ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄວາມໜາແໜ້ນ ຂອງປ່າໃນລາວ ຍາກທີ່ຈະເພີ້ມໄດ້ ເຖິງ 70 ເປີເຊັນ ຂອງເນື້ອທີ່ທັງໝົດ ​​ໃນປີ 2020


ການລັກລອບຕັດໄມ້ທີ່ຜິດກົດໝາຍ ຢູ່ໃນປ່າແຫ່ງນຶ່ງຂອງລາວ
ການລັກລອບຕັດໄມ້ທີ່ຜິດກົດໝາຍ ຢູ່ໃນປ່າແຫ່ງນຶ່ງຂອງລາວ

ຜູ້​ຊ່ຽວຊານດ້ານ​ປ່າ​ໄມ້​ຂອງ​ລັດ​ຖະບານ​ລາວຍອມຮັບ​ວ່າ ມັນ​ເປັນ​ການ​ຍາກ​ທີ່​ຈະ​ເພີ້ມ
ຄວາມໜາແໜ້ນຂອງປ່າໄມ້ໃນລາວໃຫ້ໄດ້ເຖິງ 70 ເປີເຊັນຂອງພື້ນທີ່ທັງໝົດຂອງ​ປະ
ເທດຕາມເປົ້າໝາຍທີ່ວາງໄວ້ໃນປີ 2020 ນັ້ນ.

ທ່ານ​ຊູ​ຊາດ ​ໄຊ​ຍະ​ກຸມມານ ຫົວໜ້າກົມ​ປ່າ​ໄມ້, ກະຊວງ​ກະສິກໍາ ​ແລະ​ປ່າ​ໄມ້​ໃຫ້ການ​
ຍອມຮັບ​ວ່າ ​ມັນເປັນ​ການ​ຍາກ ​ແລະ​ເປັນ​ສິ່ງ​ທ້າ​ທາຍ​ຫລາຍ ​ທີ່​ຈະ​ເພີ້ມການ​ປົກ​ຫຸ້ມ
ຫລື​ເພີ້ມອັດຕາ​ຄ​ວາ​ມໜາ​ແໜ້ນຂອງ​ປ່າ​ໄມ້​ ໃນ​ລາວ​ໃຫ້​ເຖິງ 70 ​ເປີ​ເຊັນຂອງ​ພື້ນທີ່​ທັງ
ໝົດຂອງ​ປະ​ເທດ​ຕາມ​ເປົ້າໝາຍທີ່​ວາງ​ໄວ້ໃນ​ປີ 2020 ນັ້ນ ​ທັງ​ນີ້ກໍເນື່ອງ​ຈາກ​ວ່າການ​
ຈັດຕັ້ງປະຕິບັດ​ນັບ​ແຕ່​ປີ 2005 ​ເປັນຕົ້ນມາ ​ໄດ້​ປະ​ເຊີນ​ກັບ​ບັນຫາ​ຫລາຍ​ດ້ານ ​ໂດຍ
​ສະ​ເພາະ​ແມ່ນ​ບັນຫາ​ໃນ​ການ​ປະສານ​ງານ​ລະຫວ່າງໜ່ວຍງານ​ຂອງ​ລັດຖະບານ​ນັ້ນ
ດັ່ງ​ທີ່​ທ່ານ​ໄດ້​ໃຫ້ການ​ຢັ້ງຢືນ​ວ່າ:

“ພາຍ​ຫລັງ​ທີ່ພວກ​ເຮົາ​ເຮັດ​ຍຸດ​ທະ​ສາດ​ປ່າ​ໄມ້​ສໍາ​ເລັດ​ໃນ​ປີ 2005 ກໍ​ໄດ້​ຄາດໝາຍ
ສູ້​ຊົນ​ໄວ້ ​ເຮັດ​ແນວ​ໃດ ຊິ​ເພີ້ມການ​ປົກ​ຫຸ້ມຂອງ​ປ່າ​ໄມ້​ໃຫ້ໄດ້ເຖິງ 70 ​ເປີ​ເຊັນ. ຂະ
​ແໜງປ່າ​ໄມ້​ຜູ້ດຽວບໍ່ສາມາດ​ທີ່​ຈະ​ເຮັດ​ຫລ້ອນ​ໄດ້ ມັນ​ຕ້ອງ​ແມ່ນ​ການ​ປະກອບສ່ວນ
​ຂອງ​ທຸກ​ຂະ​ແໜງການ ​ແລະ​ທຸກພາກສ່ວນ​ໃນ​ສັງຄົມ ​ເພາະວ່າ ພວກ​ເຮົາ​ກໍ​ເສຍ​ເວ
ລາ​ມາ ​ໃນ​ໄລຍະ​ນັ້ນ ພວກ​ເຮົາ​ມີ​ບັນຫາ ​ເປັນຕົ້ນ​ແມ່ນ​ເລື່ອງ​ການຈັດຕັ້ງ ກໍ​ມີ​ການ
ຈັດ​ສັນ​ລະຫວ່າງ​ປ່າ​ສະຫງວນ ປ່າ​ຜະລິດ ປ່າ​ປ້ອງ​ກັນ​. ໃນ​ເວລາ​ນັ້ນ ​ເພິ່ນ​ກາມ​ອບ​
ໃຫ້​ກະຊວງ​ຊັບພະຍາກອນ​ເປັນ​ຜູ້​ຮັບຜິດຊອບ ຊຶ່ງ​ລະບົບ​ກົນ​ໄກ​ປະສານ​ງານການ​
ເຮັດ​ວຽກ​ໃນ​ເວລາ​ນັ້ນ ພວກ​ເຮົາ​ກະບໍ່ທັນ​ໄດ້​ດີ​ເທົ່າ​ທີ່​ຄວນ.”

ການພັດທະນາທີ່ດິນ ແຫ່ງນຶ່ງທີ່ໄດ້ຮັບການສໍາປະທານໃນລາວ
ການພັດທະນາທີ່ດິນ ແຫ່ງນຶ່ງທີ່ໄດ້ຮັບການສໍາປະທານໃນລາວ

ຍິ່ງ​ໄປ​ກວ່າ​ນັ້ນຄວາມໜາ​ແໜ້ນຂອງ​ປ່າ​ໄມ້​ໃນ​ລາວຍັງ​ຫລຸດ​ລົງ​ຢ່າງ​ຕໍ່​ເນື່ອງ ​ໂດຍ​ການ​ສໍາ​ຫລວດ​ພົບ​ວ່າ ຄວາມໜາ​ແໜ້ນຂອງ​ປ່າ​ໄມ້​ໃນ​ລາວ​ໄດ້​ຫລຸດ​ລົງ​ຈາກ 17 ລ້ານ​ເຮັກຕາ
ຫລື 71 ​ເປີ​ເຊັນກວ່າ​ຂອງ​ພື້ນທີ່​ທັງໝົດ​ໃນ​ປີ 1960 ມາ​ເປັນ 9.4 ລ້ານ​ເຮັກຕາຫລື​ຕໍ່າ
ກວ່າ 40 ເປີ​ເຊັນຂອງ​ພື້ນທີ່​ທັງໝົດ​ໃນ​ປັດຈຸບັນ. ທັງ​ນີ້ ​ໂດຍ​ມີ​ສາ​ເຫ​ດທີ່​ສໍາຄັນ​ມາ​ຈາກ
​ການ​ລັກລອບ​ຕັດ​ໄມ້​ເກີນ​ໂຄ​ຕາ ທີ່​ໄດ້​ຮັບ​ອະນຸຍາດ​ສໍາ​ປະທານ​ຈາກ ທາງ​ການ​ລາວ
ທັງ​ໃນ​ລະດັບ​ສູນ​ກາງແລະ​ອໍານາດ​ການ​ປົກຄອງ​ທ້ອງ​ຖິ່ນທີ່​ບໍ່ມີ​ການ​ປະສານ​ງານ​ກັນ
ທີ່​ມີ​ປະສິດທິພາບ.

​ເຖິງ​ແມ່ນ​ວ່າລັດຖະບານ​ລາວ ຈະ​ຈັດ​ໃຫ້​ປ່າໄມ້​ໃນ 51 ​ເຂດ​ເປັນ​ເຂດ​ປ່າ​ຜະລິດ​ຊຶ່ງ​ຄິດ​
ເປັນ​ພື້ນທີ່​ກວ້າງ​ເຖິງ 3.1 ລ້ານ​ເຮັກຕາທົ່ວ​ປະ​ເທດ ​ແລະ​ໄດ້​ມອບໝາຍ​ໃຫ້​ປະຊາຊົນ
​ໃນ 442 ພື້ນທີ່ ​ເປັນ​ພາກສ່ວນ​ທີ່​ຮັບຜິດ ຊອບ​ໃນ​ການ​ຄຸ້ມ​ຄອງ ແລ​ະ​ເກັບ​ກໍາ​ເອົາ​ຜົນ​
ປະ​ໂຫຍ​ດຮ່ວມ​ກັນ ອັນ​ຖື​ເປັນ​ພາກສ່ວນ​ນຶ່ງ ​ໃນ​ແຜນ​ການ​ເພີ້ມອັດຕາ​ຄ​ວາ​ມໜາ​ແໜ້ນ
ຂອງ​ປ່າ​ໄມ້​ໃນ​ລາວ​ໃຫ້ໄດ້ເຖິງ 65 ​ເປີ​ເຊັນ ​ແລະ 70 ​ເປີ​ເຊັນຂອງ​ພື້ນທີ່​ທັງໝົດ​ໃນ​ປີ 2015 ​ແລະ​ປີ 2020 ຕາມ​ລໍາ​ດັງ.

ທ່ານ​ຊູ​ຊາດ ຍອມຮັບ​ວ່າ​ເປັນ​ການ​ຍາກຢ່າງ​ຍິ່ງ​ທີ່​ຈະ​ສາມາດບັນລຸ​ເປົ້າໝາຍດັ່ງກ່າວ​
ໄດ້​ໃນ​ພາກ​ຕົວ​ຈິງ ​ເພາະ​ປ່າ​ໄມ້​ໃນ​ເຂດ​ປ່າ​ສະຫງວນ​ແຫ່ງ​ຊາດ ​ໄດ້​ຫລຸດຄ​ວາ​ມໜາ​
ແໜ້ນລົງ​ຢ່າງ​ຫລວງຫລາຍ​ໃນ​ໄລຍະ 15 ປີ​ມານີ້ ຊຶ່ງ​ເປັນ​ຜົນ​ເນື່ອງ​ມາ​ຈາກການ​ລັກ
ລອບຕັດໄມ້​ໃນ​ເຂດ​ປ່າສະຫງວນ​ແຫ່ງ​ຊາດຢ່າງ​ກວ້າງ​ຂວາງ ຊຶ່ງ​ກໍ​ໄດ້​ເຮັດ​ໃຫ້​ປ່າ​ໄມ້ທີ່
ຢູ່​ໃນ​ຄວາມ​ຮັບຜິດຊອບຂອງກະຊວງ​ຊັບພະຍາກອນ ​ແລະ​ສິ່ງ​ແວດ​ລ້ອມ​ທໍາ​ມະ​ຊາດ
ຍັງ​ຄົງເຫລືອ​ຢູ່​ພຽງ​ແຕ່ 4 ລ້ານ​ເຮັກຕາ ຫລື 16 ​ເປີ​ເຊັນຂອງເນື້ອທີ່​ທັງໝົດ​ເທົ່າ​ນັ້ນ.

ຍິ່ງ​ໄປ​ກວ່າ​ນັ້ນ ຈາກ​ການກວດ​ສອບ​ການ​ສໍາ​ປະທານ​ຫລາຍ​ກວ່າ 200 ພື້ນທີ່​ໃນ​ທົ່ວ​ປະ
​ເທດ ຍັງ​ພົບ​ວ່າ ​ໄດ້​ມີ​ການ​ລຸກ​ລໍ້າ​ເຂົ້າ​ໄປ​ລັກລອບ​ຕັດ​ໄມ້​ຢູ່​ໃນ​ເຂດ​ປ່າສະຫງວນ​ ​ແລະ​
ເຂດ​ປ່າ​ປ້ອງກັນ​ຂອງ​ລັດ​ຖະບານ​ລາວ ທັງ​ໃນ​ລະດັບ​ທ້ອງ​ຖິ່ນ ​ແລະ​ຂັ້ນສູນ​ກາງ​ຢ່າງ​
ກວ້າງ​ຂວາງອີກ​ດ້ວຍ.

ອີງ​ຕາມ​ຂໍ້​ມູນ​ຂອງ​ກະຊວງ​ແຜນການ ​ແລະ​ການ​ລົງທຶນລະບຸ​ວ່າ ລັດຖະບານ​ລາວ ​ໄດ້
​ອະນຸຍາດ​ໃຫ້​ສໍາ​ປະ​ທານ ​ເພື່ອ​ປູກ​ພືດ​ເສດຖະກິດ​ຕ່າງໆ ​ເຊັ່ນ​ຢາງພາລາ, ຢູຄາ​ລິບ​ຕັສ,
ອ້ອຍ, ສາລີ ​ແລະ​ມັນຕົ້ນ ຄິດ​ເປັນ​ພື້ນທີ່​ຮວມກັນ​ກວ້າງ​ກວ່າ 570,000 ​ເຮັກຕາ ​ໃນ​ທົ່ວ
​ປະ​ເທດ ຫາກ​ແຕ່​ວ່າ ຈາກ​ການກວດ​ສອບ​ໃນ​ພາກ​ຕົວ​ຈິງກໍ​ພົບ​ວ່າ ​ໄດ້​ມີ​ການບຸກລຸກ
​ເຂົ້າ​ໄປ​ລັກລອບ​ຕັດ​ໄມ້​ຢູ່​ໃນ​ເຂດ​ປ່າສະຫງວນ​ ​ແລະ​ເຂດ​ປ່າ​ປ້ອງກັນ​ຂອງ​ລັດ​ຖະບານ​
​ເປັນ​ພື້ນທີ່​ກວ້າງ​ກວ່າ 1 ລ້ານ​ເຮັກຕາ. ສ່ວນ​ລັດ​ຖະບານ​ລາວກໍ​ໄດ້​ອະນຸມັດ​ໂຄ​ຕາຕັດ​
ໄມ້ຫລາຍ​ກວ່າ 1 ລ້ານ​ແມັດ​ກ້ອນ ​ແຕ່ກໍ​ມີ​ລາຍ​ຮັບ​ຈາກ​ພາສີ​ໄດ້​ພຽງ​ແຕ່ 20 ລ້ານ​ໂດ​ລາ
ເທົ່າ​ນັ້ນ.

XS
SM
MD
LG