ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຶນສຳຮອງ ເງິນຕາ ຕ່າງປະເທດ ຂອງລາວ ຈະລົດລົງ ເປັນຕ່ຳກວ່າ 1 ພັນລ້ານໂດລາ


ນັກເສດຖະສາດຂອງທະນາຄານພັດທະນາເອເຊຍ
(ADB) ສຳນັກງານ ປະຈຳ ສປປ ລາວ ຢືນຢັນວ່າ ສະພາວະການຂາດດຸນການຄ້າ ຕ່າງປະເທດຂອງລາວ ໃນປັດຈຸບັນ ຈະເຮັດໃຫ້ເກີດບັນຫາ ການຕົກຕ່ຳລົງ
ຂອງຄ່າເງິນກີບ.
ນັກເສດຖະສາດຂອງທະນາຄານພັດທະນາເອເຊຍ (ADB) ສຳນັກງານ ປະຈຳ ສປປ ລາວ ຢືນຢັນວ່າ ສະພາວະການຂາດດຸນການຄ້າ ຕ່າງປະເທດຂອງລາວ ໃນປັດຈຸບັນ ຈະເຮັດໃຫ້ເກີດບັນຫາ ການຕົກຕ່ຳລົງ ຂອງຄ່າເງິນກີບ.

ທຶນສຳຮອງເງິນຕາຕ່າງປະເທດຂອງລາວ ມີທ່າອຽງຈະລົດລົງຢ່າງຕໍ່ເນື່ອງ ແລະຄາດ
ວ່າ ຈະລົດລົງເປັນຕ່ຳກວ່າ 1,000 ລ້ານໂດລາ ຫຼືເທົ່າກັບການນຳເຂົ້າສິນຄ້າ ຈາກຕ່າງ
ປະເທດ ພຽງນຶ່ງເດືອນເຄິ່ງເທົ່ານັ້ນ.

ທ່ານສຸລິນທອນ ເລື່ອງຄຳສິງ ນັກເສດຖະສາດຂອງທະນາຄານພັດທະນາເອເຊຍ
(ADB) ສຳນັກງານ ປະຈຳ ສປປ ລາວ ຢືນຢັນວ່າ ສະພາວະການຂາດດຸນການຄ້າ
ຕ່າງປະເທດຂອງລາວໃນປັດຈຸບັນ ບໍ່ພຽງແຕ່ຈະເຮັດໃຫ້ເກີດບັນຫາການຕົກຕ່ຳລົງ
ຂອງຄ່າເງິນກີບ ແລະອັດຕາເງິນເຟີ້ທີ່ປັບຕົວສູງຂຶ້ນເທົ່ານັ້ນ ຫາກແຕ່ຍັງໄດ້ສົ່ງຜົນ
ກະທົບເຖິງທຶນສຳຮອງເງິນຕາຕ່າງປະເທດຂອງລາວ ທີ່ມີທ່າອຽງລົດລົງຢ່າງຕໍ່ເນື່ອງ
ອີກດ້ວຍ ເພາະການຂາດດຸນການຄ້າຕ່າງປະເທດດັ່ງກ່າວ ເຮັດໃຫ້ລາວຕ້ອງໃຊ້ເງິນ
ຕາຕ່າງປະເທດຈຳນວນຫຼາຍສຳລັບຊຳລະລາຄາສິນຄ້າ ທີ່ນຳເຂົ້າຈາກຕ່າງປະເທດນັ້ນ.

ປະທານ ທະນາຄານພັດທະນາເອເຊຍ ຫຼື ADB ຈັດກອງປະຊຸມຖະແຫລງຂ່າວ
ປະທານ ທະນາຄານພັດທະນາເອເຊຍ ຫຼື ADB ຈັດກອງປະຊຸມຖະແຫລງຂ່າວ

ໂດຍເມື່ອສົມທົບກັບໄພນ້ຳຖ້ວມຄັ້ງໃຫຍ່ໃນທົ່ວປະເທດລາວ ນັບຈາກກາງເດືອນ
ກໍລະກົດ 2018 ເປັນຕົ້ນມາ ຊຶ່ງໄດ້ສົ່ງຜົນກະທົບຕໍ່ການຜະລິດ ໃນພາກກະສິກຳ ຂອງ
ລາວຢ່າງກວ້າງຂວາງດ້ວຍນັ້ນ ຍັງເຮັດໃຫ້ຄາດໝາຍໄດ້ວ່າ ການສົ່ງອອກສິນຄ້າ
ກະສິກຳຂອງລາວ ຈະລົດລົງໃນປີ 2018 ນີ້ ເຊັ່ນດຽວກັນກັບ ຜົນຜະລິດດ້ານການຂຸດ
ຄົ້ນ ແຮ່ທາດທີ່ຄາດວ່າ ຈະລົດລົງໃນອັດຕາສະເລ່ຍ 2 ເປີເຊັນ ທຽບໃສ່ກັບປີ 2017
ໃນຂະນະທີ່ການນຳເຂົ້າສິນຄ້າຈາກຕ່າງປະເທດ ຍັງສືບຕໍ່ເພີ້ມຂຶ້ນ ຈຶ່ງເຮັດໃຫ້ສາມາດ
ຄາດໝາຍ ໄດ້ວ່າ ທຶນສຳຮອງເງິນຕາຕ່າງປະເທດຂອງລາວ ຈະລົດລົງເຫຼືອຕ່ຳກວ່າ
1,000 ລ້ານໂດລາ ຫຼືເທົ່າກັບການນຳເຂົ້າສິນຄ້າຈາກຕ່າງປະເທດໄດ້ພຽງ 1.5 ເດືອນ
ຫຼືເດືອນເຄິ່ງເທົ່ານັ້ນ.

ທາງດ້ານທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການ ກະຊວງ
ການເງິນ ຖະແຫລງຍອມຮັບວ່າ ທຶນສຳຮອງເງິນຕາຕ່າງປະເທດຂອງລາວ ມີມູນຄ່າລົດ
ນ້ອຍລົງນັບຈາກທ້າຍປີ 2016 ເປັນຕົ້ນມາແລ້ວ ກໍຄືລົດລົງຈາກມູນຄ່າທີ່ທຽບໄດ້ກັບ
ການນຳເຂົ້າສິນຄ້າຈາກຕ່າງປະເທດ ເປັນເວລາ 5.3 ເດືອນໃນທ້າຍປີ 2016 ເປັນ 4.3
ເດືອນ ໃນທ້າຍເດືອນເມສາ 2018 ແລະບໍ່ເຖິງ 3 ເດືອນໃນປັດຈຸບັນ.

ໂດຍສາເຫດທີ່ເຮັດໃຫ້ທຶນສຳຮອງເງິິນຕາຕ່າງປະເທດຂອງລາວ ຍັງສືບຕໍ່ລົດລົງ ກໍຄື
ການນຳເຂົ້າເຄື່ອງຈັກເພື່ອນຳໃຊ້ໃນບັນດາໂຄງການພື້ນຖານໂຄງຮ່າງຂະໜາດໃຫຍ່
ທີ່ເຮັດໃຫ້ລາຍຈ່າຍ ຈາກການນຳເຂົ້າດັ່ງກ່າວເພີ້ມຂຶ້ນ ຊຶ່ງເມື່ອສົມທົບກັບລາຄານ້ຳມັນ
ທີ່ປັບຕົວສູງຂຶ້ນ ແລະສະພາວະເງິນເຟີ້ທີ່ຄາດວ່າ ຈະປັບຕົວເພີ້ມຂຶ້ນເຖິງ 2.5 ເປີເຊັນ
ກໍຍັງຈະເຮັດໃຫ້ລາວຕ້ອງປະເຊີນກັບບັນຫາການຂາດດຸນບັນຊີປັດຈຸບັນ ໃນອັດຕາ
ສະເລ່ຍ 13.8 ເປີເຊັນ ຂອງຍອດຜະລິດຕະພັນລວມພາຍໃນ (GDP) ໃນປີ 2018
ອີກດ້ວຍ.

ທັງນີ້ ລັດຖະບານລາວ ຄາດວ່າ ການຄ້າຕ່າງປະເທດໃນປີ 2018 ຈະມີມູນຄ່າລວມເຖິງ
9,993 ລ້ານໂດລາ ໂດຍຈະເປັນການສົ່ງສິນຄ້າອອກໃນມູນຄ່າ 5,015 ລ້ານໂດລາ
ແລະ ນຳເຂົ້າສິນຄ້າໃນມູນຄ່າບໍ່ເກີນ 4,978 ລ້ານໂດລາ ໂດຍສິນຄ້າສົ່ງອອກທີ່ສຳຄັນ
ກໍຄືໄຟຟ້າ ແຮ່ທາດ ແລະສິນຄ້າກະສິກຳ ແຕ່ກໍປາກົດວ່າ ການສົ່ງອອກສິນຄ້າກະສິກຳ
ຂອງລາວ ໄດ້ລົດລົງຢ່າງຕໍ່ເນື່ອງ ເພາະຄຸນນະພາບສິນຄ້າຍັງບໍ່ໄດ້ມາດຕະຖານສາກົນ.

ໂດຍໄທຍັງເປັນປະເທດທີ່ໄດ້ປຽບດຸນການຄ້າຕໍ່ລາວຫຼາຍທີ່ສຸດ ຊຶ່ງໃນຊ່ວງເດືອນ
ມັງກອນ ຫາ ກໍລະກົດ 2018 ປາກົດວ່າ ການຄ້າລາວ-ໄທ ມີມູນຄ່າລວມເກີນກວ່າ
3,828 ລ້ານໂດລາ ໂດຍໄທ ໄດ້ປຽບດຸນການຄ້າຕໍ່ລາວ ເຖິງ 920 ລ້ານບາດ ທັງຍັງ
ຈະເພີ້ມຂຶ້ນຢ່າງຕໍ່ເນື່ອງອີກດ້ວຍ ເພາະໄທຖືລາວ ເປັນທັງຕະຫຼາດ ແລະເຂດເຊື່ອມ
ຕໍ່ ໄປຍັງປະເທດອື່ນໆດ້ວຍ ດັ່ງທີ່ ທ່ານສົນທິຣັດ ສົນທິຈິຣະວົງ ລັດຖະມົນຕີວ່າການ
ກະຊວງການຄ້າຂອງໄທ ຢືນຢັນວ່າ:

“ການອຳນວຍຄວາມສະດວງທາງການຄ້ານີ້ ເປັນເລື້ອງຫົວໃຈສຳຄັນ ເຮົາໄດ້ລົມ
ກັນ ເຖິງຄວາມຈຳເປັນໃນເລື້ອງຂອງການເປັນ Sdupply Chain ຕໍ່ກັນ ການເຊື່ອມ
ໂຍງເຂດເສດຖະກິດພິເສດ ລະຫວ່າງກັນ ການທີ່ຈະໃຊ້ທາງ ສປປ ລາວ ເປັນ land
linke ທີ່ຈະໄປສູ່ປະເທດເພື່ອບ້ານ ອັນອື່ນຕໍ່ໄປ ຖ້າເຮົາກຳນົດບົດບາດທີ່ຊັດເຈນ
ຕໍ່ກັນ ກໍຈະເຮັດໃຫ້ການເຕີບໂຕຂອງທັງສອງຝ່າຍໄດ້ເປັນຮູບປະທຳ.”

ທັງນີ້ ຄາດວ່າ ລາວຈະຂາດດຸນການຄ້າຕໍ່ໄທໃນມູນຄ່າລວມເຖິງ 1,552 ລ້ານ ໃນຕະ
ຫຼອດປີ 2018 ນີ້.

XS
SM
MD
LG