ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ບາ​​ນລ​າວນຳໃຊ້ ລະ​ບົບ​ອີ​ເລັກ​ໂຕ​ຣ​ນິກ ເພື່ອ​ຈັດ​ເກັບ​ພາ​ສີອາ​ກອນ ແລະ​ຄ່າ​ທຳ​ນຽມ


​ລັດ​ຖະ​ບານ​ລາວ​ເລີ້​ມ​ໃຊ້ລະ​ບົບ Electronic ເພື່ອ​ຈັດ​ເກັບ​ລາຍ​ຮັບຈາກ​ພາ​ສີ​ອາ​ກອນ ແລະ​ຄ່າ​ທຳ​ນຽມ​ຕ່າງໆ​.
​ລັດ​ຖະ​ບານ​ລາວ​ເລີ້​ມ​ໃຊ້ລະ​ບົບ Electronic ເພື່ອ​ຈັດ​ເກັບ​ລາຍ​ຮັບຈາກ​ພາ​ສີ​ອາ​ກອນ ແລະ​ຄ່າ​ທຳ​ນຽມ​ຕ່າງໆ​.

ລັດ​ຖະ​ບານ​ລາວ​ນຳໃຊ້ລະ​ບົບ Electronic ເພື່ອ​ຈັດ​ເກັບ​ລາຍ​ຮັບຈາກ​ພາ​ສີ​ອາ​ກອນ ແລະ​ຄ່າ​ທຳ​ນຽມ​ຕ່າງໆ​ໃຫ້​ໄດ້​ເພີ້ມ​ຂຶ້ນ​ຕາມ​ແຜນ​ການ​ທີ່ວ​າງ​ໄວ້ ໂດຍ​ສະ​ເພາະ​ແມ່ນ​ລາຍ​ຮັບ​ຈາກ​ອາ​ກອນ​ການ​ຄ້າ​ຂາ​ອອກ-ເຂົ້າ​ນັ້ນ ຊຶ່ງ​ຊົງ​ລິດ ໂພນ​ເງິນ ມ​ີ​ລາຍງານ​ມາຈາກ​ບາງກອກ.

ທ່ານ​ສົມ​ດີ ດວງ​ດີ, ຮອງ​ນາຍ​ຍົກ​ລັດ​ຖະ​ມົນ​ຕີ ​ແລະລັດ​ຖະ​ມົນ​ຕີ​ວ່າການ​ກະ​ຊວງ​ການເງິນ ຖະ​ແຫຼງວ່າ​ໄດ້​ມີ​ການ​ຕິດ​ຕັ້ງ​ລະ​ບົບອີ​ເລັກ​ໂຕ​ຣ​ນິກ (Electronic) ທີ່​ທັນ​ສະ​ໄໝ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ຈັດ​ເກັບ​ລາຍ​ຮັບ​ຈາກພາ​ສີ​ອາ​ກອນ ແລະ​ບັນ​ດາ​ຄ່າ​ທຳ​ນຽມ​ການ​ບໍ​ລິ​ການ​ຕ່າງໆ​ໄວ້​ ທີ່​ດ່ານ​ສາ​ກົນ 24 ແຫ່ງ ກັບ​ເຂດ​ເສດ​ຖະ​ກິດ​ພິ​ເສດ 3 ແຫ່ງ ​ທີ່​ເຊື່ອມ​ຕໍ່​ກັບ​ລະ​ບົບ​ການ​ຄວ​ບ​ຄຸມ ແລະ​ການ​ບໍ​ລິ​ການ​ແບບ​ປະ​ຕູ​ດຽວ (Single Window) ຂອງ​ກົມ​ພາ​ສີ​ໄດ້​ຢ່າງ​ຄົບ​ຖ້ວນ​ແລ້ວ ​ໃນ​ປັດ​ຈຸ​ບັນ​ນີ້ ໂດຍ​ແນ​ໃສ່​ການ​ຈັດ​ເກັບ​ລ​າຍ​ຮັບຈາກ​ພາ​ສີ​ອາ​ກອນ ແລະ​ຄ່າ​ທຳ​ນຽ​ມ​ຕ່າງໆ​ ເຂົ້າໃນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານ​ໃຫ້​ໄດ້​ເພີ້ມ​ຂຶ້ນ ເພາະ​ວ່າ​ລະ​ບົບ​ດັ່ງ​ກ່າວ​ນີ້​ ສາ​ມາດ​ຮອງ​ຮັບ​ການ​ແຈ້ງ​ເສຍພາ​ສີ​ຂອງ​ບັນ​ດາ​ນັກ​ທຸ​ລະ​ກິດ​ການ​ຄ້າ​ໄດ້​ທັນ​ທີ ໂດຍ​ລະ​ບົບ Electronic ທີ່ຢູ່​ດ່ານ​ສາ​ກົນ​ທັງ 24 ແຫ່ງ ແລະເຂດ​ເສດ​ຖະ​ກິດ​ພິ​ເສດ 3 ແຫ່ງ​ນັ້ນ​ ເຊື່ອມ​ຕໍ່​ກັບ​ລະ​ບົບ​ປະ​ຕູ​ດຽວ​ຂອງ​ກົມ​ພາ​ສີ ຫຼື​ທີ່ເອີ້ນ​ວ່າ​ລະ​ບົບ ASYCUDA ທັງ​ຍັງ​ເຊື່ອມ​ຕໍ່ລະ​ບົບ Electronic ຂອງ​ທະ​ນາ​ຄານ​ດ້ວຍ ດັ່ງ​ທີ່​ທ່ານ​ສົມ​ດີ ຢືນ​ຢັນ​ວ່າ:
“ພວກ​ເຮົາ​ໄດ້​ຊຸກ​ຍູ້​ການ​ນຳ​ໃຊ້​ເຄື່ອງ​ມື​ທັນ​ສະ​ໄໝ​ເຂົ້າ​ໃນ​ການ​ເກັບ​ລາ​ຍຮັບ ເປັນ​ຕົ້ນ​ແມ່ນໄດ້​ນຳ​ໃຊ້​ລ​ະ​ບົບ ASYCUDA ໃນ​ການ​ແຈ້ງ​ພາ​ສີ​ໃນ 24 ດ່ານ​ສາ​ກົນ 3 ເຂດ​ເສດ​ຖະ​ກິດ​ພິ​ເສດ ເຊື່ອມ​ໂຍງ​ກັນ​ກັບ​ກົມ​ພາ​ສີ. ນອກ​ຈາກນັ້ນກໍ​ໄດ້​ນຳ​ໃຊ້​ເ​ຄື່ອງ Scanner ເພື່ອກວດ​ກາ​ສິນ​ຄ້າ​ນຳ​ເຂົ້າ-ສົ່ງອອກ ການ​ໃຊ້​ລະ​ບົບ​ແຈ້ງ​ພາ​ສີປະ​ຕູ​ດຽວ​ທີ່​ນຳ​ໃຊ້​ລະ​ບົບ​ການຄຸ້ມ​ຄອງ​ນຳ​ເຂົ້າ ສົ່ງ​ອອກ​ໃຫ້​ມັນ​ສະ​ດວກ ແລະ​ການ​ຊຳ​ລະ​ສະ​ສາງ​ພາ​ສີ​ອາ​ກອນ​ຕ່າງໆ ຜ່ານ​ລະ​ບົບ​ທະ​ນາ​ຄານ.”

ໃນ​ປີ 2019 ທີ່​ຜ່ານ​ມາ ລັດ​ຖະ​ບານ​ລາວ​ເກັບ​ລາຍ​ຮັບ​ຈາກ​ການ​ບໍ​ລິ​ການ​ໄດ້ 11,422 ຕື້​ກີບ ເທົ່າ​ກັບ 92.72 ເປີ​ເຊັນຂອງ​ແຜນ​ການ​ປີ ຫາກ​ແຕ່​ກໍ​ເພີ້ມ​ຂຶ້ນ​ເຖິງ 580 ຕື້​ກີບ ຫຼື 5.8 ເປີ​ເຊັນ ທຽບ​ໃສ່​ປີ 2018 ເພາະ​ວ່າ​ໄດ້​ເລີ້ມ​ນຳ​ໃຊ້​ລະ​ບົບ Electronic ທີ່​ທັນ​ສະ​ໄໝ​ຢູ່​ດ່ານ​ສາ​ກົນ​ບາງ​ດ່ານ ນັບ​ແຕ່​ເດືອນ​ສິງ​ຫາ 2019 ເປັນ​ຕົ້ນ​ມາ ແລ​ະ​ການ​ທີ່​ໄດ້​ຕິດ​ຕັ້ງ​ລ​ະ​ບົບ​ເພີ້ມ​ຂຶ້ນ ທັງ​ຍັງ​ມີບັນ​ດາ​ນັກ​ທຸ​ລະ​ກິດ​ການ​ຄ້າ​ໄດ້​ເຂົ້າ​ເຖິງ​ລະ​ບົບ​ແລ້ວ ຫຼາຍກວ່າ 50 ເປີ​ເຊັນ ໃນ​ປັດ​ຈຸ​ບັນ​ນີ້ ຈຶ່ງ​ເຮັດ​ໃຫ້​ທາງ​ການ​ລາວ​ໝັ້ນ​ໃຈວ່າ ຈ​ະ​ສາ​ມາດ​ຈັດ​ເກັບ​ລາຍ​ຮັບ​ຈາກພາ​ສີອ​າ​ກອນໄດ້​ເພີ້ມ​ຂຶ້ນເປັນ 13,590 ຕື້​ກີບ ຊຶ່ງ​ເທົ່າ​ກັບ 7.8 ເປີ​ເຊັນ ຂອງຍອດ​ຜະ​ລິດ​ຕະ​ພັນ​ລວມ​ພາຍ​ໃນ (GDP) ຕະ​ຫຼອດ​ປີ 2020 ແລະ​ເພີ້ມ​ຂຶ້ນ 13.2 ເປີ​ເຊັນ ທຽບ​ໃສ່​ແຜນ​ການ​ປີ 2019 ທີ່​ຜ່ານ​ມາ.

ທາງ​ດ້ານ​ທ່ານ​ສ​ອນ​ໄຊ ສີ​ພັນ​ດອນ, ຮອງນ​າ​ຍົກ​ລັດ​ຖະ​ມົນ​ຕີ ແລະ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ແຜນ​ການ ແລະ​ການ​ລົງ​ທຶນ ຖະ​ແຫຼງວ່າໃນ​ແຜນ​ການ​ງົບ​ປະ​ມານ​ປະ​ຈຳ​ປີ 2020 ລັດ​ຖະ​ບານ​ລາວຈະ​ຄວບ​ຄຸມ​ການ​ຂາດ​ດຸນ​ງົບ​ປະ​ມານໃຫ້​ຢູ່​ໃນ​ອັດ​ຕາ​ສະ​ເລ່ຍ 3.77 ເປີ​ເຊັນຂອງ GDP ທັງ​ນີ້​ດ້ວຍ​ການ​ເກັບ​ລາຍ​ຮັບ​ເຂົ້າ​ງົບ​ປະ​ມານ​ໃຫ້​ໄດ້​ໃນ​ມູນ​ຄ່າ​ລວມ 28,997 ຕື້ກີ​ບ ຄຶດ​ເປັນ 16.31 ເປີ​ເຊັນ ຂອງ GDP ແລະ​ຄຸມ​ລາຍ​ຈ່າຍ​ໃຫ້​ຢູ່​ໃນ​ມູນ​ຄ່າ​ບໍ່​ເກີນ 35,693 ຕື້​ກີບ ຄຶດ​ເປັນ 20.08 ເປີ​ເຊັນ ຂອງ GDP.ສ່ວນ​ນັກ​ເສດ​ຖະ​ສາດ​ໃນ​ທະ​ນາ​ຄານ​ພັດ​ທະ​ນາ​ເອ​ເຊຍ (ADB) ຄາດ​ວ່າ​ລັດ​ຖະ​ບານ​ລາວຈະ​ຂ​າດດຸນ​ທາງດ້ານ​ງົບ​ປະ​ມານ​ເກີນກວ່າ​ແຜນ​ກາ​ນວ​າງ​ໄວ້​ດັ່ງ​ກ່າວ​ຢ່າງ​ແນ່ນອນ ເພາະ​ວ່​າ​ໃນ​ປີ 2019 ລັດ​ຖະ​ບານ​ລາວ​ກໍ​ໄດ້​ວາງ​ເປົ້າ​ໝາຍ​ຈະ​ຄຸມ​ການ​ຂາດ​ດ​ດຸນ​ງົບ​ປະ​ມານ​ໃ​ຫ້​ບໍ່​ເກີນ 4.9 ເປີ​ເຊັນ ຫາກ​ແຕ່​ໃນ​ຄວາມ​ເປັນ​ຈິງ​ກໍ​ປາ​ກົດ​ວ່າ ລັດ​ຖະ​ບານ​ລາວ​ຕ້ອງ​ປະ​ເຊີນ​ກັບ​ການ​ຂາດ​ດຸນ​ງົບ​ປະ​ມານ​ສູງກວ່າ 7 ເປີ​ເຊັນ ຂອງ GDP.

ພາຍ​ໃຕ້​ສະ​ພາບ​ການ​ດັ່ງ​ກ່າວ ຍັງ​ເຮັດ​ໃຫ້​ລັດ​ຖະ​ບານ​ລາວ​ຕ້ອງ​ຂໍ​ການ​ຊ່ວຍ​ເຫຼືອ​ຈາກ​ຕ່າງ​ປະ​ເທດ​ເພີ້ມຂຶ້ນ​ອີກ​ດ້ວຍ ໂດຍ​ໃນ​ປີ 2019 ລັດ​ຖະ​ບານ​ລາວ​ກໍ​ໄດ້​ວາງເປົ້າ​ໝາຍທີ່​ຈະ​ຂໍ​ກ​ານ​ຊ່ວຍ​ເຫຼື​ອ ແລ​ະກູ້​ຢືມ​ເງິນ​ຈາກ​ຕ່າງ​ປະ​ເທດ​ໃນ​ມູນ​ຄ່າ​ລວມ 7,080 ຕື້​ກີບ ແຕ່ກໍ​ໄດ້​ຮັບຈິງພຽງ 77 ເປີ​ເຊັນ ຂອງ​ແຜນ​ການ ເພາະ​ຕ່າງ​ຊາດ ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ລັດ​ຖະ​ບານ​ລາວ​ໜ້ອຍ​ລົງ ໃນ​ຂ​ະ​ນະ​ທີ່​ລັດ​ຖະ​ບານ​ລາວ​ກໍ​ມີ​ທາງ​ເລືອກ​ບໍ່​ຫຼາຍ​ໃນ​ການ​ຈັດ​ເກັບ​ລາຍ​ຮັບ​ໃຫ້​ໄດ້​ເພີ້ມ​ຂຶ້ນ.ທັງ​ນີ້​ໃນ​ໄລ​ຍະ​ຜ່ານ​ມາ ລັດ​ຖະ​ບານ​ລ​າວ​ກໍ​ໄດ້​ມອບ​ໝາຍ​ໃຫ້​ທະ​ນາ​ຄານ​ແຫ່ງ​ຊາດ ດຳ​ເນີນ​ການຈັດຈຳ​ໜ່າຍ​ພັນ​ທະ​ບັດ​ລັດ​ຖະ​ບານ​ເຖິງ 4 ຄັ້ງ ໂດຍ​ຄັ້ງ​ທຳ​ອິດ​ມູນ​ຄ່າ 1,000 ຕື້​ກີບ ​ຄັ້ງ​ທີ 2 ມູນ​ຄ່າ 715 ​ຕື້ກີບ ຄັ້ງ​ທີ​ 3 ມູນ​ຄ່າ 1,700 ຕື້​ກີບ ແລະ​ຄັ້ງ​ທີ 4 ເປັນ​ການ​ອອກ​ພັນ​ທະ​ບັດ​ໃນ​ສະ​ກຸນ​ເງິນ​ໂດ​ລາ​ສະ​ຫະ​ລັດ ທີ່​ມີ​ມູນ​ຄ່າ​ເຖິງ 500 ລ້ານ​ໂດ​ລາ​ສະ​ຫະ​ລັດ.

XS
SM
MD
LG