ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ ລາວ ຈະປະຢັດ ການໃຊ້ຈ່າຍ ດ້ານການບໍລິຫານ ໃນປີ 2019 ໃຫ້ໄດ້ 20 ເປີເຊັນ


ທ່ານ ສົມດີ ດວງດີ ຮອງນາາຍົກລັດຖະມົນຕີ ແລະລັດຖະມົນຕີ ວ່າການ ກະຊວງການເງິນ ຖະແຫລງຢືນຢັນວ່າ ໃນປີ 2019 ນີ້ ລັດຖະບານລາວ ໄດ້ວາງເປົ້າໝາຍ ທີ່ຈະປະຢັດການໃຊ້ຈ່າຍ ທາງດ້ານການບໍລິຫານ ໃຫ້ໄດ້ 20 ເປີເຊັນ.
ທ່ານ ສົມດີ ດວງດີ ຮອງນາາຍົກລັດຖະມົນຕີ ແລະລັດຖະມົນຕີ ວ່າການ ກະຊວງການເງິນ ຖະແຫລງຢືນຢັນວ່າ ໃນປີ 2019 ນີ້ ລັດຖະບານລາວ ໄດ້ວາງເປົ້າໝາຍ ທີ່ຈະປະຢັດການໃຊ້ຈ່າຍ ທາງດ້ານການບໍລິຫານ ໃຫ້ໄດ້ 20 ເປີເຊັນ.

ລັດຖະບານລາວ ຈະປະຢັດການໃຊ້ຈ່າຍ ດ້ານການບໍລິຫານ ໃນປີ 2019 ໃຫ້ໄດ້ 20
ເປີເຊັນ ດ້ວຍການລົດການໃຊ້ຈ່າຍທີ່ຟຸມເຟືອຍ ສ່ວນທະນາຄານພັດທະນາເອເຊຍ ຫຼື
ADB ຄາດວ່າ ລັດຖະບານລາວ ຈະຂາດດຸນງົບປະມານ ເຖິງ 4.9 ເປີເຊັນ ຂອງຍອດ
ຜະລິດຕະພັນ ລວມພາຍໃນ ຫຼື GDP.

ທ່ານ ສົມດີ ດວງດີ ຮອງນາາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການ ກະຊວງການເງິນ
ຖະແຫລງຢືນຢັນວ່າ ໃນປີ 2019 ນີ້ ລັດຖະບານລາວ ໄດ້ວາງເປົ້າໝາຍ ທີ່ຈະປະຢັດ
ການໃຊ້ຈ່າຍທາງດ້ານການບໍລິຫານໃຫ້ໄດ້ 20 ເປີເຊັນ ທຽບໃສ່ປີ 2018 ດ້ວຍການຢຸດ
ການໃຊ້ຈ່າຍທີ່ຟຸມເຟືອຍຂອງໜ່ວຍງານລັດ ໃນທົ່ວປະເທດໃຫ້ໄດ້ຢ່າງແທ້ຈິງ ໂດຍສະ
ເພາະ ແມ່ນການຈັດງານລ້ຽງຕ່າງໆນັ້ນ ດັ່ງທີ່ ທ່ານ ສົມດີ ໄດ້ຢືນຢັນວ່າ:

“ໃນປີ 2019 ຈະຊຸກຍູ້ໃຫ້ຂະແໜງການ ແລະທ້ອງຖິ່ນ ມີການກຳນົດມາດຕະການ
ແຜນດຳເນີນງານ ແຜນການກວດກາຕິດຕາມ ຢ່າງຈະແຈ້ງ ເພື່ອເພີ່ມຄວາມຮັບຜິດ
ຊອບ ໃນການປະຢັດລາຍຈ່າຍ ບໍລິຫານຂອງຕົນລົງ 20 ເປີເຊັນ ທຽບໃສ່ປີ 2018
ເປັນຕົ້ນເຄື່ອງໃຊ້ໃນຫ້ອງການ ໄຟຟ້າ ນ້ຳປະປາ ປີ້ຍົນ ງານລ້ຽງອື່ນໆ ບ່ອນທີ່ມີ
ເງື່ອນໄຂ ອັນນີ້ ກະທາງແຂວງ ທາງເມືອງ ກະສິເວົ້າ ຈັກສິເອົາຫຍັງມາປະຢັດ ມັນ
ກະມີໜ້ອຍຢູ່ແລ້ວ ຈຶ່ງສິປະຢັດບໍ່ໄດ້ ອັນນີ້ ເຮົາກະວ່າ ເຫດຜົນໃດທີ່ບໍ່ມີເງື່ອນໄຂ
ແຕ່ບໍ່ທັນມີເງື່ອນໄຂ ກະຍັງເຫັນມີການຟຸມເຟືອຍຢູ່ ຂ້າພະເຈົ້າຄຶດວ່າ ອັນນີ້ ຈະ
ຕ້ອງໄດ້ເບິ່ງນຳກັນ.”

ຊ່ຽວຊານດ້ານການເງິນຂອງທະນາຄານໂລກ ປະຈຳລາວ ບອກວ່າ ລັດຖະບານລາວ ຍັງຈະຕ້ອງປະເຊີນກັບ ການເປັນໜີ້ເພີ່ມຂຶ້ນອີກ.
ຊ່ຽວຊານດ້ານການເງິນຂອງທະນາຄານໂລກ ປະຈຳລາວ ບອກວ່າ ລັດຖະບານລາວ ຍັງຈະຕ້ອງປະເຊີນກັບ ການເປັນໜີ້ເພີ່ມຂຶ້ນອີກ.

ທ່ານ ສົມດີ ຍອມຮັບວ່າ ໜີ້ສິນຂອງລັດຖະບານລາວ ຍັງມີທ່າອຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ
ຫາກແຕ່ການຈັດເກັບລາຍຮັບ ກັບບໍ່ສາມາດຈັດຕັ້ງປະຕິບັດໄດ້ຕາມເປົ້າໝາຍທີ່ວາງໄວ້
ແລະເມື່ອປະກອບກັບການທີ່ລັດຖະບານລາວ ມີພັນທະ ຈະຕ້ອງຊຳລະຄືນໜີ້ເງິນກູ້ ທັງ
ພາຍໃນ ແລະຕ່າງປະເທດຫຼາຍຂຶ້ນ ໃນໄລຍະ 3 ປີຕໍ່ໜ້າ ຈຶ່ງເຮັດໃຫ້ຈະຕ້ອງຫາແຫລ່ງ
ເງິນທຶນ ສຳລັບນຳມາຊຳລະຄືນໜີ້ດັ່ງກ່າວໃຫ້ໄດ້ ຢ່າງເທົ່າທັນກັບເວລາ ໂດຍທາງ
ເລືອກທີ່ສາມາດຈະຈັດຕັ້ງປະຕິບັດໄ ດ້ຢ່າງເປັນຮູບປະທຳທີ່ສຸດ ໃນເວລານີ້ ກໍຄືການ
ອອກ ພັນທະບັດລັດຖະບານ ເພື່ອລະດົມເງິນທຶນກູ້ຢືມຈາກຕ່າງປະເທດເປັນດ້ານຫລັກ.

ທາງດ້ານຊ່ຽວຊານດ້ານການເງິນຂອງທະນາຄານໂລກ ປະຈຳລາວ ບອກວ່າ ລັດຖະ-
ບານລາວ ຍັງຈະຕ້ອງປະເຊີນກັບ ການເປັນໜີ້ເພີ່ມຂຶ້ນອີກ ໂດຍມີສາເຫດມາຈາກ ການ
ກູ້ຢືມເງິນທັງພາຍໃນ ແລະຕ່າງປະເທດ ເພື່ອນຳມາໃຊ້ໃນການດຸ່ນດ່ຽງດ້ານລາຍຈ່າຍ
ທີ່ສູງກວ່າ ລາຍຮັບໃນແຕ່ລະປີ ໂດຍປີ 2018 ໜີ້ສິນຂອງລັດຖະບານລາວ ມີມູນຄ່າ
ລວມຫຼາຍກວ່າ 12,104 ລ້ານໂດລາ ຄິດເປັນ 65.3 ເປີເຊັນ ຂອງຍອດຜະລິດຕະພັນ
ລວມພາຍໃນ ຫຼື GDP ທັງຄາດວ່າ ຈະເພີ່ມຂຶ້ນເປັນ 13,491 ລ້ານໂດລາ ຫຼື 68 ເປີເຊັນ
ຂອງ GDP ໃນປີ 2019 ອີກດ້ວຍ.

ສ່ວນ ທ່ານສຸລິນທອນ ເລື່ອງຄຳສິງ ນັກເສດຖະສາດຂອງທະນາຄານພັດທະນາເອເຊຍ
ຫຼື ADB ປະຈຳລາວ ຖະແຫລງວ່າ ລັດຖະບານລາວ ຂາດດຸນງົບປະມານໃນປີ 2018
ທີ່ອັດຕາສະເລ່ຍເຖິງ 4.9 ເປີເຊັນ ຂອງ GDP ທັງຍັງຄາດວ່າ ຈະເພີ່ມຂຶ້ນອີກໃນປີ
2019 ຖ້າຫາກການຈັດເກັບລາຍຮັບ ແລະຄຸມລາຍຈ່າຍບໍ່ໄດ້ຕາມແຜນການ ທີ່ວາງໄວ້
ຢ່າງແທ້ຈິງ ໂດຍປີ 2018 ທີ່ຜ່ານມາ ລັດຖະບານລາວ ຕ້ອງຈັດເກັບລາຍຮັບໃຫ້ໄດ້
25,452 ຕື້ກີບ ຄິດເປັນ 17.02 ເປີເຊັນ ຂອງ GDP ແລະຄວບຄຸມລາຍຈ່າຍໃຫ້ບໍ່ເກີນ
32,809 ຕື້ກີບ ຫຼືຄິດເປັນ 21.94 ເປີເຊັນ ຂອງ GDP ຫາກແຕ່ກໍບໍ່ສາມາດຈັດຕັ້ງ
ປະຕິບັດໄດ້ຈິງ.

ທາງດ້ານ ທ່ານອາດສະພັງທອງ ສີພັນດອນ ຮອງລັດຖະມົນຕີ ກະຊວງການເງິນ ບອກວ່າ
ການຈັດຕັ້ງປະຕິບັດຕາມແຜນການທີ່ວາງໄວ້ ຈະເຮັດໃຫ້ລັດຖະບານລາວ ຂາດດຸນງົບ
ປະມານໃນມູນຄ່າ 7,357 ຕື້ກີບ ຄິດເປັນ 4.92 ເປີເຊັນ ຂອງ GDP ທີ່ມີມູນຄ່າລວມ
149,471 ຕື້ກີບ ໃນປີ 2018 ແຕ່ປາກົດວ່າ ລັດຖະບານລາວ ຂາດດຸນງົບປະມານ
ໃນຄວາມເປັນຈິງເຖິງ 8,019 ຕື້ກີບ ຄິດເປັນ 6.18 ເປີເຊັນ ຂອງ GDP ໃນປີ 2018.

ແຕ່ຢ່າງໃດກໍຕາມ ລາຍຈ່າຍດັ່ງກ່າວ ຍັງບໍ່ລວມໜີ້ສິນ 6,216 ຕື້ກີບ ທີ່ລັດຖະບານລາວ
ໄດ້ຊຳລະຄືນ ສຳລັບໜີ້ເງິນກູ້ ແລະໜີ້ພັນທະບັດລັດຖະບານ ທັງພາຍໃນ ແລະຕ່າງປະ
ເທດ ໃນປີ 2018 ແຕ່ຢ່າງໃດ ໝາຍຄວາມວ່າ ລັດຖະບານລາວ ຂາດດຸນງົບປະມານ ທີ່
ເປັນຈິງ ຄິດເປັນມູນຄ່າລວມເຖິງ 14,235 ຕື້ກີບ ຫຼືເກີນກວ່າ 9.5 ເປີເຊັນ ຂອງ GDP
ໃນປີ 2018 ນັ້ນເອງ.

XS
SM
MD
LG