ແລະແຂວງສະຫວັນນະເຂດ ເປັນເຂດປູກເຂົ້າຈ້າວ ທີ່ມີຄຸນນະ
ພາບສູງລະດັບສາກົນເພື່ອສົ່ງອອກໄປຕ່າງປະເທດໃຫ້ ຫຼາຍຂຶ້ນ
ຢ່າງຕັ້ງໜ້າ.
ທ່ານ ວິໄລວັນ ພົມແຂ ລັດຖະມົນຕີວ່າການກະຊວງກະສິກໍາ-ປ່າໄມ້ ຖະແຫຼງຢືນຢັນວ່າ ລັດຖະບານລາວໄດ້ກໍານົດໃຫ້ແຂວງຄໍາມ່ວນ ແລະແຂວງສະຫວັນນະເຂດ ເປັນຈຸດສຸມທົດລອງຜະລິດເຂົ້າຈ້າວທີ່ໄດ້ມາດຕະຖານສາກົນເມື່ອບໍ່ດົນມານີ້ ໂດຍມີເປົ້າ ໝາຍເພື່ອຮັບປະກັນ ຄວາມໝັ້ນຄົງດ້ານສະບຽງອາຫານ ແລະການຜະລິດເປັນສິນຄ້າສົ່ງອອກສູ່ຕະຫຼາດປະເທດໃກ້ ຄຽງ ແລະຕະຫຼາດສາກົນໃຫ້ຫຼາຍຂຶ້ນຢ່າງຕໍ່ເນື່ອງ.
ໂດຍສາເຫດທີ່ລັດຖະບານ ໄດ້ກໍານົດໃຫ້ 2 ແຂວງດັ່ງກ່າວເປັນຈຸດສຸມທົດລອງການ ຜະລິດເຂົ້າຈ້າວທີ່ມີຄຸນນະພາບລະດັບສາກົນ ກໍເນື່ອງຈາກວ່າມີເນື້ອທີ່ກວ້າງຂວາງ ມີຄວາມພ້ອມທາງດ້ານພື້ນຖານໂຄງຮ່າງ ປະຊາຊົນມີມູນ ເຊື້ອໃນການຜະລິດດ້ານກະສິ ກໍາເປັນຢ່າງດີ ແລະມີກໍາລັງແຮງງານຫຼາຍກວ່າແຂວງອື່ນ ຈຶ່ງເຊື່ອໝັ້ນວ່າຈະສາ ມາດຕອບສະໜອງຕໍ່ແຜນ ການດັ່ງກ່າວນີ້ໄດ້ເປັນຢ່າງດີ ແລະຫຼັງຈາກນັ້ນ ຈຶ່ງຈະມີການຂະຫຍາຍ ໄປຍັງພື້ນທີ່ອື່ນໆ ເຊັ່ນແຂວງວຽງຈັນ ບໍລິຄໍາໄຊ ແລະຈໍາປາສັກ ເປັນຕົ້ນ.
ທາງດ້ານທ່ານສຸພັນ ແກ້ວມີໄຊ ເຈົ້າແຂວງ ແລະເລຂາພັກແຂວງສະຫວັນນະເຂດ ກໍຢືນຢັນວ່າໄດ້ເລີ່ມການຈັດຕັ້ງປະຕິບັດຕາມແຜນການດັ່ງກ່າວແລ້ວໃນປັດຈຸບັນນີ້ ໂດຍເປັນການດໍາເນີນງານໃນຮູບຂອງການປະສານຄວາມຮ່ວມມື 3 ຝ່າຍ ກໍຄືລັດເປັນພາກ ສ່ວນສົ່ງເສີມດ້ານແຜນການແລະນະໂຍບາຍໃນຂະນະທີ່ບໍລິສັດເອກກະຊົນເປັນຝ່າຍຕອບສະ ໜອງທາງດ້ານເທກນິກ ແລະຫາຕະຫຼາດຕ່າງປະເທດເພື່ອຮອງຮັບສິນຄ້າ ສ່ວນກະເສດຕະກອນນັ້ນ ກໍເປັນຜູ້ຜະລິດ ຕາມພັນທະສັນຍາ ດັ່ງທີ່ທ່ານໄດ້ໃຫ້ການຊີ້ແຈງວ່າ:
“ພວກເຮົາໄດ້ເຮັດທົດລອງການສົ່ງອອກເຂົ້າ ຮູບການກໍແມ່ນວ່າເປັນການ ສໍາ ພັນກັນລະຫວ່າງລັດ ທຸລະກິດເອກກະຊົນ ແລະ ປະຊາຊົນ ໝາຍຄວາມວ່າລັດນີ້ ເຮົາສົ່ງເສີມທາງດ້ານນະໂຍບາຍ ໂດຍທີ່ແມ່ນບໍລິດຫັ້ນ ເຂົາຈະສະໜອງປັດໄຈການຜະລິດໃຫ້ຊາວນາຫັ້ນ ແລ້ວກະເຮັດສັນຍາຮັບຊື້ຈາກປະຊາຊົນໃນລະດູການເກັບກ່ຽວ.”
ທັງນີ້ ໂດຍລັດຖະບານລາວ ໄດ້ວາງແຜນການ ທີ່ຈະສົ່ງເສີມການຜະລິດເຂົ້າຈ້າວເພື່ອສົ່ງອອກຕ່າງປະເທດໃຫ້ໄດ້ລະຫວ່າງ 5 ແສນໂຕນ ເຖິງ 1 ລ້ານໂຕນພາຍໃນປີ 2015 ແລະເພີ່ມຂຶ້ນເປັນ 1.5 ລ້ານໂຕນພາຍໃນປີ 2020.
ແຕ່ຢ່າງໃດກໍຕາມ ທ່ານສົມດີ ດວງດີ ລັດຖະມົນຕີວ່າການກະຊວງແຜນການແລະການລົງທຶນ ກໍຖະແຫຼງຍອມຮັບກ່ອນໜ້ານີ້ວ່າ ການຜະລິດເຂົ້າປະຈໍາລະດູການ 2012-2013 ບໍ່ສາມາດຈັດຕັ້ງປະຕິບັດໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້ໃນປະລິມານ 3.8 ລ້ານໂຕນ ໂດຍມີສາເຫດ ມາຈາກການທີ່ກະເສດຕະກອນລາວໄດ້ພາກັນລົດພື້ນທີ່ປູກເຂົ້າແລະຫັນໄປປູກພືດເສດຖະກິດ ຊະນິດອື່ນໆຫຼາຍຂຶ້ນ.
ສ່ວນສາເຫດທີ່ເຮັດໃຫ້ກະເສດຕະກອນລາວໄດ້ພາກັນຫັນໄປ
ປູກພືດຊະນິດອື່ນໆແທນເຂົ້າຫຼາຍຂຶ້ນນັ້ນ ກໍຍ້ອນວ່າຕົ້ນທຶນໃນ
ການປູກເຂົ້າໄດ້ປັບຕົວສູງຂຶ້ນ ໂດຍສະເພາະແມ່ນລາຄາປຸ໋ຍ
ລາຄານໍ້າມັນ ແລະຄ່າແຮງງານທີ່ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ ແຕ່
ລາຄາເຂົ້າກັບບໍ່ໄດ້ ເພີ່ມຂຶ້ນເລີຍ ຈຶ່ງເຮັດໃຫ້ກະເສດຕະກອນ
ລາວໄດ້ພາກັນຫັນໄປປູກພືດຊະນິດອື່ນທີ່ເຫັນວ່າມີລາຍຮັບດີ
ກວ່ານັ້ນເອງ.
ໂດຍໃນລະດູການ 2012-2013 ທີ່ຜ່ານມາ ກະເສດຕະກອນລາວສາມາດຜະລິດເຂົ້າໄດ້ໃນປະລິມານລວມ 3.54 ລ້ານໂຕນ ຄິດເປັນ 93% ຂອງແຜນການປີ ໂດຍໃນນີ້ກໍເປັນຜົນຜະລິດເຂົ້ານາປີ ໃນປະລິມານ 2.85 ລ້ານໂຕນ ຜົນຜະລິດເຂົ້າຈາກເຂດເນີນສູງ 195,000 ໂຕນ ແລະຜົນຜະລິດເຂົ້ານາແຊງ 5 ແສນໂຕນ ທີ່ທຽບໄດ້ກັບ 66% ຂອງແຜນການເທົ່ານັ້ນ ເນື່ອງຈາກຄອງຊົນລະປະທານຫຼາຍຮ້ອຍແຫ່ງເປ້ເພ.
ນອກຈາກນັ້ນ ໄພທໍາມະຊາດກໍຍັງເປັນປັດໄຈທີ່ສົ່ງຜົນກະທົບຕໍ່ແຜນການເພີ່ມຜົນຜະລິດເຂົ້າໃນລາວນັບຈາກປີ 2008 ເປັນ ຕົ້ນມາ ໂດຍສະເພາະແມ່ນໄພນໍ້າຖ້ວມຄັ້ງໃຫຍ່ໃນແຂວງພາກໃຕ້ ທີ່ເກີດຈາກພາຍຸໂຊນຮ້ອນ ເກດສະໜາ ໃນປີ 2010 ຕິດຕາມດ້ວຍພາຍຸໂຊນຮ້ອນໄຫໝາ ແລະພາຍຸນົກເຕັນ ໃນປີ 2011 ລວມເຖິງປະລິມານນໍ້າຝົນທີ່ຕົກລົງມາຢ່າງຫຼວງ ຫຼາຍ ໃນທ້າຍປີ 2012 ແລະປີ 2013 ກໍໄດ້ເຮັດໃຫ້ພື້ນທີ່ປູກເຂົ້າຂອງກະເສດຕະກອນລາວ ເສຍຫາຍໄປຄິດເປັນພື້ນທີ່ລວມກັນຫຼາຍແສນເຮັກຕ້າ ຊຶ່ງຖ້າຫາກຄິດໄລ່ຜົນຜະລິດເຂົ້າທີ່ເສຍ ຫາຍໄປຫຼາຍແສນໂຕນ.
ເບິ່ງຄວາມເຫັນ (3)
ໂຫລດຄວາມເຫັນ ຕື່ມອີກ