ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ຕິດອັນດັບ ທີ 123 ກ່ຽວກັບ ສະພາບ ການສໍ້ລາດບັງຫຼວງ ຢູ່ໃນ 176 ປະເທດ


ລາວຖືກຈັດອັນດັບ ຂອງການສໍ້ລາດບັງຫຼວງ ຢູ່ທີ 123 ໃນປີ
2016 ໂດຍເປັນການເລື່ອນອັນດັບຂຶ້ນເຖິງ 16 ອັນດັບ ເມື່ອທຽບກັບປີ 2015 ທີ່ລາວຢູ່ອັນດັບທີ 139 ຂອງໂລກ.
ລາວຖືກຈັດອັນດັບ ຂອງການສໍ້ລາດບັງຫຼວງ ຢູ່ທີ 123 ໃນປີ 2016 ໂດຍເປັນການເລື່ອນອັນດັບຂຶ້ນເຖິງ 16 ອັນດັບ ເມື່ອທຽບກັບປີ 2015 ທີ່ລາວຢູ່ອັນດັບທີ 139 ຂອງໂລກ.

ການເອົາຈິງເອົາຈັງຂອງລັດຖະບານລາວ ໃນການປາບປາມການຄໍຣັບຊັນ ເຮັດໃຫ້ ຕ່າງຊາດເຊື່ອໝັ້ນ ລັດຖະບານລາວຫຼາຍຂຶ້ນ ໂດຍເລື່ອນຂຶ້ນຈາກອັນດັບ 139 ໃນປີ 2015 ມາຢູ່ອັນດັບ 123 ໃນປີ 2016.

ອົງການເພື່ອຄວາມໂປ່ງໃສສາກົນ ຫຼື Transparency International ໄດ້ດຳເນີນ
ການສຳຫຼວດຄວາມຄິດເຫັນ ຂອງນັກທຸລະກິດ ກ່ຽວກັບສະພາບ ການສໍ້ລາດບັງ
ຫລວງ ຢູ່ໃນ 176 ປະເທດທົ່ວໂລກ ນັ້ນ ໄດ້ຈັດໃຫ້ລາວຢູ່ອັນດັບທີ 123 ໃນປີ
2016 ໂດຍເປັນການເລື່ອນອັນດັບຂຶ້ນເຖິງ 16 ອັນດັບ ເມື່ອທຽບກັບປີ 2015 ທີ່ລາວຢູ່ອັນດັບທີ 139 ຂອງໂລກ.

ໂດຍອັນດັບທີ່ດີຂຶ້ນດັ່ງກ່າວນີ້ ເປັນຜົນຈາກການທີ່ລັດຖະບານລາວ ໄດ້ຮັບຄວາມ
ໄວ້ວາງໃຈຈາກບັນດານັກທຸລະກິດຊາວຕ່າງຊາດ ທີ່ລົງທຶນໃນລາວເພີ່ມຂຶ້ນ ຈາກ
25 ເປີເຊັນ ໃນປີ 2015 ເປັນ 30 ເປີເຊັນ ໃນປີ 2016 ທັງນີ້ ກໍເພາະເຫັນວ່າ ລັດ
ຖະບານລາວ ຊຸດປັດຈຸບັນ ທີ່ມີທ່ານທອງລຸນ ສີສຸລິດ ເປັນນາຍົກລັດຖະມົນຕີ ໄດ້
ເອົາຈິງໃນການສະກັດກັ້ນ ແລະປາບປາມການສໍ້ລາດບັງຫຼວງຢ່າງເປັນຮູບປະທຳ
ດັ່ງຈະເຫັນໄດ້ຈາກການຢຸດສຳປະທານປ່າໄມ້ ແລະຫ້າມສົ່ງໄມ້ທ່ອນອອກໄປຕ່າງ
ປະເທດຢ່າງສິ້ນເຊິງ ການສັ່ງຫ້າມບໍ່ໃຫ້ສຳປະທານການຂຸດຄົນແຮ່ທາດລາຍໃໝ່
ແລະໃຫ້ດຳເນີນການກວດສອບສຳປະທານ ທີ່ໄດ້ອະນຸມັດໄປແລ້ວ ວ່າໄດ້ດຳເນີນ ການຕາມສັນຍາ ຫຼືບໍ່ ແລະການຍົກເລີກສຳປະທານທີ່ດິນ ທີ່ສົ່ງຜົນກະທົບຕໍ່ສິ່ງ
ແວດລ້ອມທຳມະຊາດ ເຊັ່ນ ສຳປະທານທີ່ດິນສຳລັບປູກກ້ວຍຂອງຈີນ ໃນແຂວງ
ບໍ່ແກ້ວ ເປັນຕົ້ນ.

ອົງການເພື່ອຄວາມໂປ່ງໃສສາກົນ ຫຼື Transparency International ໄດ້ດຳເນີນ ການສຳຫຼວດຄວາມຄິດເຫັນ ຂອງນັກທຸລະກິດ ກ່ຽວກັບສະພາບ ການສໍ້ລາດບັງ ຫລວງ ຢູ່ໃນ 176 ປະເທດທົ່ວໂລກ.
ອົງການເພື່ອຄວາມໂປ່ງໃສສາກົນ ຫຼື Transparency International ໄດ້ດຳເນີນ ການສຳຫຼວດຄວາມຄິດເຫັນ ຂອງນັກທຸລະກິດ ກ່ຽວກັບສະພາບ ການສໍ້ລາດບັງ ຫລວງ ຢູ່ໃນ 176 ປະເທດທົ່ວໂລກ.

ຄະແນນດັ່ງກ່າວນີ້ ຍັງເປັນລະດັບຄວາມໄວ້ວາງໃຈ ທີ່ວ່າປີ 2021 ທີ່ລາວຖືກຈັດໃຫ້
ຢູ່ອັນດັບທີ 160 ທີ່ໄດ້ຮັບຄວາມໄວ້ວາງໃຈຈາກນັກລົງທຶນຕ່າງຊາດໃນລາວພຽງ 21
ເປີເຊັນ ເທົ່ານັ້ນ ທັງຍັງມີສະຖານະດີກວ່າປີ 2013 ຊຶ່ງລາວໄດ້ຮັບຄວາມໄວ້ວາງໃຈ
ທີ່ລະດັບ 26 ເປີເຊັນ ໝາຍຄວາມວ່າ ການສໍ້ລາດບັງຫຼວງໃນລາວ ມີທ່າອຽງລົດລົງ
ໃນສາຍຕາຂອງນັກລົງທຶນຊາວຕ່າງຊາດໃນລາວ ໂດຍສະເພາະແມ່ນເມື່ອທຽບ
ລະຫວ່າງປີ 2012 ກັບປີ 2016 ກໍຈະເຫັນວ່າ ອັນດັບຂອງ ສປປ ລາວ ດີຂຶ້ນເຖິງ
37 ອັນດັບ.

ທາງດ້ານທ່ານໄຊຄຳ ອຸ່ນມີໄຊ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຫ່ງ
ຊາດ ໄດ້ຖະແຫລງວ່າ ໃນຊ່ວງປີ 2011-2015 ອົງການກວດກາລັດຖະບານ ໄດ້
ດຳເນີນການກວດສອບ 734 ເປົ້າໝາຍ ທີ່ເປັນໜ່ວຍງານຂອງລັດຖະບານລາວ
ທົ່ວປະເທດ ແລະໄດ້ກວດພົບການທຸຈະລິດຄໍຣັບຊັນ ຂອງບັນດາພະນັກງານລັດ
ຖະບານ ຢ່າງກວ້າງຂວາງ ເຮັດໃຫ້ລັດຖະບານລາວ ຕ້ອງສູນເສຍງົບປະມານໄປ
ຄິດເປັນມູນຄ່າລວມຫຼາຍກວ່າ 4,000 ຕື້ກີບ ຫຼືເກີນກວ່າ 500 ລ້ານໂດລາ.

ໂດຍຈາກການສູນເສຍດັ່ງກ່າວ ອົງການກວດກາລັດຖະບານ ກໍໄດ້ລົງໂທດທາງ
ວິໄນ ຕໍ່ພະນັກງານລັດ ທີ່ກ່ຽວຂ້ອງໃນການທຸຈະລິດຄໍຣັບຊັນ ຈຳນວນ 165 ຄົນ
ໃນຂະນະທີ່ສານປະຊາຊົນ ກໍໄດ້ຕັດສິນລົງໂທດຈຳຄຸກພະນັກງານລັດອີກ 38 ຄົນ ທີ່ມີພະຍານຫລັກຖານຢ່າງຊັດເຈນ ວ່າກ່ຽວຂ້ອງໂດຍກົງ ໃນການທຸຈະລິດຄໍຣັບຊັນ
ທີ່ເຮັດໃຫ້ເກີດການສກູນເສຍຢ່າງຫລວງຫລາຍ ແລະເພື່ອແກ້ໄຂບັນຫາດັ່ງກ່າວນັ້ນ
ລັດຖະບານລາວ ຍັງໄດ້ມີການພັດທະນາກົນໄກຕ່າງໆ ຢ່າງຮອບດ້ານອີກດ້ວຍ ດັ່ງ
ທີ່ ທ່ານໄຊຄຳ ໄດ້ຢືນຢັນວ່າ:

“ຜ່ານການຕິດຕາມກວດກາຜ່ານມາ ໄດ້ພົບເຫັນການຈັດຕັ້ງ ແລະບຸກຄົນຈຳນວນ ບໍ່ນ້ອຍ ໄດ້ມີການສວຍໃຊ້ໜ້າທີ່ຕຳແໜ່ງ ທັງທີ່ບໍ່ຖືກຕ້ອງ ມີການໃຫ້ ແລະ ຮັບ
ສິນບົນ ຍັກຍອກ ປອມແປງມາດຕະຖານເທັກນິກ ການກໍ່ສ້າງ ແລະອື່ນໆ ເພື່ອ
ຕີຖອຍ ແລະປັດເປົ່າບັນດາປາກົດການ ກໍຄືພຶດຕິກຳທີ່ເປັນການສໍ້ລາດບັງຫຼວງ
ດັ່ງກ່າວ ລັດຖະບານໄດ້ມີການປັບປຸງກົງຈັກການຈັດຕັ້ງ ແລະກວດກາແກ້ໄຂ
ບຸກຄົນ ທີ່ມີພຶດຕິກຳສໍ້ລາດບັງຫລວງຢູ່ຫຼາຍຂົງເຂດ ມີກົນໄກ ແລະລະບຽບການ
ຕ່າງໆ ເພື່ອຄຸ້ມຄອງ ແລະອັດຊ່ອງວ່າງທີ່ຈະເກີດມີສະພາບຫຍໍ້ທໍ້ຕ່າງໆ ໃນ
ກົງຈັກການຈັດຕັ້ງ ແລະຖັນແຖວພະນັກງານລັດຖະກອນ ໃນແຕ່ລະໄລຍະ.”

ນອກຈາກນັ້ນ ຍັງໄດ້ກວດສອບເຫັນ ການຊຳລະໜີ້ ໃນການລົງທຶນຂອງລັດ
ນອກແຜນ ດ້ວຍການອ່ວຍໜີ້ 103 ລ້ານໂດລາ ແລະໃຊ້ຈ່າຍເງິນນອກແຜນ
ເພື່ອທົດແທນບັນຊີເງິນຝາກຂອງອົງການວິຊາການ ຂອງລັດໃນມູນຄ່າ 18 ລ້ານ
ໂດລາ ທັງຍັງກວດພົບລາຍຈ່າຍລ່ວງໜ້າຢູ່ຄັງເງິນຂອງລັດ ເຖິງ 98 ລ້ານໂດລາ
ອີກດ້ວຍ.

XS
SM
MD
LG