ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວ​ກັບ​ຈີນ​ ອາດ​ປ່ຽນ​ ແຜນການ ​ສ້າງ​ທາງ​ລົດ​ໄຟ ​ຄວາມ​ໄວ​ສູງ​ ໄປ​ເປັນ ຄວາມ​ໄວ​ປານ​ກາງ​


​ແຜນການ​ກໍ່ສ້າງທາງ​ລົດ​ໄຟ ຈາກ​ຄວາມ​ໄວ​ສູງ ​ໄປ​ເປັນຄວາມ​ໄວ​ປານ​ກາງ ລະບົບ​ລາງ​ຄູ່​ ເພື່ອ​ໃຫ້​ສາມາດ​ ເຊື່ອມ​ຕໍ່​ກັບ​ໄທ​-ມາ​ເລ​ເຊຍ ແລະ​ສິງກະ​ໂປໄດ້.
​ແຜນການ​ກໍ່ສ້າງທາງ​ລົດ​ໄຟ ຈາກ​ຄວາມ​ໄວ​ສູງ ​ໄປ​ເປັນຄວາມ​ໄວ​ປານ​ກາງ ລະບົບ​ລາງ​ຄູ່​ ເພື່ອ​ໃຫ້​ສາມາດ​ ເຊື່ອມ​ຕໍ່​ກັບ​ໄທ​-ມາ​ເລ​ເຊຍ ແລະ​ສິງກະ​ໂປໄດ້.

ທາງ​ການ​ລາວ​ກັບ​ຈີນ​ອາດ​ມີ​ການ​ປັບ​ປ່ຽນ​ແຜນການ​ກໍ່ສ້າງ
​ທາງ​ລົດ​ໄຟ ຈາກ​ຄວາມ​ໄວ​ສູງ ​ໄປ​ເປັນຄວາມ​ໄວ​ປານ​ກາງ
​ລະບົບ​ລາງ​ຄູ່​ເພື່ອ​ໃຫ້​ສາມາດ​ເຊື່ອມ​ຕໍ່​ກັບ​ໄທ​-ມາ​ເລ​ເຊຍ
​ແລະ​ສິງກະ​ໂປ ​ໃຫ້​ໄດ້.

ສືບ​ເນື່ອງ​ຈາກ​ການ​ທີ່ ​ທ່ານ​ພົນ​ເອກ​ປຣະຍຸດ ຈັນ​ໂອຊາ ຫົວໜ້າ
ຄະນະ​ຮັກສາ​ຄວາມ​ສະຫງົບ​ຮຽບຮ້ອຍ​ແຫ່ງ​ຊາດ​ໄທ ​ໄດ້​ປະກາດ​ແຜນການ ​ຢ່າງ​ຄັກ​ແນ່​
ແລ້ວ​ວ່າ ທາງ​ການໄທ​ຍັງ​ບໍ່​ມີ​ແຜນການ ທີ່​ຈະ​ກໍ່ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງໃນ​ລະຍະ​ອັນ
​ໃກ້ໆ​ນີ້ ຫາກ​ແຕ່​ຈະ​ຈັດ​ສັນ​ງົບປະມານ​ໃຫ້​ກັບ​ການພັດທະນາ​ທາງ​ລົດ​ໄຟ​ຄວາມ​ໄວ​ລະດັບ
​ປານ​ກາງ​ລະບົບ​ລາງ​ຄູ່ ​ເປັນ​ໂຄງການ​ບຸລິ​ມະ​ສິດ.

ຊຶ່ງ​ຕໍ່​ແຜນການ​ດັ່ງກ່າວ​ນີ້ ທ່ານ​ນາງ​ສ້ອຍ​ທິບ ​ໄຕຣສຸດທິ ຫົວໜ້າ​ຫ້ອງການ​ກະຊວງ​ຄົມ
ມະນາຄົມ​ຂອງ​ໄທ​ ກໍ​ໄດ້​ໃຫ້​ລາຍ​ລະອຽດ​ວ່າ​ຄະນະ​ຮັກສາ​ຄວາມ​ສະຫງົບ​ຮຽບຮ້ອຍ​ແຫ່ງ
ຊາດ​ໄທ ​ໄດ້​ອະນຸມັດ​ແຜນການ​ກໍ່ສ້າງ​ໃນ 6 ​ເສັ້ນທາ​ງດ້ວຍ​ກັນ ​ໂດຍ​ໃນ​ນີ້ມີຢູ່ 2 ​ເສັ້ນທາງ​
ທີ່ຈະ​ເຊື່ອມຕໍ່​ກັບປະ​ເທດ​ລາວ​ໄປ​ຍັງ​ປະ​ເທດ​ຈີນ ກໍ​ຄື​ເສັ້ນທາງ​ຈາກ​ທ່າ​ເຮືອ​ແຫລມ​ສະ​ບັງ
​ໄປ​ຫາ ໜອງ​ຄາຍ​ ກັບ​ເສັ້ນທາງ​ຈາກ​ທ່າ​ເຮືອ​ແຫລມ​ສະ​ບັງ​ໄປ​ຍັງ​ອຳ​ເພີ​ຊຽງ​ຂອງ​ໃນ​ເຂດ
ຈັງຫວັດ​ຊຽງ​ລາຍ ຊຶ່ງ​ຕັ້ງຢູ່​ກົງກັນຂ້າມ​ກັບເມືອງ​ຫ້ວຍ​ຊາຍ ​ແຂວງ​ບໍ່​ແກ້ວ​ຂອງ​ລາວ.

​ໂດຍ​ທັງ​ສອງ​ເສັ້ນທາງ​ດັ່ງກ່າວ​ນີ້ ກໍ​ຍັງ​ສາມາດ​ຈະ​ເຊື່ອມ​ຕໍ່​ກັບ​ບາງກອກ​ໄດ້​ດ້ວຍ​ເສັ້ນທາງ​ເຊື່ອມ​ຕໍ່​ທີ່​ໂຄຣາດ ທັງ​ຍັງ​ສາມາດ​ຈະ​ເຊື່ອມ​ຕໍ່​ໄປ​ຍັງ​ປະ​ເທດມາເລເຊຍ ແລະສິງກະໂປໄດ້ ໂດຍຜ່ານເຂດພາກໃຕ້ຂອງໄທ ອີກດ້ວຍ ໂດຍຄະນະຮັກສາຄວາມສະຫງົບຮຽບຮ້ອຍ ແຫ່ງຊາດໄທ ກໍໄດ້ກຳນົດເປົ້າໝາຍດຳເນີນງານໃຫ້ແລ້ວສຳເລັດພາຍໃນປີ 2022 ເປັນ ຢ່າງຊ້າ ຊຶ່ງກໍຈະເຮັດໃຫ້ທາງລົດໄຟຄວາມໄວປານກາງ ລະບົບລາງຄູ່ ສາມາດເຊື່ອມຕໍ່ ກັບຈີນໄດ້ຢ່າງສົມບູນ ຖ້າຫາກວ່າ ໄດ້ມີການກໍ່ສ້າງທາງລົດໄຟ ລະບົບດຽວກັນກັບໄທ ຢູ່ໃນລາວ.

ທ່ານທອງສິງ ທຳມະວົງ ນາຍົກລັດຖະມົນຕີລາວ ໄດ້ເດີນທາງ ໄປຢ້ຽມຢາມປະເທດຈີນ ແລະໄດ້ພົບປະ ທ່ານຫລີ ເກີ້ຈຽງ ນາຍົກລັດຖະມົນຕີຈີນ ໃນຊ່ວງຕົ້ນເດືອນເມສາ 2014 ທີ່ຜ່ານມາ.
ທ່ານທອງສິງ ທຳມະວົງ ນາຍົກລັດຖະມົນຕີລາວ ໄດ້ເດີນທາງ ໄປຢ້ຽມຢາມປະເທດຈີນ ແລະໄດ້ພົບປະ ທ່ານຫລີ ເກີ້ຈຽງ ນາຍົກລັດຖະມົນຕີຈີນ ໃນຊ່ວງຕົ້ນເດືອນເມສາ 2014 ທີ່ຜ່ານມາ.

ກ່ອນໜ້ານີ້ ທ່ານຫລີ ເກີ້ຈຽງ ນາຍົກລັດຖະມົນຕີຈີນ ໄດ້ໃຫ້ການ
ຢືນຢັນ ວ່າ ຈະເລັ່ງລັດໃຫ້ມີການເຈລະຈາ ລະຫວ່າງ ລາວກັບຈີນ
ເພື່ອຕົກລົງ ກ່ຽວກັບແຜນການກໍ່ສ້າງທາງລົດໄຟໃນລາວ ໃຫ້ໄວ
ທີ່ສຸດໃນໂອກາດທີ່ ທ່ານທອງສິງ ທຳມະວົງ ນາຍົກລັດຖະມົນຕີ
ລາວໄດ້ເດີນທາງໄປຢ້ຽມຢາມປະເທດຈີນ ໃນຊ່ວງຕົ້ນເດືອນເມສາ
2014 ທີ່ຜ່ານມາ.

ໂດຍເຖິງແມ່ນວ່າການຢືນຢັນຂອງນາຍົກລັດຖະມົນຕີຈີນໃນຄັ້ງ
ຫລ້າສຸດນີ້ ຈະຍັງຄົງບໍ່ມີຄວາມຊັດເຈນວ່າ ການເຈລະຈາດັ່ງກ່າວ
ຈະກຳນົດໃຫ້ມີຂຶ້ນ ຢ່າງເປັນທາງການ ເມື່ອໃດກໍຕາມ ຫາກແຕ່
ນາຍົກລັດຖະມົນຕີຈີນກໍໄດ້ຢືນຢັນວ່າການເຈລະຈາຮອບໃໝ່ ຈະ
ມີການກຳນົດຮູບແບບ ຂອງການຮ່ວມມື ທີ່ ມີປະສິດທິພາບ ແລະ
ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ຢ່າງຍຸດຕິທຳ ແລະສອດຄ້ອງກັບສະພາບການທີ່ເປັນ
ຈິງ ຊຶ່ງທາງການຈີນ ກໍໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ໃນການສຶກສາ ຄວາມເປັນໄປໄດ້
ຂອງໂຄງການ ອີກເທື່ອ ໃໝ່ແລ້ວ.

ທັງນີ້ເນື່ອງຈາກທາງການຈີນເຫັນວ່າ ລົດໄຟຄວາມໄວສູງອາດຈະບໍ່ເຫມາະສົມ ກັບສະພາບ ພູມິປະເທດໃນລາວ ທີ່ສ່ວນໃຫຍ່ເປັນເຂດພູດອຍ ກັບທັງຍັງອາດຈະບໍ່ ສອດຄ້ອງ ກັບການ ພັດທະນາ ເສດຖະກິດ ຂອງລາວອີກດ້ວຍ ເພາະສະນັ້ນ ທາງການຈີນ ຈຶ່ງໄດ້ສະເໜີ ໃຫ້ມີ ການປັບປ່ຽນ ຈາກລົດໄຟຄວາມໄວສູງ ເປັນລົດໄຟຄວາມໄວ ປານກາງ ລະບົບລາງຄູ່ ທີ່ ແຍກກັນລະຫວ່າງ ຂະບວນໂດຍສານ ກັບຂະບວນຂົນສົ່ງສິນຄ້າ ດັ່ງທີ່ທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານດ້ານເສດຖະກິດຂອງລັດຖະບານລາວ ໄດ້ໃຫ້ການຢືນຢັນ ກັບ ວີໂອເອ ທີ່ນະຄອນວຽງຈັນວ່າ:

“ອິງໃສ່ປະສົບການຂອງຈີນ ຢູ່ເຂດພູດອຍນີ້ ຄັນຖ້າວ່າ ເຮົາເຮັດຄວາມໄວ
ເກີນໄປນີ້ ປະສິດທິຜົນຂອງເສດຖະກິດ ມັນອາດຈະບໍ່ເຫມາະສົມປານໃດ
ອັນນັ້ນອັນໜຶ່ງ ອັນສອງຫລະແມ່ນ ພວກເຮົາເຮັດທາງລົດໄຟນີ້ ມີແຕ່ທາງດຽວ
ມັນບໍ່ມີທາງຄູ່ ຄັນເຮັດທາງຄູ່ແລ້ວ ເສັ້ນໜຶ່ງແມ່ນໂດຍສານ ເສັ້ນໜຶ່ງຫລະແມ່ນ
ຂົນສົ່ງນີ້ ກະຈະພໍເຮັດໄດ້ ສະນັ້ນ ອັນນີ້ແລ້ວ ເຂົາເຈົ້າຈຶ່ງສະເໜີວ່າ ເສັ້ນທາງ
ໂດຍສານນີ້ ກະໃຫ້ມັນໄດ້ຄວາມໄວ ລະຫວ່າງ 160-200 ນີ້ ແລ້ວຂົນສົ່ງອັນ
ສິນຄ້ານີ້ ແມ່ນ 120 ຈັ່ງຊີ້ນ່າ.”

ໂດຍຕາມແຜນການເດີມນັ້ນ ໂຄງການກໍ່ສ້າງທາງລົດໄຟຄວາມໄວສູງ ໃນລາວ ທີ່ຈະມີ
ລະຍະທາງຍາວ 417.68 ກິໂລແມັດ ແລະລາງກວ້າງ 1.435 ແມັດນັ້ນ ຈະຕ້ອງໃຊ້ເງິນ
ທຶນສູງເຖິງ 7,000 ລ້ານດອນລາ ເພາະພື້ນທີ່ກໍ່ສ້າງສ່ວນໃຫຍ່ ເປັນເຂດພູດອຍ ແລະ
ແມ່ນ້ຳ ລຳເຊ ຈຶ່ງຈະຕ້ອງສ້າງຂົວເຖິງ 154 ແຫ່ງ ແລະຕ້ອງເຈາະອຸໂມງ 76 ແຫ່ງ ຄິດ
ເປັນລະຍະທາງລວມກວ່າ 262 ກິໂລແມັດ ແຕ່ຖ້າຫາກວ່າ ມີການປັບປ່ຽນໄປເປັນ ລົດ
ໄຟຄວາມໄວປານກາງລະບົບລາງຄູ່ດັ່ງກ່າວ ກໍຈະເຮັດໃຫ້ໄດ້ທາງລົດໄຟ ທີ່ເຊື່ອມຕໍ່ກັບ
ໄທໄດ້ທັງ 2 ເສັ້ນທາງ ໂດຍຈະໃຊ້ເງິນລົງທຶນໃນມູນຄ່າລວມ 7,000 ລ້ານດອນລາ ເຊັ່ນ
ດຽວກັນ.

XS
SM
MD
LG