ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ລັດຖະບານລາວ ໄດ້ຮັບການຊ່ວຍເຫຼືອລ້າ ຈາກກອງທຶນການເງິນສາກົນ ຫຼາຍກວ່າ 8 ແສນ ໂດລາ


ທ່ານສົມສະຫວາດ ເລັ່ງສະຫວັດ ຊົມ ຜະລິດຕະພັນ ທີ່ປອດສານພິດ ຈາກໂຄງການໜຶ່ງເມືອງ ໜຶ່ງຜະລິດຕະພັນ (ODOP) ທີ່ໄດ້ຮັບການສະ ໜັບສະໜູນ ຈາກອົງການຮ່ວມມື ສາກົນແຫ່ງຍີ່ປຸ່ນ (JICA)
ທ່ານສົມສະຫວາດ ເລັ່ງສະຫວັດ ຊົມ ຜະລິດຕະພັນ ທີ່ປອດສານພິດ ຈາກໂຄງການໜຶ່ງເມືອງ ໜຶ່ງຜະລິດຕະພັນ (ODOP) ທີ່ໄດ້ຮັບການສະ ໜັບສະໜູນ ຈາກອົງການຮ່ວມມື ສາກົນແຫ່ງຍີ່ປຸ່ນ (JICA)

ລັດຖະບານລາວໄດ້ຮັບການຊ່ວຍເຫຼືອຈາກກອງທຶນການເງິນສາກົນ (IMF) ຫຼາຍຂຶ້ນ ໂດຍແນໃສ່ການສະໜັບສະໜູນການພັດທະນາ ເພື່ອເພີ່ມຄວາມສາມາດ ຂອງບັນດາ ວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງ.

ກະຊວງການເງິນ ແລະກອງທຶນການເງິນສາກົນ (IMF) ໄດ້ລົງນາມຮ່ວມກັນ ໃນ ບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການສະໜອງທຶນຊ່ອຍເຫຼືອລ້າ ສຳລັບ ໂຄງການຈົດທະບຽນການຄ້ຳປະກັນສັງສາລິມະຊັບ ດ້ວຍລະບົບ Electronic ເພື່ອສ້າງຄວາມສາມາດໃຫ້ບັນດາສະຖາບັນການເງິນ ທີ່ດຳເນີນທຸລະກິດປ່ອຍ ເງິນກູ້ໃຫ້ກັບບັນດາວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງ (SMEs) ໃນທົ່ວ ປະເທດລາວ ເມື່ອບໍ່ນານມານີ້.

ໂດຍການຊ່ອຍເຫຼືອໃນຄັ້ງນີ້ ຖືເປັນລະຍະທີ 2 ຂອງໂຄງການທີ່ຈະດຳເນີນງານ ນັບຈາກປີ 2016 ໄປຈົນເຖິງທ້າຍປີ 2018 ດ້ວຍທຶນຊ່ອຍເຫຼືອ ໃນມູນຄ່າຫຼາຍກວ່າ 8 ແສນ ໂດລາ ເພາະເຫັນວ່າ ການດຳເນີນງານລະຍະທີ 1 ໃນຊ່ວງປີ 2013-2015 ທີ່ຜ່ານມາ ໄດ້ຮັບຜົນສຳເລັດເປັນຢ່າງດີ ຊຶ່ງປາກົດວ່າ ບັນດາສະຖາບັນການເງິນ ໄດ້ ປ່ອຍເງິນກູ້ໃຫ້ບັນດາ SMEs ຄິດເປັນມູນຄ່າລວມເກີນກວ່າ 11,100 ຕື້ກີບ ໃນທົ່ວ ປະເທດ ຊຶ່ງສອດຄ້ອງກັບນະໂຍບາຍຂອງລັດຖະບານລາວ ດັ່ງທີ່ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໃຫ້ການຢືນຢັນວ່າ:

ນາຍົກລັດຖະມົນຕີ ລາວ ທ່ານທອງລຸນ ສີສຸລິດ ກ່າວຖະແຫລງ ຢູ່ທີ່ກອງປະຊຸມ
ນາຍົກລັດຖະມົນຕີ ລາວ ທ່ານທອງລຸນ ສີສຸລິດ ກ່າວຖະແຫລງ ຢູ່ທີ່ກອງປະຊຸມ

“ວິໄສທັດການພັດທະນາ ປະເທດເຖິງປີ 2030 ແລະຍຸດທະສາດ ເຖິງປີ 2025 ຕ້ອງ ໄດ້ປັບປຸງກົນໄກຕ່າງໆ ທີ່ຈຳເປັນ ເພື່ອສ້າງຄວາມທຸ່ນທ່ຽງ ແລະຄວາມໝັ້ນທ່ຽງ ຂອງເສດຖະກິດມະຫາພາກ ລັດຖະບານ ຕ້ອງໄດ້ພະຍາຍາມທີ່ສຸດ ເພື່ອພັດທະນາ ອຸດສາຫະກຳ ທີ່ທັນສະໄໝ ຈະຕ້ອງໄປພ້ອມໆກັນກັບສົ່ງເສີມທຸລະກິດຂະໜາດນ້ອຍ ຂະໜາດກາງ ຊ່ວຍປະຊາຊົນ ໃຫ້ເຂົາເຈົ້າສາມາດເຂົ້າເຖິງຕະຫຼາດ ເຂົ້າເຖິງການ ຜະລິດ ເຂົ້າເຖິງທຶນ.”

ສູນສະຖິຕິແຫ່ງຊາດລາວ ກະຊວງແຜນການ ແລະການລົງງທຶນ ລາຍງານວ່າ ການສຳ ຫຼວດເສດຖະກິດ ທົ່ວປະເທດຄັ້ງທີ 2 ທີ່ໄດ້ດຳເນີນການສຳຫຼວດ ໃນຊ່ວງປີ 2013 ຫາ 2015 ພົບວ່າ ມີຫົວໜ່ວຍທຸລະກິດຂອງພາກເອກະຊົນຈຳນວນທັງໝົດຫຼາຍກວ່າ 125,800 ຫົວໜ່ວຍ ໂດຍໃນນີ້ມີເຖິງ 76,750 ຫົວໜ່ວຍ ຄິດເປັນ 61 ເປີເຊັນ ມີພື້ນ ຖານ ແລະທ່າອຽງໃນການດຳເນີນທຸລະກິດທີ່ດີຂຶ້ນ ໃນຂະນະທີ່ 33,860 ກວ່າຫົວໜ່ວຍ ຄິດເປັນ 27 ເປີເຊັນ ມີສະພາບການດຳເນີນທຸລະກິດ ທີ່ຄົງຕົວ ແລະຫຼາຍກວ່າ 13,000 ຫົວໜ່ວຍຄິດເປັນ 12 ເປີເຊັນ ທີ່ສະພາບການດຳເນີນທຸລະກິດ ມີທ່ານອຽງຫລຸດລົງ ສ່ວນອີກ 400 ກວ່າຫົວໜ່ວຍບໍ່ມີຄຳຕອບ.

ພ້ອມກັນນີ້ ການສຳຫຼວດຍັງພົບວ່າ ຫຼາຍກວ່າ 107,500 ຫົວໜ່ວຍຄິດເປັນ 86 ເປີເຊັນ ຂອງຫົວໜ່ວຍທຸລະກິດທັງໝົດ ແມ່ນໄດ້ດຳເນີນທຸລະກິດດ້ວຍເງິນທຶນຂອງຕົນເອງ ແລະ 15,000 ກວ່າຫົວໜ່ວຍຄິດເປັນ 12 ເປີເຊັນກວ່າທີ່ກູ້ຢືມເງິນທຶນ ໃນປະເທດ ສະນັ້ນ ຈຶ່ງມີພຽງ 2,265 ຫົວໜ່ວຍຄິດເປັນ 1.8 ເປີເຊັນ ເທົ່ານັ້ນ ທີ່ມີໂອກາດໄດ້ຮັບການສະໜັບ ສະໜູນເງິນທຶນກູ້ຢືມ ຈາກສະຖາບັນການເງິນຂອງຕ່າງປະເທດ ຈຶ່ງສົ່ງຜົນເຮັດໃຫ້ການ ຜະລິດສິນຄ້າ ໃນລາວບໍ່ມີຄວາມຫລາກຫຼາຍ ແລະຍັງບໍ່ສາມາດແຂ່ງຂັນໃນຕ່າງປະເທດ ໄດ້.

ງານວາງສະແດງ ສິນຄ້າຕ່າງໆ ຈາກໂຄງການໜຶ່ງເມືອງ ໜຶ່ງຜະລິດຕະພັນ (ODOP) ທີ່ໄດ້ຮັບການສະ ໜັບສະໜູນ ຈາກອົງການຮ່ວມມື ສາກົນແຫ່ງຍີ່ປຸ່ນ (JICA)
ງານວາງສະແດງ ສິນຄ້າຕ່າງໆ ຈາກໂຄງການໜຶ່ງເມືອງ ໜຶ່ງຜະລິດຕະພັນ (ODOP) ທີ່ໄດ້ຮັບການສະ ໜັບສະໜູນ ຈາກອົງການຮ່ວມມື ສາກົນແຫ່ງຍີ່ປຸ່ນ (JICA)

ຊຶ່ງຈະເຫັນໄດ້ຈາກໂຄງການໜຶ່ງເມືອງ ໜຶ່ງຜະລິດຕະພັນ (ODOP) ທີ່ໄດ້ຮັບການສະ ໜັບສະໜູນ ຈາກອົງການຮ່ວມມື ສາກົນແຫ່ງຍີ່ປຸ່ນ (JICA) ນັບຕັ້ງແຕ່ປີ 2008 ເປັນ ຕົ້ນມາ ຈົນເຖິງປັດຈຸບັນ ສາມາດພັດທະນາຜະລິດຕະພັນ ເປັນສິນຄ້າໄດ້ພຽງ 165 ລາຍ ການ ທີ່ສ່ວນຫຼາຍເປັນຜະລິດຕະພັນ ແປຮູບໃນພາກກະສິກຳ ເຊັ່ນເຂົ້າກ່ຳ ນ້ຳເຜິ້ງລ້ຽງ ນ້ຳເຜິ້ງທຳມະຊາດ ເກືອໂບຮານ ຊີ້ນສະຫວັນ ນ້ຳຫວານຕົ້ນຫາງແຂ້ ນ້ຳມາກຍໍ ຜະລິດ ຕະພັນຈາກຫວາຍ ຜະຕະພັນເສັ້ນໃຍກ້ວຍ ນ້ຳມາກໄມ້ປອດສານພິດ ເຄື່ອງປັ້ນດິນເຜົາ ແລະທູບຫອມ ເປັນຕົ້ນ.

ຍິ່ງໄປກວ່ານັ້ນ ການພັດທະນາຜະລິດຕະພັນດັ່ງກ່າວນີ້ ກໍຍັງຖືວ່າ ໄດ້ມີການຂະຫຍາຍ ຕົວຢ່າງຊັກຊ້າຫຼາຍ ເນື່ອງຈາກວ່າ ຜະລິດຕະພັນທັງ 165 ລາຍການນີ້ ເປັນຜົນຜະລິດ ສ່ວນໃຫຍ່ ກໍນອນຢູ່ໃນ 4 ແຂວງເປົ້າໝາຍເທົ່ານັ້ນ ອີກດ້ວຍ ກໍຄືແຂວງສະຫວັນນະເຂດ ຈຳປາສັກ ວຽງຈັນ ແລະຄຳມ່ວນ.

ທັງນີ້ ໂດຍມີສາເຫດມາຈາກການທີ່ບັນດາວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງ ໃນລາວຍັງມີການຜະລິດສິນຄ້າທີ່ມີລະດັບຄຸນນະພາບຕ່ຳ ເນື່ອງຈາກວ່າ ຜູ້ຜະລິດສິນຄ້າ ສ່ວນໃຫຍ່ ຍັງຂາດຄວາມຮູ້ ຄວາມເຂົ້າໃຈ ແລະບໍ່ມີທັກສະ ໃນການຜະລິດສິນຄ້າ ທີ່ເປັນ ທີ່ຕ້ອງການຂອງຕະຫຼາດ ທັງຍັງຂາດວິຊາການ ທີ່ກ່ຽວກັບການຜະລິດສິນຄ້າ ທີ່ໄດ້ມາດ ຕະຖານອີກດ້ວຍ.

XS
SM
MD
LG