ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທາງລົດໄຟລາວ-ຈີນ ທີ່ເຊື່ອມຕໍ່ພາກໃຕ້ຂອງຈີນ ໃສ່ກັບ ລາວ ແລະໄທ ໃຊ້ເປັນທາງຜ່ານ ສຳລັບສິນຄ້າຈາກຕະຫຼາດໃຫຍ່


ຫົວລົດໄຟຂົນສົ່ງສິນຄ້າ ຈອດຢູ່ເທີງລາງລົດໄຟ ທີ່ສະຖານີນະຄອນຫຼວງວຽງຈັນ.
ຫົວລົດໄຟຂົນສົ່ງສິນຄ້າ ຈອດຢູ່ເທີງລາງລົດໄຟ ທີ່ສະຖານີນະຄອນຫຼວງວຽງຈັນ.

ທາງລົດໄຟລາວ-ຈີນ ທີ່ເຊື່ອມຕໍ່ພາກໃຕ້ຂອງຈີນໃສ່ກັບລາວ ແລະໄທນັ້ນ ມີບົດບາດຕົ້ນຕໍເປັນພຽງທາງຜ່ານແກ່ຕະຫລາດໃຫຍ່ໃຫ້ສະໜອງສິນຄ້າໃຫ້ກັນສະດວກຂຶ້ນ ແລະມີລາຍຈ່າຍໜ້ອຍລົງ. ສໍາລັບການຂົນສົ່ງສິນຄ້າລາວໄປຈີນນັ້ນ ກໍຍັງຖືວ່າຍາກຫລາຍ ທີ່ຈະໄດ້ນໍາໃຊ້ການຂົນສົ່ງທາງລົດໄຟນີ້ໄດ້ ຍ້ອນຫລາຍບັນຫາ. ​ໄຊ​ຈະ​ເລີນ​ສຸກມີ​ລາຍ​ງານ​ກ່ຽວກັບເລື້ອງນີ້ ຈາກນັກຂ່າວຂອງພວກເຮົາ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ໃນຂະນະທີ່ປະຊາຊົນລາວສ່ວນໃຫຍ່ ພາກັນຊື່ນຊົມດີໃຈ ຕໍ່ການຊົມໃຊ້ລົດໄຟ ຄວາມໄວສູງ ທີ່ເລີ້ມເປີດບໍລິການຢ່າງເປັນທາງການມາແຕ່ວັນທີ 3 ທັນວາເປັນຕົ້ນມາ ແລະມີຄວາມກະຕືລືລົ້ນວ່າ ຈະໄດ້ໃຊ້ລົດໄຟນີ້ຂົນສົ່ງສິນຄ້າໄປຂາຍທີ່ ຈີນໄດ້ຢ່າງສະດວກ ແລະມີຄ່າຂົນສົ່ງຖືກກວ່າເກົ່າ ແຕ່ວ່າໃນໄລຍະເດືອນກວ່າ ຜ່ານມານີ້ ກໍປາກົດວ່າ ຍັງບໍ່ຄ່ອຍມີການຂົນສົ່ງສິນຄ້າຈາກລາວ ໄປຈີນ ໂດຍຜ່ານທາງລົດໄຟເລີຍ ດັ່ງທີ່ພະນັກງານຂັ້ນສູງໃນບໍລິສັດລົດໄຟ ລາວ-ຈີນ ໃຫ້ຄໍາເຫັນວ່າ:

“ສິນຄ້າຜ່ານລາວຈີນ ຊ່ວງໄລຍະນຶ່ງເດືອນຜ່ານມານີ້ ຖືວ່າ ການຂົນສົ່ງສິນຄ້າຜ່ານທາງລົດໄຟຫລາຍກວ່າ ເກືອບສອງແສນໂຕນແລ້ວເນາະ. ສ່ວນຫລາຍ ສິນຄ້າແມ່ນມາແຕ່ຈາກຈີນ. ສ່ວນວ່າ ການຂົນສົ່ງສິນຄ້າ ຈາກລາວໄປຈີນ ກະຍັງຫນ້ອຍຢູ່ເນາະ. ສ່ວນຫລາຍແມ່ນຂົນສົ່ງຈາກຈີນ ເຂົ້າມາຜ່ານລາວໄປໄທເນາະ. ສ່ວນການຂົນສົ່ງສິນຄ້າໄປຫາໄທນີ້ ຢ່າງຂີ້ລ້າຍກະເດືອນນຶ່ງສະເລ່ຍສອງຮ້ອຍຕູ້ເນາະ.”

ສ່ວນທາງໄທນັ້ນ ກໍໄດ້ສະ​ແດງໃຫ້ເຫັນວ່າ ໄດ້ຮັບສິນຄ້າຈາກຈີນໂດຍຂົນສົ່ງຜ່ານທາງລົດໄຟ ເຂົ້າໄປຜ່ານດ່ານວຽງຈັນກັບໜອງຄາຍ ເປັນຈໍານວນຫລວງຫລາຍແລ້ວ ດັ່ງທີ່ໜັງສືພິມເນຊັນ ຂອງໄທ ໄດ້ລາຍງານໃນວັນທີ 6 ມັງກອນຜ່ານມາ ວ່າ ພຽງແຕ່ 1 ເດືອນທໍາອິດເທົ່ານັ້ນ ກໍຄືນັບແຕ່ວັນທີ 3 ທັນວາ, 2021 ຫາ ວັນທີ 3 ມັງກອນ, 2022 ຈັງຫວັດໜອງຄາຍໄດ້ກວດກາການສົ່ງສິນຄ້າກະສິກໍາຈາກຈີນທັງໝົດ 159 ຖ້ຽວ ລວມນໍ້າໜັກເປັນເກືອບ 2,300 ໂຕນ ແລະມີມູນຄ່າເຖິງ 41 ລ້ານບາດ ຫລືປະມານ 11,975,000 ໂດລາ. ສິນຄ້າສ່ວນໃຫຍ່ ແມ່ນຜັກກາດຈີນ, ດອກກະລໍ່າ, ຫົວຜັກກາດ ແລະພືດທີ່ປູກໃນເຂດອາກາດເຢັນອື່ນໆອີກ.

ສ່ວນສິນຄ້າລາວທີ່ສົ່ງໄປຈີນນັ້ນ ດັ່ງທີ່ພະນັກງານຂັ້ນສູງຂອງບໍລິສັດທາງລົດ ໄຟລາວ-ຈີນ ກ່າວຢູ່ຂ້າງເທິງນັ້ນ ແມ່ນມີໜ້ອຍຫລາຍ. ສາເຫດທີ່ພາໃຫ້ເປັນ ເຊັ່ນນັ້ນ ກໍຍ້ອນວ່າ ລາວມີພື້ນຖານການຜະລິດນ້ອຍ ແລະການຜະລິດກໍບໍ່ໄດ້ ມາດຕະຖານໃນການສົ່ງເຂົ້າໄປຈີນ ຊຶ່ງບໍ່ຕອບສະໜອງໄດ້ຕາມຄວາມຕ້ອງ ການຂອງຕະຫລາດ ດັ່ງການສັງເກດການຂອງນັກຊ່ຽວຊານດ້ານກະສິກໍາຂອງໄທ ທີ່ເຮັດວຽກໃຫ້ແກ່ບໍລິສັດໄທທີ່ລົງທຶນໃນລາວທ່ານນຶ່ງ ຊຶ່ງທ່ານໃຫ້ຄໍາເຫັນວ່າ:

“ອັນນີ້ຄືບັນຫາ ອັນນີ້ ມັນເປັນສູນກະຈ່າຍກັນຢູ່ ຊິເຮັດຫຍັງກະບໍ່ພໍ ມັນພໍກະ ເທີນ ດຽວເອົາເຂົ້າຈ້າວໄປຂາຍກະບໍ່ມີເດ້ ຄົນຊິມາຊື້ ຊິຊື້ໜ້ອຍເຂົາກະບໍ່ຊື້ ເຂົາຊື້ ເວົ້າແບບພັນໂຕນນີ້ນ່ະ ຊິໄປເອົາໃສນິ ຄັນບໍ່ເຕັມລົດ ເຂົາກະບໍ່ເອົາໄປ ຄົນມາຊື້ກະດາຍ ສົ່ງອອກມັນຕ້ອງເປັນຈໍານວນຫລາຍນະ ເປັນພັນໂຕນ ຫລືວ່າສອງພັນໂຕນ ຫລືວ່າເປັນໝື່ນໂຕນ ຈຶ່ງພໍເຮັດ.”

ສ່ວນສິນຄ້າຈາກໄທທີ່ສົ່ງຜ່ານລົດໄຟຄວາມໄວສູງທີ່ວ່ານີ້ ເຂົ້າໄປຫາຕະຫລາດ ຈີນ ແມ່ນຫາກໍ່ເລີ້ມຕົ້ນຂຶ້ນ ເປັນຄັ້ງທໍາອິດ ໃນວັນພະຫັດ ທີ 27 ມັງກອນ ຜ່ານມານີ້ເອງ, ອີງຕາມໜັງສືພິມເນຊັນຂອງໄທ. ໄທບັນລຸຜົນສໍາເລັດຢ່າງເປັນ ປະຫວັດສາດ ໃນການສົ່ງອອກເຂົ້າ 1,000 ໂຕນ ໄປຍັງເທດສະບານຈອງຈິງ (Chongqing) ຢູ່ພາກຕາເວັນຕົກຂອງຈີນ ໂດຍຜ່ານ ອີສານເກດເວ (E-san Gateway) ທີ່ເປັນທາງລົດໄຟເຊື່ອມຕໍ່ໃສ່ລະບົບທາງລົດໄຟລາວ-ຈີນ ອີງຕາມການລາຍງານ ຂອງໜັງສືພິມດັ່ງກ່າວ ທີ່ເຜີຍແຜ່ອອກໃນມື້ນັ້ນ.

ລາຍງານຂອງສື່ມວນຊົນໄທຫລາຍແຫ່ງ ຍັງເວົ້າອີກວ່າ ການຂົນສົ່ງສິນຄ້າກະ ສິກໍາຂອງໄທ ຜ່ານທາງລົດໄຟລາວ-ຈີນນີ້ ນອກຈາກຈະຊ່ວຍໃຫ້ພືດຜັກ ແລະ ໝາກໄມ້ຕ່າງໆຮັກສາຄວາມສົດໄດ້ແລ້ວ ມັນຍັງຊ່ວຍຫລຸດຄ່າໃຊ້ຈ່າຍ ໃຫ້ແກ່ຜູ້ສົ່ງອອກຂອງໄທອີກ ເພາະມັນໃຊ້ເວລາປະມານ 3 ມື້ເທົ່ານັ້ນ ແທນທີ່ຈະເປັນສອງອາທິດ ຄືເມື່ອກ່ອນທີ່ສົ່ງທາງທະເລ. ເນື່ອງຈາກວ່າ ຈີນເປັນຕະຫລາດສົ່ງອອກສິນຄ້າດ້ານອາຫານຂອງໄທ ກໍຄືກວມເອົາ 24.5 ເປີເຊັນ ຂອງສິນຄ້າອາ ຫານສົ່ງອອກຂອງປະເທດນັ້ນ ໃນປີ 2021 ຜ່ານມາ ເມື່ອມີທາງລົດໄຟທີ່ເຮັດໃຫ້ການຂົນສົ່ງສະດວກ ແລະສະພາບການນີ້ ເຮັດໃຫ້ທາງການໄທ ຄາດໄດ້ວ່າໃນປີ 2022 ນີ້ ອາຫານໄທ ທີ່ສົ່ງໄປຈີນຈະເພີ້ມຂຶ້ນ 8.4 ເປີເຊັນ ຊຶ່ງເປັນອັດ ຕາເພີ້ມຂຶ້ນຢ່າງຫລວງຫລາຍ ຢ່າງເປັນປະຫວັດການ ອີງຕາມທີ່ປຶກສາຂອງລັດ ຖະມົນຕີກະຊວງກະສິກໍາ ແລະສະຫະກອນຂອງໄທ ທີ່ກ່າວຕໍ່ໜັງສືພິມເນຊັນ.

ສະຫລຸບແລ້ວ ທາງລົດໄຟລາວ-ຈີນ ທີ່ຕໍ່ຈາກເມືອງຄຸນໝິງ ທາງພາກໃຕ້ຂອງຈີນ ໃສ່ກັບນະຄອນຫລວງວຽງຈັນເຮັດໃຫ້ເຄືອຂ່າຍລົດໄຟຜ່ານຂົງເຂດເອເຊຍ ຫລື “Pan-Asia Railway” ຊຶ່ງເປັນພາກສ່ວນສໍາຄັນ ຂອງໂຄງການລິເລີ້ມ ນຶ່ງແລວທາງນຶ່ງເສັ້ນທາງຂອງຈີນນັ້ນ ເປັນໄປໄດ້. ສະນັ້ນປາກົດວ່າ ມັນມີບົດບາດສໍາຄັນ ເຮັດໃຫ້ການຄ້າຂາຍລະຫວ່າງສອງປະເທດເພື່ອນບ້ານຂອງລາວ ກໍຄືໄທແລະຈີນ ທີ່ມີຕະຫລາດໃຫຍ່ກວ່າລາວຫລາຍນັ້ນ ເພີ້ມຂຶ້ນຢ່າງຫລວງຫລາຍໃນຂະນະທີ່ລາວເອງ ທີ່ມີພື້ນຖານການຜະລິດນ້ອຍ ຍັງປະສົບຄວາມຫຍຸ້ງຍາກຫລາຍ ທີ່ຈະສາມາດໃຊ້ປະໂຫຍດຈາກທາງລົດໄຟນີ້ ເພື່ອເສີມຂະຫຍາຍການຄ້າ ແລະການສົ່ງອອກຂອງຕົນໄດ້ຢ່າງເຕັມສ່ວນ.

Video Related to Lao-China Railway serve as transit of goods from larger markets only
please wait

No media source currently available

0:00 0:02:42 0:00

XS
SM
MD
LG