ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໓໐ ມີນາ ໒໐໒໓

ສປປ ລາວ ຍັງເຊື່ອໝັ້ນ ທີ່ຈະສ້າງເຂື່ອນ ເຖິງແມ່ນ ເກີດໄພຫາຍະນະ ຮ້າຍແຮງກໍຕາມ


ເຮືອບິນເຮລິຄອບເຕີລຳນຶ່ງ ບິນລະຫວ່າງເກີດນໍ້າຖ້ວມ ຫຼັງຈາກ ເຂື່ອນເຊປຽນ ນໍ້ານ້ອຍແຕກ ໃນແຂວງອັດຕະປື ວັນທີ 26 ກໍລະກົດ 2018.

ພວກທີ່​ເປັນ​ປາກ​ສຽງ​ໃນການໃຊ້​ພະລັງງານທົດແທນ ໄດ້​ພາກັນຈັບເອົາ ເລື້ອງເຂື່ອນ
ຫັກພັງທີ່ຮ້າຍແຮງ ຢູ່ໃນລາວ ມາຊຸກຍູ້ ໃຫ້ປະເທດດັ່ງກ່າວ ຫັນໄປຈາກ “ຄວາມຢາກ” ​
ສ້າງ​ເຂື່ອນ​ໄຟຟ້າພະລັງນ້ຳ.

ປະ​ເທດ​ລາວ​ ມີ​ແຜນການ ​ທີ່​ຈະ​ສ້າງ​ເຂື່ອນ​ໄຟຟ້າ​ພະລັງນ້ຳ ປະມານ 140 ​ແຫ່ງ ​ໃນ​
ການສະແຫວງຢາກກາຍ​ເປັນ​ “ໝໍ້​ໄຟ​ຂອງ​ເອເຊຍຕາ​ເວັນ​ອອກສຽງໃຕ້” ອີງ​ຕາມ​
ອົງການສູນກາງວິເຄາະດ້ານນະ​ໂຍບາຍ ສະຕິ​ມ​ສັນ​.

​ແຜ​ນການດັ່ງກ່າວ ​ໄດ້​ດຶງດູດໃຫ້ມີ​ການ​ຕິຕຽນ​ຢ່າງ​ໃຫຍ່​ ຈາກ​ ບັນດາ ນັກອະນຸລັກ
ທຳ​ມະ​ຊາດ ​ແລະ​ ກຸ່ມ​ສິດທິ​ມະນຸດຕ່າງໆ ຜູ້​ທີ່​ໂຕ້​ຖຽງ​ວ່າ​ ກຸ່ມ​ການ​ປົກຄອງ​ປະ​ເທດ
ໃນປັດຈຸບັນ ​ກຳ​ລັງ​ເຮັດໃຫ້​ຕົນ​ຮັ່ງມີ ຈາກ​ໂຄງການ​ຕ່າງໆ ທີ່​ສົ່ງ​ຜົນ​ກະທົບ ​ຢ່າງ​ຮ້າຍ
​ແຮງ ​ຕໍ່ພວກ​ທີ່​ທຸກ​ຈົນຢູ່ໃນ​ຊົນນະບົດ.

ສອງ​ຄັ້ງ​ໃນ​ປີ​ກາຍ​ນີ້ ນຶ່ງ​ໃນສະຖານ​ທີ່ດັ່ງກ່າວ ໄດ້​ຫັກ​ພັງ​ລົງ ຫວ່າງ​ບໍ່ດົນປານໃດ
ໃນທ້າ​ຍ​ເດືອນ​ແລ້ວ​ນີ້ ​ເວລາ​ຫຼາຍໆ​ຄົນ​ໄດ້ເສຍ​ຊີວິດ ​ແລະ​ຫຼາຍ​ພັນ​ຄົນ​ບໍ່​ມີ​ທີ່ຢູ່​ອາ​ໄສ
ຫຼັງ​ຈາກ​ເຂື່​ອນໄຟຟ້າພະລັງນ້ຳ ​ຍ້ອຍຢູ່ ​ເຊ​ປຽນ-ເຊນໍ້າ​ນ້ອຍ ​ໄດ້​ແຕກ​ຫັກ​ພັງ​ລົງ.

ຫົວໜ້າ​ບໍລິຫານງານ ຂອງອົງການ ຄະນະ​ກຳມະການ​ແມ່​ນໍ້າຂອງ ຫລື MRC ທ່ານ
​ຕວນ ພານ ກ່າວ​ຢູ່​ໃນ​ຖະ​ແຫຼ​ງການ​ ທີ່ເຜີຍ​ແຜ່​ ໃນ​ອາທິດ​ນີ້​ ທີ່ກ່າວວ່າ “​ໃນ​ຂະນະ​ທີ່​
ເຂື່ອນ​ແຕກ ​ເປັນໂສກ​ນາດຕະກຳ ຂອງ​ປະ​ເທດ ມັນກໍ​ຊ່ວຍນຳມາ ເຊິ່ງຄວາມ​ຫວັງ​ໃໝ່​
ໃຫ້ມີຄວາມເໝາະສົມຫຼາຍຂຶ້ນ ການພັດທະນາໄປໃນ ທິດທາງທີ່ຍືນຍັງ ແລະ ​ທີ່ຈະເກີດ
ຄວາມຮ້າຍແຮງ ໜ້ອຍລົງ ຢູ່ໃນແມ່​ນໍ້າ​ທີ່​ຍິ່ງ​ໃຫຍ່ທີ່ສຸດ ​ຢູ່​ໃນ​ໂລກ.”

​ເຂື່ອນເຊ​ປຽນ ເຊນໍ້າ​ນ້ອຍ ທີ່ທ້ອນໂຮມເອົາ​ພະ​ລັງຈາກແມ່​ນໍ້າສາຍຕ່າງໆ ຂອງແມ່
ນ້ຳຂອງ ທີ່ໄຫຼ​ຜ່ານ ​ຫຼາຍ​ກວ່າ 4,000 ກິ​ໂລ​ແມັດ ທີ່​ມີຄວາມສໍ​າຄັນຕໍ່ຊີວິດການເປັນຢູ່
ຂອງປະຊາຊົນ ​ຫຼາຍ​ສິບ​ລ້ານ​ຄົນ ຜູ້​ທີີ່ກາງຕໍ່​ມັນ ໃນການ​ຫາ​ປາ ​ແລະການ​ປູກ​ຝັງ​ ຢູ່ໃນ
​ປະ​ເທດ​ລາວ ​ແລະ​ອີກ​ຫ້າ​ປະ​ເທ​ດທີ່​ອາໄສຢູ່ໃນແມ່​ນໍ້າແຫ່ງນີ້.

ບັນດາ​ນັກ​ອະນຸລັກ​ທຳ​ມະ​ຊາດ ກ່າວ​ວ່າ​ເປັນລະບົບ​ນິ​ເວດ​ທີ່​ບອບ​ບາ ງຢູ່​ພາຍ​ໃຕ້​ການ
​ໂຈມ​ຕີ ຄວາມ​ກະ​ຕືລື​ລົ້ນຢາກສ້າງເຂື່ອນ​ໄຟຟ້າ ​ຂອງ​ບັນດາ​ປະ​ເທດ​ຕ່າງໆ ຜູ້​ທີ່ສາມາດ
ຫາທຶນຮອນໄດ້ ສຳລັບ​ໂຄງການທັງຫຼາຍ ດ້ວຍການເຮັດສັນຍາ ທີ່ຈະ​ຂາ​ຍພະລັງງານ
ໄຟຟ້າ ​ຂ້າມ​ຊາຍແດນ ໄປໃຫ້ແຕ່​ລະປະເທດທີ່ຕິດ​ຊາຍ​ແດນ​ຂອງ​ຕົນ.

ອ່ານຂ່າວນີ້ເພິ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG