ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ບາງ​ຄົນ​ດີ​ໃຈ ທີ່​ລາວ ມີ​ທາງ​ລົດ​ໄຟ​ ແຕ່​ນັກ​ຊ່ຽວ​ຊານບາງ​ຄົນ ​ກໍເປັນ​ຫ່ວງ ໃນ​ເລື້ອງ​ໜີ້​ສິນ


ສະ​ຖາ​ນີ​ລົດ​ໄຟ​ລາວ-ຈີນ ທີ່​ນະ​ຄອນ​ຫຼວງວຽງ​ຈັນ.
ສະ​ຖາ​ນີ​ລົດ​ໄຟ​ລາວ-ຈີນ ທີ່​ນະ​ຄອນ​ຫຼວງວຽງ​ຈັນ.

ທາງ​ລົດ​ໄຟ​ຄວາມ​ໄວ​ສູງ ລາວ​-ຈີນ ທີ່​ມີ​ຄວາມ​ຍາວ 400 ກວ່າ​ຫຼັກກິ​ໂລ​ແມັດ ແຕ່​ນະ​ຄອນ​ວຽງ​ຈັນ​ຫາ​ແຂວງ​ຢຸ​ນ​ນານ​ຂອງ​ຈີນ ຈະ​ເປີດ​ໃຊ້​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 3 ທັນ​ວານີ້.

ຊາວ​ລາວບາງ​ຄົນ​ກ່າວ​ວ່າ ມັນ​ຈະ​ເປັນ​ການ​ສະ​ດວກສະ​ບາຍ​ຫຼາຍ​ຂຶ້ນ ສຳ​ລັບ​ການ​ເດີນ​ທາງແລະ​ການ​ຂົນ​ສົ່ງສິນ​ຄ້າ ໂດຍ​ສະ​ເພາະ​ສິນ​ຄ້າ​ກະ​ເສດ ​ແຕ່​ລາວ​ໄປ​ຈີນ ແລະ​ສິນ​ຄ້າ​ສຳ​ເລັດ​ຮູບ​ ແຕ່​ຈີນ​ມາ​ລາວ.

ແຕ່​ແນວ​ໃດ​ກໍ​ຕາມ ມີ​ພວກ​ນັກ​ຊ່ຽວ​ຊານ​ບາງ​ຄົນ​ໄດ້​ສະ​ແດງ​ຄວາມ​ເຫັນ​ຫ່ວງ ກ່ຽວ​ກັບ​ທາງ​ລົດ​ໄຟ​ດັ່ງ​ກ່າວ. ຮອງສາສະດາຈານອຽນ ແບດ(Ian Baird) ຈາກມະຫາວິທະຍາໄລ ວິສຄອນຊິນ-ແມດີສັນ (Wisconsin-Madison) ກ່າວຕໍ່​ວີ​ໂອ​ເອ​ ພະ​ແນກ​ພາ​ສາ​ລາວກ່ຽວກັບເລື້ອງນີ້ວ່າ.

“ຫຼາຍ​ຄົນ​ກາ​ເປັນ​ຫ່ວງເປັນ​ໃຍ​ເນາະ ເພາະ​ວ່າ ລັດ​ຖະ​ບານ​ລາວ​ເອງ​ກາ​ໄດ້​ກູ້​ຢືມ ສ່ວນ​ນຶ່ງ​ຂອງເງິນ​ຈຳ​ນວນນີ້ ແລະ​ກາ​ສ້າງ ແລະ​ກາ​ຕ້ອງ​ໄດ້​ສົ່​ງ​ຄືນ​ໃຫ້​ລັດ​ຖະ​ບານ​ຈີນ.”

​ສ່ວນ​ນັກ​ຊ່ຽວ​ຊານ​ອີກ​ທ່ານ​ນຶ່ງ​ກໍ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ ໂດຍ​ເວົ້າ​ວ່າ ອັດ​ຕາ​ດອກ​ເບ້ຍ​ເຖິງ​ແມ່ນ​ຊິ​ບໍ່​ສູງ​ປານ​ໃດ ແຕ່​ເງິນ​ກູ້​ຢືມ​ກ້ອນ​ໃຫຍ່ ເກືອບ 6 ພັນ​ລ້ານ​ໂດ​ລາ ​ທີ່​ນຳ​ມາ​ສ້າງ​ທາງລົດ​ໄຟ​ນັ້ນ ມັນ​ກໍ​ຈະ​ຈ່າຍ​ຄືນ​ຍາກ​ບໍ່​ແມ່ນ​ຂອງ​ຄ່ອຍ. ແຕ່​ເມື່ອ​ເວົ້າ​ເຖິງ​ເລື້ອງ​ຜູ້​ໂດຍ​ສານສ່ວນ​ໃຫຍ່​ ​ກໍ​ຈະ​ເນັ້ນ​ໃສ່​ພວກ​ນັກ​ທ່ອງ​ທ່ຽວ​ຈາກ​ຈີນ ທີ່​ຈະ​ມາ​ທ່ຽວ​ຕາມ​ເມືອງ​ຕ່າງໆ ​ທີ່​ຕັ້ງ​ຢູ່​ເລາະ​ຕາມ​ແຄມ​ທາງ​ລົດ​ໄຟ. ແຕ່​ແນວ​ໃດ​ກໍ​ຕາມ ຮອງສາ​ສະ​ດາ​ຈານ ອຽນ ແບດ ກໍ​ໃຫ້​ຄວາມ​ເຫັນ​ວ່າ:

“ຖ້າເວົ້າ​ເຖິງ​ຜູ້​ໂດຍ​ສານ​ເນາະ ມັນ​ກໍ​ບໍ່​ທັນ​ເຫັນ​ຊັດ​ເຈນ ມັນ​ຊິ​ມີ​ຫຼາຍ​ໜ້ອຍ​ສ່ຳ​ໃດ ແລະ​ມັນ​ກາ​ຊິ​ພຽງ​ພໍ​ບໍ ສຳ​ລັບ​ຊິ​ໄດ້​ເງິນຄືນ​ຈຳ​ນວນ​ຫຼາຍ​ແບບນັ້ນນີ້​ໜາ.”

ປັດຈຸບັນນີ້ ລັດຖະບານລາວມີໜີ້ສິນຢູ່ປະມານ 13.5 ຕື້ໂດລາ ຄິດເປັນ 68 ເປີເຊັນຂອງຍອດຜະລິດ​ຕະ​ພັນຮວມພາຍໃນຫຼື GDP ໃນປີ 20​20 ແລະຈະເພີິ້ມຂຶ້ນເປັນ 70 ເປີເຊັນ ຂອງ GDP ພາຍໃນປີ 2021 ນີ້.

XS
SM
MD
LG