ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ໄຂ້​ເລືອດ​ອອກ​ລະບາດໃນລາວປີ​ນີ້​ ຮຸນ​ແຮງ​ກວ່າ​ປີກາຍ​ເຖິງ​ສອງ​ເທົ່າ


ນາຍົກລັດຖະມົນຕີ ບົວສອນ ບຸບຜາວັນ ຢ້ຽມຢາມເດັກນ້ອຍປ່ວຍເປັນໄຂ້ເລືອດອອກ
ນາຍົກລັດຖະມົນຕີ ບົວສອນ ບຸບຜາວັນ ຢ້ຽມຢາມເດັກນ້ອຍປ່ວຍເປັນໄຂ້ເລືອດອອກ

ການ​ແຜ່​ລະບາດ​ຂອງ​ພະຍາດ​ໄຂ້​ເລືອດ​ອອກ​ໃນ​ປີ​ນີ້​ ຮຸນ​ແຮງ​ກວ່າ​ປີຜ່ານມາ​ ເຖິງ​ສອງ​ເທົ່າ ​ໂດຍ​ໄດ້​​ເຮັດ​ໃຫ້​ປະຊາຊົນ​ລາວ​ເສຍ​ຊີວິດ​ໄປ​ແລ້ວ​ເກືອບ 40 ຄົນ ສ່ວນ​ກຸ່ມ​ທີ່​ສຸ່ມ​ສ່ຽງ​ຫລາຍ​ທີ່​ສຸດ ​ກໍ​ຄື​ບັນດາ​ແມ່ຍິງ​ທີ່​ກໍາລັງ​ຖືພາ ຫລື​ຕັ້ງ​ທ້ອງ ​ແລະ​ເດັກ​ນ້ອຍ​ອາຍຸ​ລະຫວ່າງ 5-14 ປີ.

ທ່ານ​ນາງ​ແພງ​ຕາ ວົງ​ພະຈັນ ຜູ້​ອໍາ​ນວຍ​ການ​ສູນ​ປະຕິບັດ​ການ​ຄວບ​ຄຸມພະ​ຍາດຕິ​ດຕໍ່​ຂອງ ​ລັດຖະບານ​ລາວ ​ໄດ້ຖະ​ແຫລ​ງຢືນຢັນ​ວ່າ ນັບ​ຈາກ​ກາງ​ເດືອນ​ເມສາ​ຈົນ​ເຖິງ​ກາງ​ເດືອນ​ສິງ ຫາ​ນີ້​ ມີ​ລາຍ​ງານ​ການ​ເຈັບ​ປ່ວຍ​ຍ້ອນ​ພະຍາດ​ໄຂ້​ເລືອດ​ອອກ​ໃນ​ກຸ່ມ​ປະຊາກອນ​ລາວ​ແລ້ວ​ຫລາຍ​ກວ່າ 12,000 ຄົນ ຫລື​ຄິດ​ເປັນ​ອັດຕາ​ການ​ເຈັບ​ເປັນພະຍາດ​ດັ່ງກ່າວ​ນີ້​ ເພີ່ມ​ຂຶ້ນ​ ໂດຍສະ​ເລ່ຍຫລາຍ​ກວ່າ 3,000 ຄົນ​ໃນ​ແຕ່ລະ​ເດືອນ ຊຶ່ງ​ເພີ່ມ​ຂຶ້ນຈາກ​ໄລຍະ​ດຽວກັນຂອງ​ ປີຜ່ານມາ​ເຖິງ​ສອງ​ເທົ່າ​ຕົວ.

ຍິ່ງ​ໄປ​ກວ່າ​ນັ້ນ ຖ້າ​ຫາກ​ສະພາບ​ການ​ດັ່ງກ່າວ​ນີ້​ຍັງ​ຄົງ​ດຳ​ເນີນ​ໄປ​ແລະ​ເມື່ອ​ປະກອບ​ກັບ​ໃນ​ຊ່ວງ​ລະດູ​ຝົນ ​ທີ່​ເອື້ອອໍານວຍ​ຕໍ່​ການ​ຂະຫຍາຍ​ພັນ ​ແລ​ະ​ເພີ່ມ​ຈໍານວນ​ປະຊາກອນ​ຍຸງ​ລາຍ ຊຶ່ງ​ເປັນ​ພາຫະນະ​ນໍາ​ເອົາ​ເຊື້ອ​ໂຣກ​ໄຂ້​ເລືອດ​ອອກ​ມາສູ່​ຄົນ​ດ້ວຍ​ແລ້ວ ກໍ​ຍັງ​ເຮັດ​ໃຫ້​ມີ​ທ່າ​ອ່ຽງ​ທີ່​ຄົນ​ລາວ​ຈ​ະ​ເຈັບ​ເປັນ​ພະຍາດ​ດັ່ງກ່າວ​ນີ້​ເພີ່ມ​ຫລາຍ​ຂຶ້ນອີກ​ດ້ວຍ​. ຊຶ່ງດ້ວຍ​ສະພາບ​ການ​ດັ່ງກ່າວ ກໍ​ໄດ້​ເປັນ​ຜົນ​ເຮັດໃຫ້​ທ່ານ​ບົວ​ສອນ ບຸບຜາ​ວັນ ນາ​ຍົກ​ລັດຖະມົນຕີລາວ ​ໄດ້​ອອກ​ ປະກາດ​ຄໍາ​ສັ່ງ​ໄປ​ເຖິງ​ບັນດາ​ເຈົ້າ​ແຂວງ ​ແລະ​ເຈົ້າຄອງ​ເຂດ​ນະຄອນ​ວຽງ​ຈັນ​ເມື່ອ​ໝໍ່ໆ​ມາ​ນີ້ ​ເພື່ອ​ໃຫ້ດໍາ​ເນີນ​ການ​ປຸກ​ລະດົມ​ໃຫ້​ປະຊາຊົນ​ລາວ​ໃນ​ທົ່ວ​ປະ​ເທດ ​ມີ​ການ​ຕື່ນ​ຕົວ​ໃນ​ການ​ປ້ອງ​ກັນ​ຕົວ​ເອງ​ຈາກ​ໄພ​ອັນຕະລາ​ຍ ທີ່ອາດ​ຈະ​ເກີດ​ຈາກ​ພະຍາດ​ໄຂ້​ເລືອດ​ອອກ​ດັ່ງກ່າວ​ໃຫ້​ໄດ້​ຢ່າງ​ມີ​ປະສິດທິພາບ ​ແລະ​ປະສິດທິ​ຜົນ​ຢ່າງ​ແທ້​ຈິງ.

ທັງ​ນີ້​ໂດຍ​ຈາກ​ລາຍ​ງານ​ເບຶ້ອງຕົ້ນ​ຈາກ​ແຂວງ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ລາວໃນ​ໄລຍະ​ເກືອບ 8 ​ເດືອນ​ຜ່ານ​ມາ​ນີ້ ກໍປາກົດ​ວ່າ​ມີ​ຄົນ​ລາວ​ທີ່​ເສຍ​ຊີວິດ​ໄປ​ຍ້ອນ​ພະຍາດ​ໄຂ້​ເລືອດ​ອອກ​ນີ້​ແລ້ວ​ເຖິງ 36 ຄົນ ກັບທັງ​ຍັງ​ມີ​ທ່າ​ອຽງ​ທີ່​ຈະ​ມີການ​ເສຍ​ຊີວິດ​ເພີ່ມ​ຂຶ້ນອີກ​ດ້ວຍ ​ເນຶ່ອງຈາກ​ຍັງ​ມີ​ຄົນ​ລາວ​ທີ່​ເຈັບ​ປ່ວຍ​ຍ້ອນ​ພະຍາດ​ດັ່ງ​ກ່າວ​ນີ້​ເພີ່ມ​ຂຶ້ນທຸກ​ມື້ ​ແລະ​ໃນ​ຈໍານວນ​ນີ້​ ກໍ​ປາກົດ​ວ່າ​ສ່ວນ​ໃຫຍ່​ເປັນ​ບັນດາ​ແມ່ຍິງ​ທີ່​ກໍາລັງ​ຖືພາ ຫລື​ຕັ້ງ​ທ້ອງ ​ແລະ​ເດັກ​ນ້ອຍ​ທີ່​ອາຍຸ​ລະຫວ່າງ 5-14 ປີ ທີ່​ຍັງ​ຂາດ​ພູມ​ຕ້ານທານ​ພະຍາດ​ໄຂ້​ເລືອດ​ອອກ​ນັ້ນ​ເອງ ຊຶ່ງ​ຕໍ່​ກໍລະນີ​ດຽວ​ກັນ​ນີ້ ທ່ານ​ບົວ​ວັນ ​ແສນ​ສະຖິດ ຜູ້​ອໍາ​ນວຍ​ການ​ໂຮງໝໍ​ແມ່​ແລະ​ເດັກ​ໃນ​ນະຄອນ​ວຽງ​ຈັນ ກໍ​ໄດ້​ຖະ​ແຫລ​ງຍອມຮັບ​ວ່າ​ ໃນ​ຊ່ວງ​ເດືອນມັງກອນຫາ​ເດືອນ​ມິຖຸນາ​ທີ່​ຜ່ານ​ມາ ຈະ​ມີ​ຄົນ​ລາວ​ທີ່​ເຈັບ​ປ່ວຍ​ເປັນ​ໄຂ້​ເລືອດ​ອອກ​ເຂົ້າຮັບ​ການ​ຮັກສາ​ຢູ່​ໂຮງໝໍ ​ໂດຍ​ສະ​ເລ່ຍລະຫວ່າງ 20-30 ຄົນ​ໃນ​ແຕ່ລະ​ເດືອນ​ເທົ່າ​ນັ້ນ ຫາກ​ແຕ່​ຈໍາ​ນວນ​ຜູ້​ປ່ວຍ​ກໍ​ໄດ້​ເພີ່ມ​ຂຶ້ນ​ເປັນ 275 ຄົນ​ໃນ​ເດືອນ​ກໍ ລະກົດ​ ແລະ​ຫລາຍ​ກວ່າ 370 ຄົນ​ ໃນ​ຊ່ວງ​ອາທິດ​ທີ່​ຜ່ານມາ​ຂອງ​ເດືອນ​ສິງຫາ​ນີ້.

ຍິ່ງ​ໄປ​ກວ່າ​ນັ້ນ ກໍ​ຍັງ​ປາກົດ​ວ່າ​ມີ​ປະຊາຊົນ​ລາວ​ຈໍາ​ນວນ​ບໍ່​ໜ້ອຍ​ທີ່​ຂາດ​ຄວາມ​ຮູ້​ຄວາມ​ເຂົ້າ​ ໃຈ​ໃນ​ການ​ປ້ອງ​ກັນຕົນ​ເອງ​ຈາກ​ໄພ​ອັນຕະລາຍຂອງ​ເຊື້ອ​ໂຣກ​ໄຂ້​ເລືອດ​ອອກ​ອີກ​ດ້ວຍ ດັ່ງ​ທີ່ ​ເຈົ້າໜ້າ​ທີ່​ຂອງ​ກະຊວງ​ສາທາລະນະ​ສຸກ ​ໄດ້​ໃຫ້ການ​ອະທິບ​າຍ​ໃນ​ຕອນ​ນຶ່ງ​ວ່າ:

“ວິທີ​ປ້ອງ​ກັນ​ເພື່ອ​ສະກັດ​ກັ້ນ​ບໍ່​ໃຫ້​ເປັນ​ພະຍາດ​ໄຂ້ຍຸງ​ນີ້​ ອັນ​ສໍາຄັນ​ທີ່​ສຸດ​ຖ້າ​ຫາກ​ວ່າ​ ຢູ່​ເຮືອນ​ຂອງ​ພວກ​ທ່ານ​ບໍ່​ມີຕາໜ່າງ ນຶ່ງ​ແມ່ນໃຊ້​ຢາ​ອູດຍຸງ​ ຈູດ​ປ້ອງ​ກັນ​ບໍ່​ໃຫ້​ຍຸງ​ເຂົ້າ​ໄປ​ໃນ​ເຮືອນ ອັນ​ທີ່​ສອງ​ກໍ​ແມ່ນ​ໃຊ້​ຢາ​ທາ​ຕົນ​ເອງ​ ເພື່ອປ້ອງ​ກັນ​ບໍ່​ໃຫ້​ຍຸງ​ກັດ ນອກຈາກ​ນັ້ນ​ ເວລາ​ເປັນ​ໄຂ້​ແລ້ວ​ ກໍ​ຂໍ​ຮຽກຮ້ອງ​ພໍ່​ແມ່​ປະຊາຊົນ​ ບໍ່​ໃຫ້ຫາ​ຢາກິນ​ເອງ ​ເພາະເວ​ລາ​ເປັນ​ໜັກ​ ແລ້ວ​ຄ່ອຍ​ໄປ​ໂຮງໝໍ ​ເວລາ​ນັ້ນ​ແພດ​ໝໍ​ກໍ​ບໍ່​ສາມາດ​ຊ່ວຍ​ໄດ້”

ນອກຈາກການ​ແຜ່​ລະບາດ​ຂອງ​ເຊື້ອ​ພະຍາດ​ໄຂ້​ເລືອດ​ອອກ​ລ້ວ ກໍ​ຍັງ​ມີ​ການ​ແຜ່​ລະບາດ​ຂອງ​ພະຍາດ​ຖອກທ້ອງ ທີ່​ມີ​ຜູ້​ປ່ວຍ​ເກີນກວ່າ 10,000 ຄົນ​ແລ້ວ​ໃນ​ເວລາ​ນີ້ ​ແລະ​ໃນ​ຈຳນວນ​ດັ່ງ ກ່າວ​ກໍ​ໄດ້​ເສຍ​ຊີວິດ​ໄປ​ແລ້ວ 20 ກວ່າ ຄົນ. ສ່ວນ​ນອກ​ນັ້ນ​ ກໍ​ມີ​ຜູ້​ປ່ວຍ​ດ້ວຍ​ພະຍາດ​ທ້ອງ ບິດ​ເຖິງ 2,000 ກວ່າ​ຄົນ ​ແລະ​ຜູ້​ປ່ວຍ​ທີ່​ເປັນ​ໄຂ້ທໍລະພິດ​ອີກ ​ເກືອບ 1,500 ຄົນ ໂດຍ​ໃນ ​ຈໍານວນ​ດັ່ງກ່າວ​ນີ້​ ກໍ​ເສຍ​ຊີວິດ​ໄປ​ແລ້ວ 10 ກວ່າ​ຄົນ.

ທາງ​ດ້ານ​ທ່ານ​ຈັນທະ​ວົງ ​ໄຊ​ຍະ​ເສນາ ຮອງ​ຫົວໜ້າ​ຜະ​ແນ​ກສາທາ​ລະນະ​ສຸກ​ແຂວງ​ອັດ​ຕະປື ກໍ​ລາຍ​ງານ​ວ່າ ປະຊາຊົນ​ຢູ່​ແຂວງ​ອັດ​ຕະປືຍັງ​ຕ້ອງ​ປະ​ເຊີນ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະຍາດ​ອະຫິວາ​ອີກ​ດ້ວຍ ​ໂດຍ​ຈາກ​ການ​ເກັບ​ກໍາ​ຂໍ້​ມູນ​ເບຶ້ອງຕົ້ນ ​ກໍ​ພົບ​ວ່າ​ມີ​ຜູ້​ຕິດ​ເຊື້ອ​ໂຣກດັ່ງກ່າວ​ນີ້​ແລ້ວ 200 ກວ່າ​ຄົນແລະ​ກໍ​ເສຍ​ຊີວິດ​ໄປ​ແລ້ວ​ເກືອບ 10 ຄົນ ​ໃນ​ຂະນະ​ທີ່​ການ​ແຜ່​ລະບາດ​ ຂອງ​ເຊື້ອ​ໂຣກ ກໍ​ຍັງ​ຂະຫຍາຍ​ພື້ນ​ທີ່​ກວ້າງຂຶ້ນ ກໍ​ຄື​ໄດ້​ເກີດ​ການ​ແຜ່ລະບາດ​ໃນ 20 ກວ່າ​ ບ້ານ​ແລ້ວ​ໃນ​ເວລາ​ນີ້.

XS
SM
MD
LG