ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາວ​ດັດແກ້​ກົດໝາຍ​ ​ໃຫ້​ຄົນ​ລາວ​ຕ່າງປະ​ເທດ​ ມີ​ສິດ​ເປັນ​ເຈົ້າຂອງ​ທີ່​ດິນໄດ້


ກອງປະຊຸມ ເພື່ອດັດແກ້ກົດໝາຍທີ່ດິນ
ກອງປະຊຸມ ເພື່ອດັດແກ້ກົດໝາຍທີ່ດິນ
ລັດຖະບາ​ນລາວ​ດັດ​ແກ້​ກົດໝາຍ​ທີ່​ດິນ ​ເພື່ອ​ອະນຸຍາດ​ໃຫ້​ຄົນ​
ລາວ​ໃນ​ຕ່າງປະ​ເທດ​ມີ​ສິດ​ທີ່​ຈະ​ເປັນ​ເຈົ້າຂອງ​ທີ່​ດິນ ​ແລະ​ອະ​
ສັງຫາລິມະ​ຊັບ​ໃນ​ລາວໄດ້​ ຄື​ກັບ​ຄົນ​ລາວ​ທີ່ຢູ່​ໃນ​ປະ​ເທດ.


ທ່ານ ຖ້ວນ ວໍລະ​ສານ ຫົວໜ້າ​ກົມ​ພົວພັນ​ຄົນ​ລາວ​ທີ່ຢູ່​ຕ່າງ
ປະ​ເທດ​ ໃນ​ສັງກັດ​ກະຊວງ​ການຕ່າງປະ​ເທດ ຖະ​ແຫຼ​ງຢືນ
ຢັນ​ວ່າ ການ​ດັດ​ແກ້​ກົດໝາຍ​ທີ່​ດິນ ​ເພື່ອ​ນໍາ​ສະ​ເໜີ​ເຂົ້າສູ່​
ການ​ພິຈາລະ​ນາ​ ໃນ​ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ​ລາວ​ຊຸດ​ທີ 7 ​ໃນ​ລະຍະ​ຕໍ່​ໄປນັ້ນ ຈະ​ມີ
​ເນື້ອ​ໃນ​ທີ່​ສໍາຄັນ​ສ່ວນ​ນຶ່ງ ວ່າ​ດ້ວຍ​ສິດທິ​ໃນ​ການ​ເປັນ​ເຈົ້າຂອງ​ທີ່​ດິນ ​ແລ​ະອະ​ສັງຫາລິມະ
​ຊັບ​ໃນ​ລາວ ຂອງ​ຄົນ​ລາວ​ທີ່ຢູ່​ຕ່າງປະ​ເທດ ທີ່​ຕ້ອງການ​ຈະ​ເດີນທາງ​ກັບ​ຄືນ​ມາ​ຢູ່ໃນລາວ
​ຢ່າງ​ຖາວອນ. ​

ໂດຍ​ໃນ​ປັດຈຸບັນ ຮ່າງ​ດັດ​ແກ້​ກົດໝາຍ​ທີ່​ດິນ​ດັ່ງກ່າວ ກໍ​ກໍາລັງ​ຢູ່​ໃນ​ຂັ້ນ​ຕອນ​ຂອງ​ການນໍາ
​ໄປ​ທາ​ບທາມ​ໃນ​ແຂວງ​ຕ່າງໆ​ໃຫ້​ມີ​ການ​ຄົ້ນຄວ້າ​ແລະ​ປະກອບ​ຄວາມ​ເຫັນ​ຮ່ວມ​ກັນ​ຢ່າງ
ຮອບດ້ານ ​ແລະ​ຢ່າງ​ສອດຄ່ອງ​ກັບ​ນະ​ໂຍບາຍ​ທີ່​ດິນ​ແຫ່ງ​ຊາດ ຊຶ່ງ​ໃນ​ນີ້​ກໍ​ລວມ​ເຖິງ​ນະ​ໂຍ
ບາຍທີ່​ກ່ຽວ​ກັບການ​ຮັບຮູ້​ສິດທິ​ນໍາ​ໃຊ້​ທີ່​ດິນ ຂອງ​ຄົນ​ເຊື້ອ​ຊາດ​ລາວ​ຢູ່​ຕ່າງປະເທດທີ່​ຕ້ອງ
ການ​ຈະ​ກັບ​ຄື​ມາ​ຢູ່​ລາວ​ຢ່າງ​ຖາວອນ​ດ້ວຍ. ​

ແຕ່​ຢ່າງ​ໃດ​ກໍ​ຕາມ ສໍາລັບ​ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ທີ 6 ຂອງ​ສະພາ​ແຫ່ງ​ຊາດລາວ
​ຊຸດ​ທີ່ 7 ທີ່​ກໍາໜົດ​ຈະ​ມີ​ຂຶ້ນ ​ໃນ​ລະຫວ່າງ​ວັນ​ທີ 9-27 ທັນວາ​ ນີ້ ກໍ​ບໍ່ປາກົດ​ວ່າ​ ໄດ້​ມີ​ການ​
ບັນຈຸ​ຮ່າງ​ການ​ດັດ​ແກ້​ກົດໝາຍທີ່ດິນ​ດັ່ງກ່າວນີ້​ ເຂົ້າສູ່ກອງ​ປະຊຸມ​ແຕ່​ຢ່າງ​ໃດ.

ທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ
ທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ

ຫາກ​ແຕ່​ວ່າທ່ານ​ສົມ​ສະຫວາດ ​ເລັ່ງສະ​ຫວັດ ຮອງນາຍົກລັດ
ຖະມົນຕີ ຜູ້​ຊີ້​ນໍາ​ວຽກ​ງານ​ ດ້ານ​ເສດຖະກິດ ຂອງ​ຄະນະ​ລັດ
ຖະບານ​ລາວ ກໍ​ໄດ້​ໃຫ້ການ​ຢືນຢັນ​ ກັບ VOA ຢູ່​ທ່ີ ນະຄອນ
​ຫຼວງວຽງ​ຈັນ​ເມື່ອ​ບໍ່​ດົນມາ​ນີ້​ວ່າ ການທີ່​ຈະ​ຊ່ວຍ​ສົ່ງ​ເສີມ​ ແລະ​
ອໍາ​ນວຍ​ຄວາມ​ສະດວກ​ ໃຫ້​ຄົນ​ເຊື້ອ​ຊາດ​ລາວ​ຢູ່​ຕ່າງປະ​ເທດ
ທີ່​ຕ້ອງການ​ກັບຄືນ​ມາ​ອາ​ໄສ​ ຢູ່​ໃນ​ລາວ​ ຢ່າງ​ຖາວອນ​ໃຫ້ໄດ້
​ຫຼາຍ​ຂຶ້ນນັ້ນ ກໍ​ດ້ວຍການ​ຍົກ​ເວັ້ນ​ ໃຫ້​ຄົນເຊື້ອ​ຊາດ​ລາວ​ ທີ່ຢູ່
ຕ່າງປະ​ເທດ​ນັ້ນ ບໍ່​ຈໍາ​ເປັນ​ທີ່ ຈະ​ຕ້ອງ​ມີ​ເງິນ​ລົງທຶນ​ໃນ​ລາວ
​ຕັ້ງ​ແຕ່ 5 ​ແສນ​ໂດ​ລ່າ ຂຶ້ນ​ໄປ​ແຕ່​ຢ່າງ​ໃດ. ​

ໂດຍ​ສໍາລັບ​ຊາວຕ່າງ​ຊາດ​ທີ່​ໄດ້​ຮັບ​ອະນຸຍາດ​ໃຫ້​ພັກ​ອາ​ໄສ​ຢູ່​ໃນ​ລາວ​ຢ່າງ​ຖາວອນ​ແລ້ວ​ນັ້ນ
ກໍ​ມີ​ສິດທິ່ຈະ​ຊື້​ແລະຖື​ຄອງ​ທີ່​ດິນ​ໃນ​ລາວ​ ຄິດ​ເປັນ​ເນື້ອ​ທີ່​ບໍ່​ເກີນ 800 ຕາ​ແມັດ​ຕໍ່​ລາຍ ທັງຍັງ
​ມີ​ສິດ​ເປັນ​ເຈົ້າຂອງສິ່ງ​ປຸກ​ສ້າງ​ຕ່າງໆ​ ໃນ​ທີ່​ດິນ​ດັ່ງກ່າວ​ດ້ວຍ ​ໂດຍ​ທາງ​ການ​ລາວ​ຈະ​ກໍາ
ໜົດພື້ນ​ທີ່ ​ເພື່ອຮອງ​ຮັບ​ສິດທິ ລວມ​ເຖິງ​ການ​ພິ​ຈາລະ​ນາ​ເພື່ອ​ສັ່ງ​ຖອນ​ສິດ​ດັ່ງກ່າວ​ດ້ວຍ
ຖ້າ​ຫາກ​ກວດ​ພົບ​ວ່າ​ຊາດ​ຕ່າງ​ຊາດ​ໄດ້​ທໍາ​ການ ​ທີ່​ຂັດ​ຕໍ່​ລັດຖະທໍາ​ມະນູນ ​ແລະ​ກົດໝາຍ​
ທີ່​ເປັນຄວາມ​ຜິດ​ທາງອາຍາ ຫຼື​ຂັດ​ຕໍ່​ຜົນ​ປະ​ໂຫຍ​ດ ​ແລະ​ບ່ອນ​ທໍາລາຍ​ຄວາມ​ສະຫງົບ​ຮຽບຮ້ອຍ​ຂອງ​ຊາດ​ລາວ. ​

ແຕ່​ຢ່າງ​ໃດ​ກໍ​ຕາມ ກໍ​ຍັງມີ​ອີກ​ບັນຫາ​ນຶ່ງ ​ທີ່​ລັດຖະບານແລະ​ສະພາ​ແຫ່ງ​ຊາດ​ລາວ​ຍັງ​ບໍ່​ສາມາດ​ຕົກລົງ​ຢ່າງ​ເປັນ​ເອກ​ກະພາບ​ກັນ​ໄດ້​ຈົນ​ເຖິງ​ປັດຈຸບັນ​ນີ້ ກໍ​ຄື​ບັນຫາ​ທີ່​ກ່ຽວ​ກັບ​ການ​ຖື​ສັນຊາດ​ຂອງ​ຄົນ​ລາວ​ໃນ​ຕ່າງປະ​ເທດ​ທີ່​ຕ້ອງການ​ຈະ​ເດີນທາງ​ກັບ​ຄືນ​ມາ​ຢູ່​ໃນ​ລາວ​ຢ່າງ​ຖາວອນ ຫາກ​ແຕ່​ວ່າ​ກໍ​ຍັງ​ຕ້ອງການຈະ​ຖື​ສັນຊາດ​ຕ່າງປະ​ເທດ​ຕໍ່​ໄປ ທັງ​ກໍ​ຍັງ​ຢາກ​ຈະ​ຖື ສັນຊາດ​ລາວ​ດ້ວຍ ຫາກ​ແຕ່​ກົດໝາຍ​ລາວ​ອະນຸຍາດ​ໃຫ້​ຖືໄດ້​ພຽງ​ສັນຊາດ​ດຽວ​ເທົ່າ​ນັ້ນ ຈຶ່ງ ​ເຮັດ​ໃຫ້​ທາງ​ການ​ລາວ​ຕ້ອງ​ພິດ​ຈາລະ​ນາ​ກໍ​ລະ​ນີດັ່ງກ່າວ​ນີ້ ຢ່າງຮອບ​ຄອບ ດັ່ງ​ທີ່​ ທ່ານ​ສົມສະຫວາດ​ໄດ້​ຊີ້​ແຈງ​ວ່າ:

“ອັນ​ນີ້​ກະ​ຫວັງ​ວ່າ​ເຮົາ​ບໍ່​ທັນ​ມີ​ກົດໝາຍ ກະ​ຂໍ​ໃຫ້​ພີ່​ນ້ອງ​ລາວ​ເຂົ້າໃຈ​ແດ່ ​ເຫັນ​ອົກ
​ເຫັນ​ໃຈ​ລັດຖະບານ ມັນ​ບໍ່​ແມ່ນ​ຂຽນ​ກົດໝາຍ​ສະບັບ​ນຶ່ງ​ແລ້ວ ສອງ​ສາມ​ມື້ແລ້ວ
ມັນ​ບໍ່​ແມ່ນ​ຈັ່ງ​ຊັ້ນເດ່ ມັນ​ຕ້ອງ​ໄດ້​ສຶກສາ​ຄົ້ນຄວ້າ​ຫຼາຍ​ອັນ​ຫຼາຍ​ແນວ​ຊັ້ນ​ໜາ .
ສະ​ນັ້ນ ພວກ​ເຮົາ​ກໍ​ມີ​ນະ​ໂຍບາຍ​ໄວ້​ວ່າ ຄັນ​ມາ​ແລ້ວ ພວກ​ເຮົາ​ເຫັນ​ດີ​ໃຫ້​ມາ.”


ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ​ສົມ​ສະຫວາດກໍ​ບໍ່ສາມາດ​ທີ່​ຈະ​ຄາດໝາຍ​ໄດ້​ວ່າ ການ​ພິ​ຈາລະນາ
ດັ່ງກ່າວ​ຈະ​ສໍາ​ເລັດ​ເມື່ອ​ໃດ​ແທ້ ​ເພາະ​ຂຶ້ນຢູ່​ກັບ​ປະສິດທິພາບ​ຂອງ​ສະພາ​ແຫ່ງ​ຊາດລາວ ​
ເປັນ​ສໍາຄັນ.
XS
SM
MD
LG