ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຊ່ຽວ​ຊານໄທຢືນຢັນວ່າ ວິກິດການ ດ້ານເສດຖະກິດ ໃນລາວຈະ​ບໍ່​ຮຸນແຮງ ເຖິງ​ຂັ້​ນ ລົ້ມລະລາຍຄື​ ສຣີ ລັງກາ


ລົດ​ບັນ​ທຸກ​ນ້ຳ​ມັນ​ນຳ​ເຂົ້າ​ມາ​ລາວ
ລົດ​ບັນ​ທຸກ​ນ້ຳ​ມັນ​ນຳ​ເຂົ້າ​ມາ​ລາວ

ນັກຊ່ຽວ​ຊານ​ດ້ານເສດຖະສາດ ຢືນຢັນວ່າ ວິກິດການທາງດ້ານເສດຖະກິດໃນລາວຈະ​ບໍ່​ຮຸນແຮງເຖິງ​ຂັ້​ນ ລົ້ມລະລາຍຄື​ປະ​ເທດສຣີ ລັງກາ ເພາະວ່າລາວຍັງສົ່ງອອກສິນຄ້າກະສິກຳ ແລະ ພະລັງງານໄຟຟ້າຢູ່. ຊົງ​ລິດ ໂພນ​ເງິນ​ມີ​ລາຍ​ງານ​ນີ້ມາ​ສະ​ເໜີ​ທ່ານ​ຈາກ​ບາງກອກ.

ດຣ.ປິຕິ ສຣີແສງນາມ, ຜູ້ກຳນວຍ​ການສູນເສດຖະກິດລະ​ຫວ່າງ​ປະ​ເທດ ຈຸລາລົງກອນມະຫາວິທະຍາໄລ ຢືນຢັນວ່າ ວິກິດການເສດຖະກິດໃນລາວໃນປັດຈຸບັນນີ້ ຈະບໍ່ຮຸນແຮງເຖິງ​ຂັ້ນລົ້ມລະລາຍຄື​ກັບ​ປະ​ເທດ ສີລັງກາ ​ເພາະ​ລາວ​ຍັງ​ມີ​ການ​ຜະ​ລິດ​ສິນ​ຄ້າເພື່ອສົ່ງ​ອອກ​ໄປ​ຕ່າງ​ປະ​ເທດ ໂດຍ​ສະ​ເພາະແມ່ນການ​ສົ່ງ​ອອກສິນຄ້າກະ​ສິ​ກຳ ແລະ​ພະ​ລັງ​ງານນັ້ນ​ຍັງ​ດຳ​ເນີນ​ຢູ່ເລື້ອຍ​ມາ. ແຕ່ບັນຫາທາງດ້ານເສດ​ຖະກິດທີ່ລາວກຳ​ລັງ ປະເຊີນຢູ່ໃນເວລານີ້ ແມ່ນເປັນຜົນກະທົບມາຈາກ​ລາ​ຄາ​ນ້ຳ​ມັນທີ່​ປັບ​ຕົ​ວ​ສູງຂຶ້ນໃນຂະນະທີ່ຕ້ອງໄດ້ນຳເຂົ້າ ນ້ຳມັນ ຈາກຕ່າງປະເທດ 100 ເປີ​ເຊັນຂອງ​ການ​ຊົມ​ໃຊ້​ທັງ​ໝົດຈຶ່ງເຮັດ​ໃຫ້​ລາວຕ້ອງປະເຊີນກັບບັນ​ຫາການຂາດແຄນເງິນຕາຕ່າງປະເທດສໍາລັບການຊໍາລະລາຄານ້ໍາມັນ ແລະສິນຄ້ານໍາເຂົ້າຈາກ​ຕ່າງປະເທດໄດ້​ຢ່າງພຽງພໍກັບສະຖານະການຕົວຈິງນັ້ນ​ເອງ, ດັ່ງທີ່ດຣ. ປິ​ຕິ​ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ:

“ລາວຂາດແຄນເງິນຕາຕ່າງປະເທດບໍ? ຄໍາຕອບກໍ​ຄືບໍ່ໄດ້​ເປັນ​ເຊັ່ນ​ນັ້ນ ເພາະວ່າສິນ​ຄ້າສົ່ງອອກ ຫລັກໆ​ເລີຍແມ່ນພະລັງງານ, ອັນທີສອງກໍ​ຄືພາກກະສິກໍາຂອງ ສປປ ລາວ ແມ່ນ​ແທ້​ວ່າໃຫຍ່ ແຕ່ລາວກໍບໍ່ໄດ້ເຮັດນະໂຍບາຍຜິດ​ພາດ, ບໍ​ລິ​ຫານຈັດ​ການ​ນ້ຳ ​ກໍ​ຍັງບໍ່ໄດ້​ເຮັດຄວາມ​ຜິດ​ພາດ ດັ່ງ​ນັ້ນ​ວິ​ກິດທີ່​ຈະຂາດ​ແຄນ​ພະ​ລັງ​ງານ ຈົນເຖິງ​ຂັ້ນຕ້ອງ​ດັບ​ໄຟ​ຄື​ ສຣີ ​ລັງ​ກາຫັ້ນ ຄໍາຕອບກໍແມ່ນວ່າ ມັນບໍ່ໄດ້ເປັນ​ແບບນັ້ນ. ສິ່ງທີ່ລາວອາດຈະ​ປະ​ເຊີນ​ກັບລາຄາແພງ ກໍ​ຍ້ອນວ່າມັນເປັນ​ໄປ​ຕາມວິກິດຂອງໂລກ. ນັ້ນກໍ​ຄືເລື່ອງ​ນ້ຳມັນ​ເຊື້ອ​ໄຟ​ທີ່​ຈະ​ນຳ​ໃຊ້​ໃນ​ການ​ຂົນ​ສົ່ງ​ໃນ​ເລື່ອງ​ການ​ເຕີມ​ນ້ຳມັນ​ລົດ​ຍົນ ສິນ​ຄ້າ​ເຫຼົ່າ​ນີ້ ສປປ ລາວ ຜະລິດ​ເອງບໍ່​ໄດ້ກໍນຳເຂົ້າຈາກໄທ ແລະ ຫວຽດນາມ.”

​ຄົນ​ລຽ​ນ​ແຖວ​ກັນ​ຊື້​ນ້ຳ​ມັນ​ຢູ່​ປ້ຳ​ນ້ຳ​ມັນ​ແຫ່ງ​ນຶ່ງ​ໃນ​ນະ​ຄອນ​ຫລວງວຽງ​ຈັນ
​ຄົນ​ລຽ​ນ​ແຖວ​ກັນ​ຊື້​ນ້ຳ​ມັນ​ຢູ່​ປ້ຳ​ນ້ຳ​ມັນ​ແຫ່ງ​ນຶ່ງ​ໃນ​ນະ​ຄອນ​ຫລວງວຽງ​ຈັນ

ສ່ວນທ່ານບຸນໂຈມ ອຸບົນປະເສີດ, ລັດຖະມົນຕີກະຊວງການເງິນຖະແຫຼງວ່າ ລັດຖະບານລາວ ໄດ້ເພີ້ມຄາດໝາຍ ການຂະຫຍາຍໂຕທາງເສດຖະກິດໃນປີ 2022 ນີ້ຈາກລະດັບ 4.2 ເປີເຊັນ ມາເປັນ 4.5 ເປີເຊັນ ໂດຍຈະດໍາເນີນ ການມາດຕະການ ເພື່ອເຮັດໃຫ້ສາມາດບັນລຸຄາດໝາຍດັ່ງກ່າວ ໃຫ້ໄດ້ຢ່າງແທ້ຈິງ ອັນຈະເຮັດໃຫ້ ຍອດຜະລິດຕະພັນລວມພາຍໃນຫຼື GDP ມີມູນຄ່າລວມ 205,285 ຕື້ກີບ ຫຼືຄິດສະເລ່ຍເປັນລາຍຮັບ ຂອງປະຊາຊົນລາວທີ່ລະດັບ 2,674 ໂດລາ ຕໍ່ຄົນຕໍ່ປີ ແລະຄາດໝາຍວ່າ ລັດຖະບານລາວຈະເກັບລາຍຮັບໄດ້ເຖິງ 16.44 ເປີ ເຊັນຂອງ GDP ຫຼືຄວບຄຸມການຂາດດຸນງົບປະມານ ໃຫ້ຢູ່ໃນລະດັບບໍ່ເກີນ 18.05 ເປີເຊັນຂອງ GDP ຫຼືຄວບຄຸມການຂາດດຸນງົບປະມານໃຫ້ຢູ່ໃນລະດັບບໍ່ເກີນ 1.61 ເປີເຊັນຂອງ GDP ໂດຍໄດ້ວາງເປົ້າໝາຍ ການລົງທຶນໃນພາກລັດໄວ້ ທີ່ມູນຄ່າລວມ 43 ພັນ 950 ລ້ານກີບ ໃນນີ້ຈະເປັນການລົງທຶນໂດຍລັດຖະບານໃນມູນຄ່າ 3 ພັນ 950 ລ້ານກີບ ແລະຂໍການຊ່ວຍເຫຼືອຈາກຕ່າງ ປະເທດ 6 ພັນ 750 ລ້ານກີບ ສ່ວນທີ່ເຫຼືອ ໃນມູນຄ່າລວມ 33 ພັນ 250 ລ້ານກີບນັ້ນ ກໍຈະເປັນການສົ່ງເສີມການລົງທຶນຂອງພາກເອກະຊົນທັງໃນລາວ ແລະຈາກຕ່າງປະເທດ.

ແຕ່​ຢ່າງ​ໃດ​ກໍ​ຕາມ ນທະນາຄານພັດທະນາແຫ່ງເອເຊຍ ຫຼື ADB ໄດ້ໃຫ້ການຄາດໝາຍວ່າ ເສດຖະກິດ ໃນອາຊຽນໃນປີ 2022 ຈະຂະຫຍາຍໂຕທີ່ລະດັບສະເລ່ຍ 5.1 ເປີເຊັນ ໝາຍຄວາມວ່າ GDP ຂອງລາວ ຈະຂະຫຍາຍໂຕໃນລະດັບທີ່ຕໍ່າກວ່າລະດັບສະເລ່ຍໃນອາຊຽນ. ສ່ວນທະນາຄານໂລກນັ້ນ ໄດ້ໃຫ້ການຄາດໝາຍວ່າ GDP ຂອງລາວໃນປີ 2022 ນີ້ຈະຂະຫຍາຍໂຕ ທີ່ລະດັບ 3.8 ເປີເຊັນເທົ່ານັ້ນ ໂດຍນອກຈາກຈະເປັນຜົນກະທົບຈາກການລະບາດໄວຣັສໂຄວິດ-19 ແລ້ວ ກໍຍັງໄດ້ຮັບຜົນກະທົບ ຈາກສົງ ຄາມລະຫວ່າງ ຣັດເຊຍ ກັບ ຢູເຄຣນ ອີກດ້ວຍ, ເຊິ່ງເຫັນໄດ້ຈາກການຂາດດຸນການຄ້າທີ່ເຮັດໃຫ້ລາວ ຕ້ອງປະເຊີນກັບບັນຫາການຂາດດຸນການຊໍາລະບັນຊີເງິນຕາຕ່າງປະເທດໃນລະດັບເກີນກວ່າ 10 ເປີເຊັນຂອງ GDP ອັນເຮັດໃຫ້ລັດຖະບານລາວມີທຶນສໍາຮອງເງິນຕາທີ່ສາມາດນໍາເຂົ້າສິນຄ້າ ຈາກຕ່າງປະເທດໄດ້ພຽງແຕ່ 1 ເດືອນເຄິ່ງເທົ່ານັ້ນ ເຊິ່ງລວມເຖິງບັນຫາຂາດແຄນນໍ້າມັນຢ່າງ ໜັກໜ່ວງໃນປັດຈຸບັນນີ້ດ້ວຍ ເພາະວ່າທະນາຄານແຫ່ງຊາດລາວບໍ່ສາມາດສະໜອງເງິນຕາໃຫ້ແກ່ບັນດາບໍລິສັດທີ່ນໍາເຂົ້ານໍ້າມັນຈາກຕ່າງປະເທດໄດ້ເລີຍນັ້ນເອງ.

ພາຍໃຕ້ສະພາບການດັ່ງກ່າວ ຈຶ່ງເຮັດໃຫ້ທ່ານພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ໄດ້ອອກຄໍາສັ່ງ ມອບ ໝາຍໃຫ້ກະຊວງແຜນການ ແລະການລົງທຶນເປັນພາກສ່ວນທີ່ຮັບຜິດຊອບໃນການ ປະສານການຮ່ວມມື ກັບທຸກພາກສ່ວນໃນທົ່ວປະເທດ ເພື່ອດໍາເນີນການປັບປຸງວຽກງານທຸກດ້ານເພື່ອຍົກລະດັບຂອງລາວ ໃນການເປັນປະເທດທີ່ໜ້າລົງທຶນໃຫ້ສູງຂຶ້ນ ແລະສາມາດເຊື່ອມໂຍງກັບສາກົນ ໄດ້ຢ່າງມີປະສິດທິພາບ ສູງດ້ວຍ. ສ່ວນທະນາຄານໂລກ ໄດ້ຈັດໃຫ້ລາວເປັນປະເທດທີ່ໜ້າລົງທຶນອັນດັບທີ 154 ຈາກ 190 ປະເທດ ໃນທົ່ວ ໂລກ ໂດຍລາວໄດ້ຄະແນນສະເລ່ຍ 50.8 ເປີເຊັນທີ່ມີ 2 ດ້ານທີ່ໄດ້ປັບປຸງດີຂຶ້ນ ກໍຄືການເລີ້ມຕົ້ນ ດໍາເນີນ ທຸລະກິດ ແລະການຕອບສະໜອງໄຟຟ້າ ສ່ວນການຕັດສິນໃນກໍລະນີລົ້ມລະລາຍ ແລະການຄຸ້ມຄອງ ນັກລົງທຶນຕ່າງຊາດໃນລາວນັ້ນ ຈະຕ້ອງໄດ້ຮັບການປັບປຸງຢ່າງຮີບດ່ວນທີ່ສຸດ.

XS
SM
MD
LG