ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ລັດຖະບານລາວ ຈະສົ່ງເສີມ ການລົງທຶນ ໃນ ພາກກະສິກຳ ແລະ ປ່າໄມ້ ໃຫ້ຫຼາຍຂຶ້ນອີກ


ພິທີເຊັນສັນຍາ ສຳປະທານທີ່ດີນລັດ ຈຳນວນ 72,028 ເຮັກຕາ ຢູ່ບ້ານວຽງຄຳ ເມືອງແກ້ວອຸດົມ ແຂວງວຽງຈັນ ລະຫວ່າງ ບໍລິສັດເອກະຊົນລາວ ແລະ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ ປ່າໄມ້.
ພິທີເຊັນສັນຍາ ສຳປະທານທີ່ດີນລັດ ຈຳນວນ 72,028 ເຮັກຕາ ຢູ່ບ້ານວຽງຄຳ ເມືອງແກ້ວອຸດົມ ແຂວງວຽງຈັນ ລະຫວ່າງ ບໍລິສັດເອກະຊົນລາວ ແລະ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ ປ່າໄມ້.

ລັດຖະບານລາວ ຈະສົ່ງເສີມການລົງທຶນ ໃນພາກກະສິກຳ ແລະ ປ່າໄມ້ ໃຫ້ໄດ້ ເຖິງ 9,900 ລ້ານໂດລາ ໃນຊ່ວງ ຈາກປີ 2016-2020 ໂດຍໃນນີ້ ຈະເປັນການລົງທຶນ ຂອງ ພາກເອກະຊົນລາວ ແລະ ຕ່າງຊາດ ໃນສັດສ່ວນ 82 ເປີເຊັນ.

ທ່ານໄຊປລາເດດ ຈຸລາມະນີ ຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ ປ່າໄມ້ ຖະແຫລງວ່າ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ວາງເປົ້າໝາຍ ທີ່ຈະດຶງເອົາ ການລົງທຶນ ໃນພາກກະສິກຳ ແລະ ປ່າໄມ້ ໃຫ້ໄດ້ 79,200 ຕື້ກີບ ຫຼື 9,900 ລ້້ານໂດລາ ໃນຊ່ວງປີ 2016-2020 ໂດຍໃນນີ້ ກໍຈະເປັນການລົງທຶນ ຂອງເອກະຊົນລາວ ແລະ ຕ່າງຊາດ ໃນມູນຄ່າ 65,000 ຕື້ກືບ ຫຼື 82 ເປີເຊັນ ຂອງມູນຄ່າລົງທຶນທັງໝົດ ສ່ວນທີ່ ເຫຼືອນັ້ນ ກໍຈະເປັນການລົງທຶນ ໂດຍລັດຖະບານລາວ ໃນມູນຄ່າ 1,200 ຕື້ກີບ ແລະ ການຊ່ວຍເຫຼືອ ຈາກຕ່າງປະເທດ 13,000 ຕື້ກີບ.

ແຕ່ຢ່າງໃດກໍຕາມ ເຈົ້າໜ້າທີ່ຂັ້ນສູງຂອງລາວ ກໍຍອມຮັບວ່າ ບໍ່ແມ່ນເລື້ອງງ່າຍ ທີ່ຈະ ສາມາດລະດົມ ຫຼືດຶງດູດເອົາເງິນລົງທຶນ ໄດ້ຕາມເປົ້າໝາຍດັ່ງກ່າວ ເພາະ ໃນຊ່ວງປີ 2011-2015 ນີ້ ກໍປາກົດວ່າ ການລົງທຶນໃນພາກກະສິກຳ ມີມູນຄ່າລວມ 17,300 ຕື້ກີບ ໃນນີ້ ກໍເປັນການລົງທຶນຂອງລັດຖະບານລາວ ພຽງແຕ່ 380 ຕື້ກີບເທົ່ານັ້ນ ສ່ວນທີ່ເຫຼືອ ນັ້ນ ກໍເປັນການລົງທຶນຂອງເອກະຊົນລາວ ແລະ ຕ່າງຊາດ ໃນມູນຄ່າ 5,000 ຕື້ກີບ ແລະ ການຊ່ວຍເຫຼືອ ຈາກຕ່າງປະເທດ 12,000 ຕື້ກີບ.

ບັນດາເຈົ້າໜ້າທີ່ລັດ ລົງທ່ຽວຊົມ ຜົນຜະລິດ ດ້ານກະສິກຳ ຂອງກະເສດຕະກອນ ລາວ ໃນງານວາງສະແດງ ສິນຄ້າຜະລິດຕະພັນ ດ້ານກະສິກຳ ຂອງປະຊາຊົນລາວ.
ບັນດາເຈົ້າໜ້າທີ່ລັດ ລົງທ່ຽວຊົມ ຜົນຜະລິດ ດ້ານກະສິກຳ ຂອງກະເສດຕະກອນ ລາວ ໃນງານວາງສະແດງ ສິນຄ້າຜະລິດຕະພັນ ດ້ານກະສິກຳ ຂອງປະຊາຊົນລາວ.

ພ້ອມກັນນີ້ ລັດຖະບານລາວ ໄດ້ວາງຄາດໝາຍວ່າ ໃນຕະຫຼອດປີ 2016 ນີ້ ປະຊາຊົນ ລາວ ທົ່ວປະເທດ ຈະຕ້ອງການບໍລິໂພກເຂົ້າ ໃນປະລິມານລວມ 2 ລ້ານ 1 ແສນໂຕນ ສ່ວນທີ່ເປັນຄັງແຮ່ 4 ແສນໂຕນ ແນວພັນ 6 ໝື່ນໂຕນ ການປຸງແຕ່ງເປັນສິນຄ້າ 640,000 ໂຕນ ແລະ ເພື່ອການຈຳໜ່າຍ ພາຍໃນ ແລະ ສົ່ງອອກໄປຕ່າງປະເທດ 1 ລ້ານໂຕນ.

ຫາກແຕ່ເຈົ້າໜ້າທີ່ຂັ້ນສູງ ໃນກະຊວງກະສິກຳ ແລະ ປ່າໄມ້ ຍອມຮັບວ່າ ເປັນການຍາກ ທີ່ຊາວລາວ ຈະສາມາດເພີ້ມຜົນຜະລິດເຂົ້າ ເພື່ອໃຫ້ກາຍເປັນຜູ້ສົ່ງອກກລາຍໃຫຍ່ ໃນ ຕະຫຼາດໂລກ ໄດ້ ຈຶ່ງມີພຽງແຕ່ການຜະລິດເຂົ້າ ຄຸນນະພາບດີ ທີ່ເປັນເອກະລັກຂອງລາວ ເທົ່ານັ້ນ ດັ່ງທີ່ທ່ານໄດ້ໃຫ້ການຢືນຢັນວ່າ:

“ຊິຖືປັດໄຈເຂົ້ານີ້ ເປັນສິນຄ້າລາຍໃຫຍ່ນີ້ ຄືຊິເປັນໄປໄດ້ຍາກ ເນື່ອງຈາກວ່າ ພວກ ເຮົາ ກໍມີຫຼາຍອັນຈຳກັດ ແລະ ພວກເຮົານີ້ ຖືສຳຄັນຍຸດທະສາດການຜະລິດເຂົ້ານີ້ ໃຫ້ເປັນສະບຽງ ເອີ້ນວ່າ ໃຫ້ກຸ້ມກິນພາຍໃນ ແລ້ວກໍມີອັນສ່ວນແຮ່ໄວ້ ສ່ວນເປັນສິນ ຄ້ານີ້ ພວກເຮົາ ຈະລົງເລິງ ເຖິງເຂົ້າທີ່ເປັນເອກະລັກ ຂອງຄົນລາວ ຍົກຕົວຢ່າງເຂົ້າ ໄກ່ນ້ອຍ ໄດ້ປຽບທີ່ສຸດ ຜະລິດອອກເທົ່າໃດ ກໍແມ່ນບັນດາປະເທດເພື່ອນບ້ານ ມາຊື້ ເອົາໝົດ.”

ແຕ່ຢ່າງໃດກໍຕາມ ກະຊວງກະສິກຳ ແລະ ປ່າໄມ້ ກໍໄດ້ວາງເປົ້າໝາຍການສົ່ງເສີມ ການ ຜະລິດໃນພາກກະສິກຳ ແລະ ປ່າໄມ້ໃຫ້ມີການຂະຫຍາຍຕົວເພີ້ມຂຶ້ນໃນອັດຕາສະເລ່ຍ 31 ເປີເຊັນ ໃນຕະຫຼອດແຜນການປະຈຳປີ 2015-2016 ນີ້ ຊຶ່ງຈະເຮັດໃຫ້ຜົນຜະລິດ ໃນພາກກະສິກຳ ແລະ ປ່າໄມ້ ຄິດເປັນ 22.7 ເປີເຊັນ ຂອງຍອດຜະລິດຕະພັນ ລວມ ພາຍໃນ (GDP) ຕະຫຼອດປີ.

ພາຍໃຕ້ເປົ້າໝາຍດັ່ງກ່າວນີ້ ລັດຖະບານລາວ ຈະຊຸກຍູ້ໃຫ້ກະເສດຕະກອນຜະລິດເຂົ້າ ໃຫ້ໄດ້ໃນປະລິມານລວມ 4 ລ້ານ 2 ແສນໂຕນ ດ້ວຍການຂະຫຍາຍເນື້ອ ທີ່ປູກເຂົ້າ ໃຫ້ ເປັນ 1 ລ້ານ ກວ່າເຮັກຕາ ໂດຍແຍ່ງເປັນເນື້ອທີ່ປູກນາປີ 787,000 ເຮັກຕາ ເຂົ້ານາແຊງ 120,000 ເຮັກຕາ ແລະ ເຂົ້າໄຮ່ 1 ແສນ ກວ່າເຮັກຕາ ຕາມລຳດັບ ສ່ວນລະບົບຄອງຊົນ ລະປະທານ ກໍຈະສະໜອງນ້ຳ ໃຫ້ນາປີ ໄດ້ໃນເນື້ອທີ່ 180,000 ເຮັກຕາ ແລະ 120,000 ເຮັກຕາ ສຳລັບ ເຂົ້ານາແຊງ.

ພ້ອມກັນນີ້ ລັດຖະບານລາວ ຍັງໄດ້ວາງແຜນການຜະລິດ ສະບຽງອາຫານທາດໂປຣຕີນ ໃຫ້ໄດ້ 487,500 ໂຕນ ໃນປີ 2020 ແລະ ເພີ້ມຂຶ້ນເປັນ 711,000 ໂຕນ ໃນປີ 2025 ຊຶ່ງ ຈະເຮັດໃຫ້ມີຜົນຜະລິດຊີ້ນສັດ ທີ່ເກີນການບໍລິໂພກພາຍໃນ ເພື່ອສົ່ງອອກໄປ ຕ່າງ ປະເທດ ຄິດເປັນປະລິມານລວມ 15,000 ກວ່າໂຕນ ໃນປີ ອີກດ້ວຍ.

XS
SM
MD
LG