ປະຊາຊົນລາວ ປະເຊີນກັບ ໄພທຳມະຊາດ ຫລາຍຂຶ້ນ ແລະເສຍຫາຍ 30,000 ກວ່າຕື້ກີບ ນັບຕັ້ງແຕ່ປີ 2018 ເປັນຕົ້ນມາ ແຕ່ມີພຽງສ່ວນໜ້ອຍທີ່ໄດ້ຮັບການຊ່ວຍເຫຼືອ ຈາກລັດຖະບານເພື່ອຟື້ນຟູຊີວິດການເປັນຍູ່.
ເຈົ້າຫນ້າທີ່ຂັ້ນສູງໃນກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປີດເຜີຍວ່າ: ນັບແຕ່ປີ 2018 ເປັນຕົ້ນມາ ປະຊາຊົນລາວ ໄດ້ປະສົບກັບໄພພິບັດທາງທໍາມະຊາດ ຫຼາຍກວ່າ 390 ກໍລະນີ, ເຊິ່ງໄດ້ສົ່ງຜົນກະທົບຕໍ່ຊີວິດຂອງປະຊາຊົນລາວກວ່າ 3 ລ້ານຄົນ, ເສຍຊີວິດ 218 ຄົນ ແລະ ຫາຍສາບສູນ 97 ຄົນ. ໂດຍສະເພາະແມ່ນໄພນໍ້າຖ້ວມຈາກເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ໃນປີ 2018, ຕິດຕາມດ້ວຍໄພນໍ້າຖ້ວມເຂດພາກກາງ ແລະ ພາກໃຕ້ ໃນປີ 2019, ໄພນໍ້າຖ້ວມທີ່ແຂວງສະຫວັນນະເຂດໃນປີ 2020, ໄພນໍ້າຖ້ວມພາກເຫນືອໃນປີ 2021, ໄຟໄໝ້ປ່າໃນຊ່ວງປີ 2022-2024 ແລະ ນໍ້າຖ້ວມຢູ່ແຂວງຫຼວງນ້ຳທາ ໃນເວລານີ້ ໄດ້ສ້າງຄວາມເສຍຫາຍຫລາຍກວ່າ 20,000 ຕື້ກີບ.
ຍິ່ງໄປກວ່ານັ້ນ, ລະບົບເຕືອນໄພໃນລາວບໍ່ທັນສະໄໝ ແລະມີປະສິດທິພາບຕໍ່າ. ຍັງໄດ້ສ້າງຄວາມເສຍຫາຍຕື່ມອີກ ເຫັນໄດ້ຈາກໄພພິບັດທຳມະຊາດ ໃນໄລຍະປີ 2019-2023 ທີ່ປະກອບມີ ນໍ້າຖ້ວມ, ພາຍຸ, ຟ້າຜ່າ, ດິນເຊາະເຈື່ອນ, ໄຟໄໝ້ປ່າ ແລະ ສັດຕູພືດ ທີ່ສົ່ງຜົນກະທົບຕໍ່ປະຊາຊົນລາວ ຫຼາຍກວ່າ 1.7 ລ້ານຄົນ ໃນ 3,795 ເມືອງ, 134 ເມືອງ ໃນ 13 ແຂວງ. ຄື: ຜົ້ງສາລີ, ຫຼວງພະບາງ, ໄຊຍະບູລີ, ອຸດົມໄຊ, ຫົວພັນ, ຊຽງຂວາງ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ອັດຕະປື, ຈຳປາສັກ ແລະ ເຊກອງ ມີເສັ້ນທາງເສຍຫາຍ 16,987 ກິໂລແມັດ, 43 ເມືອງ, 337 ໂຮງຮຽນ, ໂຮງໝໍ ສຸຂະສາລາ 70 ກວ່າແຫ່ງ, ໜອງປາ 3,700 ກວ່າແຫ່ງ, ເນື້ອທີ່ນາ 300,000 ກວ່າເຮັກຕາ, ຊົນລະປະທານ 186 ແຫ່ງ, ແລະສັດລ້ຽງ 300,000 ກວ່າໂຕ. ແຕ່ ລັດຖະບານລາວ ມີງົບປະມານຈໍາກັດ. ສະນັ້ນ, ການຊ່ວຍເຫລືອດັ່ງກ່າວ ຈຶ່ງບໍ່ພຽງພໍກັບຄວາມຕ້ອງ ການຕົວຈິງຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດ ແລະ ເຂົາເຈົ້າຕ້ອງໄດ້ຂໍຄວາມຊ່ວຍເຫຼືອຈາກຕ່າງປະເທດເປັນຕົ້ນຕໍ. ດັ່ງເຈົ້າໜ້າທີ່ລາວ ຢືນຢັນວ່າ
“ໃນປີທີ່ຜ່ານມາ, ພວກເຮົາໄດ້ຍາດແຍ່ງຂົນຂວາຍແຫລ່ງທຶນຈາກສັງຄົມ. ທັງພາຍໃນປະເທດ ແລະ ຕ່າງປະເທດ ທັ້ງການຈັດຕັ້ງກາແດງສາກົນ ເພື່ອໃຫ້ການເຄື່ອນໄຫວວຽກງານດ້ານມະນຸດສະທຳຂອງພວກເຮົາ ກໍຄືເພື່ອໃຫ້ການຊ່ອຍເຫຼືອຂັ້ນພື້ນຖານໃຫ້ແກ່ຜູ້ປະສົບໄພທຳມະຊາດ. ຊຶ່ງວ່າປີທີ່ຜ່ານມານີ້ ເຮົາຂນຂວຍດ້ານວັດຖຸແລ້ວກະງົບປະມານນີ້ໄດ້ທັງໝົດ 15 ຕື້ 579 ລ້ານກວ່າກີບ ເພື່ອມາເຄື່ອນໄຫວວຽກງານມະນຸດສະທຳບັນເທາທຸກແກ່ຜູ້ປະສົບໄພ.”
ສ່ວນທະນາຄານພັດທະນາອາຊີ (ເອດີບີ) ຄາດຄະເນວ່າ ຄວາມເສຍຫາຍຈາກໄພນໍ້າຖ້ວມໃນລາວ ໃນລະຫວ່າງປີ 2018 ຫາ 2023 ມີມູນຄ່າຫຼາຍກວ່າ 20,000 ຕື້ກີບ, ແຕ່ຖ້າຫາກລວມໄພແຫ້ງແລ້ງ ແລະ ໄຟໄໝ້ປ່າ ທັງທີ່ເກິດໂດຍທໍາມະຊາດ ແລະການລັກລອບເຜາປ່າໂດຍຄນດ້ວຍນັ້ນ ປະເມິນວ່າຄວາມເສຍຫາຍລວມທັງໝົດແມ່ນສູງກວ່າ 30,000 ຕື້ກີບແນ່ນອນ ໂດຍຍັງບໍ່ລວມເຖິງການທີ່ປະຊາຊນລາວຕ້ອງເປັນແຮງງານຮັບຈ້າງຂອງບັນດາບໍຣິສັດຈີນ. ທັງນີ້ກໍຍ້ອນວ່າເຂົາເຈົ້າບໍ່ມີທີ່ດິນເປັນຂອງຕົນເອງ ເຊິ່ງເມື່ອລວມເຂົ້າກັບຊີວິດທີ່ທຸກຍາກ ສະນັ້ນ ຈຶ່ງເຮັດໃຫ້ບໍ່ມີທາງເລືອກອື່ນ. ນອກຈາກການລັກລອບຕັດໄມ້ ແລະ ເຜາປ່າຕາມຄຳສັ່ງຂອງນາຍທຶນຈີນເທົ່ານັ້ນ. ດັ່ງທີ່ຊາວກະສຶກອນໃນແຂວງໄຊຍະບູລີ ຢືນຢັນວ່າ
“ເສດຖະກິດບໍ່ດີຄືຄູ່ມື້ນີ້ ຫາເງິນຫາຄຳບໍ່ໄດ້. ກະສິບໍ່ມີແນວຍູ່ແນວກິນຫັ່ນແຫລະ ສໍາລັບຜູ້ທີ່ອາໄສຢູ່ໃນຊົນນະບົດນັ້ນ ຄວນຈັດສັນໃຫ້ພວກເຂົາເຈົ້າເຮັດຢູ່, ເຮັດກິນ, ມີໄຮ່, ມີນາຫັ່ນແຫລະ ເພາະວ່າມີແຕ່ເຮືອນ. ຖືວ່າບໍ່ມີທີ່ດິນເຮັດນາ ເຮັດສວນນັ້ນ ກະເຮງທຸກ ແຮງຍາກຕື່ມ ມີດິນໄຮ່ດິນນາ ກໍຍັງໄຄກວ່າບໍ່ມີເດ້ ເປັນບ່ອນທຳມາຫາກິນລ້ຽງຊີບ ເຖິງສິບໍ່ລ່ຳບໍ່ລວຍ ກະສາມາດລ້ຽງຄອບຄັວໄດ້."
ສ່ວນຜູ້ປະສານງານອົງການ Green Peace ໃນອາຊຽນ ເປີດເຜີຍວ່າ: ການສຳຫຼວດສະພາບປ່າໄມ້ ຈາກການບັນທຶກພາບຈາກດາວທຽມ ໃນໄລຍະ 5 ປີຜ່ານມາ ພົບວ່າ ພາກເໜືອຂອງລາວ ເປັນເຂດທີ່ມີການເຜົາປ່າໄມ້ ເພື່ອເຮັດໄຮ່ເລື່ອນລອຍຫຼາຍທີ່ສຸດໃນອ່າງແມ່ນໍ້າຂອງ. ໂດຍເນື້ອທີ່ປ່າໄມ້ຖືກເຜາຫຼາຍກວ່າ 820,000 ເຮັກຕາແລະພືດສ່ວນໃຫຍ່ທີ່ປູກກໍແມ່ນສາລີ ທີ່ມີເປ້າຫມາຍເພື່ອສົ່ງອອກໄປຈີນເປັນດ້ານຫລັກໝາຍຄວາມວ່າປ່າໄມ້ທີ່ຖືກລັກລອບເຜາໃນລາວນັ້ນ ກໍຄືພື້ນທີ່ສໍາປະທານຂອງບັນດາບໍລິສັດຈີນ ທີ່ໄດ້ວ່າຈ້າງຄົນລາວໃຫ້ເຜົາປ່າ ເພື່ອບຸກເບິກພື້ນທີ່ສໍາປະທານໃຫ້ກັບພວກຕົນນັ້ນເອງ.
ຟໍຣັມສະແດງຄວາມຄິດເຫັນ