ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະບານລາວ ອະນຸມັດ ​​ໂຄວຕາ ຕັດໄມ້ ຫລາຍກ່ວາ 1 ລ້ານແມັດກ້ອນ ໃນແຜນການ ປີ 2013-2014


ເຂດຕັດໄມ້ ທີ່ລັດຖະບາດລາວ ອະນຸມັດໃຫ້ ບໍລິສັດຫວຽດນາມ ຢູ່ແຂວງ ອັດຕະປື.
ເຂດຕັດໄມ້ ທີ່ລັດຖະບາດລາວ ອະນຸມັດໃຫ້ ບໍລິສັດຫວຽດນາມ ຢູ່ແຂວງ ອັດຕະປື.
ລັດຖະບານລາວ ອະນຸມັດໂຄວຕາ ການຕັດໄມ້ ໃນຕະຫຼອດ
ແຜນການປີ 2013-2014 ຄິດເປັນປະລິມາດລວມຫຼາຍກວ່າ
1 ລ້ານແມັດກ້ອນ ໂດຍໃນນີ້ກໍລວມເຖິງໄມ້ ທີ່ຈະຕ້ອງຕັດ
ອອກຈາກເຂດພັດທະນາຕ່າງໆ ດ້ວຍ.


ທ່ານວິໄລວັນ ພົມເຂ ລັດຖະມົນຕີວ່າການ ກະຊວງກະສິກຳ ປ່າໄມ້
ຖະແຫຼງວ່າ ໃນຕະຫຼອດແຜນການປີ 2013-2014 ນີ້ ລັດຖະບານລາວ ໄດ້ອະນຸມັດ
ໂຄວຕາ ການຕັດໄມ້ ຄິດເປັນປະລິມາດລວມ ຫຼາຍກວ່າ 1 ລ້ານແມັດກ້ອນ ໃນທົ່ວປະ
ເທດ ໂດຍໃນນີ້ ກໍແບ່ງເປັນໂຄວຕາໄມ້ປົກກະຕິ 580,071 ແມັດກ້ອນ ແລະໂຄວຕາໄມ້
ພິເສດທີ່ຈະຕ້ອງຕັດອອກຈາກ ເຂດພັດທະນາໂຄງການຕ່າງໆ ໃນປະລິມາດລວມ 446,783 ແມັດກ້ອນ.

ໂດຍການຈັດຕັ້ງ ປະຕິບັດໃນລະຍະ 6 ເດືອນທຳອິດ ຂອງແຜນການປີ ກໍຄືນັບແຕ່ ເດືອນ
ຕຸລາ 2013 ເຖິງ ເດືອນມີນາ 2014 ທີ່ຜ່ານມານີ້ ກໍປະກົດວ່າ ໄດ້ຕັດໄມ້ໃນລະບົບໂຄວຕາ
ປົກກະຕິໄປແລ້ວ 69,888 ແມັດກ້ອນ ຫຼື ຄິດເປັນ 12 ເປີເຊັນ ຂອງແຜນການປີເທົ່ານັ້ນ
ສ່ວນໄມ້ໃນລະບົບ ໂຄວຕາພິເສດ ກໍໄດ້ຕັດໄປແລ້ວ 58,142 ແມັດກ້ອນ ຫຼື ຄິດເປັນພຽງ
ແຕ່ 13 ເປີເຊັນ ຂອງແຜນການປີເທົ່ານັ້ນ.
ເນື້ອທີ່ ລັດຖະບານລາວ ອະນຸມັດ ໂຄວຕາ ສາມາດຕັດໄມ້ໄດ້ ອີກແຫ່ງນື່ງໃນລາວ.
ເນື້ອທີ່ ລັດຖະບານລາວ ອະນຸມັດ ໂຄວຕາ ສາມາດຕັດໄມ້ໄດ້ ອີກແຫ່ງນື່ງໃນລາວ.

ທ່ານວິໄລວັນ ໄດ້ໃຫ້ການອະທິບາຍວ່າ ສາເຫດທີ່ເຮັດໃຫ້ການ
ຈັດຕັ້ງປະຕິບັດ ໃນລະຍະດັ່ງກ່າວ ດຳເນີນໄປຢ່າງຊັກຊ້ານັ້ນ
ກໍຍ້ອນວ່າ ມີການປະສານງານ ລະຫວ່າງສູນກາງ ກັບລະດັບ
ທ້ອງຖິ່ນ ໃນຫຼາຍຂັ້ນຫຼາຍຕອນ ຈຶ່ງເຮັດໃຫ້ການຕັດໄມ້ ໃນພາກ
ຕົວຈິງ ສາມາດປະຕິບັດໄດ້ ນັບແຕ່ຕົ້ນປີ 2014 ນີ້ເປັນຕົ້ນມາ
ຫາກແຕ່ທາງການລາວ ກໍເຊື່ອໝັ້ນວ່າ ການຕັດໄມ້ທັງໃນລະບົບ
ໂຄວຕາປົກກະຕິ ແລະ ລະບົບໂຄວຕ້າພິເສດ ຈະສາມາດປະຕິ
ບັດໄດ້ ຢ່າງຄົບຖ້ວນຕາມແຜນການ ທີ່ວາງໄວ້ຢ່າງແນ່ນອນ.

ທັງນີ້ກໍເພາະວ່າ ພາຍຫຼັງຈາກຜ່ານຂັ້ນຕອນ ໃນການກວດສອບ
ຄວາມຖືກຕ້ອງດ້ານເອກະສານ ແລະ ການກວດກາພື້ນທີ່ ຫຼືເຂດໂຄວຕາໄມ້ຢ່າງຄົບຖ້ວນ
ແລ້ວ ບັນດາບໍລິສັດເອກະຊົນ ທີ່ໄດ້ຮັບອະນຸຍາດ ສຳປະທານ ກໍຈະສາມາດ ດຳເນີນ
ການຕັດໄມ້ໄດ້ ຕະຫຼອດເວລານັ້ນເອງ.

ກ່ອນໜ້ານີ້ ທ່ານພູເພັດ ຄຳພູວົງ ກໍໄດ້ໃຫ້ການຍອມຮັບໃນຊ່ວງທີ່ ທ່ານຍັງເປັນລັດຖະ
ມົນຕີວ່າການກະຊວງການເງິນເມື່ອຕົ້ນປີນີ້ວ່າ ລັດຖະບານລາວເກັບລາຍຮັບຈາກພາສີ
ອາກອນການສົ່ງອອກໄມ້ ໄປຕ່າງປະເທດ ໄດ້ຕ່ຳຫຼາຍ ທັງໆທີ່ວ່າການສົ່ງອອກໄມ້ຂອງ
ລາວ ມີມູນຄ່າຫຼາຍຮ້ອຍລ້ານ ດອນລາສະຫະລັດ ໃນແຕ່ລະປີ ຫາກແຕ່ກໍສາມາດເກັບ
ລາຍຮັບໄດ້ ບໍ່ເຖິງ 20 ລ້ານດອນລາ ໃນແຜນການປີ 2012-2013 ທີ່ຜ່ານມາ.

ການຈັດເກັບລາຍຮັບຈາກການສົ່ງອອກໄມ້ ໄດ້ຕ່ຳກວ່າຄາດໝາຍດັ່ງກ່າວ ຍັງລວມເຖິງ
ການຈັດເກັບ ຄ່າສຳປະທານປ່າໄມ້ ທີ່ລັດຖະບານລາວ ປະຕິບັດໄດ້ບໍ່ເຖິງ 70 ເປີເຊັນ
ຂອງເປົ້າໝາຍແຜນການ ທີ່ວາງໄວ້ ໃນແຕ່ລະປີອີີກດ້ວຍ ໂດຍມີສາເຫດມາຈາກການ
ທີ່ພະນັກງານລັດ ປະຕິບັດໜ້າທີ່ ໂດຍຄຳນຶງ ເຖິງຜົນປະໂຫຍດສ່ວນຕົວ ເປັນສຳຄັນ
ໂດຍສະເພາະແມ່ນ ການປະເມີນລາຄາ ແລະອັດຕາພາສີຕ່ຳກວ່າຄວາມເປັນຈິງ ທັງຍັງ
ຖືເປັນການສວນທາງ ກັບການພັດທະນາຢ່າງຍືນຍົງ ອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ
ໃນຄະນະກຳມະການກວດກາແຫ່ງລັດ ໄດ້ໃຫ້ການຢືນຢັນວ່າ:

“ໄມ້ພວກເຮົານີ້ ຂຸດຄົ້ນອອກເປັນຈຳນວນມະຫາສານທີ່ສຸດ ແຕ່ວ່າລາຍຮັບ
ຈາກການຂາຍໄມ້ນີ້ ກໍບໍ່ໄດ້ພໍເທົ່າໃດ ໄມ້ແມັດກ້ອນໜຶ່ງພວກເຮົາຂາຍນີ້ ມີ
ແຕ່ຢູ່ໃນລະດັບ 50-60 ດອນລາ ຕໍ່ແມັດກ້ອນ. ເບິ່ງປ່າໄມ້ພວກເຮົາທີ່ຖືກ
ບຸກລຸກທຳລາຍນັ້ນ ເປັນຈຳນວນມະຫາສານ ອັນນີ້ນີ່ ມັນສວນທາງກັນກັບ
ການພັດທະນາ ແບບຍືນຍົງ.”


ເຈົ້າໜ້າທີ່ຂັ້ນສູງ ໃນຄະນະກຳມະການກວດກາແຫ່ງລັດ ບອກວ່າ ການປະເມີນດັ່ງກ່າວ ຖືເປັນການປະເມີນລາຄາໄມ້ ທີ່ຕ່ຳກວ່າຄວາມເປັນຈິງ ໃນອັດຕາສະເລ່ຍເຖິງ 50 ເປີເຊັນ
ຊຶ່ງກໍເປັນຜົນເຮັດໃຫ້ ລັດຖະບານລາວຕ້ອງສູນເສຍຜົນປະໂຫຍດ ຄິດເປັນມູນຄ່າຫຼາຍ
ຮ້ອຍຕື້ກີບ ໃນແຜນການ ປີ 2012-2013 ທີ່ຜ່ານມາ.
XS
SM
MD
LG