ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິ​ສັດ​ຜະລິດ​ກະ​ແສ​ໄຟຟ້າ​ລາວ ວາງ​ແຜນ ທີ່​ຈະ​ລະດົມ​ເງິນ​ທຶນ ​ຈາກ​ຕະຫລາດ​ທຶນ​ ໃນ​​ອາ​ຊ່ຽນ


ພິທີເຊັນສັນຍາ ສຳປະທານ ໂຄງການເຂື່ອນ ໄຟຟ້ານ້ຳຕົກ 7 ແຫ່ງໃນລາວ ລະຫວ່າງ ບໍລິ​ສັດ​ຜະລິດ​ກະ​ແສ​ໄຟຟ້າ​ລາວ (ມະຫາຊົນ) ຫຼື EDL-GEN ແລະ ລັດຖະບານລາວ.
ພິທີເຊັນສັນຍາ ສຳປະທານ ໂຄງການເຂື່ອນ ໄຟຟ້ານ້ຳຕົກ 7 ແຫ່ງໃນລາວ ລະຫວ່າງ ບໍລິ​ສັດ​ຜະລິດ​ກະ​ແສ​ໄຟຟ້າ​ລາວ (ມະຫາຊົນ) ຫຼື EDL-GEN ແລະ ລັດຖະບານລາວ.

ບໍລິ​ສັດ​ຜະລິດ​ກະ​ແສ​ໄຟຟ້າ​ລາວ (ມະຫາຊົນ) ຫຼື EDL-GEN
ວາງ​ແຜນການ ທີ່​ຈະ​ລະດົມ​ເງິນ​ທຶນ​ຈາກ​ຕະຫລາດ​ທຶນ​ໃນອາ​ຊ່ຽນ
​ໃຫ້​ໄດ້​ເຖິງ 1,000 ລ້ານ​ດອນ​ລາ ​ເພື່ອ​ນຳ​ໃຊ້​ໃນ​ໂຄງການ​ລົງທຶນ
​ໃນ​ຊ່ວງ​ປີ 2015-2020.


ທາງ​ການ​ກະຊວງ​ການ​ເງິນ ​ໄດ້​ອະນຸມັດ​ແຜນການ​ລະ​ດົມ​ເງິນ​ທຶນ ຂອງ​ບໍລິສັດ​ຜະລິດ​ກະ​ແສ​ໄຟຟ້າ​ລາວ (ມະຫາຊົນ) ຫຼື EDL-GEN ຢ່າງ​ເປັນ ທາງ​ການ​ເມື່ອ​ບໍ່​ນານ​ມາ​ນີ້ ຊຶ່ງ​ກໍ​ຈະ​ເປັນ​ຜົນ​ເຮັດ​ໃຫ້ EDL-GEN ສາມາດ​ທີ່​ຈະ​ອອກ​ພັນທະບັດ ​ເພື່ອ​ຂໍ​ກູ້​ຢືມ​ເງິນ​ທຶນ​ ຈາກ​ຕະຫລາດ​ທຶນ​ ໃນ​ບັນດາ​ປະ​ເທດ​ສະມາຊິກ​ ໃນ​ກຸ່ມ​ອາ​ຊ່ຽນ​ດ້ວຍ​ກັນ​ ໄດ້​ຢ່າງ​ຖືກຕ້ອງ​ຕາມ ​ກົດໝາຍ​ຕໍ່​ໄປ.

​ໂດຍ​ພາຍ​ໃຕ້ແຜນການ​ດັ່ງກ່າວ​ນີ້ EDL-GEN ​ໄດ້​ວາງ​ເປົ້າໝາຍ​ ທີ່ຈະ​ລະດົມ​ເງິນ​ທຶນ​
ໃຫ້​ໄດ້ ​ໃນ​ມູນ​ຄ່າ​ລວມບໍ່​ນ້ອຍ​ກວ່າ 1,000 ລ້ານ​ດອນ​ລາ ​ເພື່ອ​ຈະ​ໄດ້​ນຳ​ມາ​ໃຊ້​ ໃນໂຄງການ
ພັດທະນາ​ແຫ​ລ່ງພະລັງງານ​ໄຟຟ້າ​ໃນ​ລາວ ທີ່ຢູ່​ໃນ​ການ​ຄຸ້ມ​ຄອງ​ຂອງ EDL-GEN ​ໃຫ້​ເພີ້​ມ ຂຶ້ນຈາກ 881 ເມ​ກກາ​ວັດ ​ໃນ​ປັດຈຸບັນ ​ເປັນ​ບໍ່​ນ້ອຍ​ກວ່າ 2,272 ​ເມ​ກກາ​ວັດ ພາຍ​ໃນ​
ປີ 2020.

ສຳ​ຫລັບ​ເປົ້າໝາຍ​ທຳ​ອິດ EDL-GEN ຈະ​ລະດົມ​ເງິນ​ທຶນ​ໃຫ້​ໄດ້​ໃນ​ມູນ​ຄ່າ 6,500 ລ້ານ​ບາດ ຫຼື ບໍ່​ນ້ອຍ​ກວ່າ 200 ລ້ານ​ດອນ​ລານັ້ນ ກໍ​ຄື​ຕະຫລາດ​ຫລັກ​ຊັບ​ແຫ່ງປະ​ເທດ​ໄທ ຊຶ່ງ​ໃນ​ປັດຈຸບັນ​ ນີ້ ກຳລັງຢູ່​ໃນ​ຂັ້ນຕອນ​ການ​ພິຈາລະນາ ຂອງ​ຄະນະ​ກຳມະການ​ບໍລິຫານ​ໜີ້​ສິນ​ສາທາລະນະ​ແຫ່ງ​ຊາດ​ໄທ ​ແລະ​ ກໍ​ຄາດໝາຍ​ວ່າ ຈະ​ໄດ້​ຮັບ​ການ​ອະນຸມັດ​ໃນ​ມໍ່ໆ​ນີ້ ​ໂດຍຫຼັງຈາກ​ນັ້ນ EDL-GEN ກໍ​ຈະ​ສາມາດ​ສະ​ເໜີ​ຂາຍ​ພັນທະບັດ​ ໃນ​ຕະຫລາດຫຼັກຊັບ​
ແຫ່ງ​ປະ​ເທດ​ໄທ ​ໄດ້​ຢ່າງ​ເປັນ​ທາງ​ການ ຊຶ່ງ​ຄາດ​ວ່າ ຈະ​ເປັນ​ໃນ​ຊ່ວງ​ເດືອນ​ທັນວາ​ນີ້.

ໂຄງສ້າງເຂືອຂ່າຍ ສາຍສົ່ງກະແສໄຟຟ້າ ເພື່ອເຊື່ອມຕໍ່ ກັບບັນດາປະເທດເພື່ອນບ້ານ ໃນກຸ່ມອາຊ່ຽນ.
ໂຄງສ້າງເຂືອຂ່າຍ ສາຍສົ່ງກະແສໄຟຟ້າ ເພື່ອເຊື່ອມຕໍ່ ກັບບັນດາປະເທດເພື່ອນບ້ານ ໃນກຸ່ມອາຊ່ຽນ.

​ໂດຍສາ​ເຫດ​ສຳຄັນ ທີ່​ຈະ​ເຮັດ​ໃຫ້ EDL-GEN ​ໄດ້​ຮັບ​ການ​
ອະນຸມັດ​ດັ່ງກ່າວ​ນີ້ ກໍ​ເພາະວ່າ EDL-GEN ​ເປັນ​ບໍລິສັດ ​ໃນ
​ຕະຫລາດຫຼັກຊັບ​ແຫ່ງຊາດ​ລາວ ທີ່​ມີ​ຜົນ​ປະ​ກອບ​ການ ​ເປັນ​ທີ່
​ໜ້າ​ເຊື່ອ​ຖື​ໃນ​ສາຍຕາ​ ຂອງ​ນັກລົງທຶນ​ຊາວ​ຕ່າງ​ຊາດ ກໍ​ຄື​ມີ​ທຶນ
​ຈົດ​ທະບຽນ​ເຖຶງ 4,900 ຕື້​ກີບ ຫຼື ​ເກີນ​ກວ່າ 612 ລ້ານ​ດອນ​ລາ
​ແລະ ​ໃນ​ນີ້​ກໍເປັນ​ການ​ຖື​ຮຸ້ນ​ໂດຍ​ລັດ​ວິ​ສາ​ຫະກິດ ​ໄຟຟ້າ​ລາວ
(EDL) ​ເຖິງ 75 ​ເປີ​ເຊັນ ສ່ວນ​ລາຍ​ໄດ້​ໃນ​ປີ 2013 ກໍ​ມີ​ມູນ​ຄ່າ​
ເຖິງ 1,320 ຕື້​ກີບ ຊຶ່ງ​ຄິດ​ເປັນ​ຜົນ​ກຳ​ໄລ​ເກີນ​ກວ່າ 971 ຕື້​ກີບ ​
ແລະ ​ໃນ​ປີ 2014 ນີ້ ກໍ​ຄາດ​ວ່າ​ ຈະ​ສ້າງ​ລາຍ​ຮັບ ​ແລະ ມີ​ຜົນ​ກຳ
​ໄລ​ເພີ້​ມຂຶ້ນຈາກ​ປີທີ່​ແລ້ວ.

​ໂດຍ​ໃນ​ປັດຈຸບັນ​ນີ້​ມີ 3 ບໍລິສັດ​ທີ່​ຈົດ​ທະບຽນ ​ໃນ​ຕະຫລາດ
ຫຼັກຊັບ​ແຫ່ງ​ຊາດ​ລາວ ກໍ​ຄື EDL-GEN ທະນາຄານ​ການ​ຄ້າ​ຕ່າງປະ​ເທດ (ມະຫາຊົນ)
ຫຼື BCEL ​ແລະ ບໍລິສັດ Lao World ຈຳກັດ (ມະຫາຊົນ) ຊຶ່ງ​ໃນ​ລະຍະ​ກວ່າ 10 ​ເດືອນ
​ຂອງ​ປີ 2014 ນີ້​ຮຸ້ນ​ຂອງ EDL-GEN ມີ​ລາຄາ​ຊື້​ຂາຍ​ສ​ະ​ເລ່ຍ 7,100 ກີບ​ຕໍ່​ຮຸ້ນ ສ່ວນ
​ລາຄາ​ຮຸ້ນ​ຂອງ BCEL ​ແລ​ະ ບໍລິສັດ Lao World ນັ້ນ ມີ​ລາຄາ​ຊື້​ຂາຍ​ສະ​ເລ່ຍ 7,400
ກີບ​ກັບ 8,000 ກີບ ຕໍ່​ຮຸ້ນ​ຕາມ​ລຳດັບ.

ນອກຈາກ​ນີ້ ຕະຫລາດຫຼັກຊັບ​ແຫ່ງ​ຊາດ​ລາວ ຍັງ​ມີ​ແຜນການ​ທີ່​ຈະ​ຈົດ​ທະບຽນ ບໍລິສັດ
​ເພີ້​ມຂຶ້ນອີກ ​ໃນ​ມໍ່ໆ​ນີ້ ​ໂດຍ​ມີ​ເງື່ອນ​ໄຂ​ວ່າ ບໍລິສັດ​ທີ່​ຈະ​ຈົດ​ທະບຽນ​ນັ້ນ ຈະ​ຕ້ອງ​ມີ​ການ​
ພັດທະນາ ລະບົບ​ບັນຊີ ​ແລະ ມີ​ລະບົບ​ການ​ບໍລິຫານ​ງານ​ທີ່​ໄດ້​ມາດຕະຖານ​ສາກົນ ດັ່ງ​ທີ່
ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີ ຜູ້​ຊີ້​ນຳ​ຂົງ​ເຂດ​ເສດຖະກິດ
ການ​ຜະລິດ​ ແລະ ​ການ​ຈະລາຈອນ ​ໃນ​ຖານະ​ປະທານ​ຄະນະ​ກຳມະການ​ຄຸ້ມ​ຄອງ
ຕະຫລາດ ຫຼັກຊັບ​ແຫ່ງ​ຊາດ​ລາວ ກໍ​ໄດ້​ໃຫ້ການ​ຢືນຢັນ​ກັບ ວີ​ໂອ​ເອ ວ່າ:

“​ແຕ່​ວ່າ​ຄັນ​ຖ້າ​ພວກ​ເຂົາບໍ່ກຽມພ້ອມ​ໄດ້​ຕາມ​ອັນ​ນີ້​ນິຂ້ອຍ​ກະ​ບໍ່​ຮັບ ຍົກ​ຕົວຢ່າງ
ບໍລິສັດ​ອັນ​ນີ້ ທີ່​ເຈົ້າ​ມານີ້ ຄັນເຈົ້າມີໜີ້ສິນມະຫາສານແລ້ວ ຍັງຈະເອົາເຂົ້າມາ
ແມ່ນຈະມາຊື້ກັບເຈົ້າ ຫຼື ວ່າຢູ່ໃນບໍລິສັດ ໂຄງສ້າງການຈັດຕັ້ງຂອງເຈົ້າກໍບໍ່ດີ
ຜູ້ອຳນວຍການນີ້ເດ້ ເຂົງສົງໄສວ່າໝໍນີ້ ມີປາກົດການສໍ້ໂກງ ແລ້ວຄົນທັງຫຼາຍ
ເຂົາກໍຮູ້ກັນເດ້ເນາະ ອັນນີ້ໄດ້ເວົ້າກັນລະອຽດສົມຄວນ.”

ໂດຍ​ກ່ອນ​ໜ້າ​ນີ້ ຄະນະ​ກຳມະການ​ຄຸ້ມ​ຄອງ​ຕະຫລາດຫຼັກຊັບ​ແຫ່ງ​ຊາດ​ລາວ ​ໄດ້​ດຳ​ເນີນ​
ການ​ສຳ​ຫລວດ ບັນດາ​ບໍລິສັດ​ໃນ​ລາວ​ຈຳນວນ 1,087 ລາຍ ຊຶ່ງ​ກໍ​ພົບ​ວ່າ ມີ​ຢູ່ 38 ບໍລິສັດ
​ທີ່​ມີ​ເງື່ອນ​ໄຂ ທີ່​ສາມາດ​ຈະ​ຂໍ​ຈົດ​ທະບຽນ​ໃນຕະຫລາດຫຼັກຊັບ​ໄດ້ ຫາກ​ແຕ່​ວ່າ​ພາຍຫຼັງຈາກ ​
ທີ່​ໄດ້​ທຳ​ການ​ກວດກາ​ຢ່າງຮອບດ້ານ​ອີກ​ເທື່ອ​ໃໝ່ ກໍ​ປາກົດ​ວ່າ​ມີ​ຢູ່ 20 ບໍລິສັດ ທີ່​ໄດ້​ສະ​ແດງ ​ເຈດ​ຈຳນົງ​ ທີ່​ຈະ​ຂໍ​ຈົດ​ທະບຽນ​ໃນ​ຕະຫລາດຫຼັກຊັບ ​ໂດຍ​ໃນ​ນີ້​ກໍ​ລວມ​ເຖິງ​ ວິ​ສາ​ຫະກິດ​ໂທລະ​ຄົມມະນາຄົມ​ລາວ (ETL) ບໍລິສັດ​ລາວ​ໂທລະ​ຄົມມະນາຄົມ (Lao Telecom) ກຸ່ມ​ບໍລິສັດ​ດາວ​ເຮືອງການ​ຄ້າ​ຂາ​ອອກ​ຂາ​ເຂົ້າ ລັດ​ວິ​ສາ​ຫະກິດ​ການບິນ​ລາວ (Lao Airline) ທະນາຄານ​ພົງ​ສະຫວັນ ​ແລະ ບໍລິສັດ​ນ້ຳມັນ​ເຊື້ອ​ໄຟ ​ເປັນຕົ້ນ.

XS
SM
MD
LG