ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະບານລາວ ໃກ້ບັນລຸຂໍ້ຕົກລົງ ວ່າດ້ວຍ ການຄ້າຜະລິດຕະພັນໄມ້ ສຳເລັດຮູບ ກັບ EU


ກອງປະຊຸມ ຄະນະຊີ້ນຳລະດັບຊາດ ຄັ້ງທີສອງ ກ່ຽວກັບ ການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍປ່າໄມ້ ການຄຸ້ມຄອງ ແລະ ການຄ້າໄມ້, ການເປັນຄູ່ຮ່ວມສັນຍາການຄ້າໄມ້ ແບບສະໝັກໃຈ
ກອງປະຊຸມ ຄະນະຊີ້ນຳລະດັບຊາດ ຄັ້ງທີສອງ ກ່ຽວກັບ ການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍປ່າໄມ້ ການຄຸ້ມຄອງ ແລະ ການຄ້າໄມ້, ການເປັນຄູ່ຮ່ວມສັນຍາການຄ້າໄມ້ ແບບສະໝັກໃຈ

ລັດຖະບານລາວ ໃກ້ຈະບັນລຸຂໍ້ຕົກລົງ ວ່າດ້ວຍການຄ້າຜະລິດຕະພັນໄມ້ ສຳເລັດຮູບ ແບບສະໝັກໃຈ ຮ່ວມກັບສະຫະພາບຢູໂຣບ ໂດຍການເຈລະຈາທະວິພາຄີ ກຳນົດ ຈະມີຂຶ້ນຢ່າງເປັນທາງການ ໃນເດືອນຕຸລາປີນີ້.

ທ່ານພວງປາລີສັກ ປະວົງວຽງຄຳ ລັດຖະມົນຕີຊ່ວຍວ່າການ ກະຊວງກະສິກຳ ແລະປ່າໄມ້ ຖະແຫລງຢືນຢັນວ່າ ລັດຖະບານລາວມີແຜນການຈະເຈລະຈາ ເພື່ອເຂົ້າເປັນສະມາຊິກ ຂອງສັນຍາຄູ່ຮ່ວມການຄ້າໄມ້ແບບສະໝັກໃຈ ກັບສະຫະພາບຢູໂຣບ ພາຍໃນເດືອນ ຕຸລາ 2016 ນີ້ ໂດຍໃນປັດຈຸບັນ ທາງການລາວກໍໄດ້ສຳເລັດ ບັນດາຂັ້ນຕອນຕ່າງໆ ສຳລັບຮອງຮັບ ການເຈລະຈາແລ້ວ ຄືການແຕ່ງຕັ້ງຄະນະກຳມະການຊີ້ນຳ ລະດັບຊາດ ຄະນະກຳມະການ ຊຸກຍູ້ການເຈລະຈາຄະນະປະສານງານ ທີ່ຮັບຜິດຊອບດ້ານວິຊາການ ການສຳມະນາ ແລະ ຝຶກອົບຮົມ ການເຜີຍແພ່ລະບຽບການກ່ຽວກັບວຽກງານດັ່ງກ່າວ ໃຫ້ພາກລັດ ແລະ ເອກະຊົນ ຕະຫຼອດເຖິງການສ້າງຮ່າງແຜນດຳເນີນງານ ແລະການຈັດ ຕັ້ງປະຕິບັດ ກິດຈະ ກຳຕ່າງໆ ຢ່າງລະອຽດ ເປັນຕົ້ນ.

ໂຮງງານ ຜະລິດຕະພັນ ໄມ້ ແຫ່ງໜຶ່ງ ຢູ່ໃນລາວ
ໂຮງງານ ຜະລິດຕະພັນ ໄມ້ ແຫ່ງໜຶ່ງ ຢູ່ໃນລາວ

ໂດຍການດຳເນີນງານ ໃນລະຍະທີ່ຜ່ານມາ ທາງການລາວ ກໍໄດ້ປຶກສາຫາລື ກັບທາງ ສະຫະພາບ ຢູໂຣບ ຢ່າງໃກ້ຊິດດ້ວຍ ການປະຊຸມທາງໄກ ຜ່ານລະບົບ VDO Conference ແລະໄດ້ມີການຈ້າງບັນດານັກຊ່ຽວຊານ ເຂົ້າມາເຮັດວຽກ ແລະ ໄດ້ມີການ ກຳນົດ ເອົາບັນດາແຂວງທົດລອງ ເພື່ອຈັດຕັ້ງປະຕິບັດຕາມ ສັນຍາດັ່ງກ່າວອີກດ້ວຍ ກໍຄື ແຂວງໄຊຍະບູລີ ຄຳມ່ວນ ແລະ ອັດຕະປື ກ່ອນທີ່ຈະມີການຂະຫຍາຍອອກໄປ ໃນທຸກແຂວງ ໃນລະຍະຕໍ່ໄປ.

ທ່ານພວງປາລີສັກ ຢືນຢັນວ່າ ການເຂົ້າຮ່ວມເປັນພາຄີຂອງສັນຍາດັ່ງກ່າວ ຈະເຮັດໃຫ້ ລາວ ໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍ ເພາະເປັນການເພີ່ມໂອກາດ ໃຫ້ແກ່ຂະແໜງ ອຸດສາຫະກຳປຸງແຕ່ງໄມ້ຂອງລາວ ໃນການເຂົ້າເຖິງຕະຫຼາດສະຫະພາບຢູໂຣບ ແລະ ຕະຫຼາດສົ່ງອອກອື່ນໆ ໄດ້ຫຼາຍຂຶ້ນ ທັງຍັງຈະດຶງດູດເອົາການລົງທຶນ ຈາກຕ່າງປະເທດ ເຂົ້າມາ ໃນຂະແໜງອຸດສາຫະກຳປຸງແຕ່ງໄມ້ ທີ່ມີການພັດທະນາທັງໃນດ້ານຝີມືແຮງງານ ການອອກແບບ ການຕະຫຼາດ ແລະ ຜະລິດຕະພັນທີ່ໄດ້ມາດຕະຖານຂອງຢູໂຣບ ອີກດ້ວຍ.

ທາງດ້ານທ່ານ Ramon Bruesseler ຜູ້ແທນຂອງສະພາອຸດສາຫະກຳ ແລະການຄ້າ ສະຫະພາບຢູໂຣບ ປະຈຳ ສປປ ລາວ ຖະແຫລງຢືນຢັນວ່າ ຕະຫຼາດໃນສະຫະພາບ ຢູໂຣບ ໄດ້ເປີດກວ້າງ ສຳລັບການນຳເຂົ້າສິນຄ້າ ປະເພດໄມ້ສຳເລັດຮູບຈາກລາວ ແຕ່ມີເງື່ອນໄຂ ວ່າ ຜະລິດຕະພັນໄມ້ຂອງລາວ ຈະຕ້ອງມີຄຸນນະພາບດີ ແລະ ຜະລິດ ຕາມຫຼັກມາດຕະຖານ ສາກົນ ຢ່າງຄົບຖ້ວນ.

ໂດຍທີ່ສຳຄັນກໍຄືຜູ້ຜະລິດໃນລາວ ຈະຕ້ອງມີຫລັກຖານທີ່ຢັ້ງຢືນໄດ້ຢ່າງຄັກແນ່ວ່າ ໄມ້ ທີ່ນຳໃຊ້ເປັນວັດຖຸດິບ ໃນການແປຮູບນັ້ນ ເປັນໄມ້ທີ່ໄດ້ມາຢ່າງຖືກຕ້ອງຕາມກົດໝາຍ ຊຶ່ງກໍ ຄືໄມ້ທີ່ຕັດມາຈາກພື້ນທີ່ສຳປະທານ ທີ່ໄດ້ຮັບອະນຸຍາດ ຈາກລັດຖະບານລາວ ຢ່າງຖືກຕ້ອງ ແລະພ້ອມກັນນັ້ນ ຜະລິດຕະພັນໄມ້ ທີ່ຜູ້ຜະລິດໃນລາວ ຈະສົ່ງໄປຍັງ ຕະຫຼາດໃນ EU ກໍ ຍັງຈະຕ້ອງມີມາດຕະຖານສາກົນ ທັງໃນດ້ານເທັກນິກການຜະລິດ ແລະການນຳໃຊ້ ແຮງງານ ອີກດ້ວຍ.

ໃນປັດຈຸບັນ ຜະລິດຕະພັນໄມ້ສຳເລັດຮູບ ໃນຕະຫຼາດສະຫະພາບຢູໂຣບ ມີມູນຄ່າຫຼາຍ ກວ່າ 23 ຕື້ໂດລາ ໃນແຕ່ລະປີ ຊຶ່ງໃນນີ້ຄິດເປັນສັດສ່ວນ ລະຫວ່າງ 15 ຫາ 20 ເປີເຊັນ ທີ່ເປັນການນຳເຂົ້າຜະລິດຕະພັນ ໄມ້ສຳເລັດຮູບ ຈາກຕ່າງປະເທດ ຊຶ່ງກໍເປັນສ່ວນແບ່ງ ຕະຫຼາດທີ່ຜະລິດຕະພັນໄມ້ສຳເລັດຮູບຂອງລາວ ມີໂອກາດທີ່ຈະແຂ່ງຂັນ ກັບສິນຄ້າ ປະເພດດຽວກັນ ຈາກປະເທດອື່ນໆ ນັ້ນເອງ.

ແຕ່ຢ່າງໃດກໍຕາມ ການທີ່ຜູ້ຜະລິດໃນລາວ ຈະປະຕິບັດໄດ້ຕາມເງື່ອນໄຂຂອງ EU ກໍບໍ່ ແມ່ນເລື່ອງງ່າຍ ເນື່ອງຈາກການບໍລິຫານງານດ້ານປ່າໄມ້ໃນລາວ ກໍຍັງຂັດແຍ້ງກັບເປົ້າ ໝາຍ ທີ່ຈະເພີ່ມຄວາມໜາແໜ້ນຂອງປ່າໄມ້ໃນລາວ ໃຫ້ຫຼາຍຂຶ້ນ ຊຶ່ງເຮັດໃຫ້ຈຳເປັນ ຈະຕ້ອງສ້າງຕັ້ງຄະນະສະເພາະກິດຂຶ້ນມາ ເພື່ອຮັບຜິດຊອບການຄຸ້ມຄອງ ແລະກວດກາ ການຕັດໄມ້ ທັງໃນຂັ້ນສູນກາງ ແລະຂັ້ນແຂວງໃນທົ່ວປະເທດ ຢ່າງຮີບດ້ວນທີ່ສຸດ ດັ່ງທີ່ ເຈົ້າໜ້າທີ່ຂັ້ນສູງ ໃນກະຊວງກະສິກຳ ແລະປ່າໄມ້ ໃຫ້ການຢືນຢັນວ່າ:

“ແຜນການໃນການຄຸ້ມຄອງ ແລະຮັກສາໄມ້ນີ້ ຈະຕັ້ງຄະນະກຳມະການສະເພາະ ກິດຂຶ້ນ ຫຼືວ່າເປັນຄະນະຄຸ້ມຄອງ ແລະປົກປັກຮັກສາໄມ້ ຊຶ່ງປະກອບໄປດ້ວຍ ຫຼາຍຂະແໜງການ ເພາະເຫັນວ່າການລັກຕັດໄມ້ທຳລາຍປ່ານີ້ ມັນກ່ຽວຂ້ອງ ກັບຫຼາຍຂະແໜງການ ບໍ່ສະເພາະແຕ່ໂຮງງານ ສົມມຸດວ່າ ເຮົ່າບໍ່ມີໂຮງງານ ຈັກ ໂຮງນີ້ກະຄິດວ່າ ການລັກຕັດໄມ້ທຳລາຍປ່າ ຍັງຊິມີຢູ່ດຽວນີ້ນ່ະ ດັ່ງນັ້ນ ຈຶ່ງຄວນຕັ້ງ ຄະນະໜຶ່ງຂຶ້ນ ປະກອບດ້ວຍຫຼາຍຂະແໜງການ ເພື່ອມາກຳນົດວ່າ ເຮົານີ້ຊິຂຸດຄົ້ນ ໄມ້ທ່ອນແນວໃດ ແລ້ວເຮົາຊິຄຸ້ມຄອງແນວໃດ ຈາກນັ້ນ ເຮົາຈຶ່ງ ຈະແຈກຍາຍແນວ ໃດ ແລະເຮົາຊິຕິດຕາມກວດກາແນວໃດ ຄະນະດັ່ງກ່າວນີ້ ຈະຈັດຕັ້ງຂຶ້ນຢູ່ຂັ້ນແຂວງ ເນາະ ຊຶ່ງວ່າ ຄະນະຢູ່ຂັ້ນສູນກາງນີ້ ບໍ່ສາມາດຈະເຮັດ ໄດ້ໝົດ ໃນທົ່ວປະເທດດອກ.”

ການລັກລອບຕັດໄມ້ໃນແຜນການປີ 2014-2015 ມີປະລິມານເກີນກວ່າ 1 ລ້ານແມັດ ກ້ອນ ໂດຍເຂດທີ່ຖືກລັກລອບຫຼາຍທີ່ສຸດ ຄືເຂດຊາຍແດນລາວ ກັບຫວຽດນາມ ຈີນ ແລະ ໄທ ຕາມລຳດັບ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG