ໃນຂະນະທີ່ໂຄງການເຂື່ອນໄຊຍະບູລີຊຶ່ງເປັນເຂື່ອນຢູ່ແມ່ນ້ຳຂອງແຫ່ງທໍາອິດຂອງລາວທີ່ໄດ້ສ້າງສຳເລັດ ແລະເລີ້ມເດີນເຄື່ອງຜະລິດກະແສໄຟຟ້າຢ່າງເປັນທາງການໃນວັນທີ 29 ຕຸລາ 2019 ທີ່ຜ່ານມາ ທ້າມກາງການຄັດຄ້ານຈາກອົງການອະນຸລັກສິ່ງແວດລ້ອມທຳມະຊາດສາກົນຢູ່ນັ້ນ ກໍມີການນຳສະເໜີຜົນການຄົ້ນຄວ້າທີ່ປະເມີນການມີສ່ວນຮ່ວມຂອງຊຸມຊົນທົ່ວໄປຢູ່ໃນຂັ້ນຕອນການວາງແຜນສ້າງເຂື່ອນໄຟຟ້າປາກລາຍຊຶ່ງກຳລັງຖືກສະເໜີໃຫ້ສ້າງຢູ່ໃນແມ່ນ້ຳຂອງຢູ່ທາງໃຕ້ຂອງເຂື່ອນໄຊຍະບູລີໃນລາວ. ບົວສະຫວັນມີລາຍລະອຽດກ່ຽວກັບເລື້ອງນີ້ ທີ່ໄດ້ເກັບກຳຈາກການສຳພາດກັບນັກສຶກສາອາເມຣິກັນ, ລະ ດັບປະລິນຍາໂທ ທີ່ດຳເນີນການສຶກສາຄົ້ນຄວ້າບັນຫານີ້ເປັນເວລາ 1 ປີ ມາສະເໜີທ່ານໃນອັນດັບຕໍ່ໄປ.
ໂດຍແນໃສ່ຫັນເອົາລາວໃຫ້ກາຍເປັນໝໍ້ໄຟຂອງຂົງເຂດເອເຊຍຕາເວັນອອກສຽງໃຕ້ນັ້ນ ລັດຖະບານລາວໄດ້ຮີບເຮັ່ງໃນການສ້າງເຂື່ອນໄຟຟ້ານໍ້າຕົກຢູ່ໃນໄລຍະສອງ ສາມທົດ
ສະວັດຜ່ານມານີ້. ປັດຈຸບັນນີ້ລາວ ມີແຫຼ່ງຜະລິດພະລັງງານໄຟຟ້າ 63 ໂຄງການມີກຳ
ລັງຕິດຕັ້ງລວມ 7,207 ເມກາວັດແລະສາມາດຜະລິດກະແສໄຟຟ້າໄດ້ລວມກັນຫຼາຍກວ່າ 37,000 ລ້ານກິໂລວັດ/ໂມງ ອີງຕາມທ່ານ ຄຳມະນີ ອິນທິລາດ, ລັດຖະມົນຕີກະຊວງພະ
ລັງງານ ແລະບໍ່ແຮ່. ການສຶກສາຄົ້ນຄວ້າກ່ຽວກັບໂຄງການເຂື່ອນໄຟຟ້ານ້ຳຕົກໃນລຳ
ແມ່ນ້ຳຂອງໂດຍກອງເລຂາທິການ ຂອງຄະນະກຳມາທິການແມ່ນ້ຳຂອງສາກົນ ຫລື
MRCS ໃນປີ 1994 ສະແດງໃຫ້ເຫັນວ່າມີ 11 ເຂື່ອນໄຟຟ້ານ້ຳຕົກທີ່ຖືກສະເໜີໃຫ້ສ້າງ ຢູ່ໃນແມ່ນໍ້າຂອງຕອນລຸ່ມ ຈາກຈີນລົງມາ. ເຂື່ອນປາກລາຍທີ່ມີກຳລັງຕິດຕັ້ງ 770 ເມກາວັດແລະຈະສ້າງຢູ່ລະຫວ່າງກາງເຂື່ອນໄຊຍະບູລີທີ່ຢູ່ທາງເໜືອແລະເຂື່ອນຊະນະຄາມ
ທີ່ຢູ່ທາງໃຕ້ນັ້ນເປັນເຂື່ອນທີ່ 4 ທີ່ຖືກສະເໜີສ້າງໃນລຳແມ່ນ້ຳ ທີ່ມີ ຄວາມຍາວ 4,900 ກິໂລແມັດນັ້ນ.
ເຂື່ອນປາກລາຍທີ່ຕັ້ງຢູ່ເຂດຊາຍແດນຂອງແຂວງໄຊຍະບູລີ ແລະແຂວງວຽງຈັນແມ່ນ
ເປັນເຂື່ອນໄຟຟ້ານ້ຳຕົກທີ່ມີການໂຕ້ແຍ້ງກັນຫລາຍອີກອັນນຶ່ງເພາະແມ່ນໍ້າຂອງເປັນ
ແມ່ນໍ້າສາຍນຶ່ງທີ່ມີຄວາມຫຼາກຫຼາຍດ້ານຊີວະນາໆພັນ ໃນໂລກ ເຊິ່ງປະກອບສ່ວນຕໍ່ ລະບົບນິເວດວິທະຍາ ແລະ ຊັບພະຍາກອນທໍາມະຊາດ ທີ່ອຸດົມສົມບູນໃຫ້ແກ່ປະຊາ
ຊົນທີ່ອາໄສຢູ່ຕາມແຄມແມ່ນໍ້າຂອງໃນ 6 ປະເທດ ນັບແຕ່ພາກໃຕ້ຂອງຈີນລົງມາ.
ຕາມການສຶກສາ ຄົ້ນຄວ້າ ທີ່ດໍາເນີນ ໄປ ເປັນເວລາ 6 ປີ ໂດຍຄະນະກໍາມາທິການ
ແມ່ນ້ຳຂອງສາກົນພົບວ່າ ຜົນກະທົບທີ່ສະສົມໄວ້ພາຍໃນປີ 2040 ຂອງເຂື່ອນທີ່
ວາງແຜນຈະສ້າງທັງໝົດ 11 ແຫ່ງ ຢູ່ໃນແມ່ນໍ້າຂອງ ລຸ່ມປະເທດຈີນລົງມາ ຊຶ່ງໃນ
ນັ້ນ 9 ແຫ່ງແມ່ນຢູ່ໃນເຂດຂອງ ລາວ ແລະ 2 ແຫ່ງຢູ່ໃນເຂດຂອງກໍາປູເຈຍ, ຈະເປັນ
ໄພຂົ່ມຂູ່ຕໍ່ເສດຖະກິດ ແລະຄວາມໝັ້ນຄົງດ້ານອາຫານໃນທົ່ວຂົງເຂດລຸ່ມແມ່ນໍ້າ.
ທ້າວເອຣິກ ຟຣຸດ (Erik Fruth), ນັກສຶກສາລະດັບປະລິນຍາໂທ ຊາວອາເມຣິກັນທີ່ກຳ
ລັງຮຽນຢູ່ໃນມະຫາວິທະຍາໄລເທັກນິກ ໃນນະຄອນເບລິນຂອງເຢຍຣະມັນ ຊຶ່ງມີຄວາມ
ສົນໃຈຢາກສຶກສາເບິ່ງຂັ້ນຕອນ ໃນການວາງແຜນການສ້າງເຂື່ອນໄຟຟ້າ ຈຶ່ງໄດ້ເລືອກ
ເອົາເຂື່ອນປາກລາຍເປັນໂຄງການສຶກສາໃນລະດູຮ້ອນ 2018 ຊຶ່ງຕອນນັ້ນ ລັດຖະບານລາວຫາກໍໄດ້ແຈ້ງເຈດຕະນາໃນການສ້າງເຂື່ອນປາກລາຍໃຫ້ຄະນະກຳມາທິການແມ່ນ້ຳຂອງສາກົນ ຫລື MRC ຊາບ ຢ່າງເປັນທາງ. ໂດຍໄດ້ຮັບທຶນການສຶກສາ ແລະຄົ້ນ ຄວ້າທີ່ມີຊື່ສຽງໃນໂລກນັກ ສຶກສາອາເມຣິກັນ ທີ່ເວົ້າພາສາລາວໄດ້ເລັກນ້ອຍຄົນນີ້ໄດ້ໄປຄົ້ນຄວ້າກ່ຽວກັບໂຄງການດັ່ງກ່າວຢູ່ລາວເປັນເວລາ 1 ປີ ພາຍໃຕ້ຫົວຂໍ້ “ການປະເມີນການພົວພັນສາທານະລະຊົນ ຢູ່ໃນຂັ້ນຕອນການວາງແຜນການສ້າງເຂື່ອນໄຟຟ້ານ້ຳຕົກ: ກໍລະນີສຶກສາຈາກເຂື່ອນປາກລາຍ.” ຊຶ່ງຜູ້ກ່ຽວເລົ່າເປັນພາສາລາວສູ່ຟັງວ່າ:
“ສະບາຍດີທຸກຄົນ ຂ້ອຍຊື່ ເອຣິກ ຟຣຸດ, ຂ້ອຍມາຈາກປະເທດອາເມຣິກາ, ລັດຄາລິຟໍເນຍ. ຂ້ອຍມາປະເທດລາວ ມາເຮັດວຽກ ປີ 1 ..ອ່າ...ເຮັດຄົ້ນຄວ້າກ່ຽວກັບເຂື່ອນໄຟຟ້າ ຢູ່ແຂວງໄຊຍະບູລີ.”
ເນື່ອງຈາກວ່າ ລະດັບພາສາລາວຂອງຜູ້ກ່ຽວຍັງບໍ່ທັນດີພໍທີ່ຈະໂອລົມກັບຄົນລາວໃຫ້ເຂົ້າໃຈໝົດທຸກຢ່າງໄດ້ ເອຣິກກໍໄດ້ຈ້າງນາຍພາສາໃຫ້ຊ່ວຍແປພາສາໃຫ້ ແລະເພື່ອຮັກສາຄວາມໂປ່ງໃສ ກໍຄືຄວາມໜ້າເຊື່ອຖືໄດ້ຂອງການສຶກສາຄົ້ນຄວ້າດັ່ງກ່າວລາວອະທິບາຍສູ່ຟັງວ່າ ສິ່ງນຶ່ງທີ່ຜູ້ກ່ຽວຮຽນຮູ້ຈາກປະສົບການໃນການເຮັດການຄົ້ນຄວ້າຢູ່ລາວໃນຄັ້ງນີ້ ກໍຄື ຫລາຍຄົນມີຄວາມຄິດເຫັນຫລາຍ ອັນແຕກຕ່າງກັນ ແລະແທນທີ່ຈະພະຍາຍາມພິສູດໃຫ້ເຫັນວ່າໃຜເວົ້າຖືກ ໃຜເວົ້າຜິດ ຜູ້ກ່ຽວໄດ້ພະຍາຍາມທີ່ຈະເຂົ້າໃຈຂໍ້ຄິດເຫັນຂອງແຕ່ລະຄົນ. ເອຣິກເລົ່າສູ່ວີໂອເອຟັງດັ່ງນີ້:
“ສິ່ງທີ່ຂ້ອຍຮຽນຮູ້ຈາກປະສົບການນີ້ ແລະຈາກການລົມກັບຫລາຍຄົນທີ່ກ່ຽວຂ້ອງກັບການສ້າງເຂື່ອນໄຟຟ້ານ້ຳຕົກຢູ່ໃນລາວກໍຄື ມີຫລາຍໆ ຄວາມເຫັນແຕກຕ່າງກັນ ກ່ຽວກັບເລື້ອງນີ້ ແລະ ແຕ່ລະຄົນແມ່ນມີເຫດຜົນທີ່ໜ້າເຊື່ອຖືໄດ້ ໃນການໃຫ້ຄວາມຄິດເຫັນຂອງຕົນ. ສະນັ້ນ ສິ່ງນຶ່ງທີ່ສຳຄັນຫລາຍສຳລັບຂ້ອຍທີ່ໄດ້ເຮັດກໍຄື ພະຍາຍາມທີ່ຈະເຮັດການສຳພາດໃຫ້ດີທີ່ສຸດ ໂດຍການຕັ້ງໃຈຟັງຢ່າງເຕັມປ່ຽມ ແລະພະຍາຍາມທີ່ສຸດເພື່ອໃຫ້ເຂົ້າໃຈຜູ້ທີ່ອອກຄຳເຫັນ ແທນທີ່ຈະເຮັດໃຫ້ເຂົາເຈົ້າເວົ້າແນວນີ້ ບໍ່ໃຫ້ເວົ້າແນວນັ້ນ ຫລືຊັກຈູງເຂົາເຈົ້າຈົນໄປຫາຈຸດທີີພິສູດໃຫ້ໄດ້ວ່າ ຄວາມຄິດອັນໃດອັນນຶ່ງຖືກ ຫລື ເພື່ອຫລອກເອົາຄວາມລັບຈາກເຂົາເຈົ້າ ແລະພະຍາຍາມເຂົ້າໃຈເຖິງສິ່ງຕ່າງໆ ທີ່ເຂົາເຈົ້າຮູ້ກ່ຽວກັບຂັ້ນຕອນຕ່າງໆ ເພາະໂຄງການຄົ້ນຄວ້າຂອງຂ້ອຍໃນທີ່ສຸດ ກໍບໍ່ໄດ້ສົນໃຈຢາກຈະພິສູດວ່າໃຜຖືກໃຜຜິດກ່ຽວກັບຄວາມຄຳເຫັນທີ່ແຕກຕ່າງກັນ ໃນເລື້ອງໂຄງການເຂື່ອນໄຟຟ້ານ້ຳຕົກ ເພາະມັນບໍ່ມີຫຍັງຖືກ ແລະບໍ່ມີຫຍັງຜິດ ແລະກໍພະຍາຍາມເຂົ້າໃຈວ່າ ຂັ້ນຕອນ ຕ່າງໆຫຍຸ້ງຍາກແນວໃດ ແມ່ນຫຍັງເຮັດໃຫ້ມັນຫຍຸ້ງຍາກ ແລະມີຫຍັງແດ່ຢູ່ໃນລະບົບທີ່ກຳລັງດຳເນີນໄປຢູ່ນີ້ ແມ່ນດີຢູ່ແລ້ວ, ມີຫຍັງທີ່ຄວນຈະຖືກສຸມໃສ່ປັບປຸງໃຫ້ດີຂຶ້ນ.”
ເຂື່ອນປາກລາຍແມ່ນຈະລົງທຶນສ້າງໂດຍບໍລິສັດ ພາວເວີ ຊາຍນາ ຣີຊັອສ ຈໍາກັດ (PowerChina Resources Ltd.) ແລະ ບໍລິສັດ ຊາຍນາ ອີເລັກໂທຣນິກສ໌ ອິມພອດ & ເອກສ໌ພອດ (China National Electronics Import & Export Corporation) ພາຍໃຕ້ເງື່ອນໄຂ ທີ່ເອີ້ນວ່າ BOT ຊຶ່ງໝາຍຄວາມວ່າ ສ້າງ-ດໍາເນີນງານ-ໂອນ (Build
-Operate-Transfer) ຊຶ່ງຈະຖືກໂອນໃຫ້ລັດຖະບານລາວ ເມື່ອສິ້ນສຸດໄລຍະສໍາປະ ທານ 25 ຫາ 30 ປີ ຊຶ່ງຈະຕົກລົງກັນຕາມຫລັງ. ເມື່ອສ້າງສໍາເລັດ ທ້າວເອຣິກເວົ້າວ່າ ເຂື່ອນດັ່ງກ່າວຈະມີຜົນກະທົບຕໍ່ປະຊາຊົນໃນ 4 ເມືອງກໍຄືເມືອງແມດ ແລະຊະນະຄາມໃນແຂວງວຽງຈັນ ແລະເມືອງໄຊຍະບູລີກັບເມືອງປາກລາຍຢູ່ແຂວໄຊຍະບູລີ ແລະໄຟຟ້າທີ່ຜະລິດຈາກເຂື່ອນນີ້ ສ່ວນໃຫຍ່ແມ່ນຈະສົ່ງໄປຂາຍໃຫ້ໄທແລະ ຫວຽດນາມ. ກ່ອນຈະໄດ້ຮັບການອະນຸຍາດໃຫ້ສ້າງເຂື່ອນໃດນຶ່ງໃນແມ່ນ້ຳຂອງນັ້ນ ຈະຕ້ອງໄດ້ຜ່ານຂັ້ນຕອນພິຈາລະນາຢູ່ໃນລະດັບປະເທດ ແລະລະດັບຂົງເຂດກໍຄືຜ່ານຄະນະກຳມາທິການແມ່ນ້ຳຂອງສາກົນ. ສຳລັບໂຄງການເຂື່ອນປາກລາຍນີ້ ທ້າວເອຣິກບອກວ່າ ໄດ້ຜ່ານການພິຈາລະນາໃນລະດັບຊາດຂອງລາວ ແລະ ລະດັບຂົງເຂດແລ້ວ ແຕ່ວ່າກໍຍັງມີບາງຂັ້ນຕອນທີ່ຕ້ອງໄດ້ເຮັດຢູ່ໃນລະດັບຂົງເຂດ ເພື່ອຈະເຮັດໃຫ້ແຜນການສ້າງເຂື່ອນດັ່ງກ່າວກ້າວໜ້າໄປໄດ້ຢ່າງເຕັມສ່ວນ. ເມື່ອຖາມເຖິງລັກສະນະຂອງຂັ້ນຕອນ ໃນການຂໍອະນຸຍາດເຮັດເຂື່ອນອັນນຶ່ງນັ້ນເອຣິກອະທິບາຍວ່າ:
“ການຂຶ້ນແຜນການສ້າງເຂື່ອນ ໃນຕົວມັນເອງກໍສັບສົນຢູ່ໃນລະດັບໃດນຶ່ງ ຢູ່ແລ້ວ. ມັນບໍ່ແມ່ນຂັ້ນຕອນທີ່ກ້າວກົງໄປໂລດຢູ່ບ່ອນທີ່ວ່າ ເມື່ອການພິຈາລະນາໃນລະດັບປະເທດສຳເລັດລົງ ມັນກໍຂຶ້ນໄປຫາລະດັບຂົງເຂດ ແລ້ວເມື່ອມັນສຳເລັດຢູ່ ຫັ້ນແລ້ວ ມັນກໍກ້າວຕໍ່ໄປ ແລະມັນກໍຂ້ອນຂ້າງວ່າ ຈະກັບໄປກັບມາລະຫວ່າງຂັ້ນຕອນຢູ່ໃນສອງລະດັບນີ້.”
ຜູ້ກ່ຽວອະທິບາຍເພີ້ມວ່າ:
“ສະນັ້ນ ທຳອິດ ເມື່ອເຂື່ອນຖືກສະເໜີຂໍສ້າງຂຶ້ນ ຜູ້ລົງທຶນສ້າງຕ້ອງໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ຫລື MOU ກັບກະຊວງແຜນການແລະການລົງທຶນ ແລະກະຊວງພະລັງງານ ແລະບໍ່ແຮ່. ແລ້ວຫລັງຈາກນັ້ນ ກໍມີການດຳເນີນຂັ້ນຕອນໃນລະດັບຊາດ ເພື່ອປະເມີນຜົນກະທົບຂອງເຂື່ອນທີ່ສະເໜີສ້າງນັ້ນ ຕໍ່ສິ່ງແວດລ້ອມ ແລະຕໍ່ສັງຄົມ ແລ້ວກໍມີການກວດກາທົບທວນຄືນບົດສຶກສາ ຜົນກະທົບນັ້ນ ແລະກໍເບິ່ງວ່າ ຜົນທີ່ຈະໄດ້ຮັບຈາກເຂື່ອນນັ້ນ ມັນຄຸ້ມກັບຜົນເສຍຫາຍຈາກການກະທົບຂອງເຂື່ອນບໍ່. ຈາກນັ້ນ ກໍສະເໜີຂຶ້ນໄປຍັງລະດັບຂົງເຂດ ກໍຄືໄປຫາຄະນະກຳມາທິການແມ່ນ້ຳຂອງສາກົນ. ຫລັງຈາກຂັ້ນຕອນນັ້ນສຳເລັດລົງ ມັນກໍກັບໄປຫາລະດັບຊາດອີກ ເພື່ອເຮັດວຽກງານທີ່ຍັງຄ້າງຢູ່. ສະນັ້ນ ຜູ້ລົງທຶນສ້າງຕ້ອງເອົາຂໍ້ຕົກລົງຊື້ພະລັງງານໄຟຟ້າທີ່ເຊັນແລ້ວ ມາໃຫ້ເບິ່ງ ເພື່ອຮັບປະກັນວ່າ ພະລັງງານທີ່ຈະຜະລິດຈາກເຂື່ອນນັ້ນ ແມ່ນຈະຖືກເອົາໄປໃຊ້ຢູ່ບ່ອນໃດ ບ່ອນນຶ່ງ ແລະຖືກເອົາຂາຍໄປ. ຈາກນັ້ນ ຂໍ້ຕົກລົງສຳປະທານສະບັບສຸດທ້າຍກໍຈະຖືກເຊັນ ແລະອັນນັ້ນກໍແມ່ນຢູ່ໃນລະດັບປະເທດອີກ. ຫລັງຈາກມີຂໍ້ຕົກລົງສຳປະທານຂັ້ນສຸດທ້າຍແລ້ວ ຜູ້ລົງທຶນກໍຈຶ່ງສາມາດເລີ້ມການກໍ່ສ້າງເຂື່ອນໄດ້.”
ຈາກນັ້ນເອຣິກກໍໄດ້ອະທິບາຍເຖິງບາງຂັ້ນຕອນໃນການໄປເກັບເກັບຂໍ້ມູນ ຢູ່ພາກສະໜາມ ໃຫ້ວີໂອເອຟັງດັ່ງນີ້:
“ຂ້ອຍສຸດທ້າຍ ກໍເດີນທາງໄປສະໜາມ 3 ຄັ້ງ ເພື່ອເອົາຂໍ້ມູນຢູ່ໃນ 4 ບ້ານ ທີ່ຈະຖືກກະທົບໂດຍເຂື່ອນດັ່ງກ່າວ. ແລະຢູ່ໃນການເກັບກຳຂໍ້ມູນຢູ່ສະໜາມນັ້ນ ພວກເຮົາກໍໄດ້ໄປພົບຄົນຢູ່ໃນແຂວງ ແລະໃນເມືອງອີກດ້ວຍ ຢູ່ບ່ອນຫັ້ນ ພວກເຮົາກໍໄດ້ພົບຄົນຢູ່ໃນ 3 ລະດັບແລ້ວນອກເໜືອໄປຈາກຄົນຢູ່ວຽງຈັນ ເພາະວ່າ ຜູ້ທີ່ເປັນຫຸ້ນສ່ວນສຳຄັນທີ່ພວກເຮົາສຳພາດແມ່ນຜູ້ຕາງໜ້າຂອງລັດຖະບານ ຊຶ່ງຢູ່ໃນລະດັບກະຊວງ, ລະດັບສູນກາງຢູ່ໜີ້ ໃນນະຄອນຫລວງວຽງຈັນ. ແຕ່ເຂົາເຈົ້າກໍຍັງມີຄູ່ຮ່ວມຕຳແໜ່ງໃນລະດັບແຂວງ ແລະລະດັບເມືອງ ສະນັ້ນ ພວກເຮົາຈະຕ້ອງໄດ້ໄປຫາເມືອງຫລວງຂອງແຂວງ ແລະເມືອງຫລວງຂອງເມືອງອີກດ້ວຍ ເພື່ອລົມກັບພວກເຂົາເຈົ້າ. ແລ້ວຈາກນັ້ນ ນຶ່ງໃນການປະກອບສ່ວນສຳຄັນຂອງບົດຄົ້ນຄວ້ານີ້ ທີ່ຍັງບໍ່ມີໃຜຄົ້ນຄວ້າກໍຄື ຄວາມເຂົ້າໃຈເຖິງລະບົບການຕັດສິນໃຈຢູ່ໃນຂັ້ນຕອນທັງໝົດນັ້ນ ເປັນຄືແນວໃດ ແລະໂຄງສ້າງທີ່ມີຢູ່ໃນລະດັບຊາດ ໃນທີ່ສຸດມັນມີການຕໍ່ເນື່ອງໃສ່ກັບ ຫລືມີອິດທິພົນຕໍ່ປະສົບການເຂົາເຈົ້າ ຫລືຜົນກະທົບທີ່ເກີດຂຶ້ນຢູ່ໃນລະດັບເມືອງ ຫລືລະດັບທ້ອງຖິ່ນແນວໃດ. ສະນັ້ນ ພວກເຮົາຈຳເປັນຕ້ອງໄດ້ໄປຫາບາງເມືອງ ທີ່ຈະຖືກກະທົບໂດຍເຂື່ອນນັ້ນ ແລະຊອກເບິ່ງວ່າ ຄວາມເປັນຫ່ວງຂອງເຂົາເຈົ້າແມ່ນຫຍັງ ແລະທັງພະຍາຍາມເຂົ້າໃຈເຖິງຄວາມເຂົ້າໃຈຂອງເຂົາ ເຈົ້າກ່ຽວກັບຂັ້ນຕອນການຂຶ້ນແຜນໂດຍລວມຂອງການສ້າງເຂື່ອນ. ເຂົາເຈົ້າຮູ້ຫຍັງແດ່ກ່ຽວກັບເຂື່ອນ ແລະເຂົາເຈົ້າຮູ້ຫຍັງບໍ່ ກ່ຽວກັບຂັ້ນຕອນການຕັດສິນໃຈກ່ຽວກັບສະເພາະເຂື່ອນນັ້ນ ແລະກ່ຽວກັບເຂື່ອນໄຟຟ້ານໍ້າຕົກໂດຍລວມເດ່ ມີຫຍັງແດ່.”
ເຖິງຈະພົບຄວາມຫຍຸ້ງຍາກໃນດ້ານພາສາແລະຕ້ອງໃຫ້ນາຍພາສາແປເປັນຜູ້ຊ່ວຍແປໃຫ້ໃນການໂອ້ລົມກັບຄົນທີ່ກ່ຽວຂ້ອງກັບການຄົ້ນຄວ້ານີ້ ແຕ່ທ້າວເອຣິກ ກໍ ຮູ້ສຶກພໍໃຈ ຕໍ່ການໃຫ້ຄວາມຮ່ວມມືຂອງແຕ່ລະຄົນ ຊຶ່ງຜູ້ກ່ຽວເລົ່າເຖິງຄວາມຮູ້ສຶກຕໍ່ການໄປເຮັດການຄົ້ນຄວ້າຊຸດນີ້ຢູ່ລາວສູ່ຟັງວ່າ:
“ຂ້ອຍຮູ້ສຶກດີໃຈຫລາຍສົມຄວນກັບການສໍາພາດທັງໝົດ ຢູ່ໃນລະດັບຕ່າງໆ ແລະຜູ້ມີຫຸ້ນສ່ວນໃນການສ້າງເຂື່ອນທີ່ຂ້ອຍມີການຕິດຕໍ່ພົວພັນນໍາ. ທີ່ຈິງແລ້ວ ຂ້ອຍຮູ້ສຶກວ່າ ຂ້ອຍມີການໂອ້ລົມແບບມີຄວາມຈິງໃຈກັບທຸກຄົນ. ”
ທ້າຍສຸດ ທ້າວ ເອຣິກກໍບອກວ່າ ລາວມີຄວາມຫວັງຢ່າງຍິ່ງວ່າຜົນຂອງການຄົ້ນຄວ້າ ຊຸດນີ້ຂອງລາວຈະເປັນປະໂຫຍດໃນການວາງແຜນການສ້າງເຂື່ອນໄຟຟ້ານໍ້າຕົກຕ່າງໆ ທີ່ເປັນມິດຕໍ່ສະພາບແວດລ້ອມ ແລະມີຄວາມສ່ຽງໃນ ການສົ່ງຜົນກະທົບຕໍ່ຊີວິດການ ເປັນຢູ່ຂອງປະຊາຊົນໃນທ້ອງຖິ່ນທີ່ສ້າງ ເຂື່ອນຕ່າງໆນັ້ນ ໜ້ອຍລົງ.
ອ່ານສະຫລຸບຫຍໍ້ກ່ຽວກັບຂ່າວນີ້ຢູ່ລຸ່ມນີ້:
Experiences on Conducting a Research in Laos on Assessing Public Engagement
Erik Fruth, American Master’s student, shared his experiences on conducting a research on Assessing Public Engagement: The case study of mainstream hydropower development in Lao PDR in an interview with VOA. He said as a researcher collecting the data through interviews, he tried to understand their points of views regarding Paklay Hydropower dam, which is suggested to be built on the mainstream of Mekong River between Sayabouly dam in the north and Sanakham dam in the south. Overall, Fruth is quite happy with the cooperation and genuine conversations with all people involved with Paklay dam project that he conducted a research on in Laos and hope that his research results will be useful in planning better environmental friendly hydropower projects in the future.