ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວ ຈະສົ່ງເສີມການລົງທຶນ ກໍ່ສ້າງ ເຂື່ອນໄຟຟ້າ ໃນແຂວງໄຊຍະບູລີ


ໂຄງການເຂື່ອນ ແມ່ນ້ຳຂອງ ໄຊຍະບູລີ ທີ່ການກໍ່ສ້າງຄືບໜ້າໄປແລ້ວເກີນກວ່າ 60 ເປີເຊັນຂອງ
ແຜນການ
ໂຄງການເຂື່ອນ ແມ່ນ້ຳຂອງ ໄຊຍະບູລີ ທີ່ການກໍ່ສ້າງຄືບໜ້າໄປແລ້ວເກີນກວ່າ 60 ເປີເຊັນຂອງ ແຜນການ

ລັດຖະບານລາວ ຈະໃຫ້ການສົ່ງເສີມການລົງທຶນ ກໍ່ສ້າງເຂື່ອນໄຟຟ້າ ໃນແຂວງ
ໄຊຍະບູລີ 13 ໂຄງການ ໂດຍໃນນີ້ແບ່ງເປັນ 3 ໂຄງການຢູ່ເທິງແນວແມ່ນ້ຳຂອງ
ແລະ 10 ໂຄງການ ຢູ່ໃນແມ່ນ້ຳສາຂາ.

ເຈົ້າໜ້າທີ່ຂັ້ນສູງ ໃນກະຊວງພະລັງງານ ແລະບໍ່ແຮ່ ເປີດເຜີຍວ່າ ນອກຈາກໂຄງການ ຫົງສາລິກໄນຕ໌ ທີ່ໄດ້ສົ່ງກະແສໄຟຟ້າໄປຂາຍໃຫ້ໄທແລ້ວ ແລະໂຄງການເຂື່ອນ ແມ່ນ້ຳຂອງ ໄຊຍະບູລີ ທີ່ການກໍ່ສ້າງຄືບໜ້າໄປແລ້ວເກີນກວ່າ 60 ເປີເຊັນຂອງ
ແຜນການ ໂດຍມີກຳນົດການກໍ່ສ້າງແລ້ວເສັດ ແລະສົ່ງກະແສໄຟຟ້າຂາຍໃຫ້ໄທ ນັບແຕ່ທ້າຍປີ 2019 ເປັນຕົ້ນໄປນັ້ນ ລັດຖະບານລາວຍັງໄດ້ວາງແຜນການ ທີ່ຈະສົ່ງ ເສີມການລົງທຶນກໍ່ສ້າງເຂື່ອນໄຟຟ້າ ເພີ່ມຂຶ້ນອີກ 13 ໂຄງການໃນເຂດແຂວງໄຊຍະບູລີ.

ຊຶ່ງໃນນີ້ປະກອບດ້ວຍ 3 ໂຄງການທີ່ຈະກໍ່ສ້າງຢູ່ເທິງແນວແມ່ນ້ຳຂອງ ກໍຄືໂຄງການ ປາກແບ່ງໂຄງການປາກລາຍ ແລະໂຄງການດອນເໝັ້ນ ສ່ວນອີກ 10 ໂຄງການ ຈະກໍ່ ສ້າງຢູ່ໃນແມ່ນນ້ຳສາຂາ ຄື ໂຄງການປາກງື່ມ ໂຄງການນ້ຳພູນ ໂຄງການນ້ຳແມດ ໂຄງການນ້ຳສິງ ໂຄງການນ້ຳຍາງ ໂຄງການນ້ຳປຸຍ ໂຄງການນ້ຳງື່ມ 2 ໂຄງການນ້ຳຮຸ່ງ
1, 2 ແລະ 3 ຕາມລຳດັບ.

ໂຄງການກໍ່ສ້າງເຂື່ອນໄຟຟ້າ ນ້ຳງື່ມ 2 ເປັນອີກໂຄງການໜຶ່ງ ຢູ່ໃນແຜນການພັດທະນາເສດຖະກິດ ແລະສັງຄົມ ຂອງລັດຖະບານລາວ
ໂຄງການກໍ່ສ້າງເຂື່ອນໄຟຟ້າ ນ້ຳງື່ມ 2 ເປັນອີກໂຄງການໜຶ່ງ ຢູ່ໃນແຜນການພັດທະນາເສດຖະກິດ ແລະສັງຄົມ ຂອງລັດຖະບານລາວ

ເຈົ້າໜ້າທີ່ຂັ້ນສູງຂອງລາວ ບອກວ່າ ໃນປະຈຸບັນ ໂຄງການເຫຼົ່ານີ້ ຍັງຢູ່ໃນຂັ້ນຕອນ ຂອງການສຶກສາ ສຳຫຼວດຄວາມເປັນໄປໄດ້ຂອງໂຄງການ ແລະຖ້າຫາກວ່າ ໄດ້ມີ ການກໍ່ສ້າງໃນທຸກໂຄງການດັ່ງກ່າວ ກໍຈະເຮັດໃຫ້ແຂວງໄຊຍະບູລີ ສາມາດຜະລິດ ພະລັງງານໄຟຟ້າ ໄດ້ເພີ່ມຂຶ້ນອີກ ເກີນກວ່າ 3,600 ເມກາວັດ ຊຶ່ງເມື່ອຮວມກັບ ໂຄງ ການຫົງສາລິກໄນຕ໌ ແລະໂຄງການເຂື່ອນໄຊຍະບູລີ ດ້ວຍນັ້ນ ກໍຈະເຮັດໃຫ້ມີພະລັງ
ງານໄຟຟ້າ ທີ່ຜະລິດໃນແຂວງໄຊຍະບູລີ ທີ່ສົ່ງເຂົ້າລະບົບສາຍສົ່ງ ຂອງລັດວິສາຫະກິດ ໄຟຟ້າລາວ (EDL) ສຳລັບຕອບສະໜອງການຊົມໃຊ້ ໃນປະເທດ ແລະສົ່ງໄປຂາຍ ຕ່າງປະເທດເພີ່ມຂຶ້ນອີກ ເຖິງ 6,800 ເມກາວັດ.

ກ່ອນໜ້ານີ້ ບໍລິສັດຜະລິດໄຟຟ້າລາວ ມະຫາຊົນ (EDL-GEN) ກໍໄດ້ລະດົມເງິນທຶນ ດ້ວຍການສະເໜີຂາຍພັນທະບັດ ມູນຄ່າລວມ 312 ລ້ານໂດລາ ໃນຕະຫຼາດຫລັກຊັບ ແຫ່ງປະເທດໄທ ຊຶ່ງກໍປາກົດວ່າ ບັນດານັກລົງທຶນໃນຕະຫຼາດຮຸ້ນໄທ ໄດ້ພາກັນຈອກຊື້ ພັນທະບັດດັ່ງກ່າວ ຢ່າງຄົບຖ້ວນໃນເວລາອັນສັ້ນ ເພາະໝັ້ນໃຈໃນສະຖຽນລະພາບ ທາງທຸລະກິດຂອງ EDL-GEN ທີ່ສ້າງລາຍຮັບ ຈາກການຂາຍໄຟຟ້ານັ້ນເອງ.

ການລະດົມເງິນທຶນໃນຄັ້ງນີ້ ຂອງ EDL-GEN ນັບເປັນຄັ້ງທີ 2 ແລ້ວ ໂດຍຄັ້ງທຳອິດ ໄດ້ຈັດຂຶ້ນໃນທ້າຍປີ 2014 ທີ່ສາມາດລະດົມເງິນທຶນໄດ້ໃນມູນຄ່າ ລວມ 6,500 ລ້ານ ບາດ ຫາກແຕ່ສຳລັບການລະດົມເງິນທຶນ ໃນຄັ້ງທີ 2 ນີ້ ເປັນການລະດົມເງິນທຶນ ໃນ ສະກຸນເງິນໂດລາ ສະຫະລັດ ເປັນການສະເພາະ ເພື່ອນຳໃຊ້ໃນການຮ່ວມລົງທຶນ ກໍ່ສ້າງເຂື່ອນຜະລິດໄຟຟ້າໃນລາວ ໃຫ້ເພີ່ມຂຶ້ນຈາກ 1,131 ເມກາວັດ ໃນປະຈຸບັນນີ້ ເປັນບໍ່ນ້ອຍກວ່າ 2,238 ເມກາວັດ ໃນປີ 2020 ຕໍ່ໄປ.

ໂດຍພັນທະບັດທີ່ EDL-GEN ສະເໜີຂາຍໃນຕະຫຼາດຮຸ້ນໄທ ຄັ້ງຫຼ້າສຸດນີ້ ໄດ້ແບ່ງ ການຊຳລະຄືນເງິນຕົ້ນ ອອກເປັນ 3 ລະຍະຄື 7 ປີ 10 ປີ ແລະ 12 ປີ ດ້ວຍອັດຕາ ດອກເບ້ຍ 5 ເປີເຊັນ 5.59 ເປີເຊັນ ແລະ 5.98 ເປີເຊັນ ຕໍ່ປີຕາມລຳດັບ ຊຶ່ງນັບເປັນ ບໍລິສັດຕ່າງຊາດລາຍທຳອິດ ທີ່ມີລະຍະຊຳລະໜີ້ຍາວນານທີ່ສຸດເຖິງ 12 ປີ ທັງຍັງມີ ມູນຄ່າຂອງການລະດົມເງິນທຶນ ໄດ້ສູງທີ່ສຸດອີກດ້ວຍ.

ທາງດ້ານທ່ານຄຳມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານ ແລະບໍ່ແຮ່ ໃຫ້ການຢືນຢັນວ່າ ລັດວິສາຫະກິດຖືຮຸ້ນລາວ (Laos Holding State Enterprise) ໄດ້ວາງແຜນການຈະຂະຫຍາຍການລົງທຶນໄປໃນການພັດທະນາແຫລ່ງພະລັງງານ
ທາງເລືອກ ດ້ວຍການຮ່ວມລົງທຶນກັບບັນດາບໍລິສັດເອກກະຊົນລາວ ແລະຕ່າງຊາດ ໃຫ້ຫຼາຍຂຶ້ນ ຊຶ່ງກໍເຊັ່ນດຽວກັນກັບບົດບາດຂອງ EDL ດັ່ງທີ່ທ່ານໄດ້ເນັ້ນຢ້ຳວ່າ:

“ລັດວິສາຫະກິດໄຟຟ້າລາວ ຕ້ອງນຳໃຊ້ກົນໄກ ຊື້-ຂາຍ ແລກປ່ຽນພະລັງງານໄຟຟ້າ ກັບພາຍນອກແບບລະບົບສູ່ລະບົບ ໄຟຟ້າລາວສາມາດຂາຍ ພະລັງງານໄຟຟ້າ ໃຫ້ກັບສິງກະໂປ ຊຶ່ງປະຈຸບັນນີ້ ກະມີການສຶກສາຢູ່ ຄາດວ່າ ຈະບັນລຸໃນຕໍ່ໜ້ານີ້ ພ້ອມນັ້ນ ກໍຕອບສະໜອງໄຟຟ້າໃຫ້ກັບຂະແໜງຫລັກ ກໍຄືວຽກງານການກະສິກຳ ແລ້ວກະຮັບໃຊ້ຂົງເຂດອຸດສາຫະກຳຂະໜາດໃຫຍ່ ໃຫ້ທົ່ວເຖິງ ແລະພຽງພໍ.”

ໃນປະຈຸບັນ ປະເທດລາວມີເຂື່ອນຜະລິດໄຟຟ້າ ດ້ວຍພະລັງງານນ້ຳ 37 ແຫ່ງ ແລະ ໂຮງງານຜະລິດໄຟຟ້າ ດ້ວຍພະລັງງານຄວາມຮ້ອນ ຈາກຖ່ານລິກໄນຕ໌ 1 ແຫ່ງ ມີກຳ ລັງຕິດຕັ້ງ ລວມ 6,265 ເມກາວັດ ໂດຍລັດຖະບານລາວ ວາງເປົ້າໝາຍ ຈະເພີ່ມເປັນ 10,000 ແລະ 15,000 ເມກາວັດ ໃນປີ 2020 ແລະ 2025 ຕາມລຳດັບ.

XS
SM
MD
LG