ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທາງການລາວຄາດວ່າເສດຖະກິດໃນແຂວງວຽງຈັນ ແລະນະຄອນວຽງຈັນ ຈະຂະຫຍາຍໂຕເພີ້ມຂຶ້ນ 9.5 ເປີເຊັນ ໃນປີ 2020


ຮູບພາບຕຶກຄອນໂດ ໃນນະຄອນຫຼວງວຽງຈັນ
ຮູບພາບຕຶກຄອນໂດ ໃນນະຄອນຫຼວງວຽງຈັນ

ທາງການລາວຄາດຫວັງວ່າເສດຖະກິດໃນແຂວງວຽງຈັນ ແບະນະຄອນວຽງຈັນ ຈະຂະ
ຫຍາຍໂຕເພີ້ມຂຶ້ນເຖິງ 7.9 ເປີເຊັນ ແລະ 9.5 ເປີເຊັນ ໃນປີ 2020 ຫາກແຕ່ກໍເປັນໄປ
ໄດ້ຍາກ ເພາະຜົນກະມົບຈາກ COVID-19

ທ່ານຄຳພັນ ສິດທິຄຳພາ ເຈົ້າແຂວງວຽງຈັນ ຖະແຫຼງວ່າ ເສດຖະກິດແຂວງ ວຽງຈັນ
ຂະຫຍາຍໂຕເພີ້ມຂຶ້ນ 7.88 ເປີເຊັນ ໃນປີ 2019 ໂດຍຍອດພະລິດ ຕະພັນພາຍໃນ
(GDP) ມີມູນຄ່າລວມ 7,691 ຕື້ກີບ ແລະສະເລ່ຍເປັນລາຍ ໄດ້ຂອງປະຊາຊົນໃນ
ແຂວງໄດ້ປະມານ 1,882 ໂດລາສະຫະລັດ ຕໍ່ຄົນໃນປີ 2019 ສຳລັບໂຄງປະກອບ
ທາງເສດຖະກິດນັ້ນປາກົດວ່າຂະແໜງ ອຸດສາຫະ ກຳກວມເອົາ 33.71 ເປີເຊັນ ຂະ
ແໜງບໍລິການກວມເອົາ 34.03 ເປີເຊັນ ແລະຂະແໜງກະສິກຳກວມເອົາ 32.26 ເປີ
ເຊັນ ຂອງ GDP ສ່ວນໃນປີ 2020 ນີ້ ທາງການແຂວງວຽງຈັນ ກໍໄດ້ວາງເປົ້າໝາຍການ
ຂະຫຍາຍໂຕ ທາງເສດຖະກິດໄວ້ທີ່ລະດັບ 7.9 ເປີເຊັນ ຊຶ່ງຈະເຮັດໃຫ້ລາຍໄດ້ສະເລ່ຍຂອງ ປະຊາຊົນໃນແຂວງເພີ້ມຂຶ້ນເປັນເກີນກວ່າ 2,000 ໂດລາສະຫະລັດຕໍ່ຄົນ ເປັນປີ
ທໍາອິດ ໂດຍຊຸກຍູ້ການລົງທຶນໃນຂະແໜງກະສິກຳ ແລະຂະແໜງບໍລິການ ເປັນດ້ານ
ຫລັກ ດັ່ງທີທ່ານຄຳພັນໃຫ້ການຢືນຢັນວ່າ:

“ໃນປີ 2020 ນີ້ຈະສູ້ຊົນໃຫ້ເສດຖະກິດຂອງແຂວງວຽງຈັນ ນີ້ເຕີບໃຫຍ່ຂະ ຫຍາຍໂຕ
(GDP) 7.9 ເປີເຊັນ ສະເລ່ຍໃສ່ຫົວຄົນນີ້ໃຫ້ໄດ້ 18 ລ້ານ 2 ແສນກວ່າກີບ ປະມານ
2 ພັນກວ່າໂດລາຕໍ່ຄົນ ຖືວ່າເພີ້ມຂຶ້ນລະຈາກ 2019 ແຕ່ວ່າຢູ່ແຂວງວຽງຈັນເຮົານີ້ ຄົນ
ມາສົນໃຈຫຼາຍກ່ອນໝູ່ກະແມ່ນນຶ່ງລະເລື້ອງ ກະສິກຳ ແລະອັນອີກສອງມາ ກະແມ່ນ
ເລື້ອງການທ່ອງທ່ຽວ ຖືວ່າມີການສົນ ໃຈເລື້ອງການລົງທຶນຫຼາຍ ແລະກະມີບໍ່ແຮ່ຈຳ
ນວນນຶ່ງ.”

ແຕ່ຢ່າງໃດກໍຕາມ ລາຍໄດ້ສະເລ່ຍຂອງປະຊາຊົນໃນແຂວງວຽງຈັນ ໃນລະດັບ ດັ່ງກ່າວ
ນີ້ກໍຍັງຖືວ່າຕໍ່າກວ່າລາຍໄດ້ສະເລ່ຍຂອງປະຊາຊົນໃນເຂດນະຄອນຫຼວງ ວຽງຈັນເຖິງ 2
ເທົ່າ ຖ້າຫາກວ່າການຈັດຕັ້ງປະຕິບັດ ແຜນການພັດທະນາເສດ ຖະກິດໃນປີ 2020
ເປັນໄປຕາມເປົ້າໝາຍ ທີ່ອຳນາດການປົກຄອງ ນະຄອນ ຫຼວງວຽງຈັນໄດ້ວາງເອົາໄວ້ກໍຄື GDP ຂະຫຍາຍໂຕເພີ້ມຂຶ້ນ 9.5 ເປີເຊັນ ທຽບໃສ່ປີ 2019 ຊຶ່ງຈະເຮັດໃຫ້ລາຍໄດ້
ສະເລ່ຍຂອງປະຊາຊົນ ໃນເຂດນະ ຄອນວຽງຈັນ ເພີ້ມຂຶ້ນເປັນ 6,120 ໂດລາສະຫະລັດ
ຕໍ່ຄົນໃນປີ 2020.

ທັງນີ້ໃນປີ 2019 ເສດຖະກິດນະຄອນຫຼວງວຽງຈັນຂະຫຍາຍໂຕເພີ້ມຂຶ້ນ 9.58 ເປີເຊັນ
ທຽບໃສ່ປີ 2018 ໂດຍມີມູນຄ່າ GDP ເກີນກວ່າ 48,895 ຕື້ກີບ ທີ່ ສະເລ່ຍເປັນລາຍ
ໄດ້ຂອງປະຊາຊົນໃນເຂດນະຄອນຫຼວງວຽງຈັນທີ່ລະດັບ 5,699 ໂດລາສະຫະລັດ ຕໍ່ຄົນ
ຕໍ່ປີ ສ່ວນໂຄງປະກອບທາງເສດຖະກິດ ກໍປາ ກົດວ່າ ພາກອຸດສາຫະກຳກວມເອົາ 50.28
ເປີເຊັນ ພາກບໍລິການກວມເອົາ 34.43 ເປີເຊັນ ແລະພາກກະສິກຳ ກວມເອົາ 95.29 ເປີ
ເຊັນ ຊອງ (GDP) ຫາກແຕ່ການທີ່ຈະ ບັນລຸຄາດໝາຍການຂະຫຍາຍໂຕທາງເສດຖະກິດ
ທີ່ວາງໄວ້ທີ່ອັດຕາສະເລ່ຍ ເຖິງ 9.5 ເປີເຊັນ ໃນປີ 2020 ກໍບໍ່ແມ່ນເລື້ອງງ່າຍ ຊຶ່ງກໍເຊັ່ນ
ດຽວກັນກັບໃນແຂວງວຽງຈັນ ເພາະຈະຕ້ອງຖືກກະທົບຈາກບັນຫາ ການແຜ່ລະບາດຂອງ
ເຊື້ອໄວຣັສ COVID-19 ຢ່າງຫລີກລ່ຽງບໍ່ໄດ້ນັ້ນເອງ.

ຍິ່ງໄປກວ່ານັ້ນ ການໃຊ້ຈ່າຍງົບປະມານທີ່ບໍ່ມີປະສິດທິພາບ ແລະມີການທຸດ ຈະລິດຢ່າງກວ້າງຂວາງດ້ວຍນັ້ນ ກໍຄືສາເຫດສຳຄັນທີ່ເຮັດ ໃຫ້ການຈັດຕັ້ງ ປະຕິບັດໂຄງການພັດ
ທະນາຕ່າງໆ ບໍ່ໄດ້ຕາມເປົ້າໝາຍທີ່ວາງເອົາໄວ້ ທັງ ຍັງເຮັດໃຫ້ລັດຖະບານເສຍຫາຍໄປ
ຢ່າງຫຼວງຫຼາຍອີກດ້ວຍ ດັ່ງທີ່ທ່ານສາຍ ທອງ ແກ້ວດວງດີ ສະມາຊິກສະພາແຫ່ງຊາດລາວ
ຈາກເຂດນະຄອນຫຼວງ ວຽງຈັນຢືນຢັນວ່າ:

“ກົດໝາຍເລີ້ມເຂັ້ມແຂງ ປະຊາຊົນເລີ້ມນັບຖືກົດໝາຍ ຜູ້ປະກອບການ 2 ແສນກວ່າ
ລາຍ ນັບຖືກົດໝາຍ ເງິນຖືກເຂົ້າມາລັດ ແລະເສຍຢູ່ກາງທາງ ຍ້ອນໜ່ວຍງານຂອງລັດ
ເອົາເງິນໄປຝາກທະນາຄານລັດ ແລະເອົາໄປປັນ ກັນເຂົ້າຖົງຕົນເອງ ເຫຼືອໜ້ອຍຍຶ່ງສົ່ງເ
ຂົ້າລັດ ຄັນເປັນແນວນີ້ເສດຖະກິດ ຂອງປະເທດຂະຫຍາຍໂຕຂຶ້ນ ປະຊາຊົນຜູ້ປະກອບ
ການເ
ສຍອາກອນມາ ເສຍໃຫ້ລັດຢ່າງເອົາໃຈໃສ່ ລາຍຮັບເຂົ້າງົບປະມານລັດຖະບານ
ໜ້ອຍນຶ່ງ ກໍສະແດງວ່າລັດຖະບານນີ້ທຸກລົງ ພະນັກງານຮັ່ງຂືຶ້ນ.”

ທາງດ້ານເຈົ້າໜ້າທີ່ຂັ້ນສູງຂອງທະນາຄານພັດທະນາເອເຊຍ (ADB) ຢືນຢັນວ່າ ໂຄງ
ການສ່ວນໃຫຍ່ບໍ່ໄດ້ຈັດການປະມູນແຕ່ດຳເນີນການໃນທຸກຂັ້ນຕອນ ໂດຍຜູ້ຮັບເໝົາ
ລາຍດຽວໂດຍສະເພາະໂຄງການທີ່ເອກກະຊົນລົງທຶນໃຫ້ກ່ອນ ນັ້ນຖືເປັນ ໂຄງການທີ່
ມີມາດຕະຖານການກໍ່ສ້າງຕໍ່າສຸດໂດຍໃນປີ 2019 ໄດ້ ກວດພົບ 209 ໂຄງການທີ່ປະຕິ
ບັດບໍ່ຖືກກົດໝາຍເຮັດໃຫ້ລັດຖະບານລາວເສຍ ຫາຍເຖິງ 5,331 ຕື້ກີບ

XS
SM
MD
LG