ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄພທຳມະຊາດ ສົ່ງຜົນກະທົບ ຕໍ່ຄວາມໝັ້ນຄົງ ດ້ານສະບຽງອາຫານ ຂອງລາວ


ປະເທດລາວ ໄດ້ປະເຊີນກັບ ໄພທຳມະຊາດ ທັງນ້ຳຖ້ວມ ແລະ ຄວາມແຫ້ງແລ້ງ ຢ່າງໜັກໜ່ວງ.
ປະເທດລາວ ໄດ້ປະເຊີນກັບ ໄພທຳມະຊາດ ທັງນ້ຳຖ້ວມ ແລະ ຄວາມແຫ້ງແລ້ງ ຢ່າງໜັກໜ່ວງ.

ໄພທຳມະຊາດທັງໄພນ້ຳຖ້ວມ ແລະໄພແຫ້ງແລ້ງໄດ້ເຮັດໃຫ້
ລາວ ຕ້ອງປະເຊີນກັບການສູນເສຍຫຼາຍຂຶ້ນນັບມື້ ທັງກະທົບ
ຕໍ່ຄວາມໝັ້ນຄົງ ດ້ານສະບຽງອາຫານໃນລາວຢ່າງລີກລ້ຽງ
ບໍ່ໄດ້ອີກດ້ວຍ.

ທ່ານອາຊາງ ລາວລີ ຮອງນາຍົກລັດຖະມົນຕີ ໄດ້ຖະແຫລງ
ຢືນຢັນຕໍ່ ກອງປະຊຸມຄະນະກຳມະການປ້ອງກັນແລະຄວບຄຸມໄພພິບັດແຫ່ງຊາດ ເມື່ອບໍ່
ນານມານີ້ ວ່າ ສປປ ລາວ ໄດ້ຮັບຜົນກະທົບຈາກໄພພິບັດ ທຳມະຊາດຫຼາຍຂຶ້ນນັບມື້ ໂດຍສະເພາະແມ່ນໃນປີ 2013 ທີ່ພາຍຸເຂດຮ້ອນເຖິງ 4 ໜ່ວຍ ໄດ້ພັດເຂົ້າມາໃນລາວນັ້ນ
ນອກຈາກຈະສົ່ງຜົນກະທົບ ຕໍ່ ປະຊາຊົນຫຼາຍກວ່າ 6 ໝື່ນຄອບຄົວ ແລ້ວກໍຍັງເຮັດໃຫ້ນາ
ເຂົ້າ ເສຍຫາຍໄປ ຫຼາຍກວ່າ 3 ແສນເຮັກຕາ ແລະພື້ນຖານໂຄງລ່າງຕ່າງໆ ກໍເສຍຫາຍໄປ
ຄິດເປັນມູນຄ່າເກີນກວ່າ 494 ຕື້ກີບອີກດ້ວຍ.

ໃນລະຫວ່າງເດືອນກໍລະກົດ ຫາ ສິງຫາປີ 2014 ນີ້ ໄພນ້ຳຖ້ວມ ຢູ່ໃນເຂດແຂວງຈຳປາສັກ
ຄຳມ່ວນ ວຽງຈັນ ແລະຫລວງພະບາງ ກໍໄດ້ສົ່ງຜົນກະທົບຕໍ່ປະຊາຊົນ ແລະຜົນຜະລິດດ້ານ
ການກະເສດ ກໍເສຍຫາຍໄປຢ່າງກວ້າງຂວາງ.

ທີ່ເສຍຫາຍຫຼາຍກວ່າໝູ່ ກໍຄືພື້ນທີ່ໃນເຂດແຂວງຈຳປາສັກ ເຊັ່ນ ເມືອງຊະນະສົມບູນ
ເມືອງມູນລະປະໂມກ ເມືອງສຸຂຸມາ ເມືອງຈຳປາສັກ ເມືອງບາຈຽງ ແລະເມືອງໂພນທອງ
ຊຶ່ງມີນາເຂົ້າ ທີ່ຖືກນ້ຳຖ້ວມ ຄິດເປັນເນື້ອທີ່ລວມເຖິງ 11,887 ເຮັກຕາ ຫຼື 9.86 ເປີເຊັນ
ຂອງທີ່ນາທັງໝົດ ໃນແຂວງຈຳປາສັກ. ສ່ວນຢູ່ໃນແຂວງຄຳມ່ວນ ກໍມີພື້ນທີ່ໃນເຂດ 6
ເມືອງທີ່ໄດ້ຮັບຄວາມເສຍຫາຍຈາກໄພນ້ຳຖ້ວມ ກໍຄືເມືອງໜອງບົກ ເມືອງເຊບັ້ງໄຟ
ເມືອງຫິນບູນ ເມືອງມະຫາໄຊ ເມືອງຍົມມະລາດ ແລະເມືອງນາກາຍ.

ກະແສນ້ຳ ໄດ້ພັດ ລົດບັນທຸກໃຫຍ່ຄັນນຶ່ງ ອອກຈາກທາງຂ້າມ ລົງສູ່ ແມ່ນ້ຳ ແຫ່ງນຶ່ງໃນລາວ.
ກະແສນ້ຳ ໄດ້ພັດ ລົດບັນທຸກໃຫຍ່ຄັນນຶ່ງ ອອກຈາກທາງຂ້າມ ລົງສູ່ ແມ່ນ້ຳ ແຫ່ງນຶ່ງໃນລາວ.

ນອກຈາກນີ້ ກໍຍັງມີເມືອງໂພນໄຊ ທີ່ເສຍຫາຍຫຼາຍກວ່າ
ເມືອງອື່ນໆ ທີ່ຢູ່ໃນແຂວງຫລວງພະບາງດ້ວຍກັນ ສ່ວນຢູ່ໃນ
ແຂວງວຽງຈັນ ນັ້ນ ຍັງຢູ່ໃນລະຫວ່າງການເກັບກຳຂໍ້ມູນຢູ່ໃນ
ເຂດ ທີ່ຖືກນ້ຳຖ້ວມ ແຕ່ກໍເຊື່ອວ່າ ຈະເກີດການເສຍຫາຍຫຼາຍ
ສົມຄວນ ເນື່ອງຈາກຫຼາຍໆພື້ນທີ່ໃນແຂວງວຽງຈັນ ຈະຕ້ອງ
ຮອງຮັບນ້ຳ ທີ່ຖືກປ່ອຍລົງມາຈາກ ເຂື່ອນນ້ຳງື່ມນັ້ນເອງ.

ໂດຍອິງຕາມລາຍງານຈາກທ້ອງຖິ່ນ ຂອງທັງ 4 ແຂວງດັ່ງກ່າວ
ກໍປາກົດວ່າ ມີປະຊາຊົນລາວ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳ
ຖ້ວມຄັ້ງນີ້ແລ້ວ 2 ໝື່ນກວ່າຄອບຄົວ ໂດຍສະເພາະແມ່ນຢູ່ທີ່
ເຂດເມືອງໂພນໄຊນັ້ນ ຍັງຈະຕ້ອງອົບພະຍົບປະຊາຊົນ ອອກ
ຈາກພື້ນທີ່ ຢ່າງຖາວອນອີກດ້ວຍ ດັ່ງເຈົ້າໜ້າທີ່ລາວ ໃນທ້ອງ
ຖິ່ນດັ່ງກ່າວໄດ້ໃຫ້ການອະທິບາຍວ່າ:

“ປັດຈຸບັນນີ້ ເຖິງແມ່ນວ່າທາງອຳນາດການປົກຄອງ ຄະນະກຳມະການ ທັງໝົດ ໄດ້ພາກັນຊ່ວຍເຫຼືອປະຊາຊົນ ແຕ່ວ່າ ມັນບໍ່ສາມາດ ຕອບສະໜອງ ໄດ້ຢ່າງພຽງ
ພໍເທື່ອ ເພາະວ່າ ປະຊາຊົນຊຸມນີ້ ສິມີຢູ່ມີກິນ ພວກເຮົາຍັງສິໄດ້ສ້າງແຜນຄືນວ່າ ສິໃຫ້ປະຊາຊົນ ເຮັດຫຍັງ ໝວດເຂດນາແຊງນີ້ ຈະຕ້ອງໄດ້ໃຫ້ເຂົາ ເຮັດນາແຊງ
ຄືນ ບັດນີ້ບ່ອນໃດ ທີ່ບໍ່ຢູ່ໃນຂອບເຂດ ຂອງຊົນລະປະທານນີ້ ມັນຈະຕ້ອງ ໄດ້
ຊອກຫາແນວພັນປູກຊະນິດອື່ນໆ ເພື່ອເຮັດໃຫ້ເຂົາເຈົ້າມີຢູ່ມີກິນ.”

ນອກຈາກນັ້ນ ລາວຍັງຕ້ອງປະເຊີນກັບໄພແຫ້ງແລ້ງ ແລະໄດ້ເຮັດໃຫ້ເກີດການເສຍຫາຍ
ເພີ້ມຂຶ້ນທຸກປີ ເຊັ່ນກັນ ຕົວຢ່າງຄືໃນລະດູແລ້ງປີ 2014 ນີ້ ກະເສດຕະກອນລາວ ທົ່ວປະ
ເທດ ສາມາດປູກເຂົ້ານາແຊງ ໄດ້ໃນເນື້ອທີ່ລວມພຽງ 94,700 ກວ່າເຮັກຕາ ຊຶ່ງຄິດເປັນ
75 ເປີເຊັນ ຂອງແຜນການທີ່ວາງໄວ້ເທົ່ານັ້ນ.

ສ່ວນລະດູການ 2014-2015 ນີ້ ລັດຖະບານລາວກໍໄດ້ວາງເປົ້າໝາຍ ການຜະລິດເຂົ້າ
ໃຫ້ໄດ້ 4 ລ້ານ 2 ແສນກວ່າໂຕນ ໃນພື້ນທີ່ກວ້າງກວ່າ 1 ລ້ານເຮັກຕາ ແຕ່ກໍຄົງຈະເປັນ
ໄປໄດ້ຍາກ ຖ້າຫາກວ່າຍັງຕ້ອງປະເຊີນກັບໄພພິບັດທຳມະຊາດຢູ່ຕໍ່ໄປ.

ແຕ່ຢ່າງໃດກໍຕາມ ທາງການລາວກໍສາມາດ ທີ່ຈະຫລຸດຜ່ອນ ຄວາມສ່ຽງດັ່ງກ່າວ ໄດ້ດ້ວຍ
ການເພີ້ມປະສິດທິພາບໃນລະບົບ ການເຕືອນໄພໃຫ້ປະຊາຊົນ ໄດ້ຮັບຮູ້ເປັນການລ່ວງ
ໜ້າ ສ່ວນການ ປ້ອງກັນໃນລະຍະຍາວນັ້ນ ກໍຈຳເປັນຈະຕ້ອງມີການວາງແຜນການນຳ ໃຊ້ທີ່ດິນ ປ່າໄມ້ ການຄຸ້ມຄອງຊັບພະຍາກອນນ້ຳ ແລະສິ່ງແວດລ້ອມທຳມະຊາດ ຢ່າງ
ແທ້ຈິງ ຫາກບໍ່ສະນັ້ນ ປະຊາຊົນລາວ ກໍຍັງຈະຕ້ອງປະເຊີນກັບບັນຫາຂາດແຄນ ດ້ານ
ສະບຽງອາຫານຢ່າງໜັກໜ່ວງ ຫຼາຍຂຶ້ນນັບມື້ອີກດ້ວຍ.

XS
SM
MD
LG