ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວວາງແຜນ ຈະເກັບລາຍຮັບ ໃຫ້ໄດ້ ຢ່າງນ້ອຍ 25,815 ຕື້ກີບ ໃນ ແຜນປະຈຳປີ 2014-2015


ທ່ານ ລຽນ ທິ​ແກ້ວ ລັດຖະມົນຕີ​ວ່າການ ກະຊວງ​ການ​ເງິນ ​ໄດ້​ມີ​ຄຳ​ສັ່ງ​ເຖິງ​ກົມ​ພາສີ ແລະ ໜ່ວຍງານ​ກ່ຽວຂ້ອງ ກັບ​ການຈັດ​ເກັບ​ລາຍ​ຮັບເຂົ້າງົບປະມານ​ ຂອງລັດຖະບານ​ໃນ​ທົ່ວ​ປະ​ເທດ.
ທ່ານ ລຽນ ທິ​ແກ້ວ ລັດຖະມົນຕີ​ວ່າການ ກະຊວງ​ການ​ເງິນ ​ໄດ້​ມີ​ຄຳ​ສັ່ງ​ເຖິງ​ກົມ​ພາສີ ແລະ ໜ່ວຍງານ​ກ່ຽວຂ້ອງ ກັບ​ການຈັດ​ເກັບ​ລາຍ​ຮັບເຂົ້າງົບປະມານ​ ຂອງລັດຖະບານ​ໃນ​ທົ່ວ​ປະ​ເທດ.

ລັດຖະບານ​ລາວ ວາງ​ຄາດໝາຍ​ການຈັດ​ເກັບ ລາຍ​ຮັບ ​ໃຫ້​ໄດ້
​ບໍ່​ນ້ອຍ​ກວ່າ 25,815 ຕື້​ກີບ ​ໃນ​ຕະຫລອດ​ແຜນການ​ປະຈຳ​ປີ
2014-2015 ນີ້ ​ແລະ ຈະ​ຄວບ​ຄຸມ​ລາຍ​ຈ່າຍ​ໃຫ້​ບໍ່ເກີນ 31,000
ຕື້​ກີບ ​ໃນ​ລະຍະ​ດຽວ​ກັນ.

ທ່ານ​ລຽນ ທິ​ແກ້ວ ລັດຖະມົນຕີ​ວ່າການ ກະຊວງ​ການ​ເງິນ ​ຖະ​ແຫລ​ງຢືນຢັນ​ວ່າ​ ລັດຖະບານ​ລາວ ໄດ້​ວາງ​ຄາດໝາຍ ທີ່​ຈະ​ຈັດ​ເກັບ​ລາຍ​ຮັບ​ເຂົ້າງົບປະມານ ​ໃນ​ແຜນການ​ປະຈຳ​ປີ 2014-2015 ນີ້ ​ໃຫ້​ໄດ້​ບໍ່​ນ້ອຍ​ກວ່າ 25,815 ຕື້​ກີບ ຊຶ່ງ​ຄິດ​ເປັນ 25 ​ເປີ​ເຊັນ ຂອງ​ມູນ​ຄ່າ​ຜະລິດ​ຕະພັນລວມພາຍ​ໃນ (GDP) ​ໃນ​ຕະຫລອດ​ແຜນການ​ປີ ​ໂດຍ​ໃນ​ນີ້ ກໍ​ຈະ​ຕ້ອງ​ເປັນ​ການຈັດ​ເກັບ​ລາຍ​ຮັບ ຈາກ​ພາຍ​ໃນ​ປະ​ເທດ ​ໃຫ້​ໄດ້​ບໍ່​ນ້ອຍ​ກວ່າ 20,500 ຕື້​ກີບ ສ່ວນ​ທີ່​ເຫຼືອນັ້ນ ຈະ​ເປັນ​ການ​ກູ້​ຢືມ​ຈາກ​ສະ​ຖາ​ບັນ​ການ​ເງິນ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ.

ສ່ວນ​ໃນ​ດ້ານງົບປະມານ​ລາຍ​ຈ່າຍ​ນັ້ນ ລັດຖະບານ​ລາວ ກໍ​ຈະ​ຄວບ​ຄຸມ​ການ​ໃຊ້​ຈ່າຍ
​ງົບປະມານໃຫ້​ຢູ່​ໃນ​ລະດັບ​ດຽວ​ກັນ ກັບ​ແຜນການ​ປີ 2013-2014 ທີ່​ຜ່ານ​ມາ ກໍ​ຄື ​ໃນ​ມູນ
​ຄ່າ​ລວມບໍ່​ເກີນ 31,000 ຕື້​ກີບ ຫຼື ຄິດ​ເປັນ 30 ​ເປີ​ເຊັນ ຂອງ​ມູນ​ຄ່າ GDP ຊຶ່ງ​ຈະ​ເຮັດ​ໃຫ້​
ລັດຖະບານ​ລາວ ສາມາດຄວບ​ຄຸມ ການ​ຂາດດຸນ​ດ້ານ​ງົບປະມານ ​ໃນ​ສັດ​ສ່ວນ​ບໍ່​ເກີນ 5
​ເປີ​ເຊັນ ຂອງ GDP ທີ່​ລັດຖະບານ​ລາວ ຈະ​ດຸນ​ດ່ຽງ​ດ້ວຍ​ການ​ຂໍ​ຄວາມ​ຊ່ອຍ​ເຫຼືອ ຈາກ​
ຕ່າງປະ​ເທດ​ເປັນ​ດ້ານຫຼັກນັ້ນ​ເອງ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ​ໃນ​ຕະຫລອດ​ແຜນການ​ປີ 2013-2014 ທີ່​ຜ່ານ​ມາ ລັດຖະບານ​ລາວ
​ກໍ​ຈັດ​ເກັບ​ລາຍ​ຮັບ​ໄດ້ ​ໃນ​ມູນ​ຄ່າ​ລວມ 21,145 ຕື້​ກີບ ຊຶ່ງ​ຄິດ​ເປັນ 87 ​ເປີ​ເຊັນ ຂອງ​ເປົ້າ
ໝາຍ​ແຜນການ​ທີ່​ວາງ​ໄວ້ ຕະຫລອດ​ປີ ​ເທົ່າ​ນັ້ນ ​ໂດຍ​ຈາກ​ສະພາບ​ການ​ດັ່ງກ່າວປະກອບ
​ກັບໄດ້​ມີ​ການ​ໃຊ້​ຈ່າຍ​ງົບປະມານ ​ນອກ​ແຜນການ ຫຼື ບໍ່​ໄດ້​ຜ່ນການ​ຮັບຮອງ ຈາກ​ສະພາ
​ແຫ່ງ​ຊາດ​ລາວ ຄິດ​ເປັນ​ມູນ​ຄ່າ​ລວມ​ເກີນ​ກວ່າ​ 3,340 ຕື້​ກີບ ດ້ວຍ​ນັ້ນ ຈຶ່ງ​ເຮັດ​ໃຫ້​ລັດຖະບາ​ນ ລາວ ຕ້ອງ​ປະ​ເຊີນ​ກັບ​ການ​ຂາດ​ດຸນ​ດ້ານ​ງົບປະມານ ຢ່າງ​ໜັກໜ່ວງ ​ແລະ ຕໍ່​ເນື່ອງ ​ເລື້ອຍໆ​ມາ ​ຈົນ​ເຖິງ​ແຜນການ​ປີ 2014-2015 ນີ້​ດ້ວຍ.

ໂດຍສາ​ເຫດ​ທີ່​ສຳຄັນ​ປະການ​ໜຶ່ງ ທີ່​ເຮັດ​ໃຫ້ການ​ຈັດ​ເກັບ​ ລາຍ​ຮັບ ຂອງລັດຖະບານ​ລາວ ບໍ່​ເປັນ​ໄປ​ຕາມ​ແຜນການ ທີ່ ວາງ​ໄວ້​ນັ້ນ ກໍ​ຄື​ການ​ປະຕິບັດ​ໜ້າ​ທີ່ ​ໂດຍ​ທຸ​ຈະລິດ ຂອງ​ພະນັກງານລັດ.
ໂດຍສາ​ເຫດ​ທີ່​ສຳຄັນ​ປະການ​ໜຶ່ງ ທີ່​ເຮັດ​ໃຫ້ການ​ຈັດ​ເກັບ​ ລາຍ​ຮັບ ຂອງລັດຖະບານ​ລາວ ບໍ່​ເປັນ​ໄປ​ຕາມ​ແຜນການ ທີ່ ວາງ​ໄວ້​ນັ້ນ ກໍ​ຄື​ການ​ປະຕິບັດ​ໜ້າ​ທີ່ ​ໂດຍ​ທຸ​ຈະລິດ ຂອງ​ພະນັກງານລັດ.

ໂດຍສາ​ເຫດ​ທີ່​ສຳຄັນ​ປະການ​ໜຶ່ງ ທີ່​ເຮັດ​ໃຫ້ການ​ຈັດ​ເກັບ​
ລາຍ​ຮັບ ຂອງລັດຖະບານ​ລາວ ບໍ່​ເປັນ​ໄປ​ຕາມ​ແຜນການ ທີ່
ວາງ​ໄວ້​ນັ້ນ ກໍ​ຄື​ການ​ປະຕິບັດ​ໜ້າ​ທີ່ ​ໂດຍ​ທຸ​ຈະລິດ ຂອງ​ພະນັກ
ງານລັດ ທີ່​ກ່ຽວຂ້ອງກັບ​ການຈັດ​ເກັບ​ລາຍ​ຮັບ ຈາກ​ພາສີ​ອາກອນ
​ແລະ ຄ່າ​ທຳນຽມ​ຕ່າງໆ ຊຶ່ງ​ເຮັດ​ໃຫ້​ເກີດ​ການ​ຮົ່ວ​ໄຫລ ຂອງ​ລາຍ
​ຮັບ​ຢ່າງ​ຫລວງຫຼາຍ ໃນ​ຕະຫລອດ​ປີ ທີ່​ຜ່ານ​ມາ.

​ໂດຍ​ຕໍ່​ບັນຫາ​ດັ່ງກ່າວ ກໍ​ໄດ້​ເປັນ​ຜົນ​ເຮັດ​ໃຫ້ ທ່ານ ລຽນ ທິ​ແກ້ວ
ລັດຖະມົນຕີ​ວ່າການ ກະຊວງ​ການ​ເງິນ ​ໄດ້​ມີ​ຄຳ​ສັ່ງ​ເຖິງ​ກົມ​ພາສີ
​ແລະ ໜ່ວຍງານ​ກ່ຽວຂ້ອງ ກັບ​ການຈັດ​ເກັບ​ລາຍ​ຮັບ ​ເຂົ້າງົບ
ປະມານ​ຂອງ ລັດຖະບານ​ໃນ​ທົ່ວ​ປະ​ເທດ ​ເພື່ອ​ໃຫ້​ເພີ້​ມຄວາມ
ເຂັ້ມງວດ ​ເຂົ້າ​ໃນ​ການ​ກວດກາ​ການ​ແຈ້ງ​ລາຄາ ຂອງ​ສິນຄ້າ​ທີ່​
ນຳ​ເຂົ້າ ຈາກ​ຕ່າງປະ​ເທດ ​ເພື່ອ​ປະ​ເມີນ​ການ​ເສຍພາສີ ​ແລະ​ ພັນທະ​ຕ່າ​ງໆ ຢ່າງ​ຖືກຕ້ອງ​
ຕາມ​ກົດໝາຍ.

ໂດຍ​ສະ​ເພາະ​ແມ່ນ​ຍານພາຫະນະ ​ແລະ ນ້ຳມັນ​ນັ້ນ ​ໃຫ້​ຖື​ເປັນ​ປະ​ເພດ​ສິນຄ້າ ທີ່​ຈະ​ຕ້ອງ​ກວດກາ ຢ່າງ​ເຂັ້ມງວດ​ທີ່​ສຸດ ​ເນື່ອງ​ຈາກ​ປາກົດ​ວ່າ ​ໄດ້​ມີ​ການ​ລັກ​ລອບ​ນຳ​ເຂົ້າມາ​ໃນ​ລາວ ​ໂດຍ​ບໍ່​ຖືກຕ້ອງ​ຕາມ​ລະບຽບ​ກົດໝາຍ ທັງ​ຍັງ​ໄດ້​ມີ​ການ​ສວຍ​ໂອກາດ ນຳ​ເຂົ້ານ້ຳມັນ​ເກີນ
​ໂຄ​ວຕ້າ ຂອງ​ບັນດາ​ໜ່ວຍ​ທຸລະ​ກິດ​ຕ່າງ​ຊາດ ທີ່​ລົງທຶນ​ໃນ​ລາວ​ອີກ​ດ້ວຍ ດັ່ງ​ທີ່​ເຈົ້າໜ້າ​ທີ່
​ຂັ້ນສູງ ​ໃນ​ກະ​ຊວງ​ການ​ເງິນ ​ໄດ້​ໃຫ້ການ​ອະທິບາຍ​ວ່າ:

“ນ້ຳມັນ​ໂຄງການ ນ້ຳມັນ​ຍົກ​ເວັ້ນພາສີ​ນີ້ ຜ່ານ​ມາ​ນີ້ ​ແທນ​ທີ່​ວ່າ​ສິ​ເອົາ​ໄປ​ຮັບ​ໃຊ້​ໂຄງການ​ໂດ​ຍສະ​ເພາະ​ ​ເອົາ​ໄປ​ຮັບ​ໃຊ້​ໂຄງການ ​ກະ​ເອົາ​ໄປ​ຢູ່ ປະມານ 10-20
​ເປີ​ເຊັນ ​ແຕ່​ເຫຼືອຫັ້ນ​ແມ່ນ​ໄປ​ລົງ​ປ້ຳ ດັ່ງນັ້ນ ​ໃນ​ເມື່ອ​ວ່າ​ນ້ຳມັນ​ດັ່ງກ່າວນີ້ ​ເອົາ​ໄປ​
ລົງ​ປ້ຳ​ແລ້ວ ມັນ​ກະ​ສ້າງ​ຄວາມ​ວຸ້ນ​ວາຍ ​ໃຫ້​ຕະຫລາດ​ນ້ຳມັນ​ຂອງ​ພວກ​ເຮົາ.”

ໂດຍ​ໃນ​ຕະຫລອດ​ປີ 2014 ນີ້ ຄາດ​ວ່າ​ບັນ​ດາ​ບໍລິສັດ​ຕ່າງ​ຊາດ ທີ່​ລົງທຶນ​ໃນລາວ​ຈະ​ນຳ​
ເຂົ້ານ້ຳມັນຫຼາຍກວ່າ 230 ລ້ານ​ລິດ ​ໂດຍ​ຖ້າ​ຫາກ​ວ່າ ​ໄດ້​ມີ​ການ​ລັກລອບ​ຈຳໜ່າຍ ​ໃນ​
ລາວ​ຈິງ ກໍ​ຈະ​ເຮັດ​ໃຫ້​ລັດຖະບານລາວ ຕ້ອງ​ສູນ​ເສຍ​ລາຍ​ຮັບ​ຄິດ​ເປັນ​ມູນ​ຄ່າ​ບໍ່​ນ້ອຍ​ກວ່າ
1,600 ຕື້​ກີບ.

XS
SM
MD
LG