ການຢ່າຮ້າງລະຫວ່າງສາມີ-ພັນລະຍາເປັນບັນຫາທີ່ມີລະດັບຮຸນແຮງຫລາຍຂຶ້ນນັບມື້
ໃນສັງຄົມລາວ ກວາມເອົາເກີນກວ່າ 90 ເປີເຊັນຂອງຄະດີທັງໝົດ ທີ່ຟ້ອງຮ້ອງກັນກ່ຽວ
ກັບການຂັດແຍ້ງໃນຄອບຄົວ.
ສານປະຊາຊົນສູງສຸດສະເໜີລາຍງານວ່າໃນຊ່ວງປີ 2013-2017 ທີ່ຜ່ານມາ ສານປະຊາ
ຊົນທຸກຂັ້ນໃນທົ່ວປະເທດລາວໄດ້ຮັບການຟ້ອງຮ້ອງຄະດີແພ່ງ ແລະຄະດີອາຍາຈໍານວນ
ທັງໝົດ ຫລາຍກວ່າ 37 ພັນ 840 ກວ່າກໍລະນີ ຊຶ່ງເພີ້ມຂຶ້ນເຖິງ 9.81 ເປີເຊັນທຽບໃສ່ຊ່ວງ
ໄລຍະປີ 2008-2012 ໂດຍທີ່ຄະດີແພ່ງໄດ້ເພີ້ມຂຶ້ນຫລາຍກວ່າຄະດີອາຍາ ແລະໃນນີ້ປາ
ກົດວ່າ ຄະດີຢ່າຮ້າງລະຫວ່າງສາມີ ກັບພັນລະຍາໄດ້ກວາມເຖິງ 90.66 ເປີເຊັນຂອງຄະດີ
ທັງໝົດທີ່ເກີດຈາກຄວາມຂັດແຍ້ງກັນພາຍໃນຄອບຄົວ.
ທາງດ້ານອົງການສະຫະປະຊາຊາດເພື່ອການລົບລ້າງທຸກການກະທໍາ ທີ່ເປັນການເລືອກ
ປະຕິບັດຕໍ່ເພດຍິງ (CEDAW) ລາຍງານວ່າການຄວາມຮຸນແຮງຕໍ່ແມ່ຍິງໃນລາວ ກໍມີທ່າ
ອ່ຽງເພີ້ມຂຶ້ນນັບມື້ ຄືສາເຫດສໍາຄັນປະການນຶ່ງ ທີ່ເຮັດໃຫ້ມີການຢ່າຮ້າງເພີ້ມຂຶ້ນ ຊຶ່ງຈາກ
ການສໍາຫລວດດ້ວຍການສໍາພາດແມ່ຍິງລາວ ຈໍານວນ 3,000 ຄົນ ທີ່ອາຍຸ 15-64 ປີ ພົບ
ວ່າ ຫລາຍກວ່າ 50 ເປີເຊັນ ເຄີຍຖືກກະທໍາຮຸນແຮງຕໍ່ຮ່າງກາຍ ແລະຈິດໃຈໂດຍຜູ້ເປັນ
ສາມີ ຫລືຄົນຮັກ ແລະຫລາຍກວ່າ 75 ເປີເຊັນຂອງແມ່ຍິງລລາວ ທີ່ຖືກກະທໍາຮຸນແຮງດັ່ງ
ກ່າວຍັງໄດ້ຮັບບາດເຈັບຢູ່ເລື້ອຍມາອີກດ້ວຍ.
ນອກຈາກບັນຫາຄ່າຄອງຊີບ ແລະຄ່າໃຊ້ຈ່າຍຕ່າງໆ ພາຍໃນຄົວເຮືອນທີ່ປັບຕົວສູງຂຶ້ນ
ນັບມື້ ກໍນັບເປັນອີກສາເຫດນຶ່ງ ທີ່ເຮັດໃຫ້ເກີດການຢ່າຮ້າງລະຫວ່າງສາມີກັບພັນລະຍາ
ໂດຍສະເພາະແມ່ນຄວາມບໍ່ຮັບຜິດຊອບຕໍ່ຄອບຄົວຢ່າງເຕັມສ່ວນຂອງຜູ້ເປັນສາມີ ກໍຍັງ
ໄດ້ສົ່ງຜົນກະທົບ ເຖິງສະຖານະພາບຂອງຜູ້ເປັນພັນລະຍາທີ່ຕ້ອງດິ້ນຮົນໃນການລ້ຽງດູ
ລູກ ໂດຍລໍາພັງອີກດ້ວຍ. ທັງນີ້ ຈາກການເກັບຂໍ້ມູນພາກສະໜາມ ເມື່ອບໍ່ນານມານີ້ ເຮັດ
ໃຫ້ທາງການລາວ ປະເມີນວ່າ ມີແມ່ຍິງລາວຫລາຍກວ່າ 15,340 ຄົນ ທີ່ຂາຍບໍລິການ
ທາງເພດເປັນອາຊີບຊຶ່ງສ່ວນໃຫຍ່ກໍຄື ແມ່ຍິງສາວທີ່ຢ່າຮ້າງຈາກສາມີນັ້ນເອງ.
ທາງດ້ານທ່ານຄໍາບຸນໜັກ ໄຊຊະນະ ລັດຖະມົນຕີກະຊວງກະສິກໍາ-ປ່າໄມ້ ຢືນຢັນວ່າ ເປົ້າ
ໝາຍສໍາຄັນຂອງການພັດທະນາຄວາມສະເໝີພາບລະຫວ່າງຍິງ-ຊາຍນັບແຕ່ປັດຈຸບັນໄປ
ເຖິງປີ 2020 ກໍຄືການສົ່ງເສີມໃຫ້ແມ່ຍິງລາວໃຫ້ມີສ່ວນຮ່ວມໃນບົດບາດ ແລະຕໍາແໜ່ງ
ຕ່າງໆໃນຄະນະລັດຖະບານ ແລະສະພາແຫ່ຊາດໃຫ້ໄດ້ເຖິງ 20 ເປີເຊັນ ແລະ 30 ເປີເຊັນ
ຕາມລໍາດັບ ທັງຍັງຈະເນັ້ນໃສ່ການສົ່ງເສີມບົດບາດຂອງແມ່ຍິງລາວ ເຂົ້າໃນການພັດທະ
ນາທາງເສດຖະກິດ ໃຫ້ຫລາຍຂຶ້ນອີກດ້ວຍ ດັ່ງທີ່ທ່ານຄໍາບຸນໜັກ ຢືນຢັນວ່າ:
“ພວກເຮົາກະພະຍາຍາມສ້າງອາຊີບໃຫ້ເຂົາເຈົ້າໃນອະນາຄົດ ສ້າງຄວາມເຂັມແຂງໃຫ້
ຄະນະກໍາມາທິການ ກໍຄືຜູ້ຊີ້ນໍາວຽກງານຄວາມກ້າວໜ້າຂອງແມ່ຍິງ ແລະວຽກງານແມ່
ແລະເດັກທຸກຂັ້ນ ແລະປັບປຸງການຈັດຕັ້ງແຕ່ລະຂັ້ນໃຫ້ມີຄວາມເຂັ້ມແຂງ ມີການເຄື່ອນ
ໄຫວຢ່າງຕເນື່ອງ ຈັດສັນທີ່ດິນທໍາກິນ ການຜະລິດ ປູກຝັງລ້ຽງສັດ ສ່າງກິດຈະກໍາຫາລາຍ
ໄດ້ອື່ນໆ ໃຫ້ຄອບຄົວທີ່ທຸກຍາກໃນເຂດຊົນນະບົດຫ່າງໄກສອກຫລີກ ແລະແມ່ຍິງທີ່ເປັນ
ຫົວໜ້າຄອບຄົວ ເພີ່ມຈໍານວນແມ່ຍິງໃຫ້ໄດ້ເຂົ້າຮ່ວມໃນທຸກກິດຈະກໍາ.”
ທາງການລາວຈະເນັ້ນໜັກການກວດກາໃນ 6 ດ້ານດ້ວຍກັນ ຄື ການລົບລ້າງທຸກການ
ຈໍາແນກຕໍ່ຜູ້ຍິງ, ການກໍາຈັດທຸກຮູບແບບ, ການຈັດມຸກການກະທໍາທີ່ເປັນອັນຕະລາຍຕໍ່
ແມ່ຍິງ ເຊ່ນການແຕ່ງງານໃນໄວໜຸ່ມ ແລະການບັງຄັບໃຫ້ແຕ່ງງານ, ການຕອບສະໜອງ
ດ້ານບໍລິການທາງສັງຄົມ ແລະນະໂຍລາຍປົກປ້ອງ ສົ່ງເສີມໃຫ້ມີຄວາມຮັບຜິດຊອບຮ່ວມ
ກັນໃນຄົວເຮືອນ ແລະການຮັບປະກັນໃຫ້ແມ່ຍິງມີສ່ວນຮ່ວມຢ່າງເຕັມສ່ວນ ແລະເທົ່າທຽມ
ກັນກັບຜູ້ຊາຍໃນລະດັບການຕັດສິນໃຈທາງການເມືອງດ ເສດຖະກິດ ແລະຊີວິດການ
ເປັນຢູ່ໃນສັງຄົມ.
ຫາກແຕ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ ກໍບໍ່ແມ່ນເລື່ອງງ່າຍ. ທັງນີ້ຄະນະກໍາມາ
ທິການສົ່ງເສີມ ຄຸ້ມຄອງສິດທິແມ່ຍິງ ແລະເດັກນ້ອຍໃນອາຊຽນ ໄດ້ລາຍງານວ່າ ການຈັດ
ຕັ້ງປະຕິບັດແຜນການພັດທະນາ ເພື່ອຄວາມສະເໝີພາບລະຫວ່າງຍິງ-ຊາຍໃນລາວ ມີ
ຄວາມຄືບໜ້າຕໍ່າຫລາຍ ເພາະການຈັດຕັ້ງປະຕິບັດສ່ວນໃຫຍ່ເປັນງານໃນດ້ານເອກະສານ
ຫຼາຍກວ່າການຈັດຕັ້ງປະຕິບັດໃນພາກຕົວຈິງ ຊຶ່ງຈະເຫັນໄດ້ຈາກການຍັງຄັບໃຊ້ກົດໝາຍ
ພັດທະນາ ແລະຄຸ້ມຄອງແມ່ຍິງ ໃນປີ 2004 ແລະ ການປະກາດເປົ້າໝາຍໃນການເພີ້ມ
ບົດບາດຂອງແມ່ຍິງລາວໃຫ້ມີຖານະຕຳແໜ່ງໃນທາງການເມືອງໃຫ້ໄດ້ເຖິງ 30 ເປີເຊັນ
ຂອງຕຳແໜ່ງທັງໝົດ ໃນປີ 2015 ເປັນຕົ້ນ ແຕ່ວ່າກໍບໍ່ສາມາດປະຕິບັດໄດ້ແທ້ຈິງ ຕົວຢ່າງ
ກໍຄືມີແມ່ຍິງບໍ່ເຖິງ 3 ເປີເຊັນ ທີ່ເປັນຜູ້ບໍລິຫານຂັ້ນສູງຢູ່ແຂວງເຊກອງໃນປັດຈຸບັນນີ້.