ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັດຕາຄວາມໜ້າເຊື່ອຖືທາງການເງິນຂອງລາວ ຫລຸດລະດັບລົງຢ່າງຕໍ່ເນື່ອງ ຍ້ອນການຂາດດຸນບັນຊີເງິນຕາຕ່າງປະເທດ ແລະໄພເງິນເຟີ້ ທີ່ນັບມື້ນັບສູງຂຶ້ນ


ສຳນັກງານຂອງທະນາຄານໂລກ ທີ່ນະຄອນຫຼວງວຽງຈັນ, ວັນທີ 24 ທັນວາ 2022.
ສຳນັກງານຂອງທະນາຄານໂລກ ທີ່ນະຄອນຫຼວງວຽງຈັນ, ວັນທີ 24 ທັນວາ 2022.

ໃນຂະນະທີ່ລາວຍັງບໍ່ສາມາດຊອກເຫັນຊ່ອງທາງທີ່ຈະແກ້ໄຂເລື້ອງໜີ້ສິນສາທາລະນະ ບໍ່ໃຫ້ເພີ້ມຂຶ້ນຢູ່ນີ້ ອັດຕາຄວາມໜ້າເຊື່ອຖືທາງດ້ານການເງິນຂອງປະເທດ ທີ່ປະເມີນໂດຍອົງການການເງິນ ແລະການລົງທຶນສາກົນຍັງຕົກຢູ່ໃນລະດັບຕໍ່າຢູ່ ຊຶ່ງສະທ້ອນໃຫ້ເຫັນວິກິດການທາງເສຖະກິດລາວທີ່ເກີດມາຈາກ ການຂາດດຸນບັນຊີເງິນຕາຕ່າງປະເທດທີ່ມີມາໄດ້ຫລາຍປີ ແລະຖືກຈັດຢູ່ໃນລາຍຊື່ຂອງບັນດາປະເທດ ທີ່ມີຄວາມສາມາດໃຊ້ໜີ້ຕໍ່າທີ່ສຸດຂອງໂລກ. ໄຊ​ຈະ​ເລີນ​ສຸກ ມີ​ລາຍ​ງານ​ເລື້ອງນີ້ ຈາກນັກຂ່າວຂອງພວກເຮົາມາສະເໜີທ່ານໃນອັນ ດັບຕໍ່ໄປ.

ປີ 2022 ກໍາລັງຈະໝົດໄປແລ້ວ ແລະປີໃໝ່ກໍາລັງກ້າວເຂົ້າມາ ແຕ່ວ່າ ອັດຕາຄວາມໜ້າເຊື່ອຖືທາງການເງິນຂອງລາວ ທີ່ໄດ້ຖືກຫລຸດລະດັບລົງມາໃນກາງປີນີ້ ຍັງບໍ່ໄດ້ມີການປ່ຽນແປງເລີຍ, ອີງຕາມເວັບໄຊທ໌ຂອງສະ​ຖາ​ບັນມູດດີສ໌ (Moody’s) ທີ່​ເປັນ​ສະ​ຖານ​ບັນ​ຈັດ​ອັນ​ດັບຄວາມ​ໜ້າ​ເຊື່ອ​ຖືຂອງ​ການ​ຈ່າຍ​ໜີ້ຂອງອົງການລັດຖະບານ ແລະເອກະຊົນໃນທົ່ວໂລກ ທີ່ພິມເຜີຍແຜ່ຜົນການປະ ເມີນຄືນຄວາມໜ້າເຊື່ອຖືໃນການຈ່າຍໜີ້ ຂອງລັດຖະບານລາວ ໃນວັນທີ 15 ທັນວາຜ່ານມານີ້.

ໃນເມື່ອກ່ອນນັ້ນ ລາວຖືກຈັດຢູ່ໃນອັນດັບ Caa1 ໂດຍ ຊຶ່ງເປັນອັດຕາທີ່ບົ່ງ ບອກວ່າ ມີມາດຕະຖານຕໍ່າ ແລະມີຄວາມສ່ຽງຕໍ່ການຂາດຄວາມສາມາດ ໃນການໃຊ້ໜີ້ຄືນໄດ້. ຈາກນັ້ນມາ ອັດຕາຄວາມໜ້າເຊື່ອຖືໃນການຈ່າຍໜີ້ຂອງລາວ ກໍໄດ້ຕົກລົງມາເລື້ອຍໆ ຊຶ່ງກໍຄື ມາຮອດເດືອນສິງຫາ ປີ 2020 ລາວຖືກຫລຸດອັນດັບ ລົງມາຢູ່ທີ່ Caa2 ຊຶ່ງກໍ​ເປັນ​ອັນ​ດັບ​ທີ່ບໍ່​ມີ​ຄວາມ​ສາ​ມາດ​ໃນ​ການ​ໃຊ້​ໜີ້​ຢູ່ແລ້ວ. ຕໍ່ມາ ກໍຄືເດືອນມີຖຸນາປີ 2022 ນີ້ ລາວ​ຖືກ​ຈັດ​ຢູ່​ໃນ​ອັນ​ດັບ Caa3 ຊຶ່ງມີຄວາມໝາຍວ່າ ລາວຍັງຢູ່​ໃນ​ອັນ​ດັບ​ທີ່ຫຼຸດ​ລົງໄປຫາ​ອັນ​ດັບ​ທີ່ຂີ້​ຮ້າຍກວ່າ​ເກົ່າ ແລະກໍເປັນລະດັບທີ່ຂີ້ຮ້າຍທີ່ສຸດ ໃນດ້ານຄວາມໜ້າເຊື່ອຖືໃນການໃຊ້ໜີ້ໄດ້, ອີງຕາມນິຍາມຂອງສະຖາບັນນີ້. ແລະຕົກມາຮອດ ເດືອນທັນວາກໍຄືເດືອນນີ້ ປະເທດລາວ ກໍຍັງຖືກປະເມີນວ່າ ຢູ່ອັນ​ດັບ Caa3 ກໍຄືໃນລະດັບທີ່ຟື້ນຕົວໄດ້ຍາກຢູ່. ທັງນີ້ກໍເພາະການຂາດດຸນບັນຊີເງິນຕາຕ່າງປະເທດ ແລະໄພເງິນເຟີ້ ທີ່ນັບມື້ນັບສູງຂຶ້ນ ທີ່ເປັນຜົນເນື່ອງມາຈາກການຂາດດຸນທາງການຄ້າ ແລະຂາດດຸນງົບປະມານນັ້ນ ຍັງເປັນບັນຫາທີ່ແກ້ໄດ້ຍາກ ເພາະມີຫລາຍສາເຫດ ດັ່ງທີ່ອະດີດພະນັກງານອະວຸໂສ ໃນທະນາຄານແຫ່ງ ສປປ ລາວ ທ່ານນຶ່ງອະທິບາຍວ່າ:

“ເອົາລົງແນວໃດເປັນ ເຈົ້າຕ້ອງຖາມເບິ່ງການສົ່ງອອກຈັກເປີເຊັນ ຄັນເຈົ້າສົ່ງອອກແປດສິບ ນໍາເຂົ້າຊາວເປີເຊັນໂອເຄ ດຽວນີ້ມັນປິ້ນກັນ. ນໍາເຂົ້າແປດສິບເປີເຊັນ ສົ່ງອອກຊາວເປີ ສີ່ສິບເປີເຊັນມັນກະຕິດລົບແລ້ວ ແລະກະຊວງການເງິນເອົາເບິ່ງແຕ່ລະປີນີ້ ຫົກສິບຫ້າຕື້ລາຍຈ່າຍ ລາຍຮັບມີແຕ່ສີ່ສິບຕື້ ມັນຕິດລົບຊາວຫ້າພັນຕື້ມັນຊິເອົາມາແຕ່ໃສຄວາມໝັ້ນຄົງ? ອັນນັ້ນຈຸດນຶ່ງ ບາດນີ້ຈຸດທີສອງ: ເລື່ອງການສົ່ງອອກໄຟຟ້າ ສົ່ງອອກແຮ່ທາດ ສົ່ງອອກຄໍາໄປປະເທດທີ 3 ສົ່ງອອກປັບມູນຄ່າສອງໝຶ່ນລ້ານໂດລາ ບາດຕັດມາເຂົ້າລະບົບທະນະຄານມີແຕ່ສິບຫ້າເປີເຊັນ ມັນໄປໃສເຫລືອນັ້ນ ມັນຄຸມບໍ່ໄດ້ຍ້ອນບໍ່ຜ່ານລະບົບທະນະຄານ ບໍ່ມີວິໄນການເງິນ.”

ຕໍ່ສະພາບການນີ້, ສະ​ຖາ​ບັນ Moody’s ມີ​ຫ້ອງ​ການ​ໃຫຍ່​ຕັ້ງ​ຢູ່ນະຄອນນິວຢອກ ຂອງ​ສະ​ຫະ​ລັດ ​ນັ້ນ ໄດ້ຄາດຄະເນວ່າຄວາມສ່ຽງຕໍ່ການຂາດຄວາມສາມາດຈ່າຍໜີ້ໄດ້ຂອງລາວ ຍັງຈະສືບຕໍ່ເພີ້ມຂຶ້ນໄປ ຢ່າງໜ້ອຍກໍພາຍໃນເວລາ 3 ປີຂ້າງໜ້ານີ້. ລາວມີໜີ້ຕ້ອງຊໍາລະປະຈໍາປີ ຈໍານວນ 1.1 ຕື້ໂດລາ ໃນປີ 2022 ແລະ 1.4 ຕື້ໂດລາ ໃນປີ 2023. ປະມານນຶ່ງສ່ວນສາມຂອງໜີ້ນີ້ ແມ່ນຕ້ອງຈ່າຍໃຫ້ແກ່ຜູ້ໃຫ້ກູ້ເງິນທາງການຄ້າ (ພັນທະບັດ ແລະເງິນກູ້). ໃນຂະນະທີ່ການຂາດດຸນງົບປະມານຍັງຈະເຮັດໃຫ້ຄວາມຕ້ອງການ ໃນການກູ້ຢືມລວມທັງໝົດຢູ່ປະມານ 9 ຫາ 10 ເປີເຊັນນຂອງ GDP ໃນອີກບໍ່ເທົ່າໃດປີຂ້າງໜ້ານີ້, ອີງຕາມລາຍງານຂອງສາຂາສະຖາບັນ Moody’s ທີ່ຕັ້ງຢູ່ສິງກະ ໂປ.

ຕາມການຄາດຄະເນຂອງ Moody's, ລາວຍັງຈະສືບຕໍ່ອີງໃສ່ການກູ້ຢືມຈາກຕະຫຼາດຫຼາຍພໍສົມຄວນ ເພື່ອສະໜອງທຶນໃຫ້ແກ່ຄວາມຕ້ອງການເຫຼົ່ານີ້. ເນື່ອງຈາກບໍ່ມີການສະໜັບສະໜູນງົບປະມານ ຫຼືການດຸ່ນດ່ຽງການຊໍາລະຢ່າງຕໍ່ເນື່ອງຈາກສະຖາບັນການເງິນສາກົນ ທີ່ສຳຄັນເຊັ່ນກອງທຶນສາກົນ ຫລື IMF ຫຼືທະນາຄານໂລກ ແລ້ວ, ລັດຖະບານອາດຈະອີງອາໄສຕໍ່ ກັບເຮັດແບບປະສົມປະສານກັນລະຫວ່າງການເຈລະຈາສັນຍາກູ້ຢືມຄືນໃຫມ່ ກັບຜູ້ໃຫ້ກູ້ແບບສອງຝ່າຍ - ໃນອັດຕາດອກເບ້ຍທາງການຄ້າ ແລະການສືບຕໍ່ອອກໜີ້ ໃນຕະຫຼາດເງິນບາດໄທ, ແລະ/ຫຼື ໃຫ້ການຄ້ຳປະກັນເງິນກູ້ຈາກທະນາຄານການຄ້າ ຊຶ່ງການເຮັດເຊັ່ນນັ້ນ ສະຖາບັນມູດດີສ໌ ໃຫ້ການສັງເກດວ່າ ມັນກໍຍັງຈະເຮັດໃຫ້ອະນາຄົດທາງການເງິນຂອງລາວ ບໍ່ແນ່ນອນຢູ່ ເພາະມັນຂຶ້ນກັບສະພາບການເຈລະຈາກັບຜູ້ເປັນເຈົ້າໜີ້ຕ່າງປະເທດ ຂະນະທີ່ກໍານົດເວລາໃຊ້ໜີ້ຫລາຍຢ່າງ ກໍມາຮອດເລື້ອຍໆໄປ.

ສະນັ້ນ ມັນກໍເຮັດໃຫ້ລາວຍັງມີຄວາມສ່ຽງຕໍ່ການລົ້ມລະລາຍຢູ່ ສ່ວນການລົງ ທຶນຕ່າງປະເທດເຂົ້າໃນການສ້າງເຂື່ອນໄຟຟ້າ ເພື່ອສົ່ງອອກນັ້ນ ກໍນໍາລາຍໄດ້ມາໃຫ້ລາວໜ້ອຍຫລາຍ ດັ່ງທີ່ອະດີດພະນັກງານອະວຸໂສຂອງທະນາຄານກາງ ຂອງລາວ ທີ່ກ່າວມາຂ້າງເທິງນັ້ນ ໃຫ້ຂໍ້ສັງເກດວ່າ:

“ເຈົ້າກະທຸກໄປຕະຫລອດ ແນວມັນມາຫາເງິນຢູ່ປະເທດລາວເດ ບໍ່ໄດ້ດອກ, ປະເທດລາວເປັນອັນດັບຫ້າແລ້ວເດີ ຈາກສີ່ເປັນອັນດັບຫ້າຂອງໂລກເງິນເພີ້-ໜີ້ສິນ ສະພາບຊິຫລົ້ມແລ້ວ.”

ສະຫລຸບແລ້ວ ອົງການ​ຈັດ​ອັນ​ດັບ​ສາກົນ​ໄດ້​ຍົກ​ອອກ​ຄຳ​ເຕືອນ​ວ່າ ​ເສດຖະກິດ​ລາວ​ ທີ່​ປະສົບ​ກັບ​ການ​ຂາດ​ດຸນ​ງົບປະມານ ​ແລະ ບັນຊີ​ເງິນຕາຕ່າງປະເທດ ​ມາ​ເປັນ​ເວລາ​ຫລາຍ​ປີ ​ແລະ​ປະສົບ​ກັບ​ວິ​ກິດ​ການ​ດ້ານ​ສະພາບ​ຄ່ອງ ​ແລະການ​ແກ້​ໄຂ​ບັນຫາ​ເງິນ​ເຟີ້​ນັ້ນ ແມ່ນຍັງສືບຕໍ່ຕົກ​ຢູ່​ໃນ​ສະພາບເສດຖະກິດທີ່ພື້ນຕົວໄດ້ຍາກຢູ່.

XS
SM
MD
LG