ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບໍ​ລິ​ສັດລາວ ຈະສໍາຫລວດ ແລະອອກແບບ ທາງລົດໄຟ ຈາກທ່າແຂກ ໄປຫາ ທ່າເຮືອ ຫວຸງແອງ ຂອງຫວຽດນາມ ໄວໆ ນີ້


ພິທີວາງສີລາເລີກໂຄງການກໍ່ສ້າງທາງລົດ​ໄຟຈາກ​ສະ​ຫວັນ​ນະ​ເຂດ​ຫາລາວ​ບາວ ຢູ່​ຫວຽດ​ນາມ
ພິທີວາງສີລາເລີກໂຄງການກໍ່ສ້າງທາງລົດ​ໄຟຈາກ​ສະ​ຫວັນ​ນະ​ເຂດ​ຫາລາວ​ບາວ ຢູ່​ຫວຽດ​ນາມ

ບໍລິສັດເອກະຊົນລາວ ໄດ້ຮັບອະນຸຍາດ ໃຫ້ດໍາເນີນການສໍາຫລວດ ແລະອອກແບບ
ກໍ່ສ້າງ ທາງລົດໄຟ ເຊື່ອມຕໍ່ຈາກທ່າແຂກໃນແຂວງຄໍາມ່ວນ ໄປທ່າເຮືອ ຫວຸງແອງ
(Vung Ang) ໃນເຂດພາກກາງຂອງຫວຽດນາມ. ຊົງລິດ ໂພນເງິນມີລາຍງານຈາກ ບາງກອກ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງໂຍທາທິການ ແລະຂົນສົ່ງຢືນຢັນວ່າກະຊວງໂຍທາທິການ
ແລະ​ຂົນ​ສົ່ງໄດ້ອະນຸຍາດໃຫ້ບໍລິສັດ Petroleum Trading Lao ຈໍາກັດ (ມະຫາຊົນ) ເປັນພາກສ່ວນ ຮັບຜິດຊອບການສຶກສາສໍາຫລວດ ແລະອອກແບບກໍ່ສ້າງທາງລົດໄຟ ເຊື່ອມຕໍ່ຈາກທ່າແຂກ, ແຂວງຄໍາມ່ວນໄປຍັງທ່າເຮືອຫວຸງແອງ (Vung Ang) ຢູ່ທີ່ແຂວງ
ຮາຕິງ ໃນກພາກກາງ ຂອງຫວຽດນາມ ເມື່ອບໍ່ນານມານີ້ ໂດຍພາຍໃຕ້ການອະນຸຍາດ
ດັ່ງກ່າວ ກໍຍັງໄດ້ກໍາໜົດ ໃຫ້ບໍລິສັດເອກະຊົນລາວ ຕ້ອງດໍາເນີນການສຶກສາສໍາຫລວດ ແລະອອກແບບກໍ່ສ້າງທາງລົດໄຟ ສະເພາະໃນເຂດລາວໃຫ້ແລ້ວເສັດພາຍໃນ 12
ເດືອນຂ້າງໜ້າ. ສ່ວນການສຶກສາສໍາຫລວດ ຢູ່ໃນເຂດຫວຽດນາມນັ້ນ ຍັງຕ້ອງລໍຖ້າ
ການອະນຸ ຍາດຈາກທາງການຫວຽດນາມເສຍກ່ອນ ຈຶ່ງຈະສາມາດດໍາເນີນການໄດ້ໃນ ພາກຕົວຈິງ.

ທ່າເຮືອຫວຸງແອງ ໃນຫວຽດນາມ
ທ່າເຮືອຫວຸງແອງ ໃນຫວຽດນາມ

ໂດຍທາງລົດໄຟທີ່ເຊື່ອມຕໍ່ຈາກທ່າແຂກ ໄປທ່າເຮືອ ຫວຸງແອງ (Vung Ang) ຈະມີ
ໄລຍະຍາວ ປະມານ 290 ກິໂລແມັດ ທີ່ແບ່ງເປັນໄລຍະທາງ 150 ກິໂລແມັດໃນລາວ
ແລະ 120 ກິໂລແມັດ ໃນຫວຽດນາມ ຊຶ່ງຖ້າຫາກວ່າໄ້ດມີການລົງທຶນກໍ່ສ້າງໃນພາກ
ຕົວຈິງກໍຈະເປັນຜົນດີຕໍ່ການຂົນສົ່ງສິນຄ້າ ແລະໂດຍສານລະຫວ່າງລາວກັບຫວຽດນາມ ແລະໄທ ເພາະວ່າການຂົນສົ່ງສິນຄ້າ ແລະໂດຍສານທາງລົດໄຟ ມີຄ່າໃຊ້ຈ່າຍຕໍ່າກວ່າ
ທາງລົດຍົນເກີນກວ່າ 50 ເປີເຊັນ ທັງຍັງຈະເປັນການລົບລ້າງຈຸດດ້ອຍຂອງລາວທີ່ບໍ່ ມີທາງອອກສູ່ທະເລໄດ້ອີກດ້ວຍ ດັ່ງທີ່ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດ
Petroleum Trading Lao ຈໍາກັດ (ມະຫາຊົນ) ໃຫ້ການຢືນຢັນວ່າ:
“ການສິເຊື່ອມໂຍງກັບທະເລຫັ້ນ ຫາກແມ່ນເຊື່ອມໂຍງທາງບົກນີ້ ຈັ່ງໃດກະຍັງເປັນ
ຈຸດດ້ອຍ ແລະຈັ່ງຊັ້ນວ່າ ຖ້າມີທາງລາງນີ້ປະຢັດກວ່າທາງລໍ້ ຄິດວ່າຫລາຍກວ່າ
50
ເປີເຊັນ ແລະເຮັດໃຫ້ພາກການຂົນສົ່ງຂອງລາວນີ້ ເປັນພື້ນຖານອັນໃໝ່ຫັ້ນແຫລະ
ຖ້າແກ້ໄຂເລື້ອງທາງລາງໄດ້ແລະ ຊິເຮັດໃຫ້ພາກການຂົນສົ່ງຂອງລາວນີ້ ລາຄາຂົນ
ສົ່ງນີ້ ຫລຸດລົງຫລາຍກວ່າ
50 ເປີເຊັນ ແລະເຮັດໃຫ້ເປັນພື້ນຖານໃນການພັດທະນາ
ອຸດສາຫະກໍາ ດ້ານກະສິກໍາຕ່າງໆນີ້ ກະຊິມີທ່າແຮງ ໃນການແຂ່ງຂັນກັບນາໆ ປະເທດ.
"

ພິທີວາງສີລາເລີກໂຄງການກໍ່ສ້າງທ່າ​ທຽບ​ກຳ​ປັ່ນໝາຍ​ເລກ 3 ຢູ່ທ່າເຮືອຫວຸງແອງຂອງ​ຫວຽດ​ນາມ
ພິທີວາງສີລາເລີກໂຄງການກໍ່ສ້າງທ່າ​ທຽບ​ກຳ​ປັ່ນໝາຍ​ເລກ 3 ຢູ່ທ່າເຮືອຫວຸງແອງຂອງ​ຫວຽດ​ນາມ

ທັງນີ້ ລັດຖະບານລາວ ໄດ້ວາງແຜນການທີ່ຈະກໍ່ສ້າງທາງລົດໄຟໃນ 4 ເສັ້ນທາງດ້ວຍກັນ
ຄືເສັ້ນທາງຈາກນະຄອນຫຼວງວຽງຈັນ ໄປທ່າແຂກໃນແຂວງຄຳມ່ວນ ເຊື່ອມຕໍ່ໄປຍັງທ່າ
ເຮືອ Vung Ang ໃນແຂວງຮາຕິງຂອງຫວຽດນາມ ກັບເສັ້ນທາງຈາກທ່າແຂກໄປສະ
ຫວັນນະເຂດ-ປາກເຊ-ດ່ານວັງເຕົ່າ ໃນແຂວງຈຳປາສັກ ເພື່ອຈະເຊື່ອມຕໍ່ກັບເສັ້ນທາງ
ລົດໄຟທີ່ຈັງຫວັດອຸບົນລາດຊະທານີຂອງໄທ ແລະ ເສັ້ນທາງຈາກສະຫວັນນະເຂດ ໄປ
ດ່ານລາວບາວທີ່ ເຊື່ອມຕໍ່ໄປຍັງທ່າເຮືອໃນແຂວງດານັ້ງໃນຫວຽດນາມ ແລະເສັ້ນທາງ
ລົດໄຟເຊື່ອມຕໍ່ລະຫວ່າງລາວ-ຈີນ ຊຶ່ງເປັນເສັ້ນທາງທີ່ມີຄວາມຄືບໜ້າຫລາຍທີ່ສຸດໃນ
ເວລານີ້.

ມາ​ຮອດ​ທ້າຍ​ເດືອນ​ກັນ​ຍາ 2019 ນີ້ ການ​ກໍ່​ສ້າງ​ທາງ​ລົດ​ໄຟລາວ-ຈີນ ໄດ້​ຄືບ​ໜ້າ​ແລ້ວ
ກວ່າ 76 ເປີ​ເຊັນ​ຂອງ​ແຜນ​ການໂດຍມີໄລຍະທາງຍາວທັງໝົດ 414 ກິໂລແມັດ ຊຶ່ງການ
ດຳເນີນງານນັບແຕ່ທ້າຍປີ 2016 ເປັນຕົ້ນມາ ໄດ້ນຳໃຊ້ນາຍຊ່າງ ແລະແຮງງານຈາກຈີນ
ກວ່າ 30,000 ຄົນ ແລະວ່າຈ້າງ​ແຮງ​ງານ​ລາວ 3,000 ກວ່າຄົນ. ທັງ​ນີ້ ​ທາງ​ການ​ລາວ
ແລະ​ຈີນ ໄດ້​ຕົກ​ລົງ​ຮ່ວມ​ກັນ​ວ່າ ຈະ​ດຳ​ເນີນ​ການກໍ່​ສ້າງ​ໃຫ້​ສຳ​ເລັດ ແລະ​ເປີດ​ການ​ເດີນ
ລົດ​ໄຟ​ຢ່າງ​ເປັນ​ທາງ​ການ​ໃຫ້​ທັນ​ກັບ​ການ​ສະ​ເຫລີມ​ສະ​ຫລອງວັນ​ຊາດ​ທີ 2 ທັນ​ວາປີ 2021.

ທັງນີ້ ໂດຍທາງລົດໄຟລາວ-ຈີນ ທີ່ເຊື່ອມຕໍ່ຈາກບໍ່ເຕັນ ໄປຍັງນະຄອນວຽງຈັນຈະຕ້ອງ
ຂຸດເຈາະ ແລະກໍ່ສ້າງອຸໂມງ ຈຳນວນ 75 ແຫ່ງ ລວມຄວາມຍາວກວ່າ 197 ກິ​ໂລ​ແມັດ
ແລະ​ຂົວ 163 ​ແຫ່ງ ໂດຍ​ມີ 3 ສະ​ຖາ​ນີ​ໃຫຍ່ຢູ່​ຫລວງ​ພະ​ບາງ, ວັງ​ວຽງ, ​ນະ​ຄອນ​ຫຼວງວຽງ​
ຈັນກັບ 7 ​ສະ​ຖາ​ນີ​ຍ່ອຍ, ຄິດ​ຄ່າ​ໂດຍ​ສານ 350 ກີບ ​ຕໍ່​ກິ​ໂລ​ແມັດ ແລະ​ຄ່າ​ຂົນ​ສົ່ງ​ສິນ​ຄ້າ
600 ກີບຕໍ່​ໂຕນ ຕໍ່​ກິ​ໂລ​ແມັດ ຊຶ່ງການກໍ່ສ້າງ ກະ​ທົບ​ຕໍ່​ປະ​ຊາ​ຊົນລາວ 4,411 ຄອບ​ຄົວ
​ໃນແຂວງຫຼວງນ້ຳທາ, ອຸດົມໄຊ, ຫຼວງພະບາງ, ວຽງຈັນ ແລະນະຄອນຫຼວງວຽງຈັນ ໂດຍໄດ້ເວນຄືນມີທີ່ດິນ 3,832 ເຮັກຕາ, ສິ່ງປູກສ້າງ 3,346 ຫຼັງ ແລະຕົ້ນໄມ້ຕ່າງໆ
ເກືອບ 1 ລ້ານ​ຕົ້ນ ຊຶ່ງກຸ່ມແລກປ່ຽນຂໍ້ມູນທີ່ດິນລະບຸວ່າ ມີການຊົດເຊີຍຕ່ຳກວ່າຄວາມ
ເປັນຈິງ ເຊັ່ນທີ່ດິນເມືອງນາຊາຍທອງ, ນະ​ຄອນ​ຫລວງວຽງ​ຈັນ ທີ່ມີລາຄາຊື້-ຂາຍສະ
ເລ່ຍ 1.3 ລ້ານກີບນັ້ນ ຫາກແຕ່ກໍໄດ້ມີການປະ​ເມີນ​ຄ່າຊົດເຊີຍ ໃນອັດຕາສະເລ່ຍພຽງ 137,000 ກີບ ຕໍ່ຕາແມັດເທົ່ານັ້ນ.

XS
SM
MD
LG