ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ບານ ລາວ ກ່າວ​ປ້ອງ​ກັນ ແຜນ​ການ ​ທີ່​ຈະ​ສ້າງ​ເຂື່ອນ​ໃສ່ ແມ່​ນ້ຳ​ຂອງ


ທຸງ​ສີ​ເຫຼືອ​ປັກ​ເປັນ​ຂີດ​ໝາຍ​ສະ​ຖານ​ທີ່ ຢູ່​ແມ່​ນ້ຳ​ຂອງ ໃນ​ພາກ​ເໜືອ​ຂອງ ລາວ ບ່ອນ​ທີ່​ລັດ​ຖະ​ບານ​ມີ​ແຜນ​ຈະ​ສ້າງເຂື່ອນ​ໄຟ​ຟ້າຫຼວງ​ພະ​ບາງ​ໃສ່. (Zsombor Peter/VOA)
ທຸງ​ສີ​ເຫຼືອ​ປັກ​ເປັນ​ຂີດ​ໝາຍ​ສະ​ຖານ​ທີ່ ຢູ່​ແມ່​ນ້ຳ​ຂອງ ໃນ​ພາກ​ເໜືອ​ຂອງ ລາວ ບ່ອນ​ທີ່​ລັດ​ຖະ​ບານ​ມີ​ແຜນ​ຈະ​ສ້າງເຂື່ອນ​ໄຟ​ຟ້າຫຼວງ​ພະ​ບາງ​ໃສ່. (Zsombor Peter/VOA)

ລັດ​ຖະ​ບານ ລາວ ໄດ້​ປະ​ຕິ​ເສດ​ຄວາມ​ຢ້ານ​ກົວ​ທີ່​ວ່າ ເຂື່ອນ​ໄຟ​ຟ້າ​ແຫ່ງ​ຕໍ່​ໄປ​ຂອງ​ເຂົາ​ເຈົ້າ​ຢູ່​ເທິງ​ແມ່​ນ້ຳ​ຂອງ ຈະ​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ຮຸນ​ແຮງ​ຕໍ່​ຊຸມ​ຊົນ​ຕ່າງໆ​ທີ່​ຕັ້ງ​ຢູ່​ລຸ່ມ​ແມ່​ນ້ຳ ຫຼັງ​ຈາກ​ບັນ​ດາ​ປະ​ເທດ​ທີ່​ຢູ່​ໃກ້​ຄຽງ ແລະ ກຸ່ມ​ສິດ​ທິທັງຫຼາຍ​ໄດ້​ຍົກ​ຄວາມ​ເປັ​ນ​ຫ່ວງ​ຂອງ​ເຂົາ​ເຈົ້າ​ຂຶ້ນ​ມາ​ ໃນ​ກອງ​ປະ​ຊຸມ​ພາກ​ພື້ນໃນ​ນະ​ຄອນຫຼວງ​ຂອງ​ປະ​ເທດ​ ​ເມື່​ອ​ອາ​ທິດ​ທີ່​ຜ່ານ​ມາ.

ປະ​ເທດ​ຂະ​ໜາດ​ນ້ອຍ​ທີ່ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ​ດັ່ງ​ກ່າວ ໄດ້​ປະ​ກາດ​ຈຸ​ດ​ປະ​ສົງ​ຂອງ​ເຂົາ​ເຈົ້າ​ທີ່​ຈະ​ສືບ​ຕໍ່​ການ​ສ້າງ​ເຂື່ອນຫຼວງ​ພະ​ບາງ​ທີ່​ມີ​ກຳ​ລັງ 1,460 ເມ​ກະ​ວັດ​ໃນ​ເດືອນ​ກໍ​ກົດ, ເຮັດ​ໃຫ້​ມັນ​ເປັນ​ເຂື່ອນ​ແຫ່ງ​ທີ່ 5 ຈາກ 9 ແຫ່ງ​ທີ່​ເຂົາ​ເຈົ້າ​ມີ​ແຜນ​ສ້າງ​ໃນ​ແມ່​ນ້ຳ​ດັ່ງ​ກ່າວ ເພື່ອ​ຄວາມ​ກ້າວ​ໜ້າ ແລະ ເປັນ​ຄວາມ​ພະ​ຍາມ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ເຂົາ​ເຈົ້າ​ທີ່​ຈະ​ກາຍ​ເປັນ “ໝໍ້​ໄຟ​ແຫ່ງ​ເອ​ເຊຍ.” ເຂື່ອນແຫ່ງ​ທຳ​ອິດ, ເຊິ່ງແມ່ນ​ເຂື່ອນ​ໄຊ​ຍະ​ບູ​ລີ, ໄດ້​ເລີ່ມ​ປະ​ຕິ​ບັດ​ງານ​ເມື່ອ​ທ້າຍ​ເດືອນ​ທີ່​ຜ່ານ​ມາ.

ກຸ່ມ​ສິດ​ທິ​ສິ່ງ​ແວດ​ລ້ອມ​ໄດ້​ເຕືອນ​ວ່າ ເຂື່ອນ​ດັ່ງ​ກ່າວ​ຈະ​ສັງ​ຫານ​ປະ​ຊາ​ກອນ​ປາ​ ທີ່​ປະ​ຊາ​ຊົນຫຼາຍ​ລ້ານ​ຄົນ​ເພິ່ງ​ພາ​ອາ​ໄສ​ເພື່ອ​ການ​ດຳ​ລົງ​ຊີ​ວິດ ແລະ ກັກ​ການຫຼັ່ງ​ໄຫຼ​ຂອງ​ຕະ​ກອນ​ທີ່​ສຳ​ຄັນ​ໃນສາມຫຼ່ຽມ​ປາກ​ແມ່​ນ້ຳ​ຂອງ ເຊິ່ງ​ແມ່ນ​ໝໍ້​ເຂົ້າ​ຂອງ ຫວຽດ​ນາມ, ທີ່​ຕ້ອງ​ໄດ້​ກັບ​ຄືນ​ສູ່​ສະ​ພາບ​ເດີມ. ບາງ​ກຸ່ມ​ໄດ້​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ ລາວ ຍົກ​ເລີກ​ໂຄງ​ການຫຼ້າ​ສຸດ​ຂອງ​ເຂົາ​ເຈົ້າ.

ໂດຍບໍ່​ມີ​ໃຜ​ຂັດ​ຂວາງ​ນັ້ນ, ບັນ​ດາ​ເຈົ້າ​ໜ້າ​ທີ່ ລາວ​ຢູ່​ໃນ​ກອງ​ປະ​ຊຸມ​ຂອງ​ອາ​ທິດ​ທີ່​ຜ່ານ​ມາ​ໃນ​ນະ​ຄອນຫຼວງວຽງ​ຈັນ ໄດ້​ກ່າວ​ວ່າ ລັດ​ຖະ​ບານ​ໄດ້​ເອົາ​ບາດ​ກ້າວ​ຕ່າງໆ ເພື່ອຫຼຸດ​ຜ່ອນ​ຄວາມ​ເສຍ​ຫາຍ​ໃຫ້​ຢູ່​ໃນ​ລະ​ດັບ​ຕ່ຳ​ທີ່​ສຸດ.

ທ່ານ ວິ​ທູນ​ຫຼ້າ​ບັນ​ດິດ ທຸມ​ມະ​ບຸດ, ຮອງ​ຜູ້​ອຳ​ນວຍ​ການ​ພະ​ແນກ​ນະ​ໂຍ​ບາຍ​ພະ​ລັງ​ງານ ແລະ ແຜນ​ການ​ຂອງ​ກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່ ໄດ້​ກ່າວ​ວ່າ ປະ​ເທດຈະໃຊ້​ປະ​ສົບ​ການ​ຂອງ​ເຂົາ​ເຈົ້າ​ຈາກ​ເຂື່ອນ​ໄຊ​ຍະ​ບູ​ລີ, ບ່ອນ​ທີ່​ການ​ລອຍ​ຜ່ານ​ຂອງ​ປາ​ແມ່ນ​ເຮັດ​ໄດ້​ຜົນ “ຕາມ​ທີ່​ຄາດ​ໄວ້.”

ທ່ານ​ໄດ້​ກ່າວ​ວ່າ ເຂື່ອນຫຼວງ​ພະ​ບາງ ຈະ​ປະ​ກອບ​ມີ​ທາງ​ຜ່ານ​ຂອງ​ປາ​ສອງ​ແຫ່ງ ເພື່ອ​ຊ່ວຍ​ປາ​ທີ່​ຍົກ​ຍ້າຍ​ຖິ່ນ​ຖານ​ລອຍ​ທວນ​ນ້ຳ ພ້ອມ​ກັບ​ຊ່ອງ​ທາງ​ຂອງ​ເຮືອ ທີ່​ມັນ​ສາ​ມາດ​ໃຊ້ ແລະ ກັງ​ຫັນ​ນ້ຳ​ 7 ໜ່ວຍ​ທີ່​ “ເປັນ​ມິດ​ຕໍ່​ປາ.”

ທ່ານ​ເວົ້າ​ວ່າ ປະ​ຕູ​ປ່ອຍ​ນ້ຳ​ຕ່າງໆ​ໃນ​ເຂື່ອນ​ກໍ​ຈະ “ຮັກ​ສາ​ຄວາມ​ເຂັ້ມ​ຂຸ້ນ​ຂອງ​ຕະ​ກອນ​ທີ່​ຄື​ກັບ​ສະ​ພາບ​ທຳ​ມະ​ຊາດ​ໄວ້​ຄື​ເກົ່າ.”

ຄື​ກັບ​ເຂື່ອນຫຼາຍ​ແຫ່ງ​ຂອງ​ປະ​ເທດ, ເຂື່ອນຫຼວງ​ພະ​ບາງ ແມ່ນ​ໄດ້​ສ້າງ​ຂຶ້ນ​ສ່ວນ​ໃຫຍ່​ໂດຍ ແລະ ສຳ​ລັບບັນ​ດາ​ປະ​ເທດ​ທີ່​ຢູ່​ໃກ້​ຄຽງ​ຂອງ ລາວ. ບໍ​ລິ​ສັດ​ໄຟ​ຟ້າ PetroVietnam Power ຂອງ​ລັດ​ຖະ​ບານ ໄດ້​ເປັນ​ຜູ້​ຖື​ຮຸ້ນ​ສ່ວນ​ໃຫຍ່, ແລະ ພະ​ລັງ​ງານ​ສ່ວນຫຼາຍ​ທີ່​ມັນ​ຜ​ະ​ລິດ​ອອກ​ມາ​ເລີ່ມ​ຕົ້ນ​ໃນ​ປີ 2027 ນັ້​ນ​ແມ່ນ​ຈະ​ຖືກ​ສົ່ງ​ໄປ ຫວຽດ​ນາມ ແລະ ໄທ. ການ​ກໍ່​ສ້າງ​ແມ່ນ​ມີ​ກຳ​ນົດ​ຈະ​ເລີ່ມ​ຂຶ້ນ​ໃນ​ປີ​ໜ້າ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG