ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຂາຍໄຟຟ້າ ໃຫ້ ມາເລເຊຍ ແລະ ສິງກະໂປ ທີ່ເປັນການທົດລອງ ທັງຈະມີຜົນບວກ ແລະ ລົບ ແກ່ປະເທດລາວ


ສຳນັກງານໃຫຍ່ ຂອງບໍລິສັດ ລັດວິສາຫະກິດ ໄຟຟ້າລາວ ທີ່ ນະຄອນຫຼວງ ວຽງຈັນ, ສປປ ລາວ, ວັນທີ 22 ກໍລະກົດ 2022.
ສຳນັກງານໃຫຍ່ ຂອງບໍລິສັດ ລັດວິສາຫະກິດ ໄຟຟ້າລາວ ທີ່ ນະຄອນຫຼວງ ວຽງຈັນ, ສປປ ລາວ, ວັນທີ 22 ກໍລະກົດ 2022.

ລາວໄດ້ສົ່ງໄຟຟ້າໄປຂາຍໃຫ້ແກ່ມາເລເຊຍ ແລະສິງກະໂປເປັນການທົດລອງ ມາໄດ້ສອງເດືອນກວ່າແລ້ວ ແຕ່ຄວາມຫວັງຂອງລາວທີ່ຈະພັດທະນາຕົນເອງ ໃຫ້ກາຍເປັນໝໍ້ໄຟຂອງອາຊຽນນັ້ນ ກັບມີທັງຜົນດີແລະຜົນເສຍຕາມໆ ກັນມາ. ດ້ວຍເຫດໃດຈຶ່ງເປັນເຊັ່ນນັ້ນ ໄຊ​ຈະ​ເລີນ​ສຸກ ມີ​ລາຍ​ລະ​ອຽດ ​ຈາກນັກຂ່າວຂອງພວກເຮົາ ມາສະເໜີທ່ານໃນອັນດັບຕໍ່ໄປ.

ການເຈລະຈາຫລາຍຝ່າຍໃນການຊື້-ຂາຍໄຟຟ້າຈາກລາວ ໃຫ້ແກ່ມາເລເຊຍ ແລະສິງກະໂປ ທີ່ມີມາໄດ້ 8 ປີນັ້ນ ໃນທີ່ສຸດກໍໄດ້ເກີດເປັນຈິງເມື່ອໄຟຟ້າທີ່ຜະລິດໂດຍເຂື່ອນໄຟຟ້ານ້ຳຕົກຂອງລັດວິສາຫະກິດໄຟຟ້າລາວ ຫລື EDL ໄດ້ສົ່ງໄປເຖິງສິງກະໂປໃນທ້າຍເດືອນມິຖຸນາຜ່ານມາ ຊຶ່ງຢູ່ໃນສິງກະໂປນັ້ນ ບໍລິສັດ Keppel Electric Pte. ໄດ້ເຊັນສັນຍາຊື້ພະລັງງານໄຟຟ້ານີ້ເປັນການທົດລອງ ຢູ່ໃນໄລຍະສອງປີ ໃນປະລິມານ 100 ເມກາວັດ ຊຶ່ງກວາມເອົາບໍ່ຮອດ 1 ເປີເຊັນ ຂອງຄວາມຕ້ອງການໄຟຟ້າຂອງສິງກະໂປ. ແຕ່ວ່າ ມັນກໍເປັນສັນຍານບົ່ງບອກທີ່ດີ ເພາະມັນເປັນເທື່ອທໍາອິດທີ່ກະແສໄຟຟ້າໄດ້ໄຫລຜ່ານສາຍໄຟທີ່ຂ້າມຊາຍແດນຂອງ 4 ປະເທດໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ ອີງຕາມວາລະສານ The Economics ທີ່ຫາກໍພິມເຜີຍແຜ່ອອກມາເມື່ອມໍ່ໆມານີ້ ແລະເຈົ້າໜ້າທີ່ຂັ້ນສູງໃນ EDL ທ່ານນຶ່ງ ກໍໄດ້ເປີດເຜີຍສູ່ ວີໂອເອຟັງວ່າ:

ແມ່ນແລ້ວເຊັນສັນຍາຊື້ຂາຍກັນບໍ່ມີບັນຫາມີແຕ່ເຂົາຕ້ອງການເພີ້ມຂຶ້ນຕິ ແຕ່ໄຟເຮົາບໍ່ພໍ ຖ້າເບິ່ງເຂື່ອນນໍ້າຂອງຫລວງພະບາງ ເຂື່ອນນໍ້າອູອັນນັ້ນແລ້ວເຂື່ອນ ແລ້ວເຂື່ອນກໍ່ສ້າງຢູ່ ບໍ່ທັນແລ້ວໝົດເດ.”

ເຖິງແມ່ນວ່າ ການສົ່ງກະແສໄຟຟ້າຜ່ານຕະຂ່າຍສາຍສົ່ງທີ່ມີມາດຕະຖານແຕກຕ່າງກັນ ເຊັນວ່າສາຍສົ່ງຂອງລາວມັກຈະມີການຮົ່ວໄຫລຂອງໄຟ ກໍຕາມ ແຕ່ກໍປາກົດວ່າ ສິ່ງນັ້ນບໍ່ໄດ້ເປັນອຸປະສັກແຕ່ຢ່າງໃດ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ທີ່ກ່າວມາຂ້າງເທິງນັ້ນບອກວ່າ:

ມັນກະບໍ່ຍາກດອກມັນກະສັບເຂົ້າທາງດ່ານໜອງຄາຍອຸດອນ ດຶງເຂົ້າພາກໃຕ້ໄທ ແລະດຶງເຂົ້າຈາກໄທເຂົ້າມາເລພຸ້ນ ຕໍ່ມາເລ ຈາກມະເລດຶງຕໍ່ໄປສິງກະໂປ. ມັນມີເຄື່ອງວັດແທກເດ

ການທີ່ສິງກະ​ໂປ ​ໄດ້ຮັບ​ເອົາ​ໄຟຟ້າ​ຈາກ​ລາວ​ນັ້ນ ເປັນ​ການ​ນຳ​ເຂົ້າ​ໄຟຟ້າ​ທົດ​ແທນ​ຄັ້ງ​ທຳ​ອິດ ​ຂອງ​ປະເທດອຸດສາຫະກໍາທີ່ມີຄວາມຕ້ອງການພະລັງງານຢ່າງຫລວງຫລາຍແຫ່ງນັ້ນ ໂດຍໄດ້ມອງຂ້າມ​ຊາຍ​ແດນຂອງຕົນ​ ເພື່ອ​ບັນລຸ​ເປົ້າໝາຍ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ການເຮັດເຊັ່ນນັ້ນເຮັດໃຫ້ສິງກະໂປ ສາມາດມີພະລັງງານທີ່ປາດສະຈາກການປ່ອຍອາຍຄາບອນ ເຊັ່ນການຜະລິດໄຟຟ້າຈາກການໃຊ້ນໍ້າມັນເຊື້ອໄຟປັ່ນເອົາ ທີ່ມີຢູ່ທຸກວັນນີ້. ສໍາລັບລາວແລ້ວເຫັນວ່າ ການຂາຍໄຟຟ້າດັ່ງກ່າວ ໃຫ້ແກ່ປະເທດອື່ນນອກຈາກໄທ ທີ່ຊື້ໄຟຟ້າຈາກລາວໃນລາຄາຕໍ່ານັ້ນ ກໍຖືວ່າເປັນການດີ ອີງຕາມເຈົ້າໜ້າທີ່ຂັ້ນສູງຂອງບໍລິສັດ EDL ອະທິບາຍ ສູ່ຟັງວ່າ:

ມາເລເຊຍມັນເອົາສອງຮ້ອຍເມກາວັດ ກະໂອເຄຢູ່ ຕະຫລາດມັນກະດີກວ່າ ຢູ່ໄທຫັ້ນແຫລະເພາະທາງສິງກະໂປ ມາເລເຊຍເຂົາກະໃຊ້ຢູ່ໄຟຟ້າ. ດຽວນີ້ ເຂົາໃຊ້ໄຟຟ້າຈັກເນາະ ມັນໃຊ້ນໍ້າມັນໄຕ້ເອົາໃຊ້ນໍ້າມັນປັ່ນເອົາໃຊ້ນໍ້າມັນໃຊ້ຖ່ານຫີນຢູ່ແຖວມາເລ ສິງກະໂປມັນຕົກ ໄຟມັນກະສະຖຽນກວ່າໂຕນັ້ນ ມັນກະບໍ່ມີມົນລະພິດ ມັນກະບໍ່ມີຄວັນເດ.”

ແຕ່ຢ່າງໃດກໍຕາມ ການທີ່ສິງກະໂປ ຕ້ອງການນໍາເຂົ້າໄຟຟ້ານໍ້າຕົກຈາກລາວ ນັ້ນ ກໍຈະເປັນປັດໄຈກະຕຸ້ນໃຫ້ລາວຫາທາງສ້າງເຂື່ອນຫລາຍຂຶ້ນ ລວມທັງຢູ່ໃນ ແລວແມ່ນໍ້າຂອງອີກດ້ວຍ. ເຖິງແມ່ນໄຟຟ້າ ທີ່ຜະລິດຈາກເຂື່ອນໄຟຟ້ານໍ້າຕົກ ຈະບໍ່ມີການປ່ອຍອາຍຄາບອນອອກມາກໍຕາມ ແຕ່ການສ້າງເຂື່ອນກໍມີຜົນກະທົບຕໍ່ສິ່ງແວດລ້ອມ ແລະຊຸມຊົນໃນທ້ອງຖິ່ນ, ອີງຕາມບັນດານັກວິເຄາະທັງ ຫລາຍກ່າວ. ຕົວຢ່າງເຊັ່ນໃນທ້າຍລະດູແລ້ງຂອງປີ 2022 ນີ້ ແມ່ນໍ້າຂອງມີນໍ້າຍື່ງຂຶ້ນຫລາຍເປັນພິເສດ ທັງນີ້ກໍເປັນຍ້ອນວ່າ ມີຝົນຕົກແບບຜິດປົກກະຕິ ແລະການປ່ອຍນໍ້າອອກມາຈາກເຂື່ອນທີ່ສ້າງຢູ່ຕອນເທິງຂອງແມ່ນໍ້າຂອງ ເຊັ່ນເຂື່ອນຢູ່ຈີນ ແລະຢູ່ລາວ ຊຶ່ງໄດ້ສົ່ງຜົນກະທົບຕໍ່ລະບົບນິເວດຂອງສັດຢູ່ໃນນໍ້າຂອງເຊັ່ນ ປາ, ອີງຕາມການສົນທະນາກັນ ຂອງນັກວິເຄາະດ້ານສິ່ງແວດລ້ອມ ທີ່ຈັດຂຶ້ນ ໂດຍອົງການສຕິມຊັນ (STIMSON) ເມື່ອມໍ່ໆມານີ້. ຊຶ່ງສະພາບການນີ້ ກໍເຮັດໃຫ້ພວກອະນຸລັກສິ່ງແວດລ້ອມທໍາມະຊາດ ເຊັ່ນເຄືອຂ່າຍປະຊາຊົນໄທ 8 ຈັງຫວັດໃນລຸ່ມແມ່ນໍ້າຂອງ ໄດ້ອອກຖະແຫຼງການເພື່ອຄັດຄ້ານແຜນການຂອງລັດຖະບານໄທ ທີ່ຈະພິຈາລະນາຮັບຊື້ພະລັງງານໄຟຟ້າຈາກລາວເພີ່ມຂຶ້ນ ເມື່ອບໍ່ນານມານີ້ ດັ່ງທີ່ ຊົງລິດ ໂພນເງິນ, ນັກຂ່າວຂອງວີໂອເອໄດ້ນໍາສະເໜີເມື່ອບໍ່ນານມານີ້.

ສະຫລຸບແລ້ວການທີ່ລາວສາມາດສົ່ງໄຟຟ້າໄປຂາຍໃຫ້ແກ່ມາເລເຊຍ ແລະສິງ ກະໂປນັ້ນ ເຮັດໃຫ້ລາວ ມີທາງເລືອກຫລາຍຂຶ້ນ ໃນການຂາຍໄຟຟ້າ ຊຶ່ງເປັນສັນຍາລັກອັນດີ ທີ່ອາດເຮັດໃຫ້ລາວພັດທະນາຕົນເອງ ໃຫ້ກາຍເປັນໝໍ້ໄຟຂອງອາຊຽນໄດ້ ແຕ່ວ່າເມື່ອມີຄວາມຕ້ອງການໄຟຟ້າຫລາຍຂຶ້ນ ກໍຈະມີການສ້າງເຂື່ອນຫລາຍຂຶ້ນ ຊຶ່ງໄດ້ມີຜົນກະທົບຕໍ່ລະບົບນິເວດ ແລະການດໍາລົງຊີວິດຂອງຊຸມຊົນທີ່ອາໄສຢູ່ໃກ້ແຄມແມ່ນໍ້າໃຫຍ່ ເຊັ່ນແມ່ນໍ້າຂອງນັ້ນ ແລະເຮັດໃຫ້ພວກອະນຸລັກສິ່ງແວດລ້ອມ ມີການຄັດຄ້ານຫລາຍຂຶ້ນໄປຕາມໆກັນ.

XS
SM
MD
LG