ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມະຫາວິທະຍາໄລ ໃນລາວ ຈະຕອບສະໜອງ ໄດ້ພຽງ 1/4 ຂອງຄວາມຕ້ອງການ ຂອງນັກຮຽນ


ພິທີຮັບໃບປະກາດສະນີຍະບັດຂອງນັກສຶກສາຈົບ ຈາກມະຫາວິທະຍາໄລ ແຫ່ງນຶ່ງຂອງລາວ
ພິທີຮັບໃບປະກາດສະນີຍະບັດຂອງນັກສຶກສາຈົບ ຈາກມະຫາວິທະຍາໄລ ແຫ່ງນຶ່ງຂອງລາວ
ມະຫາວິທະຍາໄລ 4 ແຫ່ງຂອງລັດຖະບານລາວສາມາດຮອງ
ຮັບນັກສຶກສາໃໝ່ໃນສົກຮຽນ 2013-2014 ນີ້ໄດ້ທັງໝົດບໍ່ເກີນ
9,950 ຄົນ ໃນຂະນະທີ່ລັດຖະມົນຕີ ກໍຢືນຢັນທີ່ຈະພັດທະນາ
ຄຸນນະພາບການສຶກສາໃຫ້ສູງຂຶ້ນ.

ລິງໂດຍກົງ

ກະຊວງສຶກສາທິການແລະກິລາຂອງລາວລາຍງານວ່າໃນສົກ
ຮຽນປີ 2012-2013 ທີ່ຜ່ານມາມີນັກຮຽນທີ່ຜ່ານການສອບເສັງ
ເພື່ອຈົບຊັ້ນມັດທະຍົມປາຍຈໍານວນທັງໝົດ 44,490 ຄົນ ຈາກຈໍານວນນັກຮຽນທີ່ສອບເສັງ
ທັງໝົດ 45,226 ຄົນໃນທົ່ວປະເທດ ຫາກແຕ່ວ່າໃນຈໍານວນນັກຮຽນທີ່ຈົບຊັ້ນມັດທະຍົມ
ປາຍດັ່ງກ່າວນີ້ກໍຈະມີພຽງແຕ່ 9,950 ຄົນເທົ່ານັ້ນ ທີ່ຈະມີໂອກາດໄດ້ສຶກສາຕໍ່ໃນມະຫາວິ
ທະຍາໄລແຫ່ງຊາດທັງ 4 ແຫ່ງ ຂອງລັດຖະບານລາວ.

ຊຶ່ງກໍຄືມະຫາວິທະຍາໄລແຫ່ງຊາດຢູ່ນະຄອນວຽງຈັນຮັບນັກສຶກສາໃໝ່ໄດ້ທັງໝົດ 6,694
ຄົນ ສ່ວນມະຫາວິທະຍາໄລສະພານຸວົງຢູ່ຫຼວງພະບາງຮັບໄດ້ 1,1297 ຄົນ ສ່ວນມະຫາ
ວິທະຍາໄລແຫ່ງຊາດຢູ່ແຂວງສະຫວັນນະເຂດກໍຮັບໄດ້ບໍ່ເກີນ 1,125 ຄົນ ແລະມະຫາ
ວິທະຍາໄລແຫ່ງຊາດທີ່ແຂວງຈໍາປາສັກ ກໍຮັບນັກສຶກສາໃໝ່ໄດ້ ພຽງແຕ່ 834 ຄົນເທົ່ານັ້ນ.

ສ່ວນນັກຮຽນທີ່ຈົບຊັ້ນມັດທະຍົມປາຍອີກ ຈໍານວນຫຼາຍກວ່າ 31,800 ຄົນ ທີ່ຈະບໍ່ໄດ້ຮັບ
ໂອກາດສຶກສາຕໍ່ໃນມະຫາວິທະຍາໄລແຫ່ງຊາດທັງ 4 ແຫ່ງດັ່ງກ່າວນັ້ນ ກໍ ຈະຕ້ອງສຶກສາ
ຕໍ່ໃນສະຖາບັນການສຶກສາດ້ານວິຊາຊີບຊັ້ນສູງທັງຂອງລັດຖະບານ ແລະພາກເອກກະຊົນ
ຫາກແຕ່ບັນຫາທີ່ລັດຖະບານລາວມີຄວາມເປັນຫ່ວງຫຼາຍທີ່ສຸດໃນເວລານີ້ ກໍຄືຄຸນນະພາບ
ທາງດ້ານການສຶກສາ ທີ່ຍັງບໍ່ໄດ້ມາດຕະຖານດຽວກັນກັບປະເທດສະມາຊິກ ໃນກຸ່ມອາຊ່ຽນ
ດ້ວຍກັນ.

ຊຶ່ງຕໍ່ບັນຫາດັ່ງກ່າວນີ້ ທ່ານພັນຄໍາ ວິພາວັນ ລັດຖະມົນຕີວ່າການກະຊວງສຶກສາທິການ
ແລະກິລາ ກໍໄດ້ຖະແຫຼງຢືນຢັນວ່າ ຈະເລັ່ງດໍາເນີນການພັດທະນາປັບປຸງຄຸນນະພາບທາງ
ດ້ານການສຶກສາໃຫ້ໄດ້ມາດຕະຖານດຽວກັນ ກັບບັນດາປະເທດສະມາຊິກໃນກຸ່ມອາຊ່ຽນ
ເປັນດ້ານທໍາອິດ.

ທັງນີ້ ກໍເນື່ອງຈາກວ່າການເປັນປະຊາຄົມອາຊ່ຽນນັບແຕ່ປີ 2015 ເປັນຕົ້ນໄປນັ້ນ ໝາຍເຖິງ
ການເປີດເສລີທັງໃນດ້ານການຄ້າ ການລົງທຶນ ແລະການຈ້າງງານລະຫວ່າງ 10 ປະເທດ
ສະມາຊິກຂອງອາຊ່ຽນ ໂດຍສໍາລັບໃນດ້ານການຈ້າງງານຢ່າງເສລີນັ້ນ ກໍຍ່ອມຈະເປັນທໍາ
ມະດາທີ່ຜູ້ລົງທຶນຈະພິຈາລະນາວ່າຈ້າງບຸກຄະລາກອນ ທີ່ມີຄວາມຮູ້ຄວາມສາມາດສູງ
ກວ່າຢູ່ແລ້ວ ເພາະສະນັ້ນ ການທີ່ລາວຈະສາມາດແຂ່ງຂັນໃນດ້ານດັ່ງກ່າວນີ້ໄດ້ຢ່າງແທ້ຈິງ
ນັ້ນ ຈຶ່ງມີຄວາມຈໍາເປັນຢ່າງຍິ່ງທີ່ຈະຕ້ອງເລັ່ງດໍາເນີນການພັດທະນາປັບປຸງຄຸນນະພາບ
ຂອງບຸກຄະລາກອນໃຫ້ເປັນທີ່ຍອມຮັບຂອງບັນດານາຍຈ້າງນັ້ນເອງ.

ການທີ່ຈະເຮັດໃຫ້ບັນດານາຍຈ້າງຍອມຮັບຄຸນນະພາບຂອງບຸກຄະລາກອນ ຈຶ່ງມີພຽງການ
ພັດທະນາຄຸນນະພາບດ້ານການສຶກສາຂອງລາວໃຫ້ໄດ້ມາດຕະຖານດຽວກັນໃນອາຊ່ຽນ
ເທົ່ານັ້ນ ດັ່ງທີ່ທ່ານພັນຄໍາ ໄດ້ໃຫ້ການອະທິບາຍວ່າ:

ທ່ານ ພານຄໍາ ວີລະວັນ, ລັດຖະມົນຕີກະຊວງສຶກສາລາວ
ທ່ານ ພານຄໍາ ວີລະວັນ, ລັດຖະມົນຕີກະຊວງສຶກສາລາວ

ປັບປຸງຄຸນນະພາບພາຍໃນຂອງເຮົາແລ້ວ ບັດນີ້ສິເຊື່ອມ
ໂຍງມັນກະມີກົນໄກຂອງມັນ ກົນໄກທໍາອິດກໍຮັບຮູ້ໜ່ວຍ
ກິດ ຫຼືວ່າຮັບຮູ້ໃບປະກາດສະນີຍະບັດ ຊຶ່ງກັນ ແລະກັນ ແຕ່ວ່າຄັນເຮົາບໍ່ປັບປຸງຄຸນນະພາບ ເຂົາປັບໃຫ້ເຮົາ
ເຮົາເວົ້າໄດ້ຢູ່ວ່າຈົບເສດຖະສາດ ບໍລິຫານທຸລະກິດ ມະ
ຫາວິທະຍາໄລແຫ່ງຊາດ ແຕ່ວ່າສິໄປທຽບກັບຂອງເຂົາ
ເຂົາກະບໍ່ຮັບເຈົ້າ ທີ່ຈິງແລ້ວກ່ອນທີ່ຈະໄປທຽບມັນຕ້ອງ
ມີການປະເມີນ.”


ທາງດ້ານ ທ່ານເຈືອງ ສົມບູນຂັນ ຫົວໜ້າຄະນະໂຄສະນາອົບລົມສູນກາງພັກປະຊາຊົນ
ປະຕິວັດລາວ ກໍໄດ້ລະບຸວ່າການພັດທະນາຊັບພະຍາກອນມະນຸດໃນລາວ ໄດ້ດໍາເນີນ
ໄປໃນທິດທາງທີ່ກົງຂ້າມກັບຄວາມຕ້ອງການທີ່ເປັນຈິງ ໃນການພັດທະນາທາງເສດຖະ
ກິດແລະສັງຄົມຂອງປະເທດໂດຍສາເຫດສໍາຄັນ ທີ່ເຮັດໃຫ້ເກີດ ສະພາບການດັ່ງກ່າວນີ້
ໃນລາວ ກໍຄືຄ່ານິຍົມທີ່ຜິດພາດທາງດ້ານການສຶກສາຂອງສັງຄົມ.

ໂດຍຈະເຫັນໄດ້ຈາກສົກຮຽນ 2012-2013 ທີ່ຜ່ານມາ ຊຶ່ງກະຊວງສຶກສາທິການ ແລະ
ກິລາ ກໍໄດ້ວາງເປົ້າໝາຍທີ່ຈະຮັບນັກຮຽນເຂົ້າສຶກສາຕໍ່ໃນລະດັບວິຊາຊີບຊັ້ນຕົ້ນໃຫ້ໄດ້
ຫຼາຍກວ່າ 16,000 ຄົນ ຫາກແຕ່ກໍປາກົດວ່າມີນັກຮຽນພຽງ 8,000 ກວ່າຄົນເທົ່ານັ້ນ ທີ່
ສະມັກເຂົ້າຮຽນຕໍ່ໃນລະດັບດັ່ງກ່າວ ສ່ວນນອກນັ້ນກໍໄດ້ພາກັນສະມັກເຂົ້າຮຽນໃນລະດັບ
ປະລິນຍາຕີຕາມສະຖານສຶກສາຂອງເອກກະຊົນ ດ້ວຍຫວັງວ່າຈະມີໂອກາດໄດ້ວຽກເຮັດ
ງານທໍາທີ່ມີລາຍໄດ້ສູງໆ ທັ້ງໆທີ່ວ່າຈະເປັນຄວາມຈິງໄດ້ຍາກ ກໍຕາມ.
XS
SM
MD
LG