ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ລາວຕ້ອງໃຊ້ເງິນ 700 ຕື້ກວ່າກີບ ເພື່ອຊ່ວຍເຫຼືອ ເຂດແຂວງພາກໃຕ້ ທີ່ປະສົບໄພນໍ້າຖ້ວມ


ນໍ້າຖ້ວມ ຢູ່ແຂວງອັດຕະປື ຊຶ່ງເປັນນຶ່ງໃນ 4 ແຂວງ ທີ່ຖືກນໍ້າຖ້ວມ ຢ່າງໜັກໜ່ວງ ໃນເຂດພາກໃຕ້ ຂອງລາວ.
ນໍ້າຖ້ວມ ຢູ່ແຂວງອັດຕະປື ຊຶ່ງເປັນນຶ່ງໃນ 4 ແຂວງ ທີ່ຖືກນໍ້າຖ້ວມ ຢ່າງໜັກໜ່ວງ ໃນເຂດພາກໃຕ້ ຂອງລາວ.
ລັດຖະບານ​ລາວ ຕ້ອງ​ໃຊ້​ງົບປະມານ​ຫຼາຍ​ກວ່າ 700 ຕື້​ກີບ
ສໍາລັບ​ຟື້ນ​ຟູ​ສະພາບ​ການ​ໃນ​ເຂດ​ແຂວງ​ພາກ​ໃຕ້​ ທີ່ກໍາລັງ​
ປະ​ເຊີນ​ກັບ​ໄພ​ນໍ້າ​ຖ້ວມ​ຢ່າງ​ກວ້າງຂວາງ ​ແລະ​ໜັກໜ່ວງໃນ​
ຂະນະ​ນີ້. ຊົງຣິດ ມີລາຍລະອຽດ.


ທ່ານ​ທອງ​ສິງ ທໍາ​ມະ​ວົງ ນາຍົກລັດຖະມົນຕີລາວ ​ໄດ້​ຖະ​ແຫຼ​ງຍອມຮັບ​ວ່າ ​ລາວ​ໄດ້​ຮັບ
ຜົນກະທົບ​ຈາກ​ໄພ​ນໍ້າ​ຖ້ວມ​ຢ່າງ​ໜັກໜ່ວງ​ຫຼາຍ​ຂຶ້ນທຸກ​ປີ ​ໂດຍ​ຈະ​ເຫັນ​ໄດ້​ຈາກ​ໄພ​ນໍ້າ​
ຖ້ວມ​ໃນ​ປີ 2012 ນັ້ນ ກໍເຮັດ​ໃຫ້​ຕ້ອງ​ມີ​ການ​ໃຊ້​ຈ່າຍ​ງົບປະມານ​ໄປ​ ຫຼາຍ​ກວ່າ 400 ຕື້​
ກີບສໍາລັບ​ໃຫ້ການ​ຊ່ວຍ​ເຫຼືອ​ປະຊາຊົນ​ທີ່​ໄດ້​ຮັບ​ຜົນ​ກະທົບ ລວມ​ເຖິງການ​ຟື້ນ​ຟູ​ສະພາບ​
ການ​ຕ່າງໆ​ໃຫ້​ກັບ​ຄືນສູ່​ສະພາບປົກກະຕິ​ອີກ​ດ້ວຍ.

ບໍລິສັດ Lao Law & Consultancy ບໍລິຈາກ 50 ລ້ານກີບ ຊ່ວຍໄພນໍ້າຖ້ວມ
ບໍລິສັດ Lao Law & Consultancy ບໍລິຈາກ 50 ລ້ານກີບ ຊ່ວຍໄພນໍ້າຖ້ວມ

ຫາກ​ແຕ່​ວ່າ​ ​ໄພ​ນໍ້າ​ຖ້ວມ​ໃນ​ປີ 2013 ນີ້ ທີ່​ເລີ່​ມຈາກ​ເຂດ​ພາກ​
ເໜືອ ​ຕໍ່​ເນື່ອງ​ມາ​ພາກ​ກາງ ​ແລະ​ລົງ​ໄປ​ພາກ​ໃຕ້​ໃນ​ເວລາ​ນີ້
ກໍຍັງ​ເຮັດ​ໃຫ້​ເກີດ​ການ​ເສຍ​ຫາຍ​ຫຼາຍ​ກວ່າ​ປີ​ທີ່​ຜ່ານ​ມາ ​ໂດຍ
ຄາດ​ວ່າ​ຈະ​ຕ້ອງ​ໃຊ້​ຈ່າຍງົບປະມານ​ຫຼາຍ​ກວ່າ 700 ຕື້​ກີບ ສໍາ
ລັບ​ການ​ບູລະນະ​ຟື້ນ​ຟູ​ສະພາບການ​ຕ່າງໆ ​ໃຫ້​ກັບ​ຄືນ​ສູ່​ສະພາ
ວະ​ທີ່​ເປັນ​ປົກກະຕິ​ໄດ້ ດັ່ງ​ທີ່​ທ່ານ​ທອງ​ສິງໄດ້​ຖະ​ແຫຼ​ງຢືນຢັນວ່າ:

“ລັດຖະບານ​ຕ້ອງ​ໃຊ້​ເງິນ​ທອງໄປ​ ປະມານ 400 ຕື້​ກີບ
​ເພື່ອ​ແກ້​ໄພ​ທໍາ​ມະ​ຊາດ​ປີ​ແລ້ວ ​ແຕ່​ວ່າ​ປີ​ນີ້​ ຜັດ​ພາກ​ເໜືອ​
ກະ​ເກີດ ພາກ​ກາງ​ກະ​ເກີດ ພາກ​ໃຕ້​ກະ​ເກີດ ອັນ​ນີ້​ກໍ​ເປັນ​
ເຫດການ​ທີ່ຫຍຸ້ງຍາກ ​ເສດຖະກິດ​ຂອງ​ພວກ​ເຮົາ​ມີ​ຄວາມ​ຫຍຸ້ງຍາກ​ຢູ່​ແລ້ວ ງົບ
ປະມານ​ຂອງ​ພວກ​ເຮົາ​ຕໍ່າ​ຢູ່ ​ແລ້ວ ຜັດ​ຖອກ​ເທ​ໃຫ້​ກັບ​ໄພພິບັດ​ທາງ​ທໍາ​ມະ​ຊາດ​ ໜັກໜ່ວງ​ສົມຄວນ​ໃນ​ແຕ່ລະ​ປີ.”


ນໍ້າຖ້ວມ ຕະຫຼາດຈໍາປາສັກ
ນໍ້າຖ້ວມ ຕະຫຼາດຈໍາປາສັກ

ໂດຍ​ການທີ່​ມີ​ຝົນຕົກ​ລົງ​ມາ​ຢ່າງ​ຫຼວງ​ຫຼາຍ ນັບ​ແຕ່​ທ້າຍ​ເດືອນ
​ກັນຍາ​ເປັນ​ຕົ້ນ​ມາ ​ໄດ້​ເຮັດ​ໃຫ້ເກີດ​ໄພ​ນໍ້າ​ຖ້ວມ​ຢ່າງ​ກວ້າງຂວາງ​
ໃນ​ທັງ 10 ​ເມືອງ​ຂອງ​ແຂວງ​ຈໍາປາ​ສັກ ​ແລະ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່
​ຊີ​ວີ​ດການ​ເປັນ​ຢູ່​ຂອງ​ປະຊາຊົນ​ຫຼາຍ​ກວ່າ 134,000 ຄົນ​ຢູ່​ໃນ​ເຂດ 318 ບ້ານ ທັງ​ກໍ​ຍັງ ​ເຮັດ​ໃຫ້​ນາ​ເຂົ້າ​ເສຍ​ຫາຍ​ໄປ​ແລ້ວ​ກວ້າງ​ກວ່າ 15,000 ​ເຮັກ​ຕ້າ ສັດລ້ຽງ​ຕາຍ​ໄປ​ຫຼາຍ​ພັນ​ຕົວ ​ແລະ​ຖະໜົນ​ເປ້​ເພ​ໄປ​ເຖິງ 50 ​ເສັ້ນທາງ.

ສ່ວນ​ຢູ່​ເຂດ​ແຂວງ​ສາລະ​ວັນ​ນັ້ນ ທັງ 8 ​ເມືອງ​ຂອງ​ແຂວງ​ ຕ່າງກໍ
​ຕ້ອງ​ປະ​ເຊີນ​ກັບ​ໄພ​ນໍ້າ​ຖ້ວມ ຢ່າງ​ໜັກ​ໜ່ວງ​ເຊັ່ນ​ດຽວ​ກັນ ​ໂດຍ​ສະ​ເພາະແມ່ນ​ຄົງ​ເຊໂດນ​
ນັ້ນ ກໍ​ມີ​ປະຊາຊົນ​ໄດ້​ຮັບ​ຜົນ​ກະທົບ​ເຖິງ 9,596 ຄອບຄົວ​ໃນ​ເຂດ 79 ບ້ານ ​ແລະ​ພື້ນ​ທີ່​
ການ​ກະ​ເສດ​ເສຍຫາຍ​ ໄປ​ກວ້າງ​ກວ່າ 12,500 ​ເຮັກຕ້າ ຈຶ່ງ​ນັບເປັນ​ອີກ​ເຂດ​ນຶ່ງ​ທີ່​ໄດ້​ຮັບ​
ຜົນ​ກະທົບ​ຮຸນ​ແຮງ​ທີ່​ສຸດ.

ສໍາລັບ​ຢູ່ແຂ​ວງ​ເຊ​ກອງ​ນັ້ນ ກໍ​ມີ​ເມືອງ​ກະລຶມ ​ເມືອງ​ທ່າ​ແຕງ ​ແລະ​ເມືອງ​ລະ​ມານ​ ທີ່​ໄດ້​
ຮັບ​ຜົນ​ກະທົບຫຼາຍ​ທີ່​ສຸດ ​ໂດຍ​ມີ​ປະຊາຊົນ​ຫຼາຍ​ກວ່າ 2,200 ຄອບຄົວ​ ຫຼື​ໝື່ນ​ກວ່າ​ຄົນ ໃນ 60 ກວ່າ ບ້ານ​ທີ່​ໄດ້​ຮັບ​ຜົນ​ກະທົບ ​ແລ​ະພື້ນ​ທີ່​ການ​ກະ​ເສດ​ເສຍ​ຫາຍ​ໄປ​ຢ່າງ​ສິ້ນ​ເຊີງ
ກວ້າງ​ກວ່າ 2,500 ​ເຮັກ​ຕ້າ ພ້ອມ​ດ້ວຍ​ໜອງລ້ຽງ​ປາ 45 ​ແຫ່ງ ​ແລະ​ຖະໜົນ 30 ​ເສັ້ນ
ຄິດ​ເປັນ​ລະ​ຍະ​ທາງ​ຍາວ​ກວ່າ 450 ກິ​ໂລ​ແມັດ ທີ່​ຈະ​ຕ້ອງ​ສ້ອມ​ແປງ​ຢ່າງ​ຮີບ​ດ່ວນ.

ສ່ວນ​ຢູ່​ແຂວງ​ອັດ​ຕະປືນັ້ນ ກໍ​ມີ​ເມືອງ​ໄຊ​ເສດ​ຖາ ​ເມືອງ​ສະໜາມ​ໄຊແລະ​ເມືອງ​ສາມັກ​ຄີ​ໄຊ
ທີ່​ໄດ້​ຮັບ​ຜົນ​ກະທົບ​ຮ້າຍ​ແຮງທີ່​ສຸດ ​ໂດຍ​ພື້ນ​ທີ່​ການ​ກະ​ເສດ​ເສຍ​ຫາຍ​ໄປ​ກວ້າງ​ກວ່າ 15,000 ​ເຮັກ​ຕ້າ ​ແລະ​ປະຊາຊົນ​ໃນ​ເຂດ 79 ບ້ານ ກໍ​ຍັງ​ຂາດ​ເຂີນ​ປັດ​ໄຈ​ສີ່ ​ແລະ​ຈະ​ຕ້ອງ​
ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຢ່າງ​ຮີບ​ດ່ວນ​ທີ່​ສຸດ ​ໂດຍຍັງ​ບໍ່​ທັນ​ລວມ​ເຖິງ​ໂຮງຮຽນ 220 ກວ່າ​
ແຫ່ງ​ໃນ​ທັງ​ສີ່​ແຂວງພາກ​ໃຕ້ ​ທີ່​ຈະ​ຕ້ອງ​ໄດ້​ຮັບ​ການ​ສ້ອມ​ແປງ​ຢ່າງ​ຮີບ​ດ່ວນ​ທີ່​ສຸດ​ອີກດ້ວຍ.

ກ່ອນ​ໜ້າ​ນີ້ ​ແຂວງ​ອຸດົມ​ໄຊ ກໍ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພ​ນໍ້າ​ຖ້ວມ​ຄັ້ງ​ໃຫຍ່ ​ແລະ​ດິນເຈື່ອນ
​ຢູ່​ໃນ​ເຂດ​ເມືອງ​ແບ​ງ ຊຶ່ງນອກຈາກ​ຈະ​ມີ​ປະຊາຊົນ​ລາວ​ເຖິງ 16 ຄົນ ທີ່​ເສຍ​ຊີວິດ​ໄປ​ໃນໄພ​ທໍາ​ມະ​ຊາດ​ຄັ້ງ​ນີ້​ແລ້ວ ຍັງມີເຮືອນ​ຊານທີ່​ໄຮ່​ທີ່​ນາ ​ແລະ​ຊັບ​ສິນ​ຂອງ​ປະຊາຊົນ ຕະຫຼອດ​ຈົນ​ພື້ນຖານ​ໂຄງ​ລ່າງ​ຕ່າງໆຂອງ​ສ່ວນ​ລວມ ​ເຊັ່ນ ຖະໜົນ ​ເສົາ​ໄຟຟ້າ ລະບົບ​ການ​ສື່ສານ​ທາງ​ໂທລະສັບ ຄອງ​ຊົນລະປະທານ ອາຄານ​ສະຖານ​ທີ່​ຕ່າງ​ໆຂອງ​ລັດຖະ ບານ​ນັ້ນ ກໍ​ເສຍ​ຫາຍ​ໄປ​ຢ່າງ​ຫຼວງ​ຫຼາຍ​ອີກ​ດ້ວຍ.

ທາງ​ດ້ານ​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ຂອງ​ກົມ​ອຸຕຸນິຍົມ​ວິດ​ທະຍາ ​ແລະ​ອຸ​ທົກ​ກະສາ​ດ ກໍຍອມຮັບ​ວ່າ​ສະ​ພາວະ​ການ​ຂາດ​ແຄນ​ດ້ານ​ງົບປະມານ ​ເຮັດ​ໃຫ້ການ​ແຈ້ງ​ເຕືອນ​ປະຊາຊົນ​ກ່ຽວ​ກັບ​ສະພາບ​ອາກາດ ​ສາມາດ​ປະຕິບັດ​ໄດ້​ຢ່າງ​ຈໍາກັດ ຊຶ່ງ​ຜົນ​ທີ່​ຕິດຕາມ​ມາ ​ກໍ​ຄື​ປະຊາຊົນ ໃນຫຼາຍໆ​ພື້ນ​ທີ່ໃນ​ລາວ ບໍ່​ໄດ້​ຮັບ​ຂໍ້​ມູນ​ຂ່າວສານ​ການ​ພະຍາກອນ​ສະພາບ​ອາກາດ​ລ່ວງ​ໜ້າ ຈຶ່ງບໍ່​ມີ​ການ​ຕຽມ​ພ້ອມ​ເພື່ອ​ຮັບ​ມື​ກັບ​ສະພາບ​ອາກາດ​ທີ່​ເກີດ​ຂຶ້ນ.
XS
SM
MD
LG