ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເສດຖະກິດລາວ ຍັງຖືວ່າ ມີຂະໜາດ ນ້ອຍທີ່ສຸດ ໃນກຸ່ມ ອາຊ່ຽນ


ບໍ່ຄໍາເຊໂປນ ຊຶ່ງເປັນພາກອຸດສາຫະກໍານຶ່ງ ທີ່ເຮັດໃຫ້ເສດຖະກິດລາວ ​ຂະ​ຫ​ຍາຍ​ຕົວອອກໄປຢ່າງວ່ອງໄວ
ບໍ່ຄໍາເຊໂປນ ຊຶ່ງເປັນພາກອຸດສາຫະກໍານຶ່ງ ທີ່ເຮັດໃຫ້ເສດຖະກິດລາວ ​ຂະ​ຫ​ຍາຍ​ຕົວອອກໄປຢ່າງວ່ອງໄວ
ເສດຖະກິດ​ຂອງ​ລາວ ຍັງ​ຖື​ເປັນ​ເສດຖະກິດ​ທີ່​ມີ​ຂະໜາດ​ນ້ອຍ​ທີ່​
ສຸດ​ໃນ​ກຸ່ມ​ອາ​ຊ່ຽນ​ດ້ວຍ​ກັນ ​ໂດຍ​ເຖິງແມ່ນ​ວ່າ ລາວ​ຈະ​ເປັນ 1
​ໃນ 10 ປະ​ເທດ​ທີ່​ເສດຖະກິດ​ມີ​ການ​ຂະຫຍາຍຕົວຢ່າງ​ວ່ອງ​ໄວ​
ທີ່​ສຸດ​ໃນ​ໂລກ​ກໍ​ຕາມ.


ທ່ານ ລີ​ເບີ ລີ​ບົວ​ປາວ ຜູ້​ອໍານວຍ​ການ​ສະ​ຖາ​ບັນ​ວິ​ໄຈ​ເສດຖະກິດ​ແຫ່ງ​ຊາດ​ລາວຖະ​ແຫຼ​ງ ຍອມຮັມວ່າ ການ​ຂະຫຍາຍຕົວ​ທາງ​ເສດຖະກິດ​ຢ່າງ​ຕໍ່​ເນື່ອງ ຂອງ​ລາວ​ໃນ​ລ​ະຍະ​ຫຼາຍ ປີຜ່ານມາ​ນີ້ ຍັງ​ບໍ່​ພຽງພໍ​ກັບ​ການ​ທີ່ຈະ​ເຮັດ​ໃຫ້​ມູນ​ຄ່າ​ທາງ​ເສດຖະກິດ​ຂອງ​ລາວ​ທຽບ​ເທົ່າ​ກັບ ປະ​ເທດ​ສະມາຊິກ​ເກົ່າ​ໃນ​ອາ​ຊ່ຽນ​ດ້ວຍ​ກັນໄດ້​ເລີ​ຍ ​ແລະ​ທີ່​ສໍາຄັນ​ກໍ​ຄື​ຂະໜາດ​ເສດ ຖະກິດຂອງ​ລາວ​ຍັງ​ມີ​ມູນ​ຄ່າ​ນ້ອຍ​ທີ່​ສຸດໃນ​ອາ​ຊ່ຽນ​ ໃນປັດຈຸບັນ​ນີ້​ອີກ​ດ້ວຍ.

ທັງ​ນີ້​ໂດຍ​ທ່ານ ລີ​ເບີ ​ໄດ້ ຍົກ​ຕົວຢ່າງ​ເຖິງ​ມູນ​ຄ່າ​ທາງ​ເສ​ດຖະກິດ​ຂອງ​ລາວ​ໃນ​ປີ 2012 ທີ່​ມີ​ຍອດ​ຜະລິດ​ຕະພັນ​ລວມ ພາຍ​ໃນ ຫຼື GDP ຄິດ​ເປັນ​ມູນ​ຄ່າ​ລວມທັງ​ໝົດ 9,200 ລ້ານ​ໂດ​ລ່າ ຫາກ​ແຕ່​ກໍ​ຖື​ເປັນ​ມູນຄ່າ​ ທີ່ທຽບ​ກັນ​ບໍ່​ໄດ້​ເລີຍ​ ກັບ​ອິນ​ໂດ​ນີ​ເຊຍ ​ໄທ ​ແລະ​ຫວຽດນາມ ທີ່ GDP ມີ​ມູນ​ຄ່າ​ລວມ 878,000 ລ້ານ​ໂດ​ລ່າ ກັບ 365,500 ລ້ານ​ໂດ​ລ່າ ​ແລະ 135,000 ລ້ານ​ຕາມ​ລໍາດັບ.

ຍິ່ງ​ໄປ​ກວ່າ​ນັ້ນ ສໍາລັບ​ປະ​ເທດ​ສະມາຊິກ​ໃໝ່​ຂອງ​ອາ​ຊ່ຽນ​ທີ່​ມີ​ເສດຖະກິດ ຂະໜາດ​ນ້ອຍ​ຄືກັນ​ກັບ​ລາວ ​ເຊັ່ນ​ບຣູ​ໄນ ​ແລະ​ກໍາປູ​ເຈຍ​ນັ້ນ ມູນ​ຄ່າ GDP ກໍ​ສູງ​ກວ່າ​ລາວ​ຄື 16,600 ລ້ານ​ໂດ​ລ່າ ກັບ 14,000 ລ້ານ​ໂດ​ລ່າ ຕາມ​ລໍາດັບ ​ເພ​າະສະ​ນັ້ນ ການ​ທີ່​ເສດຖະກິດ​ຂອງ ລາວ​ຈະ​ມີ​ມູນ​ຄ່າ​ທຽບ​ເທົ່າ​ກັບປະ​ເທດ​ຂະໜາດ​ໃຫຍ່​ໃນ​ອາ​ຊ່ຽນ​ໄດ້​ນັ້ນ ຍັງ​ຈະ​ຕ້ອງ​ໃຊ້​ເວລາ ອີກ​ນັບ​ສິບໆ​ປີ ຊຶ່ງ​ທ່ານ​ລີ​ເບີ ​ໄດ້​ຄາດໝາຍ​ວ່າການ​ຂະຫຍາຍຕົວ​ທາງ​ເສດຖະກິດ​ຂອງ​ລາວ ​ໃນ​ລະດັບ​ປັດຈຸບັນ​ນີ້ ກໍ​ຈະ​ເຮັດ​ໃຫ້​ລາວ​ກາຍ​ເປັນ​ປະ​ເທດ​ທີ່​ມີ​ລະດັບ​ລາຍ​ໄດ້​ສູງ​ ພາ​ຍ​ໃນ​ປີ ​2040 ​ໂດຍ​ມີ​ເງື່ອນ​ໄຂ​ວ່າ​ເສ​ດຖະກິດ​ລາວ​ຈະ​ຂະຫຍາຍຕົວ​ເພີ່ມ​ຂຶ້ນຢ່າງ​ຕໍ່​ເນື່ອງ.

ກ່ອນ​ໜ້ານີ້ ໜັງສືພິມ The Washington Post ​ໄດ້​ສະ​ເໜີ​ລາຍ​ງານ​ໂດຍ​ອິງ​ຕາມ​ຜົນ​ຈາກ​ການ​ສຶກສາວິ​ໄຈ​ທີ່​ດໍາ​ເນີນ​ການ​ໂດຍ​ໜ່ວຍ​ງານ The Economist Intelligence Unit ຊຶ່ງ​ລະບຸ​ວ່າ​ລາວ​ເປັນ​ປະ​ເທດ 1 ​ໃນ 10 ປະ​ເທດ​ທີ່​ເສ​ດຖະກິດຈະ​ຂະຫຍາຍຕົວ​ເພີ່ມ ຂຶ້ນຢ່າງ​ວ່ອງ​ໄວ​ທີ່​ສຸດ​ໃນ​ໂລກ ​ໃນ​ປີ 2014 ນີ້ ​ໂດຍ​ຄາດໝາຍ​ວ່າ​ເສ​ດຖະກິດ​ຂອງ​ລາວ​ຈະ ຂະຫຍາຍຕົວ​ເພີ່ມ​ຂຶ້ນ​ເຖິງ 8.5% ທຽບ​ກັບ ປີ 2013 ທີ່​ຜ່ານມາ.

ການ​ຂະຫຍາຍຕົວ​ທາງ​ເສ​ດຖະກິດ​ຂອງ​ລາວ​ດັ່ງກ່າວ​ນີ້ ຖື​ເປັນ​ລະດັບ​ດຽວ​ກັນ​ກັບປະ​ເທດ​ຕິ​ມໍ​ຕາ​ເວັນ​ອອກ ​ແລະ​ປະ​ເທດ​ອີ​ຣັກ ສ່ວນ​ 5 ອັນ​ດັບ​ທໍາ​ອິດ​ນັ້ ກໍ​ປະກອບ​ດ້ວຍ Mongolia, Sierra Leone, Turmenistan, Bhutan, Libya ​ແລະ​ອີກ 2 ປະ​ເທດ ທີ່ຢູ່​ໃນ​ອັນ​ດັບ​ທີ່ 9 ​ແລະ 10 ນັ້ນ ກໍ​ແມ່ນ​ປະ​ເທດ Eritrea ​ແລະ Zambia ຕາມ​ລໍາດັບ. ​
ທ່ານ​ທອງ​ສິງ ທໍາ​ມະ​ວົງ ນາຍົກ ລັດຖະມົນຕີ
ທ່ານ​ທອງ​ສິງ ທໍາ​ມະ​ວົງ ນາຍົກ ລັດຖະມົນຕີ

ແຕ່​ຢ່າງ​ໃດ ກໍ​ຕາມ The Washington Post ກໍ​ໄດ້​ລະບຸ​ວ່າ
ການ​ຂະຫຍາຍຕົວ​ທາງ​ເສດຖະກິດ​ຢ່າງວ່ອງ​ໄວ​ໃນ​ທັງ 10 ປະ​
ເທດ​ດັ່ງກ່າວ​ນີ້ ​ເປັນ​ຍ້ອນ​ການ​ຂຸດ​ຄົ້ນ​ຊັບພະຍາ ກອນ​ທໍາ​ມະ​
ຊາດ​ຢ່າງ​ຫຼວງ​ຫຼາຍ ຊຶ່ງ​ກໍ​ສອດຄ່ອງ​ກັບ​ທ່ານ​ທອງ​ສິງ ທໍາ​ມະ​
ວົງ ນາຍົກລັດຖະມົນຕີ ທີ່​ຖະ​ແຫຼ​ງ ຕໍ່​ກອງ​ປະຊຸມ​ສະ​ໄໝ​ສາ
ມັນຄັ້ງ​ທີ່ 6 ຂອງ​ສະ​ພາ​ແຫ່ງ​ຊາດ​ລາວ​ຊຸດ​ທີ 7 ​ໃນ​ທ້າຍ​ເດືອນ​
ທັນວາ 2013 ວ່າການ​ພັດທະນາ​ທາງ​ເສ​ດຖະກິດ​ຂອງ​ລາວ​
ໃນ​ປັດ ຈຸ​ບັນ​ນີ້ ​ເຖິງ​ແມ່ນ​ວ່າ​ຈະ​ມີ​ການ​ຂະຫຍາຍຕົວ​ເພີ່ມ​ຂຶ້ນ
ຢ່າງ​ຕໍ່​ເນື່ອງ​ກໍ​ຕາມ ຫາກ​ແຕ່​ພື້ນຖານ ການ​ຜະລິດ​ສິນຄ້າ ກໍ​
ຍັງ​ອິ​ງໃສ່​ການ​ຂຸດ​ຄົ້ນ​ຊັບພະຍາກອນ​ທໍາມະ​ຊາດ​ເປັນ​ຕົ້ນຕໍ
ດັ່ງ​ທີ່​ທ່ານ ​ໄດ້​ຖະ​ແຫຼ​ງວ່າ:

“​ເສດຖະກິດ​ແຫ່ງ​ຊາດ​ເຖິງ​ວ່າ​ມີ​ການ​ເຕີບ​ໂຕ ​ແລະ​ຕໍ່​ເນື່ອງ ​ແຕ່​ພື້ນຖານ​ຍັງບໍ່​ທັນ​ໜັກ​ແໜ້ນ ການ​ສະ​ສົມ​ພາຍ​ໃນ ຍັງ​ມີ​ນ້ອຍ ພື້ນຖານ​ການ​ຜະລິດ​ບໍ່​ທັນ​ຫຼາຍ ຍັງ​ອາ​ໄສ ການ​ຂຸດ​ຄົ້ນ​ຊັບພະຍາກອນ​ທໍາ​ມະ​ຊາດ ​ແລະ​ການ​ສົ່ງ​ອອກ​ວັດຖຸ​ດິບ ​ເປັນ​ຕົ້ນຕໍ ການ​ຄຸ້ມຄອງ​ນໍາ​ໃຊ້​ຊັບພະຍາກອນ​ທໍາ​ມະ​ຊາດ​ຫຼາຍ​ກໍລະນີ ບໍ່​ທັນ​ຮັບປະກັນ​ຄວາມ​ຍືນ​ຍົງ ​ແລະ​ບໍ່​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ.”

ທາງ​ດ້ານ​ກະຊວງ​ແຜນການ ​ແລະ​ການ​ລົງທຶນ ກໍ​ລາຍ​ງານ​ວ່າ​ລັດຖະບານ​ລາວ​ໄດ້​ອະນຸ ຍາດ​ສໍາ​ປະທານ​ການ​ຂຸດ​ຄົ້ນ​ແຮ່​ທາດ​ໃຫ້​ແກ່​ເອກ​ກະ​ຊົນ​ລາວ ​ແລະ​ຕ່າງ​ຊາດ​ໄປ​ແລ້ວ 470 ​ໂຄງການ ໃນ​ພື້ນ​ທີ່ຂຸດ​ຄົ້ນ​ກວ້າງ​ກວ່າ 36,300 ກິ​ໂລ​ແມັດ​ມົນທົນ ຄິດ​ເປັນ​ມູນ​ຄ່າ ການ​ລົງທຶນ​ລວມຫຼາຍ​ກວ່າ 5,900 ລ້ານ​ໂດ​ລ່າ.
XS
SM
MD
LG