ເຈົ້າໜ້າທີ່ລາວຢືນຢັນວ່າ ການລົງທຶນຂອງຈີນທີ່ຫຼາຍຂຶ້ນນັບມື້
ໄດ້ສົ່ງຜົນກະທົບຕໍ່ເນື່ອງເຮັດໃຫ້ມີການລັກລອບຕັດໄມ້ທໍາລາຍ
ປ່າໃນ ແຂວງພາກເໜືອຂອງລາວຫຼາຍຂຶ້ນຢ່າງຕໍ່ເນື່ອງເຊັ່ນກັນ.
ເຈົ້າໜ້າທີ່ຂັ້ນສູງໃນກົມປ່າໄມ້ ກະຊວງກະສິກໍາ-ປ່າໄມ້ລາວ ໄດ້
ໃຫ້ການຍອມຮັບວ່າ ການລົງທຶນຂອງຈີນທີ່ເພີ່ມຂຶ້ນນັບມື້ໃນປັດ
ຈຸບັນນີ້ ເຖິງແມ່ນວ່າ ຈະເປັນຜົນດີຕໍ່ການພັດທະນາເສດຖະກິດ
ໃນລາວກໍຕາມ ແຕ່ໃນຂະນະດຽວກັນກໍໄດ້ສົ່ງຜົນກະທົບດ້ານລົບ
ຕໍ່ສະພາບດແວດລ້ອມທໍາມະຊາດ ແລະຊີວິດຄວາມເປັນຢູ່ຂອງ
ປະຊາຊົນລາວຢ່າງກວ້າງຂວາງອີກດ້ວຍເຊັ່ນກັນ.
ທັງນີ້ກໍເນື່ອງຈາກວ່າ ບັນດາບໍລິສັດຈາກຈີນທີ່ລົງທຶນຢູ່ໃນລາວ
ໂດຍສະເພາະແມ່ນການລົງທຶນໃນພາກກະສິກໍາ ທີ່ມີການເຊົ່າ
ທີ່ດິນເປັນບໍລິເວນກວ້າງເພື່ອປູກພືດເສດຖະກິດ ເຊັ່ນ ຢາງພາຣາ ໄມ້ວິກ ຫຼື ຢູຄາລິບຕັສ ມັນຕົ້ນ ອ້ອຍ ສາລີ ແລະຖົ່ວຕ່າງໆນັ້ນ ກໍປາກົດວ່າ ບັນດາບໍລິສັດຈາກຈີນເຫຼົ່ານີ້ ຕ່າງກໍ ໄດ້ພາກັນທໍາການຕັດໄມ້ ທໍາລາຍປ່າຢູ່ໃນລາວຢ່າງກວ້າງຂວາງອີກດ້ວຍ ດັ່ງທີ່ເຈົ້າໜ້າ ທີ່ລາວ ໄດ້ຍົກຕົວຢ່າງເຖິງສະພາບການທີ່ເກີດຂຶ້ນໃນແຂວງພົງສາລີ ວ່າ:
“ແຂວງພົງສາລີນີ້ ກໍລະນີທີ່ປະຊາຊົນໄດ້ສະເໜີການຮຽກ
ຮ້ອງຫຼາຍກວ່າ ໝູ່ກໍແມ່ນບັນຫາການຕັດໄມ້ ເພາະວ່າ
ການຕັດໄມ້ນີ້ ເຖິງແມ່ນວ່າ ທີ່ອອກໜ້າສ່ວນຫຼາຍຈະເປັນ ບໍລິສັດຂອງຄົນລາວກໍຕາມ ຫາກແຕ່ວ່າຜູ້ຕັດນັ້ນກໍແມ່ນ
ຈີນ ບັດນີ້ ທີ່ເຂົາຢາກສິຕັດບ່ອນໃດເຂົາກໍຕັດ ຈຶ່ງເຮັດໃຫ້
ປະຊາຊົນ ຢາກຮູ້ເຫດຜົນວ່າ ຕັດເພື່ອຫຍັງ ຫຼືຕັດເພື່ອຊໍາ ລະຫຍັງຈຶ່ງຕ້ອງຕັດຫຼາຍແທ້ ບ່ອນທີ່ບໍ່ຄວນຕັດ ກໍຍິ່ງຕັດ ຮອດດິນ ແລະປ່າທີ່ປະຊາຊົນຄຸ້ມຄອງ.”
ທາງດ້ານເຄືອຂ່າຍອະນຸລັກຊັບພະຍາກອນທໍາມະຊາດໃນເຂດລຸ່ມແມ່ນໍ້າຂອງໄດ້ລາຍ ງານວ່າ ການລັກລອບຕັດໄມ້ໃນລາວໄດ້ກາຍເປັນບັນຫາທີ່ໃຫຍ່ຂຶ້ນນັບມື້ ໂດຍເຂດທີ່ມີ ການລັກລອບຕັດໄມ້ເຖື່ອນຫຼາຍທີ່ສຸດໃນລາວນັ້ນ ກໍແມ່ນເຂດຊາຍແດນທີ່ຕິດຕໍ່ກັບຫວຽດ ນາມ ຈີນ ແລະໄທ ຊຶ່ງປະມານການວ່າ ໄດ້ມີການລັກລອບຕັດໄມ້ ແລະຂົນສົ່ງໄມ້ອອກ ຈາກລາວໄປຍັງ 3 ປະເທດດັ່ງກ່າວນີ້ ໃນປະລິມານຫຼາຍກວ່າ 200,000 ແມັດກ້ອນ ໃນແຕ່ລະປີ.
ທັງນີ້ ຈາກການສໍາຫຼວດສະພາບປ່າໄມ້ໃນລາວເມື່ອປີ 1992 ກໍພົບວ່າ ລາວມີອັດຕາ
ຄວາມໜາແໜ້ນຂອງປ່າໄມ້ປົກຫຸ້ມຢູ່ເຖິງ 47% ຂອງພື້ນທີ່ທັງໝົດ ຫາກແຕ່ວ່າ ອັດຕາ ຄວາມໜາແໜ້ນຂອງປ່າໄມ້ ກໍໄດ້ຫລຸດລົງສູ່ລະ ດັບ 41% ໃນປີ 2002 ແລະໃນປັດຈຸ
ບັນນີ້ ກໍ ເຊື່ອວ່າ ປ່າໄມ້ໃນລາວຍັງຄົງເຫຼືອຢູ່ ບໍ່ເຖິງ 40% ຂອງພື້ນທີ່ທັງໝົດເທົ່ານັ້ນ.
ແຕ່ຢ່າງໃດກໍຕາມ ດ້ວຍການສົ່ງເສີມໃຫ້ພາກເອກກະຊົນດໍາເນີນໂຄງການລົງທຶນ ເພື່ອ ການປູກຕົ້ນໄມ້ສໍາລັບອຸດສາຫະກໍາແປຮູບຢ່າງຕັ້ງໜ້ານັ້ນ ກໍເຮັດໃຫ້ທາງການລາວເຊື່ອ ໝັ້ນວ່າ ຈະເຮັດໃຫ້ປ່າໄມ້ໃນລາວມີຄວາມໜາ ແໜ້ນເພີ່ມຂຶ້ນເປັນ 70% ຂອງພື້ນທີ່ທັງ ໝົດຂອງປະເທດໄດ້ພາຍໃນປີ 2020.
ທາງດ້ານກະຊວງແຜນການ ແລະການລົງທຶນ ກໍໄດ້ສະເໜີລາຍງານວ່າ ນັບຈາກປີ 2000 ເປັນຕົ້ນມາຈົນເຖິງປັດຈຸບັນນີ້ ຈີນມີມູນຄ່າການລົງທຶນສະສົມຢູ່ໃນລາວຫຼາຍກວ່າ 3,500 ລ້ານໂດລາ ໂດຍເຖິງແມ່ນວ່າຈະຢູ່ອັນດັບທີ 2 ຮອງຈາກຫວຽດນາມໃນລາວກໍຕາມ ຫາກ ແຕ່ກໍເຊື່ອວ່າ ການລົງທຶນຂອງຈີນໃນລາວ ຈະກ້າວຂຶ້ນມາເປັນອັນດັບ 1 ໃນໝໍ່ໆນີ້ ເນື່ອງ ຈາກວ່າ ຍັງມີບັນດາບໍລິສັດຈາກຈີນອີກຈໍານວນບໍ່ໜ້ອຍ ທີ່ຕຽມຈະເຂົ້າມາລົງທຶນໃນລາວ ເພີ່ມຂຶ້ນອີກ ຊຶ່ງລວມເຖິງໂຄງການສ້າງທາງລົດໄຟຄວາມໄວສູງ ເພື່ອເຊື່ອມຕໍ່ມາຍັງນະ ຄອນວຽງຈັນ ໂດຍຄິດເປັນມູນຄ່າລົງທຶນເຖິງ 7,000 ລ້ານໂດລາດ້ວຍນັ້ນເອງ.