດໃຫ້ເຂົາບໍ່ທັນ ຫຼືວ່າ
ເຮັດໄປແລ້ວຜັດເຮັດບໍ່ຖືກ ຜັດມາກວດກາຄືນໃໝ່
ສົມມຸດວ່າຈັ່ງຊັ້ນ.”


ເປົ້າໝາຍທີ່ສໍາຄັນຂອງຮ່າງນະໂຍບາຍທີ່ດິນແຫ່ງຊາດລາວນັ້ນ
ກໍເພື່ອກໍານົດແນວທາງໃນການຄຸ້ມຄອງ ແລະນໍາໃຊ້ທີ່ດິນ ແຕ່ລະປະເພດໃຫ້ເກີດຜົນປະ
ໂຫຍດສູງສຸດໂດຍທີ່ບໍ່ສ້າງຄວາມເສຍຫາຍໃຫ້ສັງຄົມກັບສິ່ງແວດລ້ອມ ແລະເຮັດໃຫ້
ພົນລະເມືອງລາວມີສິດທິຢ່າງເຕັມສ່ວນ ໃນການນໍາໃຊ້ທີ່ດິນ ໂດຍແນໃສ່ການລົບລ້າງ
ບັນຫາຄວາມຍາກຈົນ ໃຫ້ໄດ້ຢ່າງແທ້ຈິງ ດ້ວຍການ ກໍານົດທິດທາງ ໃນການປັບປຸງກົນ
ໄກ ກົດໝາຍ ແລະນິຕິກໍາຕ່າງໆ ທີ່ກ່ຽວຂ້ອງກັບທີ່ດິນໃຫ້ຊັດເຈນ.

ທັງນີ້ກໍເນື່ອງຈາກວ່າຜົນການກວດສອບສະພາບບັນຫາ ແລະການຂັດແຍ້ງກ່ຽວກັບທີ່
ດິນລະຫວ່າງໜ່ວຍງານຂອງລັດຖະບານ ແລະບໍລິສັດເອກກະຊົນ ທີ່ໄດ້ຮັບສໍາປະທານ
ທີ່ດິນ ຈາກລັດຖະບານກັບປະຊາຊົນລາວໃນປັດຈຸບັນ ພົບວ່າບັນຫາຂັດແຍ້ງໄດ້ເກີດ
ຂຶ້ນຈາກ 4 ສາເຫດສໍາຄັນດ້ວຍກັນ ກໍຄືການ ອະນຸມັດສໍາປະທານທີ່ດິນ ໂດຍບໍ່ມີການ
ສໍາຫຼວດແລະວັດແທກໃນພື້ນທີ່ສໍາ ປະທານທີ່ເປັນຈິງ ການຫັນເອົາທີ່ດິນໄປເປັນທຶນ
ດ້ວຍການດໍາເນີນໂຄງການພັດທະນາຕ່າງໆ ການຍົກຍ້າຍຜູ້ທີ່ໄດ້ຮັບຜົນກະທົບຈາກ
ໂຄງການພັດທະນາ ໄປຢູ່ເຂດຈັດສັນໃໝ່ ທີ່ມີການຊົດເຊີຍຢ່າງບໍ່ເໝາະສົມ ແລະການ
ໃຊ້ອໍານາດ ຢ່າງບໍ່ຖືກຕ້ອງ ຂອງພະນັກງານລັດ ທີ່ຕ້ອງການບີບບັງຄັບເອົາທີ່ດິນຂອງ ປະຊາຊົນ ເພື່ອນໍາໄປສົ່ງມອບໃຫ້ກັບບັນດານາຍທຶນ ໂດຍເຈົ້າໜ້າທີ່ເຫຼົ່ານີ້ ໄດ້ຮັບ
ຜົນຕອບແທນເປັນການສ່ວນຕົວ.

ໂດຍສະເພາະແມ່ນ ການໃຊ້ອໍານາດຢ່າງບໍ່ຖືກຕ້ອງຂອງພະນັກງານລັດນັ້ນເປັນບັນຫາ
ທີ່ເກີດຂຶ້ນຢ່າງກວ້າງຂວາງທີ່ສຸດ ເພາະຜົນຈາກການກວດສອບ ໃນລະຍະທີ່ຜ່ານມານີ້ ພົບວ່າການໃຊ້ອໍານາດຢ່າງບໍ່ຖືກຕ້ອງຂອງພະນັກງານລັດນັ້ນ ກໍມີທັງການຂົ່ມຂູ່ ແລະ
ການນໍາໃຊ້ກົດໝາຍ ເປັນເຄຶ່ອງມືໃນການບີບບັງຄັບໃຫ້ປະຊາຊົນທີ່ຮູ້ບໍ່ເທົ່າທັນຕ້ອງພາ
ກັນຍົກຍ້າຍອອກໄປຈາກທີ່ດິນ ຂອງພວກເຂົາເຈົ້າ ສ່ວນປະຊາຊົນທີ່ຮູ້ທັນກັບຄວາມ
ບໍ່ຖືກຕ້ອງດັ່ງກ່າວ ກໍໄດ້ພາກັນຟ້ອງຮ້ອງຕໍ່ສານຢ່າງກວ້າງຂວາງຈົນເຖິງທຸກມື້ນີ້.

ຍິ່ງໄປກວ່ານັ້ນ ລັດຖະບານລາວເອງກໍບໍ່ສາມາດທີ່ຈະກວດກາໄດ້ຢ່າງທົ່ວເຖິງອີກດ້ວຍ ນັບແຕ່ທີ່ໄດ້ອະນຸມັດສໍາປະທານທີ່ດິນ ໃຫ້ກັບເອກກະຊົນ ລາວ ແລະຕ່າງຊາດໄປແລ້ວ ຄິດເປັນເນື້ອທີ່ລວມກວ້າງກວ່າ 4 ແສນເຮັກຕ້າ ທົ່ວປະເທດລາວໃນປັດຈຸບັນນີ້.
XS
SM
MD
LG