ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວ ຄາດ​ວ່າ ຈະ​ມີ​ລາຍ​ໄດ້ ຈາກ​ເຂື່ອນ ດອນ​ສະ​ຫົງ 30 ຫາ 40 ລ້ານ​ໂດ​ລາ ຕໍ່​ປີ


ແບບຈຳລອງ ຂອງເຂື່ອນດອນສະຫົງ
ແບບຈຳລອງ ຂອງເຂື່ອນດອນສະຫົງ
ລັດຖະບານ​ລາວ​ຄາດ​ວ່າ ​ຈະ​ມີ​ລາຍ​ໄດ້ຈາກໂຄງການ​ເຂື່ອນ​
ດອນ​ສະ​ຫົງ ​ຄິດ​ເປັນ​ມູນ​ຄ່າ ​ລະຫວ່າງ ​30 ເຖິງ 40 ລ້ານ​ໂດ​
ລາ​ຕໍ່​ປີທັງ​ຍັງ​ຢືນຢັນ​ດ້ວຍ​ວ່າ​ ເປັນ​ໂຄ​ງການ​ພະລັງງານ​ທາງ​
ເລືອກທີ່​ສະອາດ.

ທ່ານ​ສົມ​ຈິດ ອິນ​ທະ​ມິດ ລັດຖະມົນຕີ​ຊ່ອຍ​ວ່າການ ​ກະຊວງ
​ແຜນການ​ແລະ​ການ​ລົງທຶນ ​ໄດ້​ໃຫ້ການ​ຢືນຢັນ ​ໃນ​ໂອກາດ
​ທີ່​ໄດ້​ນຳພາ​ຄະນະ​ທູດ​ຕາ​ນຸທູດ​ແລະ​ບັນ​ດາ​ຜູ້​ຕ່າງ​ໜ້າ​ອົງການ
​ສາກົນ​ໃນ​ລາວ​ລົງ​ໄປ​ຢ້ຽມຢາມ ​ແລະ​ຮັບ​ຊາບ​ຂໍ້​ມູນ ​ຢູ່​ທີ່ເຂດ​ກໍ່ສ້າງ ​ເຂື່ອນ​ດອນ​ສະ​ຫົງ​
ໃນເຂດເມືອງ ໂຂງແຂວງຈຳປາ​ສັກ ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ ລັດຖະບານ​ລາວ​ຈະ​ມີ​ລາຍໄດ້​
ຈາກ​ໂຄງການ​ເຂື່ອນ​ດອນ​ສະ​ຫົງໃນ​ມູນ​ຄ່າ​ສະ​ເລ່ຍລະຫວ່າງ 30 ເຖິງ 40 ລ້ານ​ໂດ​ລາ
​ຕໍ່​ປີ.

ຊຶ່ງ​ໝາຍ​ຄວາມ​ວ່າ​ຖ້າ​ຫາກ​ຄິດ​ໄລ່​ໃນ​ຕະຫລອດ​ລະຍະ​ສຳ​ປະທານ​ໂຄງການ 25 ປີນັ້ນ
ກໍ​ຈະ​ເຮັດ​ໃຫ້​ລັດຖະບານ​ລາວ ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ຈາກ​ໂຄງການ​ເຂື່ອນ​ດອນ​ສະ​ຫົງ
ຄິດ​ໄລ່​ເປັນ​ມູນ​ຄ່າ​ລວມລະຫວ່າງ 750 ​ເຖິງ 1,000 ລ້ານ​ໂດ​ລາ ​ໂດຍ​ລາຍ​ຮັບ​ດັ່ງ​ກ່າວ
​ນີ້ ກໍ​ຈະ​ຖື​ກນຳ​ໄປ​ໃຊ້​ຈ່າຍ​ເປັນ​ງົບປະມານ​ໃນ​ໂຄງການ​ພັດທະນາ​ຕ່າງໆ ທີ່​ມີ​ເປົ້າໝາຍ​
ເພື່ອ​ການ​ລົບລ້າງ​ ບັນ​ຫາ​ຄວາມ​ຍາກຈົນຂອງ​ປະ​ຊາ​ຊົນ ​ໃນ​ເຂດ​ຊົນ​ນະ​ບົດ​ຂອງ​ລາວ​
ເປັນ​ສຳຄັນ​ນັ້ນ​ເອງ.

ພ້ອມ​ກັນ​ນີ້ ທ່ານ​ສົມ​ຈິດກໍ​ຍັງ​ໄດ້​ຢືນຢັນ​ດ້ວຍ​ວ່າ​ໂຄງການ​ເຂື່ອນ​ດອນ​ສະ​ຫົງເປັນ​ໂຄງ
ການ​ທີ່​ເປັນ​ມິດ​ຕໍ່​ສິ່ງ​ແວ​ດລ້ອມ​ທຳ​ມະ​ຊາດ ທັງ​ຍັງ​ເປັນ​ໂຄງການ​ເຂື່ອນ​ທີ່​ຜະລິດ​ພະລັງ
​ງານ​ທີ່​ສະອາດ​ດ້ວຍ​ເພາະສະນັ້ນຈຶ່ງ​ຖື​ເປັນ​ໂຄງການ​ທີ່ຈະ​ສ້າງ​ຜົນ​ປະ​ໂຫຍ​ດຫຼາຍ​ກ່ວາ
​ຜົນ​ກະທົບ​ໃນ​ດ້ານ​ລົບ ​ດັ່ງ​ທີ່​ທ່ານ​ໄດ້​ໃຫ້ການ​ຊີ້​ແຈງ​ວ່າ:

“ພວກເຮົາຄິດວ່າ ປະເທດລາວເຮົາ ມີທ່າແຮງທາງທຳມະຊາດ ໂດຍສະເພາະ
ແມ່ນ ເລື່ອງແມ່ນ້ຳລຳເຊແລ້ວ ກະຖືເອົາວຽກງານການສ້າງ ເຂື່ອນໄຟຟ້ານ້ຳ
ຕົກນີ້ ເປັນບູລິມະສິດ ແລະພວກເຮົາກໍເຫັນວ່າ ການພັດທະນາ ເຂື່ອນໄຟຟ້າ ນ້ຳຕົກນີ້ຈະເປັນເຂື່ອນ ທີ່ເປັນມິດຕໍ່ສິ່ງແວດລ້ອມຫລາຍກ່ວາການນຳໃຊ້ພະ ລັງງານດ້ານອື່ນໆ ເຮົາເຂົ້າໃຈ ວ່າຄັນເຂື່ອນໂຕນີ້ດອນສະຫົງນີ້ສຳເລັດ ລັດ ຖະບານລາວກໍຈະໄດ້ທຶນປີລະປະມານ 30 ຫາ 40 ລ້ານໂດລາ”

ກອງ​ປະ​ຊຸມ​ເຜີຍ​ແຜ່ ຄວາມ​ຄືບ​ໜ້າ ຂອງ​ໂຄງ​ການ​ກໍ່​ສ້າງ ເຂື່ອນດອນ​ສະ​ຫົງ ໃສ່ລຳ​ແມ່​ນ້ຳ​ຂອງ ໃນ​ເຂດ​ພາກ​ໃຕ້​ຂອງ​ລາວ ທີ່ຈັດຂຶ້ນ ຢູ່ເມືອງປາກເຊ, ວັນທີ 11 ມີນາ 2014.
ກອງ​ປະ​ຊຸມ​ເຜີຍ​ແຜ່ ຄວາມ​ຄືບ​ໜ້າ ຂອງ​ໂຄງ​ການ​ກໍ່​ສ້າງ ເຂື່ອນດອນ​ສະ​ຫົງ ໃສ່ລຳ​ແມ່​ນ້ຳ​ຂອງ ໃນ​ເຂດ​ພາກ​ໃຕ້​ຂອງ​ລາວ ທີ່ຈັດຂຶ້ນ ຢູ່ເມືອງປາກເຊ, ວັນທີ 11 ມີນາ 2014.

ໂດຍໃນໂອກາດດຽວກັນນີ້ ທາງການລາວກໍໄດ້ຈັດກອງປະຊຸມ ເປີດກ້ວາງເພື່ອເຜີຍແຜ່ຂໍ້ມູນຂ່າວສານດ້ານເຕັກນິກຂອງໂຄງ
ການກໍ່ສ້າງເຂື່ອນດອນສະຫົງທີ່ເມືອງປາກເຊແຂວງຈຳປາສັກ ໂດຍມີບັນດາທູດຕານຸທູດຕາງປະເທດ ຜູ້ຕາງໜ້າຂອງສະຫະ
ພາບຢູໂຣບ ຄະນະຜູ້ແທນ ອົງການແມ່ຂອງສາກົນ ແລະອົງ
ການສາກົນທີ່ບໍ່ຂຶ້ນກັບລັດຖະບານ ໄດ້ເຂົ້າຮ່ວມ ໃນກອງປະ
ຊຸມດັ່ງກ່າວດ້ວຍ.

ໂດຍເນື້ອໄນສຳຄັນທີ່ຜູ້ຕ່າງໜ້າຂອງລັດຖະບານລາວແລະກຸ່ມລົງທຶນໃນໂຄງການໄດ້ ນຳສະເໜີຕໍ່ກອງປະຊຸມຄັ້ງນີ້ກໍຄືການຢືນຢັນມາດຕາຖານສາກົນຂອງການສຶກສາຢ່າງ ລະອຽດ ກ່ຽວກັບວິສະວະກຳ ຄວາມເປັນໄປໄດ້ ຂອງໂຄງການ ຜົນກະທົບ ຕໍ່ສິ່ງແວດ ລ້ອມທຳມະຊາດ ແລະສັງຄົມ ຜົນກະທົບສະສົມແລະການອອກແບບກໍ່ສ້າງ ເພື່ອປ້ອງ ກັນຜົນກະທົບເລົ່ານັ້ນໂດຍມີທ່ານວິຣະພົນ ວິຣະວົງລັດຖະມົນຕີຊ່ອຍວ່າການກະຊວງ ພະລັງງານແລະບໍ່ແຮ່ເປັນຜູ້ທີ່ນຳສະເໜີຂໍ້ມູນແລະຕອບຂໍ້ສົງໄສຕ່າງໆໃນກອງປະຊຸມ
ຄັ້ງນີ້.

ພ້ອມກັນນີ້ ທ່ານວິຣະພົນ ຍັງໄດ້ໃຫ້ການຢືນຢັນດ້ວຍວ່າ ໂຄງການເຂື່ອນດອນສະຫົງ ຈະບໍ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດແລະສັດນ້ຳໃນເຂດຕອນລຸ່ມຂອງແມ່ນ້ຳ
ຂອງ ເນື່ອງຈາກເປັນໂຄງການ ທີ່ກວມເອົາພື້ນທີ່ ພຽງແຕ່ 100 ແມັດເທົ່ານັ້ນ ໃນເຂດ ຄອນພະເພັງທີ່ກ້ວາງກ່ວາ 10 ກິໂລແມັດໃນຂະນະທີ່ປາກໍຍັງສາມາດອົບພະຍົບໄປມາ
ໄດ້ ຕາມປົກກະຕິ.
ບ່ອນສ້າງເຂື່ອນດອນສະຫົງ
ບ່ອນສ້າງເຂື່ອນດອນສະຫົງ

ແຕ່ຢ່າງໃດກໍຕາມກອງປະຊຸມວາລະພິເສດຂອງຄະນະກຳມາ
ທິການແມ່ນ້ຳຂອງ (MRC) ທີ່ມີຂຶ້ນຢູ່ນະຄອນວຽງຈັນ ເມື່ອບໍ່
ນານມານີ້ ກໍໄດ້ມີມະຕິ ຕົກລົງໃຫ້ນຳສະເໜີ ໂຄງການກໍ່ສ້າງ ເຂື່ອນດອນສະຫົງນີ້ເຂົ້າສູ່ການພິຈາລະນາໃນກອງປະຊຸມລະ
ດັບລັດຖະມົນຕີ ຂອງປະເທດສະມາຊິກ MRC ກໍຄືລາວ ໄທ ກຳປູເຈຍແລະຫວຽດນາມ ທີ່ກຳໜົດຈະມີຂຶ້ນໃນເດືອນເມສາ
ນີ້ ຢູ່ຫວຽດນາມ.

ໂດຍສາເຫດທີ່ຕ້ອງມີການນຳສະເໜີດັ່ງກ່າວກໍເນື່ອງຈາກວ່າ
ກອງປະຊຸມໃນວາລະພິເສດ ຂອງຄະນະກຳມະການຮ່ວມ MRC ໃນຄັ້ງດັ່ງກ່າວ ຍັງມີ ຄວາມຄິດເຫັນທີ່ແຕກຕ່າງກັນ ກ່ຽວກັບການບັງຄັບໃຊ້ ຂໍ້ຕົກລົງ ວ່າດ້ວຍການໃຊ້ປະ ໂຫຍດຈາກແມ່ນ້ຳຂອງທີ່ມີຕໍ່ໂຄງການເຂື່ອນດອນສະຫົງໂດຍຄະນະຜູ້ແທນຈາກລັດ ຖະບານກຳປູເຈຍແລະຫວຽດນາມເຫັນວ່າທາງການລາວຈະຕ້ອງນຳສະເໜີເຂົ້າສູ່ຂະ ບວນການປຶກສາຫາລື ໃນ MRC ກ່ອນທີ່ຈະມີການລົງມືກໍ່ສ້າງ ເນື່ອງຈາກ ເປັນໂຄງ ການທີ່ກໍ່ສ້າງຢູ່ເທິງແມ່ນ້ຳຂອງຫາກແຕ່ທາງການລາວເຫັນວ່າໂຄງການ ຈະບໍ່ສົ່ງຜົນ ກະທົບຕໍ່ສະພາບແວດລ້ອມ ຈຶ່ງສາມາດລົງມືກໍ່ສ້າງໄດ້ ດ້ວຍການແຈ້ງໃຫ້ປະເທດສະ
ມາຊິກ MRC ໄດ້ຮັບຊາບເທົ່ານັ້ນ.
XS
SM
MD
LG