ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ພວກນັກເຄື່ອນໄຫວ ກົດດັນ ລັດຖະບານລາວ ກ່ຽວກັບ ຜູ້ນຳ ກຸ່ມສັງຄົມ ພົນລະເຮືອນ ທີ່ຫາຍ ສາບສູນ


ທ່ານສົມບັດ ສົມພອນ ຜູ້ນຳ ກຸ່ມສັງຄົມພົນລະເຮືອນ ທີ່ຫາຍສາບສູນໄປ ໃນວັນທີ 15 ທັນວາ ປີ 2012
ທ່ານສົມບັດ ສົມພອນ ຜູ້ນຳ ກຸ່ມສັງຄົມພົນລະເຮືອນ ທີ່ຫາຍສາບສູນໄປ ໃນວັນທີ 15 ທັນວາ ປີ 2012

ນັກພັດທະນາສັງຄົມລາວ ທ່ານສົມບັດ ສົມພອນ ຜູ້ທີ່ໄດ້ຮັບລາງວັນ ແມັກໄຊໄຊ ໄດ້
ຫາຍຕົວໄປໃນວັນທີ 15 ທັນວາ ປີ 2012 ແຕ່ການສືບສວນມາຈົນເທົ່າປັດຈຸບັນນີ້ກໍ ຍັງບໍ່ມີຄວາມຄືບໜ້າເລີຍ. ໄຊຈະເລີນສຸກມີລາຍລະອຽດກ່ຽວກັບເລື່ອງນີ້ ມາສະເໜີ
ທ່ານ ໃນອັນດັບຕໍ່ໄປ.

ເມື່ອ 5 ປີກ່ອນ ຍານາງອຶງ ຊຸຍ ເມັງ ແລະສາມີຂອງນາງ ທ່ານສົມບັດ ສົມພອນໄດ້ ພາກັນຂັບລົດກັບບ້ານ ຢູ່ກາງນະຄອນຫລວງວຽງຈັນ ເວລາທ່ານສົມບັດຫາຍສາບ
ສູນໄປ.

ກ້ອງຖ່າຍຮູບວົງຈອນປິດ ທີ່ບ່ອນກວດ ຂອງຕຳຫລວດແຫ່ງນຶ່ງສະແດງໃຫ້ເຫັນວ່າ ຕຳຫຼວດໄດ້ຢຸດລົດຈິບຂອງທ່ານ. ທ່ານສົມບັດຊຶ່ງເປັນຜູ້ນຳກຸ່ມສັງຄົມພົນລະເຮືອນ
ທີ່ຮູ້ກັນດີ ໄດ້ເຫັນອອກມາ ຈາກລົດຂອງທ່ານ. ມີຄົນຂັບລົດຈັກຄັນນຶ່ງມາເຖິງຈອດ ລົດຂອງລາວໄວ້ ແລ້ວກໍຂັບລົດຈິບ ຂອງທ່ານສົມບັດໄປ. ບໍ່ດົນຕໍ່ມາ ລົດກະບະສີ ຂາວທີ່ບໍ່ມີເຄື່ອງໝາຍກໍມາຈອດ ແລະທ່ານສົມບັດ ກໍເຂົ້າໄປໃນລົດກະບະດັ່ງກ່າວ
ແລ້ວກໍຂັບຫາຍໄປ.

ພວກນັກເຄື່ອນໄຫວກ່າວວ່າ ກ້ອງວົງຈອນປິດຂອງຕຳຫຼວດໃນວັນທີ 15 ທັນວາ ປີ
2012 ສະແດງໃຫ້ເຫັນວ່າ ທ່ານສົມບັດ ໄດ້ຖືກຈັບ ຢູ່ທີ່ດ່ານກວດແຫ່ງດັ່ງກ່າວ ຊຶ່ງ ເປັນເວລາຄົບຮອບ 5 ປີໃນມື້ນີ້ ວັນທີ 15 ທັນວາປີ 2017 ແລະຍານາງຊຸຍເມັງກໍບໍ່
ໄດ້ຮັບຂ່າວຫຍັງກ່ຽວກັບສາມີຂອງນາງ ຕັ້ງແຕ່ນັ້ນມາ.

ຍານາງຊຸຍເມັງ ກ່າວຕໍ່ພະແນກພາສາລາວຂອງສຽງອາເມຣິກາວ່າ:

"ໃນທຸກມື້ນີ້ ສົມບັດ ຍັງຫາຍສາບສູນຢູ່ ຂ້ອຍບໍ່ມີທາງເລືອກ ຂ້ອຍຈະມິດງຽບຕໍ່ໄປ ບໍ່ໄດ້ອີກແລ້ວ. ຂ້ອຍຈະບໍ່ປ່ອຍໃຫ້ຜົນງານຕະຫຼອດຊີວິດຂອງສົມບັດ ຄວາມໄຝ່ຝັນ ຄວາມຫວັງຂອງລາວ ທີ່ຈະສ້າງສັງຄົມໃຫ້ດີຂຶ້ນໃນລາວແລະສຳລັບປະຊາຊົນລາວ ຫາຍສາບສູນໄປຄືກັນກັບລາວ.”

ຍານາງຊຸຍເມັງ ກ່າວຕື່ມວ່າ “ໂລກຂອງເຮົາ ຈະສາມາດປ່ອຍໃຫ້ ສົມບັດສົມພອນ ຫາຍສາບສູນໄປຊື່ໆບໍ? ພວກເຮົາຈະສາມາດປ່ອຍໃຫ້ການບໍ່ຖືກລົງໂທດຂອງລັດ ແບບນີ້ດຳເນີນຕໍ່ໄປບໍ?”

ໃນເວລາທີ່ຫາຍສາບສູນໄປນັ້ນ ເຈົ້າໜ້າທີ່ລາວກ່າວວ່າ ເຂົາເຈົ້າບໍ່ຮູ້ຫຍັງເລີຍກ່ຽວ ກັບສະພາບການດັ່ງກ່າວ. ປັດຈຸບັນນີ້ ພວກເຈົ້າໜ້າທີ່ເວົ້າວ່າ ການສືບສວນຍັງດຳ
ເນີນຕໍ່ໄປ ອີງຕາມໜັງສືພິມການທູດ ຫຼື Diplomat.

ໃນຖະແຫຼງການຮ່ວມທີ່ນຳອອກເຜີຍແຜ່ເມື່ອໄວໆມານີ້ ສະຫະພັນເພື່ອສິດທິມະນຸດ
ຫລື FIDH ແລະຂະບວນການລາວເພື່ອສິດທິມະນຸດຫລື LMHR ໄດ້ສະແດງຄວາມ
ເປັນຫ່ວງ ກ່ຽວກັບຄວາມບໍ່ສາມາດໃນການດຳເນີນການສືບສວນກ່ຽວກັບການຫາຍ
ສາບສູນໄປຂອງທ່ານສົມບັດ ສົມພອນຊຶ່ງໄດ້ກໍ່ໃຫ້ເກີດມີຄວາມຢ້ານກົວຕໍ່ບັນດາກຸ່ມ
ສັງຄົມພົນລະເຮືອນຂອງລາວ.

ນັກຂ່າວຂອງວີໂອເອ ພະແນກພາສາລາວ ໄດ້ພະຍາຍາມຕິດຕໍ່ໄປຍັງກະຊວງປ້ອງ ກັນຄວາມສະຫງົບຂອງລາວ ໃນວັນສຸກມື້ນີ້ ເພື່ອຢາກຮູ້ຈັກ ກ່ຽວກັບຄວາມຄືບໜ້າ ໃນການສືບສວນ ແຕ່ປາກົດວ່າ ບໍ່ມີເຈົ້າໜ້າທີ່ຮັບສາຍ.

ທ່ານສົມບັດທີ່ເຕີບໃຫຍ່ຢູ່ບ້ານດອນຂຽວໃນແຂວງຄຳມ່ວນ ໄດ້ມາອາໄສຢູ່ກັບຍາດ
ພີ່ນ້ອງທີ່ເມືອງທ່າແຂກ ສະຫວັນນະເຂດ ແລະວຽງຈັນ ໃນຂະນະທີ່ຮຽນຢູ່ຊັ້ນປະຖົມ
ແລະມັດທະຍົມ ອີງຕາມເວັບໄຊຂອງສູນອົບຮົມ ຮ່ວມພັດທະນາ ຫຼື PADETC.

ລາວໄດ້ໄປຮ່ຳຮຽນ ທີ່ໂຮງຮຽນມັດທະຍົມ ປີສຸດທ້າຍ ຢູ່ໃນລັດວິສຄອນຊິນ ໂດຍໄດ້ ຮັບທຶນແລກປ່ຽນການສຶກສາ ແລະໄດ້ດຳລົງຊີວິດກັບຄອບຄົວນຶ່ງຢູ່ໃນເຂດດັ່ງກ່າວ. ຕໍ່ມາລາວໄດ້ໄປຮ່ຳຮຽນຕໍ່ ຢູ່ທີ່ມະຫາວິທະຍາໄລ ລັດຮາວາຍ ໃນສາຂາ ການສຶກສາ
ແລະ ການກະສິກຳ ໂດຍໄດ້ຮັບທຶນການສຶກສາ ຈາກອົງການພັດທະນາສາກົນຂອງ
ສະຫະລັດ ຫຼື USAID.

ທ່ານສົມບັດ ໄດ້ກັບຄືນໄປບ້ານເກີດ ຄືປະເທດລາວ ໃນປີ 1979 ແລະໄດ້ສ້າງຊື່ສຽງ ຈົນຄົນທົ່ວໄປຮູ້ຈັກດີດ້ວຍການສົ່ງເສີມວິທີການງ່າຍໆແລະວິທີການແບບໃໝ່ສຳລັບ
ການປັບປຸງເຮັດໃຫ້ ຜົນຜະລິດເກີດດອກອອກຜົນຫຼາຍຂຶ້ນແລະການສະໜັບສະໜູນ ການປູກຝັງແບບທຳມະຊາດ. ລາວຍັງໄດ້ເປັນປາກສຽງກ່ຽວກັບການຕົກລົງໃນເລື່ອງ
ດິນດອນທີ່ໄດ້ເຮັດໃຫ້ຊາວບ້ານຫຼາຍພັນຄົນບໍ່ມີທີ່ຢູ່ອາໄສໂດຍປາດສະຈາກການໄດ້ ຮັບເງິນຊົດເຊີຍ ຈຶ່ງກໍ່ໃຫ້ເກີດການປະທ້ວງທາງການເມືອງທີ່ບໍ່ຄ່ອຍເກີດຂຶ້ນ ອີງຕາມ
ລາຍງານຂອງອົງການຂ່າວເອພີ ເມື່ອເດືອນກັນຍາ ປີ 2016 ຊຶ່ງໃນເວລານັ້ນ ຮອງທີ່ ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ ທ່ານ ເບນ ໂຣສ໌ ໄດ້ບອກບັນດາ
ນັກຂ່າວວ່າ ທ່ານຈະພົບປະກັບຍານາງຊຸຍເມັງເມື່ອປະທານາທິບໍດີບາຣັກ ໂອບາມາ ໄປຢ້ຽມຢາມລາວ.

ທ່ານສົມບັດ ໄດ້ຮັບລາງວັນດີເດັ່ນ ໃນດ້ານການພັດທະນາຊັບພະຍາກອນມະນຸດໃນ
ປີ 2001 ສຳລັບການເພີ່ມຄວາມເຂັ້ມແຂງ ໃນເຂດຊົນນະບົດ ທີ່ທຸກຍາກ ຢູ່ໃນລາວ ຈາກອົງການສະຫະປະຊາຊາດທີ່ຮັບຜິດຊອບໃນດ້ານເສດຖະກິດແລະສັງຄົມສຳລັບ ພາກພື້ນເອເຊຍ ແລະ ປາຊີຟິກ.

ໃນປີ 2005 ທ່ານສົມບັດ ກໍໄດ້ຮັບລາງວັນ ຣາມັນ ແມັກໄຊໄຊ ສຳລັບການເປັນຜູ້ນຳ
ໃນຊຸມຊົນ. ລາງວັນ ແມັກໄຊໄຊ ນີ້ ສ່ວນໃຫຍ່ແລ້ວ ຖືກັນວ່າ ເປັນລາງວັນ ໂນແບລ
ຂອງເອເຊຍ ຊຶ່ງຮັບຮູ້ເຖິງຜົນງານຂອງທ່ານສົມບັດ “ທີ່ໄດ້ປະກອບສ່ວນເຂົ້າໃນການ ພັດທະນາປະເທດລາວໂດຍຜ່ານການປຸກລະດົມຂັ້ນພື້ນຖານແລະສຳລັບຄວາມໝຸ່ງ
ໝັ້ນທີ່ຈະເຮັດໃຫ້ອະນາຄົດຂອງປະເທດຊາດ ແລະຄວາມອາດສາມາດ ທີ່ຈະໄດ້ຮັບ
ຜົນປະໂຫຍດອັນສູງສຸດ ແລະເຮັດໃຫ້ພວກໜຸ່ມນ້ອຍເກີດຄວາມສ້າງສັນ ອີງຕາມອົງ
ການ PADETC.

ຍານາງຊຸຍເມັງກ່າວທີ່ບາງກອກໃນສັບປະດາແລ້ວນີ້ວ່າ “ເຖິງແມ່ນວ່າຫ້າປີໄດ້ຜ່ານ ພົ້ນໄປແລ້ວກໍຕາມ ທຸກໆມື້ ຂ້ອຍກໍຍັງເຫັນພາບຫລອນຕ່າງໆຂອງສິ່ງທີ່ເກີດຂຶ້ນກັບ
ລາວ.”

ຮູບພາບໃນປີ 2014 ທີ່ຖາມວ່າ ທ່ານສົມບັດ ຢູ່ໃສ?
ຮູບພາບໃນປີ 2014 ທີ່ຖາມວ່າ ທ່ານສົມບັດ ຢູ່ໃສ?

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG