ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ລາວ ຈະຂຶ້ນເງິນເດືອນ ໃຫ້ລັດຖະກອນ ເລີ່ມວັນທີ 1 ຕຸລານີ້


ກອງປະຊຸມລັດຖະບານລາວ ເພື່ອຂຶ້ນເງິນເດືອນ ໃຫ້ລັດຖະກອນ ທົ່ວປະເທດ
ກອງປະຊຸມລັດຖະບານລາວ ເພື່ອຂຶ້ນເງິນເດືອນ ໃຫ້ລັດຖະກອນ ທົ່ວປະເທດ
ລັດຖະບານລາວຈະປັບຂຶ້ນເງິນເດືອນໃຫ້ກັບລັດຖະກອນທຸກຄົນ
ໃນທົ່ວປະເທດ ອີກຄັ້ງນຶ່ງໃນເດືອນຕຸລານີ້ ຫາກແຕ່ວ່າໃນຂະນະ
ດຽວກັນກໍຈະໂຈະການຈ່າຍເງິນອຸດໜຸນເດືອນລະ 760,000 ກີບ
ໃນທຸກກໍລະນີ.


ທ່ານ ພູເພັດ ຄໍາພູນວົງ ລັດຖະມົນຕີວ່າການກະຊວງການເງິນ ຖະແຫຼງຢືນຢັນວ່າ ລັດ ຖະບານລາວຈະປັບຂຶ້ນເງິນເດືອນອີກຄັ້ງນຶ່ງ ໃຫ້ກັບລັດຖະກອນທຸກຄົນ ໃນທົ່ວປະເທດ
ນັບແຕ່ວັນທີ 1 ຕຸລາ ປີ 2013 ນີ້ເປັນຕົ້ນໄປ ໂດຍຈະເປັນການປັບຂຶ້ນຈາກ 4,800 ກີບ ເປັນ 6,700 ກີບ ຕໍ່ ດັດຊະນີ ຫຼືເພີ່ມຂຶ້ນເກືອບ 40%ຊຶ່ງກໍເປັນຜົນເຮັດໃຫ້ລັດຖະ ບານ ລາວຈະຕ້ອງມີລາຍ ຈ່າຍດ້ານເງິນເດືອນຂອງ ລັດຖະກອນ ເພີ່ມຂຶ້ນຢ່າງຫຼີກຫຼ່ຽງ ບໍ່ໄດ້.

ເພາະສະນັ້ນ ເພື່ອເປັນການຫຼຸດຜ່ອນບັນຫາການຂາດທືນດ້ານງົບປະມານຂອງລັດຖະ ບານລາວທີ່ຈະເພີ່ມຂຶ້ນໃນແຜນການປະຈໍາປີ 2013-2014 ທີ່ຈະເລີ່ມລົງມື ຈັດຕັ້ງ ປະຕິບັດນັບແຕ່ວັນທີ 1 ຕຸລານີ້ ໄປຈົນເຖິງວັນທີ 30 ກັນຍາ ປີ 2014 ນັ້ນ ນອກຈາກ ທຸກພາກສ່ວນຈະຕ້ອງພະຍາຍາມຈັດເກັບລາຍຮັບໃຫ້ໄດ້ເພີ່ມຂຶ້ນ ຕາມແຜນການທີ່ ວາງໄວ້ແລ້ວ ລັດຖະບານລາວຍັງຈະຕ້ອງໂຈະການຈ່າຍເງິນອຸດໜຸນເດືອນລະ 760,000 ກີບໃຫ້ລັດຖະກອນທຸກຄົນໃນທົ່ວປະເທດ ນັບແຕ່ວັນທີ 1 ຕຸລາປີນີ້ເປັນ ຕົ້ນໄປອີກດ້ວຍ ດັ່ງທີ່ທ່ານພູເພັດ ໄດ້ໃຫ້ການຊີ້ແຈງວ່າ:
ທ່ານ ພູເພັດ ຄໍາພູນວົງ ລັດຖະມົນຕີກະຊວງການເງິນ

ອຸດໜຸນຄ່າຄອງຊີບນີ້ໄດ້ຖົກຖຽງ ໄດ້ເວົ້າກັນຫຼາຍ ຢູ່ໃນກອງປະຊຸມລັດຖະ ບານ ນີ້ກະມີຄວາມເຫັນວ່າຈະຕ້ອງໄດ້ຍຸຕິການປະຕິບັດເງິນອຸດໜຸນ 760,000 ກີບນີ້ ເພາະອຸດໜຸນ 760,000 ກີບນີ້ມັນເປັນການອຸດໜຸນຄ່າຄອງ ຊີບ ມັນກໍບໍ່ຈໍາເປັນ ວ່າຈະຕ້ອງປະຕິບັດໄປຢ່າງຖາວອນຫັ້ນໜ່ະ ແລະຖ້າວ່າ ຍັງສືບຕໍ່ປະຕິບັດ ກໍອາດ ປະຕິບັດສະເພາະພວກພະນັກງງານບໍານານ ພະນັກ ງານທີ່ເສຍອົງຄະ.”

ໂດຍໃນແຜນການປະຈໍາປີ 2013-2014 ນີ້ ລັດຖະບານລາວໄດ້ວາງເປົ້າໝາຍທີ່ ຈະ ຈັດເກັບລາຍຮັບໃຫ້ໄດ້ໃນມູນຄ່າລວມ 29,580 ຕື້ກີບ ແລະຈະຄວບຄຸມລາຍ ຈ່າຍໃຫ້ ຢູ່ໃນມູນຄ່າລວມ 29,580 ຕື້ກີບ ເຊັ່ນດຽວກັນ ຊຶ່ງໃນນີ້ກໍເປັນລາຍຈ່າຍ ສໍາລັບເງິນ ເດືອນລັດຖະກອນເຖິງ 10,780 ຕື້ກີບ ຄິດເປັນ 36% ຂອງລາຍຈ່າຍ ທັງໝົດແລະ ເພີ່ມຂຶ້ນເຖິງ 35% ເມື່ອທຽບໃສ່ແຜນການປະຈໍາປີ 2012-2013 ທີ່ ກໍາລັງຈະສິ້ນສຸດ ແຜນການລົງໃນທ້າຍເດືອນກັນຍານີ້

ແຕ່ຢ່າງໃດກໍຕາມ ທ່ານພູເພັດ ກໍຍອມຮັບວ່າການທີ່ຈະປະຕິບັດໃຫ້ໄດ້ຕາມແຜນການ ດັ່ງກ່າວກໍບໍ່ແມ່ນເລຶ່ອງງ່າຍໆ ເພາະທຸກພາກສ່ວນຈະຕ້ອງຮ່ວມກັນຈັດເກັບ ລາຍຮັບ ພາຍໃນປະເທດໃຫ້ໄດ້ໃນມູນຄ່າລວມບໍ່ໜ້ອຍກວ່າ 20,017 ຕື້ກີບ ຫຼື ເພີ່ມຂຶ້ນເຖິງ 22%​ ເມື່ອທຽບໃສ່ແຜນການປະຈໍາປີ 2012-2013 ສ່ວນທີ່ເຫຼືອນັ້ນ ກໍຈະຕ້ອງໄດ້ຮັບ ການຊ່ວຍເຫຼືອລ້າຈາກຕ່າງປະເທດບໍ່ໜ້ອຍກວ່າ 5,030 ຕື້ກີບ.

ທັງນີ້ກໍເນື່ອງຈາກວ່າລັດຖະບານລາວໄດ້ວາງຄາດໝາຍທີ່ຈະຄວບຄຸມການຂາດ ດຸນ ດ້ານງົບປະມານທີ່ຈະເກີດຈາກການກູ້ຢືມຈາກຕ່າງປະເທດໃຫ້ຢູ່ໃນມູນຄ່າລວມ ບໍ່ເກີນ 4,533 ຕື້ກີບ ຊື່ງກໍເພີ່ມຂຶ້ນພຽງ 5% ທຽບໃສ່ແຜນການປະຈໍາປີ 2012- 2013 ຫຼືເທົ່າ ກັບ 5.55%​ ເທົ່ານັ້ນ ເມື່ອທຽບໃສ່ຄາດໝາຍມູນຄ່າຜະລິດຕະພັນ ລວມພາຍໃນ ຫຼື GDP ຕະຫຼອດແຜນການປະຈໍາປີ 2013-2014.

ຫາກແຕ່ໃນລະຍະ 11 ເດືອນທີ່ຜ່ານມາຂອງແຜນການປະຈໍາປີ 2012-2013 ນີ້ ລັດ ຖະບານລາວສາມາດຈັດເກັບລາຍຮັບໄດ້ ໃນມູນຄ່າ 15,618 ຕື້ກີບ ຫຼືຄິດເປັນ 78.38% ຂອງແຜນການປີ ທີ່ຕັ້ງເປົ້າໝາຍຈະຈັດເກັບລາຍຮັບໃຫ້ໄດ້ບໍ່ໜ້ອຍກວ່າ 19,977 ຕື້ກີບ ຫຼືຄິດເປັນ 24.96% ຂອງ GDP ຕະຫຼອດປີ.

ເພາະສະນັ້ນ ເນື່ອງຈາກວ່າແຜນການປະຈໍາປີ 2012-2013 ກໍກໍາລັງຈະສິ້ນສຸດແຜນ ການລົງໃນທ້າຍເດືອນກັນຍານີ້ ຈຶ່ງເປັນໄປໄດ້ຍາກຢ່າງຍິ່ງທີ່ລັດຖະບານ ລາວຈະ ສາ ມາດຈັດເກັບລາຍຮັບໄດ້ຕາມເປົ້າໝາຍທີ່ວາງໄວ້ດັ່ງກ່າວ ຊຶ່ງໝາຍ ຄວາມວ່າ ລັດຖະ ບານລາວຈະຕ້ອງເພິ່ງພາການຊ່ວຍເຫຼືອແລະກູ້ຢືມເງິນທຶນ ຈາກຕ່າງປະເທດ ຫຼາຍຂຶ້ນ ໂດຍໃນໄລຍະ 11 ເດືອນດັ່ງກ່າວ ລັດຖະບານລາວ ກໍໄດ້ ກູ້ຢືມຈາກຕ່າງ ປະເທດ ເພື່ອ ດຸ່ນດ່ຽງການຂາດດຸນດ້ານງົບປະມານແລ້ວຫຼາຍ ກວ່າ 3,700 ຕື້ກີບ ຊຶ່ງຍັງບໍ່ລວມເຖິງ ການຊ່ວຍເຫຼືອລ້າຈາກຕ່າງປະເທດອີກເຖິງ 4,638 ຕື້ກີບແຕ່ຢ່າງໃດ.
XS
SM
MD
LG