ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ເຄາະຮ້າຍ ຈາກເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ ບໍ່ໝັ້ນໃຈວ່າ ຈະກ້າກັບຄືນໄປບ້ານ ຂອງ ເຂົາເຈົ້າ ອີກຫຼືບໍ່


ຜູ້ເຄາະຮ້າຍ ຈາກໄພນໍ້າຖ້ວມ ອະນາໄມເຮືອນຂອງລາວ ໃນເມືອງສະໜາມໄຊ, ແຂວງອັດຕະປື. 26 ກໍລະກົດ 2018.
ຜູ້ເຄາະຮ້າຍ ຈາກໄພນໍ້າຖ້ວມ ອະນາໄມເຮືອນຂອງລາວ ໃນເມືອງສະໜາມໄຊ, ແຂວງອັດຕະປື. 26 ກໍລະກົດ 2018.

ປະຊາຊົນ ລາວ ທີ່ປະສົບໄພນໍ້າຖ້ວມຈາກກໍລະນີເຂື່ອນເຊປຽນ-ເຊນໍ້ານ້ອຍແຕກນັ້ນ
ບໍ່ໝັ້ນໃຈວ່າພວກຕົນຈະກັບຄືນໄປອາໄສຢູ່ບ້ານເກົ່າຫຼືບໍ່ ເພາະວ່າບໍ່ເຊື່ອໝັ້ນໃນຄວາມ
ປອດໄພໃນຊີວິດ.

ປະຊາຊົນຊາວບ້ານໃໝ່ ທີ່ໄດ້ຮັບຜົນກະທົບທັງ 100 ເປີເຊັນຈາກກໍລະນີເຂື່ອນໄຟຟ້າ
ເຊປຽນ-ເຊນໍ້ານ້ອຍແຕກ ນັບຕັ້ງແຕ່ວັນທີ 23 ກໍລະກົດ 2018 ເປັນຕົ້ນມາໃຫ້ການຢືນ
ຢັນວ່າ ປະຊາຊົນທັງໝົດຈາກບ້ານໃໝ່ຍັງບໍ່ຮູ້ວ່າຈະສາມາດກັບຄືນໄປຢູ່ອາໄສ ທີ່ບ້ານ
ເກົ່າຂອງພວກຕົນໄດ້ຫຼືບໍ່ ທັງບໍ່ໝັ້ນໃຈວ່າພວກຕົນຈະກ້າຕັດສິນໃຈກັບຄືນໄປຢູ່ບ້ານ
ເກົ່າຫຼືບໍ່ອີກດ້ວຍ ເພາະວ່າບໍ່ເຊື່ອໝັ້ນໃນຄວາມປອດໄພໃນຊີວິດ ແລະ ຊັບສິນອີກຕໍ່ໄປ
ແລ້ວ ໂດຍສະເພາະແມ່ນຄວາມບໍ່ເຊື່ອໝັ້ນໃນມາດຕະຖານການກໍ່ສ້າງເຂື່ອນໄຟຟ້າ
ເຊປຽນ-ເຊນໍ້ານ້ອຍນັ້ນ ດັ່ງທີ່ພໍ່ຕູ້ ສົມພອນ ຊາວບ້ານໃໝ່ຢືນຢັນວ່າ

"ກະຮູ້ສຶກວ່າເສຍໃຈແຫຼະວ່າບໍລິສັດມາຕັ້ງເຂື່ອນໂດຍບໍ່ຜ່ານປະຊາຊົນ ພວກເຮົາຍັງບໍ່
ຮູ້ວ່າເຂົາຈະຕັ້ງເຂື່ອນຢູ່ເຊປຽນ ຄິດວ່າເຂື່ອນນໍ້ານ້ອຍພຸ້ນມັນຊິແຕກ, ບາດແຕກແລ້ວ
ຈັງວ່າເຂື່ອນເຊປຽນ ແລ້ວກະບໍ່ເຊື່ອໝັ້ນວ່າມັນສິຫຼຸບບ້ານຫຼຸບເຮືອນຫັ້ນແຫຼະ ຂອງບໍ່
ເຄີຍເຫັນຈັກເທື່ອຕັ້ງແຕ່ເກີດມາ."

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີໃນຖານະຫົວໜ້າຄະນະກຳມະການ
ສະເພາະກິດແກ້ໄຂໄພພິບັດລະດັບຊາດຖະແຫຼງຢືນຢັນວ່າ ການເກັບກຳຂໍ້ມູນຢ່າງລະ
ອຽດ ກ່ຽວກັບ ການເສຍຫາຍຂອງປະຊາຊົນທີ່ປະສົບໄພນໍ້າຖ້ວມຈາກກໍລະນີເຂື່ອນໄຟ
ຟ້າເຊປຽນ-ເຊນໍ້ານ້ອຍແຕກ ນັບຈາກວັນທີ 23 ກໍລະກົດ 2018 ຍັງສືບຕໍ່ຢູ່ເລື້ອຍມາຈົນ
ເຖິງປັດຈຸບັນ ດ້ວຍເປົ້າໝາຍທີ່ຈະນຳເອົາຂໍ້ມູນທີ່ໄດ້ຈາກການລົງໄປເກັບກຳໃນພື້ນທີ່
ປະສົບໄພຕົວຈິງນັ້ນມານຳໃຊ້ປະກອບການຮຽກຮ້ອງເອົາຄ່າເສຍຫາຍຈາກກຸ່ມລົງທຶນ
ກໍ່ສ້າງເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ໃຫ້ກັບຜູ້ປະສົບໄພຈາກກໍລະນີເຂື່ອນແຕກໃຫ້
ໄດ້ຢ່າງເໝາະສົມກັບສະພາບການເສຍຫາຍຕົວຈິງ ຍິ່ງໄປກວ່ານັ້ນ ກໍຍັງຈະຕ້ອງມີການ
ສຶກສາສຳຫຼວດເພື່ອວາງຜັງເມືອງໃໝ່ທັງໝົດອີກດ້ວຍ ໂດຍສະເພາະແມ່ນຢູ່ທີ່ເຂດ
ເມືອງສະໜາມໄຊ ທີ່ປະສົບໄພນໍ້າຖ້ວມທັງເມືອງນັ້ນ ດັ່ງທີ່ທ່ານ ສອນໄຊ ຢືນຢັນວ່າ

"ແຜນຟື້ນຟູສະເພາະໜ້ານີ້ ຄິດວ່າມັນຈະຕ້ອງໄດ້ມີການຄົ້ນຄວ້າ ແລະ ການຈັດສັນ
ບ້ານຄືນໃໝ່ ເພາະວ່າຢູ່ໃນ 6 ບ້ານ ແລ້ວກະໝົດເມືອງ ສະໜາມໄຊ ແມ່ນໍ້າຖ້ວມໝົດ
ສະນັ້ນໃນຕໍ່ໜ້ານີ້ທາງກະຊວງໂຍທາ ພາກສ່ວນສະຖາບັນຜັງເມືອງ ຫຼືວ່າກະຊວງພາຍ
ໃນສິໄດ້ເບິ່ງຊ່ວຍ."

ແມ່ຍິງຄົນນຶ່ງທີ່ອູ້ມລູກຂອງລາວໃນບ້ານແຫ່ງນຶ່ງທີ່ຖືກນໍ້າຖ້ວມຢູ່ເມືອງ ສະໜາມໄຊ, ແຂວງອັດຕະປື, 26 ກໍລະກົດ 2018.
ແມ່ຍິງຄົນນຶ່ງທີ່ອູ້ມລູກຂອງລາວໃນບ້ານແຫ່ງນຶ່ງທີ່ຖືກນໍ້າຖ້ວມຢູ່ເມືອງ ສະໜາມໄຊ, ແຂວງອັດຕະປື, 26 ກໍລະກົດ 2018.

ທັງນີ້ໂດຍທາງການແຂວງອັດຕະປື ລາຍງານວ່າເມືອງສະໜາມໄຊ ທີ່ໄດ້ຮັບຜົນກະທົບ
ຈາກໄພນໍ້າຖ້ວມທີ່ເກີດຈາກກໍລະນີເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກໃນຄັ້ງນີ້ເປັນເມືອງ
ນຶ່ງທີ່ທຸກຍາກທີ່ມີ 40 ບ້ານ, 6,771 ຄອບຄົວ ມີພົນລະເມືອງ 36,000 ກວ່າຄົນ ໃນນີ້
ມີບ້ານທີ່ຖືກກະທົບຈາກນໍ້າຖ້ວມ 13 ບ້ານ ມີ 2,717 ຄອບຄົວ, ພົນລະເມືອງ 13,067
ຄົນ ໃນນີ້ໄດ້ຮັບຜົນກະທົບທັງ 100 ເປີເຊັນມີ 6 ບ້ານຄືບ້ານ ຫີນລາດ, ບ້ານ ສະໜອງ
ໃຕ້, ບ້ານ ທ່າຫີນ, ບ້ານ ທ່າໃໝ່, ບ້ານ ທ່າແສງຈັນ ແລະ ບ້ານ ໃຫຍ່ແທ ໂດຍໃນ 6
ບ້ານດັ່ງກ່າວນີ້ມີ 1,611 ຄອບຄົວ, ພົນລະເມືອງ 7,095 ຄົນ ຊຶ່ງໄດ້ຍົກຍ້າຍມາຢູ່ເຂດ
ທີ່ປອດໄພ 6 ຈຸດຄືເທດສະບານເມືອງ ສະໜາມໄຊ, ບ້ານຕໍໍມໍຍອດ, ບ້ານ ດອນບົກ,
ບ້ານ ປີນດົງ, ບ້ານ ຄອນທົດ ແລະ ໂຮງຮຽນມັດທະຍົມສົມບູນຈັນທາ ຕາມລຳດັບ.

ສ່ວນທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີວ່າການກະຊວງແຮງງານ ແລະ ສະຫວັດ
ດີການສັງຄົມ ໄດ້ຖະແຫຼງຍອມຮັບວ່າ ການບູລະນະເມືອງສະໜາມໄຊ ຈະຕ້ອງໃຊ້ເວ
ລາທີ່ຍາວນານສົມຄວນ ທັງຍັງຈະຕ້ອງໃຊ້ງົບປະມານຢ່າງຫຼວງຫຼາຍອີກດ້ວຍ ເພາະວ່າ
ໄພນໍ້າຖ້ວມນັ້ນໄດ້ເຮັດໃຫ້ເຮືອນ, ສິ່ງປູກສ້າງ ແລະ ຊັບສິນຂອງປະຊາຊົນ ລວມທັງ
ພື້ນຖານໂຄງຮ່າງຕ່າງໆ ທັງຖະໜົນຫົນທາງ, ຂົວ, ໂຮງຮຽນ, ສຸກສາລາ, ອາຄານສຳ
ນັກງານຕ່າງໆຂອງລັດ ແລະ ຄອງຊົນລະປະທານນັ້ນ ໄດ້ເກີດການເສຍຫາຍ ແລະ
ເປ່ເພໄປເປັນສ່ວນໃຫຍ່ ຈະຕ້ອງໃຊ້ງົບປະມານເພື່ອການບູລະນະຟື້ນຟູເປັນຈຳນວນ
ຫຼາຍພັນຕື້ກີບ ຊຶ່ງຈະຕ້ອງຮຽກຮ້ອງເອົາຈາກກຸ່ມຜູ້ລົງທຶນໃນໂຄງການທີ່ປະກອບດ້ວຍ
ບໍລິສັດ SK ວິສະວະກຳ-ກໍ່ສ້າງ ແລະ ບໍລິສັດ Western Power ຈາກ ເກົາຫຼີໃຕ້, ບໍລິ
ສັດ ໄຟຟ້າ ຣາດຊະບູລີ (ມະຫາຊົນ) ຈາກ ໄທ ແລະ ວິສາຫະກິດຖືຫຸ້ນຂອງລັດຖະບານ
ລາວ ຕາມລຳດັບ.

XS
SM
MD
LG