ຮອງນາຍົກລັດຖະມົນຕີລາວຢືນຢັນວ່າໂຄງການກໍ່ສ້າງທາງ
ລົດໄຟຄວາມໄວສູງຍັງ ຈະສືບຕໍ່ ໂດຍຈະກູ້ຢືມເງິນທຶນທັງ
100% ຈາກຈີນ ແລະໃນປັດຈຸບັນນີ້ຍັງລໍຖ້າພຽງການຕົກລົງ
ໃນຂັ້ນສຸດທ້າຍເທົ່ານັ້ນ.
ທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີຜູ້
ຊີ້ນໍາວຽກງານດ້ານ ເສດຖະກິດຂອງລັດຖະບານລາວ ໄດ້ໃຫ້ ການຢືນຢັນວ່າລັດຖະບານລາວຍັງຈະສືບຕໍ່ດໍາເນີນ ໂຄງການ ກໍ່ສ້າງທາງລົດໄຟຄວາມໄວສູງເພື່ອເຊື່ອມຕໍ່ກັບຈີນ ແລະໄທ
ໃຫ້ໄດ້ຕາມແຜນການແລະເປົ້າໝາຍທີ່ໄດ້ຜ່ານການຮັບຮອງ ຈາກກອງປະຊຸມສະໄໝວິສາມັນຂອງສະພາແຫ່ງຊາດລາວ
ຊຸດທີ 7 ຢ່າງເປັນທາງການນັບຕັ້ງແຕ່ວັນທີ 18 ຕຸລາ 2012
ທີ່ຜ່ານມາແລ້ວນັ້ນ.
ທັງນີ້ໂດຍທາງການລາວ ຈະກູ້ຢືມເງິນທຶນສໍາລັບນໍາໃຊ້ໃນການກໍ່ສ້າງທັງ 100% ຈາກ ທາງການຈີນ ຫາກແຕ່ວ່າຈົນເຖິງຂະນະນີ້ຍັງຄົງບໍ່ສາມາດກໍານົດເວລາທີ່ຊັດເຈນໄດ້ວ່າ ຈະມີການລົງນາມໃນສັນກູ້ຢືມດັ່ງກ່າວໄດ້ເມື່ອໃດ ເນື່ອງຈາກວ່າຈະຕ້ອງລໍຖ້ານະໂຍບາຍ
ຈາກລັດຖະບານຊຸດໃໝ່ຂອງຈີນນັ້ນເອງ ດັ່ງທີ່ທ່ານສົມສະຫວາດ ໄດ້ໃຫ້ການຊີ້ແຈງກັບ
VOA ວ່າ:
“ດຽວນີ້ ຍັງລໍຖ້າທາງປະເທດຈີນ ເຂົາສິປັບປຸງການຈັດຕັ້ງພາຍຫຼັງກອງປະຊຸມ
ໃຫຍ່ຂອງເຂົາເຈົ້າເສຍກ່ອນຫັ້ນໜາ ສະນັ້ນເຮົາກະສິໄດ້ລໍຖ້າເຂົາເຈົ້າໄປກ່ອນ
ແລະອັນນຶ່ງ ກະດ້ານເທັກນິກ ເຂົາກະຄິດໄລ່ ລາຍລະອຽດຕ່າງໆຫັ້ນໜາ (ກະ
ຢືນຢັນວ່າ ລາວເຮົາເດີນໜ້າຕໍ່ຢ່າງແນ່ນອນເນາະ) ໂອ່ແນ່ນອນແລ້ວ ອັນນີ້ແມ່ນ
ເຊົາບໍ່ໄດ້ ເພາະວ່າເປັນການຕົກລົງ ລະຫວ່າງການນໍາຂອງສອງພັກ ແລະສອງ
ລັດຖະບານ ແລ້ວເດ.”
ແຕ່ຢ່າງໃດກໍຕາມ ໂດຍອິງຕາມລາຍງານທີ່ທ່ານສົມສະຫວາດ
ຖະແຫຼງຕໍ່ກອງປະຊຸມສະໄໝວິສາມັນຂອງສະພາແຫ່ງຊາດ
ລາວຊຸດທີ 7 ໃນວັນທີ 18 ຕຸລາທີ່ຜ່ານມານັ້ນ ທ່ານໄດ້ລະບຸ
ວ່າ ໄດ້ມີການປັບປ່ຽນຮູບແບບຂອງການເປັນຮຸ້ນສ່ວນໃນໂຄງ
ການກໍ່ສ້າງທາງລົດໄຟຄວາມໄວສູງລະຫວ່າງລາວກັບຈີນໄປ
ຈາກເດີມແລ້ວ ທັງນີ້ ກໍເພາະວ່າ ຫຼັງຈາກທາງການຝ່າຍຈີນ ໄດ້ທໍາການສຶກສາຄວາມເປັນໄປໄດ້ ແລະອອກແບບການກໍ່ ສ້າງທາງລົດໄຟດັ່ງກ່າວເສັດແລ້ວນັ້ນ ກໍປາກົດວ່າທາງການ
ຝ່າຍຈີນ ຕ້ອງປະສົບກັບບັນຫາກ່ຽວກັບການຫາກຸ່ມບໍລິສັດ
ຂອງຈີນທີ່ຈະເຂົ້າມາລົງທຶນໃນໂຄງການ ແລະສາເຫດທີ່ເຮັດໃຫ້ເກີດສະພາບດັ່ງກ່າວ
ກໍຍ້ອນວ່າຕ້ອງໃຊ້ເວລາຍາວນານ ເຖິງ 38 ປີ ຈຶ່ງຈະສາມາດຈັດເກັບລາຍຮັບໄດ້ຕາມ ການລົງທຶນໄປນັ້ນ ໄດ້ຢ່າງຄົບຖ້ວນ.
ດ້ວຍເຫດນີ້ ຈຶ່ງເຮັດໃຫ້ທາງການຝ່າຍຈີນໄດ້ສະເໜີຕໍ່ທາງການຝ່າຍລາວວ່າ ຖ້າຫາກ ທາງການລາວຍັງຕ້ອງການທີ່ຈະລົງທຶນກໍ່ສ້າງທາງລົດໄຟຄວາມໄວສູງດັ່ງກ່າວນີ້ຕໍ່ໄປ
ກໍມີ ທາງເລືອກຢູ່ທາງນຶ່ງ ຊຶ່ງກໍຄືການກູ້ຢືມເງິນທຶນຈາກທະນາຄານ ເພື່ອການສົ່ງອອກ ແລະນໍາເຂົ້າຂອງຈີນ ທີ່ສາມາດຕອບສະໜອງການກູ້ຢືມດັ່ງກ່າວໄດ້ທັງ 100% ເຕັມ
ກໍຄືໃນ ມູນຄ່າ 7,000 ລ້ານໂດລານັ້ນເອງ.
ຫາກແຕ່ວ່າ ການກູ້ຢືມດັ່ງກ່າວກໍມີເງື່ອນໄຂທີ່ລັດຖະບານລາວຈະຕ້ອງປະຕິບັດຕາມຢູ່ 4
ປະການດ້ວຍກັນຄື ການສ້າງຕັ້ງບໍລິສັດຂຶ້ນມາບໍລິຫານໂຄງການ ແລະມີສະຖານະເປັນລູກໜີ້ຂອງທະນາຄານຈີນ ໂດຍລັດຖະບານລາວ ຈະຕ້ອງຄໍ້າປະກັນເງິນກູ້ຢືມທັງ 100% ພ້ອມດອກເບ້ຍໃນອັດຕາ 2% ຕໍ່ປີເປັນເວລາ 30 ປີ ໂດຍມີໄລຍະປອດການຊໍາລະໜີ້ໃນ 10 ປີທໍາອິດ ພ້ອມກັນນີ້ ການຄໍ້າປະກັນເງິນກູ້ດັ່ງກ່າວ ກໍຍັງລວມເຖິງລາຍຮັບ ແລະຊັບສິນ ທັງໝົດໃນໂຄງການ ຕະຫຼອດຈົນການທີ່ລັດຖະບານລາວຍັງຈະຕ້ອງຄໍ້າປະກັນດ້ວຍລາຍຮັບຈາກບໍ່ແຮ່ 2 ແຫ່ງ ທີ່ເປັນການລົງທຶນຂອງຈີນຢູ່ໃນລາວອີກດ້ວຍ. ໂດຍໃນທີ່ນີ້ກໍໝາຍເຖິງບໍ່ແຮ່ຄໍາ ແລະ ທອງແດງຢູ່ເຊໂປນກັບບໍ່ແຮ່ບ໊ອກໄຊ້ ຢູ່ຈໍາປາສັກຂອງລາວ.
ທາງລົດໄຟສະເພາະທີ່ຢູ່ໃສເຂດລາວຈະມີລະຍະທາງຍາວເກືອບ 420 ກິໂລແມັດ ສ່ວນ
ສາເຫດທີ່ເຮັດໃຫ້ການກໍ່ສ້າງຕ້ອງໃຊ້ເງິນທຶນສູງນັ້ນ ກໍເນື່ອງຈາກວ່າພື້ນທີ່ ທີ່ຈະກໍ່ສ້າງທາງລົດໄຟນັ້ນເປັນທັງເຂດພູດອຍ ແລະແມ່ນໍ້າ ລໍາເຊ ຊຶ່ງເຮັດໃຫ້ຕ້ອງມີການເຈາະອຸໂມງ 76
ແຫ່ງ ກໍຄິດເປັນລະຍະທາງລວມເຖິງ 195 ກິໂລແມັດ ແລະຍັງຈະຕ້ອງສ້າງຂົວອີກ 154
ແຫ່ງ ຄິດເປັນລະຍະທາງຍາວລວມ ກັນເກືອບເຖິງ 70 ກິໂລແມັດ ໂດຍການກໍ່ສ້າງຈະໃຊ້
ເວລາບໍ່ໜ້ອຍ ກວ່າ 5 ປີ ຊຶ່ງຖ້າຫາກວ່າອິງຕາມແຜນການ ແລະເປົ້າໝາຍຂອງລັດຖະ
ບານລາວ ກໍໝາຍຄວາມວ່າ ການກໍ່ສ້າງທາງລົດໄຟຄວາມໄວສູງໃນລາວ ຈະສໍາເລັດ
ພາຍໃນປີ 2018 ນັ້ນເອງ.