ປີ 2023 ຜ່ານມາ ເປັນປີທີ່ລາວປະສົບກັບການຂາດສະເຖຍລະພາບທາງເສດຖະກິດ ເພີ້ມຂຶ້ນຕະຫລອດປີ ຍ້ອນຄວາມກົດດັນ ຈາກສະພາບໜີ້ສິນສາທາລະນະ ທີ່ລາວຕ້ອງຈ່າຍໃຫ້ຕ່າງປະເທດ ເຖິງແມ່ນວ່າ ລັດຖະບານໄດ້ໃຊ້ມາດຕະການຫຼາຍຢ່າງ ເພື່ອຄວບຄຸມການແລກປ່ຽນເງິນຕາ ໃຫ້ມັນມີຄວາມໝັ້ນທ່ຽງກໍຕາມ. ໄຊຈະເລີນສຸກ ມີລາຍງານຈາກນັກຂ່າວຂອງພວກເຮົາ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
ວັນນີ້ເປັນວັນຂຶ້ນປີໃໝ່ 2024 ແຕ່ວ່າສະພາບເສດຖະກິດຂອງລາວທີ່ອີງໃສ່ ການນໍາສິນຄ້າເຂົ້າເປັນຕົ້ນຕໍນັ້ນ ຍັງບໍ່ໄດ້ມີການປ່ຽນແປງແຕ່ຢ່າງໃດ ແລະ ອັດຕາແລກປ່ຽນ ລະຫວ່າງເງິນກີບ ກັບເງິນຕາຕ່າງປະເທດ ຍັງສືບຕໍ່ສູງຢູ່ຄືເກົ່າ ດັ່ງທີ່ພະນັກງານລັດໃນພະແນກການຄ້າຢູ່ນະຄອນວຽງຈັນໃຫ້ຄໍາເຫັນວ່າ:
“ຂຶ້ນເລີຍໆ ໂອ້ຍມັນກະເວົ້າເລື້ອງການຜະລິດເຮົາຫັ້ນຫລະເນາະ ມັນບໍ່ພຽງພໍຫັ້ນຫລະໄປ໋ ເຂົາວ່າພຽງພໍຈັກມັນພຽງພໍຢູ່ບ່ອນໃດ ຄັນພໍຜັດວ່າເງິນຂຶ້ນ ຜັດບໍ່ແມ່ນ. ບັດນີ້ມາເວົ້າເລື້ອງເງິນເຟີ້ຫັ້ນເດ່ເນາະ ເງິນຕາ. ອັດຕາເງິນຂຶ້ນ ມັນກະເຄື່ອງ ສ່ວນຫຼາຍນໍາເຂົ້າເດ໋, 80 ເປີເຊັນພຸ້ນຫລະນໍາເຂົ້າ. ມັນຢາກໂຕນີ້ລະມາກ່ອນໜະ. ອັນທີນຶ່ງກະແມ່ນການຜະລິດເຮົາຫັ້ນຫລະມັນຜະລິດບໍ່ໄດ້ ຄືເຄື່ອງອຸປະໂພກບໍລິໂພກ ຫັ້ນເນາະ ເປັນນໍ້າປູ ນໍ້າປາຫັ້ນແຫລະ ກະມາແຕ່ໄທ ແຕ່ ຫວຽດພຸ້ນເດ໋. ຜັກໜີ້ ກະມີຢູ່ສ່ວນຫລາຍກະປູກພໍໄດ້ກຸ້ມກິນ ແຕ່ວ່າມັນກະນໍາເຂົ້າຄືກັນໂຕນີ້ກະດາຍ ສ່ວນຫຼາຍ. ໄດ້ຍິນວ່າຢູ່ບ້ານເຮົາເຂົາກະປູກຫລາຍຢູ່ ແຕ່ບໍ່ຮູ້ວ່າ ມັນໄປຢູ່ໃສ ຫລືສົ່ງໄປຂາຍບ່ອນອື່ນກະບໍ່ແນ່ໃຈ. ຫລັກໆກະເລື້ອງເງິນໜີ້ຫລະ ຄັນເງິນມັນແບບ ຢູ່ປະມານສາມແສນ ຕໍ່ພັນບາດກະໄຄ .”
ທ່ານກ່າວຕໍ່ໄປອີກວ່າ:
“ສິນຄ້າໜີ້ຂຶ້ນບໍ່ລົງໜິ ກະໂອຍເມື່ອຍນໍາຢູ່ ຊິວ່າການຄຸ້ມຄອງໜີ້ກະຍາກຢູ່ຫັ້ນ ຫລະ. ໂອ້ຍເຂົາກະລົງປົກກະຕິຫັ້ນຫລະ ແຕ່ວ່າມັນກະຊິໄປບອກວ່າຂາຍຫລຸດລົງເດີຊິມັນກະບໍ່ໄດ້, ປັບໃໝກະໂອ້ຍ ລະບຽບຫັ້ນກະມີໝົດໝົດຫັ້ນຫລະ ແຕ່ວ່າຄືຊິແມ່ນບາງເທື່ອເຈົ້າໜ້າທີ່ບໍ່ປະຕິບັດແນ່ຫັ້ນຫລະ ຕາມເບິ່ງໜີ້.”
ໃນລາຍງານດ້ານການເງິນຂອງລາວທີ່ຫາກໍ່ພິມເຜີຍແຜ່ອອກມາເມື່ອມໍ່ໆມານີ້ ໂດຍທະນາຄານໂລກເວົ້າວ່າ ໃນປີ 2023 ຜ່ານມາ ເງິນກີບຍັງສືບຕໍ່ອ່ອນຄ່າລົງ ຊຶ່ງຫລຸດລົງປະມານ 29 ເປີເຊັນ ເມື່ອທຽບກັບເງິນບາດຂອງໄທ ແລະ 21 ເປີເຊັນ ເມື່ອທຽບກັບເງິນໂດລາ. ນອກຈາກນັ້ນ ການທີ່ທະນາຄານມີເງິນຕາ ຕ່າງປະເທດໃຫ້ຄົນແລກປ່ຽນເງິນໄດ້ຢ່າງຈໍາກັດ ໄດ້ເຮັດໃຫ້ມີຄວາມແຕກຕ່າງ ກັນລະຫວ່າງອັດຕາແລກປ່ຽນທາງການ ແລະອັດຕາຢູ່ໃນຕະຫຫຼາດນອກ ທີ່ດໍາເນີນຄູ່ຂະໜານກັນໄປນັ້ນ ເພີ່ມຂຶ້ນເປັນປະມານ 15 ເປີເຊັນສໍາລັບ ເງິນໂດລາ ແລະ 8 ເປີເຊັນສໍາລັບເງິນບາດ. ປັດໄຈຫຼັກທີ່ເຮັດໃຫ້ຄ່າເງິນກີບຫຼຸດລົງກໍແມ່ນຍ້ອນການຂາດແຄນເງິນຕາຕ່າງປະເທດຢູ່ໃນລາວ ຊຶ່ງເປັນຜົນສືບເນື່ອງມາຈາກຄວາມຕ້ອງການເງິນໄປຊໍາລະຫນີ້ສິນຕ່າງປະເທດຢ່າງຫຼວງຫຼາຍ ເຖິງແມ່ນວ່າຈະມີການເລື່ອນເວລາໃນການໃຊ້ໜີ້ບາງຢ່າງກໍຕາມ ແລະກໍເປັນຍ້ອນການໄຫຼຂອງທຶນເຂົ້າມາໃນປະເທດຢ່າງຈໍາກັດ. ເມື່ອເວົ້າເຖິງນະໂຍບາຍດ້ານເງິນຕາ ແລະມາດຕະການຄວບຄຸມອັດຕາແລກປ່ຽນນັ້ນ ລາຍງານນີ້ເວົ້າວ່າ ມັນໃຊ້ໄດ້ ຜົນພຽງແຕ່ຊົ່ວຄາວເທົ່ານັ້ນ ຊຶ່ງເປັນການສະແດງໃຫ້ເຫັນວ່າ ມັນບໍ່ໄດ້ແກ້ໄຂຕົ້ນເຫດຂອງການຫຼຸດລົງຂອງຄ່າເງິນກີບເລີຍ.
ຕໍ່ສະພາບການນີ້ ອະດີດພະນັກງານອະວຸໂສຂອງທະນາຄານແຫ່ງຊາດລາວໃຫ້ ຄໍາເຫັນວ່າ ເງິນໃນຄັງສໍາຮອງເງິນຕາຕ່າງປະເທດເພື່ອຊໍາລະຄ່າສິນຄ້ານໍາເຂົ້າ ແລະໜີ້ຕ່າງປະເທດມີຢ່າງຈໍາກັດ ຊຶ່ງກໍຄືບໍ່ກຸ້ມຮອດສາມເດືອນ ນັ້ນຄືສາເຫດ ສໍາຄັນ ຊຶ່ງທ່ານກ່າວວ່າ:
“ມັນຕ້ອງມີດຸນການຄ້າ ມີດຸນບັນຊີເດີນສະພັດເນາະ ລະກະມີດຸນແຫລ່ງທຶນ ແລະກະມີດຸນໜີ້ສິນກັບຕ່າງປະເທດ ຈາກນັ້ນ ກະດຸນເລື້ອງຊໍາລະສະສາງເບິ່ງວ່າຄັງສໍາຮອງມີຫລາຍປານໃດ? ເຂົາກະໃຫ້ລະເດໂລກໜີ້ນະ ຢ່າງຫນ້ອຍກະ ສອງຫາ ສາມແສນລ້ານໂດລາໜະ ລະກະຕ້ອງກຸ້ມ 4 ຫລື 6 ເດືອນຂຶ້ນໄປ ເລື້ອງເງິນຄັງສໍາຮອງ ດຽວນີ້ລາວເຮົາສອງຈຸດເກົ້າເດືອນ ແລ້ວຊິເອົາມາແຕ່ໃສ ຕິດໜີ້ແຕ່ນຶ່ງພັນເກົ້າຮ້ອຍຫ້າສິບລ້ານໂດລາ ປະເທດໄທເຂົາມີສອງສາມແສນລ້ານໆໂດລາ ເຂົາກຸ້ມຫົກເດືອນ.”
ອັດຕາແລກປ່ຽນເງິນຕາຕ່າງປະເທດທີ່ເພີ້ມຂຶ້ນກໍເຮັດໃຫ້ລາຄາສິນຄ້າ ໃນລາວ ເພີ້ມຂຶ້ນໄປຕາມໆກັນ ໂດຍສະເລ່ຍແລ້ວ ຖ້າຄ່າຂອງເງິນກີບຫຼຸດລົງ 1 ເປີເຊັນ ແມ່ນເຮັດໃຫ້ລາຄາສິນຄ້າບໍລິໂພກ ເພີ່ມຂຶ້ນ 0.5 ເປີເຊັນ. ດັ່ງນັ້ນ, ອັດຕາເງິນເຟີ້ຈະຍັງຄົງຢູ່ໃນລະດັບສູງ ຈົນກ່ວາອັດຕາແລກປ່ຽນມີສະຖຽນລະພາບ. ໃນຂະນະທີ່ລາຄາສິນຄ້ານຳເຂົ້າບາງປະເພດຂອງໂລກໄດ້ຫລຸດລົງແດ່ແລ້ວ, ອັດ ຕາເງິນເຟີ້ໃນລາວ ຍັງຢູ່ໃນລະດັບສູງຢູ່ ກໍຄືເພີ່ມຂຶ້ນເຖິງ 26 ເປີເຊັນເມື່ອເດືອນຕຸລາ 2023 ຜ່ານມາ. ອັດຕາເງິນເຟີ້ຂອງລາຄາອາຫານແມ່ນຢູ່ທີ່ 29 ເປີເຊັນ ຊຶ່ງສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ກັບຊີວິດການເປັນຢູ່ຂອງຄອບຄົວ ທີ່ທຸກຍາກອາໄສຢູ່ໃນຕົວເມືອງຕ່າງໆ, ອີງຕາມບົດລາຍງານຂອງທະນາຄານໂລກ.
ທັງໝົດນີ້ ກໍຍ້ອນວ່າ ລາວມີໜີ້ສາທາລະນະແລະໜີ້ທີ່ໄດ້ຮັບການຮັບປະກັນຈາກ ລັດຖະບານ ຫລື PPG ກວມເອົາເຖິງ 112 ເປີເຊັນຂອງ GDP ໃນທ້າຍປີ 2022 ແຕ່ວ່າ ມູນຄ່າດັ່ງກ່າວ ຈະເພີ່ມຂຶ້ນເຖິງ 125 ເປີເຊັນຂອງ GDP ຖ້າລວມເອົາໜີ້ທີ່ຄ້າງຈ່າຍ ແລະການຈັດການດ້ານການແລກປ່ຽນເງິນຕາເຂົ້ານໍາຊຶ່ງທະນາຄານໂລກເວົ້າວ່າ ມັນກໍາລັງທຳລາຍສະຖຽນລະພາບເສດຖະກິດມະຫາພາກ ແລະຄວາມອາດສາມາດໃນການພັດທະນາຂອງລາວ.
ຟໍຣັມສະແດງຄວາມຄິດເຫັນ