ທ່ານສອນໄຊ ສີພັນດອນຮອງນາຍົກ ລັດຖະມົນຕີໄດ້ເປັນລັດຖະມົນຕີກະຊວງແຜນການ ແລະການລົງທຶນອີກ 1 ຕຳແໜ່ງ ເພື່ອຍົກລະດັບຄວາມສາມາດໃນການແຂ່ງຂັນຂອງລາວ. ຊົງລິດ ໂພນເງິນມີລາຍລະອຽດກ່ຽວກັບເລື້ອງນີ້ ມາສະເໜີທ່ານຈາກບາງກອກ.
ເຈົ້າໜ້າທີ່ຂັ້ນສູງກະຊວງແຜນການ ແລະການລົງທຶນ ຢືນຢັນວ່າ ການແຕ່ງຕັ້ງລັດຖະມົນ
ຕີກະຊວງແຜນການ ແລະການລົງທຶນ ຄົນໃໝ່ຊຶ່ງມີການສົ່ງມອບຕຳແໜ່ງຢ່າງເປັນທາງ
ການໃນວັນທີ 11 ຕຸລາ 2019 ທີ່ຜ່ານມາ ລະຫວ່າງທ່ານ ສຸພັນ ແກ້ວມີໄຊ, ລັດຖະມົນຕີ
ຜູ້ເກົ່າກັບ ທ່ານສອນໄຊ ສີພັນດອນ, ລັດຖະມົນຕີຜູ້ໃໝ່ ທັງຍັງເປັນຮອງນາຍົກລັດຖະ
ມົນຕີອີກດ້ວຍນັ້ນ ມີເປົ້າໝາຍເພື່ອປັບປຸງ ແລະຍົກລະດັບຄວາມສາມາດໃນການແຂ່ງຂັນທາງທຸລະກິດຂອງລາວໃຫ້ສູງຂຶ້ນເປັນສຳຄັນ.
ທັງນີ້ ຄວາມສາມາດໃນການແຂ່ງຂັນທາງທຸລະກິດຂອງລາວ ໄດ້ຕົກຕ່ຳລົງຢ່າງຕໍ່ເນື່ອງ
ໃນໄລຍະ 4 ປີມານີ້ ກໍຄືໃນປີ 2016 ລະດັບຄວາມສາມາດໃນການແຂ່ງຂັນທາງທຸລະກິດ
ຂອງລາວຢູ່ອັນດັບ 83 ຂອງໂລກ ແລ້ວກໍຕົກລົງມາຢູ່ອັນດັບ 93 ໃນປີ 2017 ແລະລົງມາຢູ່ອັນດັບ 112 ໃນປີ 2018 ແລະໃນປີ 2019 ນີ້ ກໍຍັງຈະຕົກລົງມາຢູ່ອັນດັບ 113 ຈາກການຈັດອັນດັບທັງໝົດ 141 ປະເທດ ທົ່ວໂລກ ໂດຍສິງກະໂປ ໄດ້ຖືກຈັດໃຫ້ຢູ່ໃນອັນດັບທີ 1 ໃນຖານະປະເທດທີ່ມີລະດັບຄວາມສາມາດໃນການແຂ່ງຂັນທາງທຸລະກິດສູງທີ່ສຸດຂອງໂລກໃນປັດຈຸບັນ.
ເຈົ້າໜ້າທີ່ຂັ້ນສູງໃນກະຊວງແຜນການ ແລະການລົງທຶນຢືນຢັນວ່າ ລະດັບປະສິດທິພາບຕ່ຳ ໃນການປະຕິບັດໜ້າທີ່ຂອງບັນດາພະນັກງານສ່ວນໃຫຍ່ ຂອງລັດຖະບານລາວ ຖືເປັນບັນຫາສຳຄັນທີ່ສຸດ ທີ່ເຮັດໃຫ້ລະດັບຄວາມສາມາດໃນການແຂ່ງຂັນທາງທຸລະກິດຂອງລາວ ຕົກຕ່ຳລົງ. ພ້ອມກັນນີ້ ກໍມີບັນຫາ ໃນດ້ານນິຕິກຳຕ່າງໆ ທີ່ບໍ່ທັນສະໄໝ. ສ່ວນພະນັກງານກໍມີຄວາມຮູ້ ຄວາມສາມາດບໍ່ເທົ່າທັນກັບສະພາບການພາຍໃນ ແລະນອກປະເທດ ທີ່ປ່ຽນແປງຢ່າງໄວວາ ໂດຍສະເພາະແມ່ນທີ່ເປັນເທັກໂນໂລຈີ ແລະນະວັດຕະກຳທັນສະໄໝນັ້ນ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວໄດ້ຢືນຢັນວ່າ:
“ພວກເຮົາກໍຍັງຂາດບັນດານິຕິກຳຫັ້ນແລ້ວ. ພວກເຮົາກຳລັງຄົ້ນຄວ້າກ່ຽວກັບຮ່າງກົດໝາຍ ເທັກໂນໂລຈີ ລະດັບສູງ ຄືວ່າແຜນກໍແມ່ນປີ 2020 ນີ້ ແລ້ວກະກຳລັງມີແຜນຈະສ້າງຮ່າງກົດໝາຍວ່າດ້ວຍນະວັດຕະກຳ ຊຶ່ງວ່າປັດຈຸບັນນີ້ພວກເຮົາຍັງຂາດ. ອັນທີ 2 ແມ່ນພວກເຮົາຍັງຂາດໂຄງລ່າງພື້ນຖານ ລວມທັງການຄົ້ນຄວ້າ ພັດທະນາ ສູນບໍລິການດ ສູນສົ່ງເສີມຕ່າງໆຫັ້ນ ພວກເຮົາຍັງຂາດ ແລະອັນທີ ສາມ ແມ່ນບຸກຄະລາກອນ ຄືວ່າ ບຸກຄະລາກອນຂອງພວກເຮົານີ້ ກະຖືວ່າ ຍັງໜຸ່ມນ້ອຍຫັ້ນຫລະ. ຄັນຊິເວົ້າແລ້ວ ກະພະນັກງານລັດຖະກອນໃໝ່ຫັ້ນແຫລະ.”
ທັງນີ້ World Economic Forum ໄດ້ຈັດ ລະດັບຄວາມສາມາດໃນການແຂ່ງຂັນທາງທຸລະກິດ ໃນແຕ່ລະປະເທດ ດ້ວຍການພິຈາລະນາຈາກ 12 ປັດໄຈດ້ວຍກັນ ຄື ການມີສະຖາບັນຕ່າງໆ ທີ່ໝັ້ນຄົງ, ການມີພື້ນຖານໂຄງລ່າງທີ່ເໝາະສົມ, ເສດຖະກິດມະຫາພາກທີ່ເຂັ້ມແຂງ, ສຸຂະພາບ ແລະການສຶກສາ ມີພື້ນຖານທີ່ດີ, ຄຸນນະພາບການສຶກສາ ແລະການຝຶກອົບຮົມທີ່ໄດ້ມາດຕະຖານ, ຕະຫລາດການຄ້າມີປະສິດທິພາບ, ແຮງງານມີຝີມືດີ, ຕະຫລາດການເງິນມີການພັດທະນາ, ມີຄວາມສາມາດໃນການນຳໃຊ້ເທັກໂນໂລຈີທັນສະໄໝ, ມີການຂະຫຍາຍຕະຫລາດການຄ້າທັງພາຍໃນ ແລະຕ່າງປະເທດ, ມີການສ້າງສັນຜະລິດຕະພັນໃໝ່ ແລະແຕກຕ່າງ ດ້ວຍການຜະລິດທີ່ທັນສະໄໝ ແລະການນຳໃຊ້ນະວັດຕະກຳໃໝ່ໆ ໂດຍລາວມີຄວາມສາມາດໃນການແຂ່ງຂັນໃນປີ 2019 ນີ້ຢູ່ທີ່ລະດັບ 50.1 ເປີເຊັນ, ໄທ 68.1 ເປີເຊັນ ແລະສິງກະໂປ 84.8 ເປີເຊັນ, ຕາມລຳດັບ.
ທາງດ້ານເຈົ້າໜ້າທີ່ຂັ້ນສູງຂອງທະນາຄານພັດທະນາເອເຊຍ (ADB) ປະຈຳລາວ
ຢືນຢັນວ່າ ສະພາບການລົງທຶນຂອງຕ່າງປະເທດໃນລາວຍັງບໍ່ດີຂຶ້ນ ໂດຍເຫັນໄດ້
ຈາກໃນຊ່ວງ 6 ເດືອນຕົ້ນປີ 2019 ມີການລົງທຶນຈາກຕ່າງປະເທດເຂົ້າມາໃນລາວ
1,266 ໂຄງການຄິດເປັນມູນຄ່າລວມ 3,644 ລ້ານໂດລາ ແຕ່ກໍມີການນຳເງິນທຶນຕົວ
ຈິງເຂົ້າມາໃນລາວພຽງ 1,091 ລ້ານໂດລາ ຫຼືຄິດເປັນ 40 ເປີເຊັນຂອງແຜນການປີ ແລະພາຍໃຕ້ສະພາບການດັ່ງກ່າວ ຍັງເຮັດໃຫ້ຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະຂະໜາດກາງ (SME) ໃນລາວ ຕ້ອງການກູ້ຢືມເງິນຈາກທະນາຄານເພີ້ມຂຶ້ນອີກດ້ວຍ ເພາະວ່າ ການດຶງດູດທຶນຈາກຕ່າງປະເທດ ເຂົ້າມາຮ່ວມທຶນກັບ SME ໃນລາວໄດ້ຕ່ຳກວ່າແຜນການນັ້ນຍ່ອມຈະສົ່ງຜົນກະທົບຕໍ່ການພັດທະນາ ຜະລິດຕະພັນ ແລະການຍົກລະດັບຄວາມສາມາດໃນການແຂ່ງຂັນທາງທຸລະກິດຂອງ SME ໃນລາວທີ່ມີຢູ່ຫລາຍກວ່າ 124,830 ຫົວໜ່ວຍຢ່າງຫລີກລ້ຽງບໍ່ໄດ້ນັ້ນເອງ.