ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວຂາດດຸນການຄ້າ ກັບຕ່າງປະເທດ ຫຼາຍກວ່າ 2 ຕື້ໂດລາ


ປໍ້ານໍ້າມັນແຫ່ງນຶ່ງໃນນະຄອນວຽງຈັນ
ປໍ້ານໍ້າມັນແຫ່ງນຶ່ງໃນນະຄອນວຽງຈັນ
ລາວປະເຊີນກັບສະພາວະການຂາດດຸນການຄ້າຕ່າງປະເທດ
ຄິດເປັນມູນຄ່າ ລວມຫຼາຍກວ່າ 2 ຕື້ໂດລາ ໃນປີ 2012 ໂດຍ
ການນໍາເຂົ້ານໍ້າມັນເຊື້ອໄຟຄື ສາເຫດທີ່ເຮັດໃຫ້ຕ້ອງຂາດດຸນ
ການຄ້າຫຼາຍທີ່ສຸດ.

ທະນາຄານພັດທະນາເອເຊຍ ADB ລາຍງານວ່າ ການຄ້າ
ຕ່າງປະເທດຂອງລາວໃນປີ 2012 ທີ່ຜ່ານມາມີມູນຄ່າລວມ
ເຖິງ 8,900 ລ້ານໂດລາ ໂດຍໃນນີ້ແບ່ງເປັນການສົ່ງສິນຄ້າ
ອອກໄປຕ່າງປະເທດໃນມູນຄ່າ 3,400 ລ້ານ ໂດລາ ແລະ
ການນໍາເຂົ້າສິນຄ້າຈາກຕ່າງປະເທດໃນມູນຄ່າລວມເຖິງ
5,500 ລ້ານໂດລາ ຊຶ່ງກໍໄດ້ເປັນຜົນເຮັດໃຫ້ລາວຕ້ອງຕົກ
ເປັນຝ່າຍທີ່ຂາດດຸນການຄ້າຄິດເປັນມູນຄ່າລວມເຖິງ
2,100 ລ້ານໂດລາ.

ຍິ່ງໄປກວ່ານັ້ນ ADB ຍັງໄດ້ລະບຸດ້ວຍວ່າການຂາດດຸນການຄ້າຕ່າງປະເທດດັ່ງກ່າວ
ຂອງລາວກໍໄດ້ສົ່ງຜົນກະທົບຕໍ່ເນື່ອງເຖິງທຶນສໍາຮອງເງິນຕາຕ່າງປະເທດຂອງລາວອີກ
ດ້ວຍ. ເນື່ອງຈາກການຂາດດຸນການຄ້າຕ່າງປະເທດໄດ້ ເຮັດໃຫ້ທຶນສໍາຮອງເງິນຕາ
ຕ່າງປະເທດຂອງລາວໄຫຼອອກໄປຕ່າງປະເທດ ຫຼາຍກວ່າທີ່ໄຫຼເຂົ້າມາໃນປະເທດ ຊຶ່ງ
ຜົນທີ່ຕິດຕາມມາກໍຄືທຶນສໍາຮອງເງິນ ຕາຕ່າງປະເທດຂອງລາວຍັງຄົງເຫຼືອຢູ່ພຽງແຕ່
708 ລ້ານໂດລາຫຼືທຽບໄດ້ ກັບການນໍາເຂົ້າສິນຄ້າຈາກຕ່າງປະເທດ ພຽງແຕ່ 1.6
ເດືອນ ເທົ່ານັ້ນ.
ລາຍງານວ່າໃນປີ 2012 ລາວຂາດດຸນການຄ້າເຖິງ 2,100 ລ້ານໂດລ່າ.
ລາຍງານວ່າໃນປີ 2012 ລາວຂາດດຸນການຄ້າເຖິງ 2,100 ລ້ານໂດລ່າ.
ທັງນີ້ໂດຍສາເຫດສໍາຄັນທີ່ເຮັດໃຫ້ລາວຕ້ອງປະເຊີນກັບບັນ
ຫາການຂາດດຸນການຄ້າຕ່າງປະເທດນັ້ນ ກໍຄືການລົງທຶນ
ຂອງຕ່າງປະເທດທີ່ເພີ່ມຂຶ້ນຢ່າງຕໍ່ ເນື່ອງ ໂດຍສະເພາະ
ແມ່ນການລົງທຶນ ໃນດ້ານພະລັງງານແລະການຂຸດຄົ້ນແຮ່
ທາດນັ້ນ ໄດ້ເປັນຜົນເຮັດໃຫ້ຕ້ອງມີການນໍາເຂົ້າເຄຶ່ອງຈັກ
ຕ່າງໆ ລວມເຖິງວັດຖຸກໍ່ສ້າງແລະຍານພາຫະນະ ທີ່ເຮັດໃຫ້
ຕ້ອງນໍາເຂົ້ານໍ້າມັນເຊື້ອໄຟຫຼາຍ.

ທາງດ້ານກະຊວງອຸດສາຫະກໍາແລະການຄ້າລາຍງານວ່າໃນຕະຫຼອດປີ 2012 ລາວ
ໄດ້ນໍາເຂົ້ານໍ້າມັນເຊື້ອໄຟຈາກຕ່າງປະເທດ ຫຼາຍກວ່າ 800 ລ້ານລິດ ຄິດເປັນມູນຄ່າ
ລວມ ຫຼາຍກວ່າ 560 ລ້ານໂດລ່າ ຫຼືເພີ່ມຂຶ້ນເຖິງ 42% ເມື່ອທຽບກັບປີ 2010 ຊຶ່ງຖື
ວ່າເປັນການຊົມໃຊ້ນໍ້າມັນ ທີ່ເພີ່ມຂຶ້ນຢ່າງໄວວາທີ່ສຸດປະເທດນຶ່ງ ໃນໂລກ.

ແຕ່ຢ່າງໃດກໍຕາມ ຖ້າຫາກຄິດໄລ່ນັບຕັ້ງແຕ່ປີ 2003 ເປັນຕົ້ນມາກໍຈະໄດ້ວ່າການນໍາ
ເຂົ້ານໍ້າມັນເຊື້ອໄຟຂອງລາວໄດ້ປັບຕົວເພີ່ມຂຶ້ນໃນອັດຕາສະເລ່ຍ ລະຫວ່າງ 7-10%
ຕໍ່ປີ ໂດຍໃນປີ 2011 ທີ່ຜ່ານມານັ້ນ ລາວກໍໄດ້ນໍາເຂົ້ານໍ້າມັນຈາກຕ່າງປະເທດຫຼາຍ
ກວ່າ 700 ລ້ານລິດແລະໃນປີ 2013 ນີ້ ກໍຄາດໝາຍວ່າຈະຕ້ອງນໍາເຂົ້ານໍ້າມັນຈາກຕ່າງ
ປະເທດບໍ່ໜ້ອຍກວ່າ 900 ລ້ານລິດ ເພາະການຊົມໃຊ້ນໍ້າມັນໃນລາວເພີ່ມຂຶ້ນທຸກປີນັ້ນ
ເອງ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນລັດວິສາຫະກິດນໍ້າມັນເຊື້ອໄຟລາວ ໃຫ້ການຢືນຢັນວ່າ:

ການຊົມໃຊ້ນໍ້າມັນຂອງປະເທດເຮົານີ້ ກໍເພີ່ມຂຶ້ນປະມານ 7-10% ຕໍ່ປີ
ສະນັ້ນແຫຼະ ຂ້າພະເຈົ້າຮຽນສະເໜີພີ່ນ້ອງປະຊາຊົນ ຫຼືສັງຄົມທົ່ວໄປຫັ້ນ
ແຫຼະເນາະ ຍ້ອນວ່ານໍ້າມັນນີ້ເປັນສິນຄ້າຍຸດທະສາດ ເປັນສິນຄ້າສໍາຄັນ
ແລະນໍາເຂົ້າດ້ວຍເງິນຕາຕ່າງປະເທດນີ້ ມີແຕ່ວ່າເຮົານໍາໃຊ້ຢ່າງປະຢັດ
ໃຫ້ຄຸ້ມຄ່າຫັ້ນແມ່ນດີທີ່ສຸດ ເພາະວ່າຜ່ານມານີ້ ພາກເຮົາກະນໍາໃຊ້ຢ່າງ
ຫຼວງຫຼາຍ ເພາະວ່າການພັດທະນາສ້າງສາປະເທດພວກເຮົາກະເພີ່ມຂຶ້ນ
ເນາະ GDP ຂອງພວກເຮົາກະເພີ່ມຂຶ້ນ ອັນນີ້ຂ້າພະເຈົ້າຈຶ່ງວ່າການນໍາໃຊ້
ນໍ້າມັນໃຫ້ຄຸ້ມຄ່າຢ່າງປະຢັດນີ້ ເປັນສິ່ງທີ່ຈໍາເປັນສໍາລັບປະເທດພວກເຮົາ.”


ທາງດ້ານກະຊວງແຜນການແລະການລົງທຶນກໍໄດ້ຄາດໝາຍວ່າ ການນໍາເຂົ້ານໍ້າມັນ
ຂອງລາວຈະເພີ່ມຂຶ້ນເປັນ 1,174 ລ້ານລິດໃນປີ 2015 ຫຼືອາດຈະຫຼາຍກວ່ານັ້ນ ຖ້າ
ຫາກການລົງທຶນຈາກຕ່າງປະເທດໃນລາວ ຍັງຄົງຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ
ໂດຍຕາມແຜນການແລະເປົ້າໝາຍທີ່ລັດຖະບານລາວໄດ້ວາງອອກນັ້ນ ກໍຄືການພັດ
ທະນາທາງເສດຖະກິດແລະສັງຄົມ ເພື່ອໃຫ້ສາມາດບັນລຸເປົ້າໝາຍສະຫັດສະວັດຂອງ
ການພັດທະນາ ໃນປີ 2015 ໃຫ້ໄດ້ຢ່າງແທ້ຈິງນັ້ນ ກໍຕ້ອງລະດົມການລົງທຶນໃຫ້ໄດ້
ມູນຄ່າລວມ ບໍ່ໜ້ອຍກວ່າ 4 ໝື່ນລ້ານ ໂດລ່າ.
XS
SM
MD
LG